ຂ.ເຊກອງ ຖ່ານຫິນ ເລີ່ມຫາຍາກ

ສຸພັດຕາ
2019.11.04
ບ້ານຈັດສັນ ເມືອງກະລຶມ ແຂວງເຊກອງ
RFA?PN

ບໍຣິສັດ ພະລັງງານໄຟຟ້າ ເຊກອງ ຂອງກຸ່ມບໍຣິສັດ ພອນສັກກຣຸ໊ບ ຂໍສັມປະທານທີ່ດິນ ຈາກຣັຖບານລາວຕື່ມ ເພື່ອຂຍາຍການຂຸດຄົ້ນ ຖ່ານຫິນ ຢູ່ເມືອງກະລຶມ ແຂວງເຊກອງ ແຕ່ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງເຊກອງ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 21 ຕຸລາຜ່ານມາວ່າ: ດຽວນີ້ ປະຣິມານຖ່ານຫິນ ພາຍໃນແຂວງເລີ່ມຫາຍາກແລ້ວ ບໍ່ຄ່ອຍມີແລ້ວ:

“ມັນມີ ມີ 2 ຂັ້ນຕອນ ແລະໂຕທີ່ນຶ່ງ ເພິ່ນເລີ້ມເປີດແລ້ວ ເພິ່ນເຮັດໂຕນຶ່ງຍັງສືບຕໍ່ ,ສໍາຣວດຢູ່ ຢູ່ໃກ້ໆກັນຫັ່ນແຫຼະ ແຕ່ວ່າມັນບໍ່ມີແຮ່ ທີ່ ສໍາຣວດຫັ່ນແຫຼະ ຈຸດປາກົດໃໝ່ ທີ່ວ່າເຮົາສິໃຫ້ສໍາຣວດໃໝ່ ມັນບໍ່ຈຸດປາກົດ ທີ່ວ່າໃຫ້ພົບເຫັນຫັ່ນນາ.”

ທ່ານເວົ້າວ່າປັດຈຸບັນ ບໍຣິສັດໄຟຟ້າເຊກອງ ໄດ້ສັມປະທານທີ່ດິນ 1,000 ຕາຕະລາງກິໂລແມັດ ແລະກໍາລັງຂຸດຄົ້ນຢູ່ ແຕ່ເມື່ອຂຸດເລິກລົງໄປ ຖ່ານຫິນເລີ້ມມີໜ້ອຍລົງ ຈຶ່ງຢາກຫາບໍ່ຖ່ານຫິນແຫ່ງໃໝ່. ຕໍ່ບັນຫານີ້ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງເຊກອງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ ເຣື່ອງທຸກເຣື່ອງ ກ່ຽວກັບໂຄງການຂຸດຄົ້ນຖ່ານຫິນ ຂຶ້ນກັບຣັຖບານລາວ ເປັນຜູ້ຕັດສິນໃຈ ທຸກຢ່າງ, ແຂວງບໍ່ມີ ສິດ ຫາກເພິ່ນເຫັນວ່າ ຄວນໂຈະ ຫຼື ອະນຸມັດໃຫ້ສືບຕໍ່ ຫຼືຂຍາຍເນື້ອທີ່ເພີ້ມ ກໍເປັນສິດ ຂອງຣັຖບານລາວ ໂດຍກົງ, ດັ່ງທີ່ທ່ານກ່າວວ່າ:

“ໂຕນີ້ຂຶ້ນກັບຣັຖບານ, ຣັຖບານເປັນຜູ້ສັ່ງໂຈະ ຣັຖບານອະນຸຍາດກໍໄດ້ ເພາະວ່າແຂວງບໍ່ມີສິດ ເງື່ອນໄຂຂອງຣັຖບານ ຣັຖບານເຫັນວ່າ ເໝາະສົມ ເພິ່ນກໍອະນຸມັດ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດໄປຍັງບໍຣິສັດ ພອນສັກກຣຸ໊ບ ເພື່ອຖາມເຖິງຄວາມເປັນໄປໄດ້ ໃນການຂຍາຍເນື້ອທີ່ສໍາຣວດ ບໍ່ແຮ່ ເພື່ອເພີ້ມກໍາລັງການຜລິດ ໃຫ້ຕາມແຜນຈະເປັນຜົນສໍາເຣັດ ຫຼືບໍ່ນັ້ນ ເຈົ້າໜ້າທີ່ ບໍຣິສັດ ບໍ່ສະດວກທີ່ຈະ ໃຫ້ສັມພາດ.

ໂຄງການຂຸດຄົ້ນຖ່ານຫິນ ຂອງບໍຣິສັດ ພະລັງງານໄຟຟ້າເຊກອງ ໃນກຸ່ມບໍຣິສັດ ພອນສັກກຣຸ໊ບ ເລີ້ມຂຸດຄົ້ນມາແຕ່ປີ 2015 ສາມາດຂຸດຄົ້ນ ຖ່ານຫິນ ໄດ້ປະມານ 16 ລ້ານຕັນ ຕໍ່ປີ ປັດຈຸບັນ ບໍຣິສັດພະລັງງານໄຟຟ້າເຊກອງ ຂາຍຖ່ານຫິນທີ່ຂຸດຄົ້ນໄດ້ ແຕ່ລະປີ ໃຫ້ກັບໂຄງການ ປຸງແຕ່ງຖ່ານຫິນ ໃນປະເທດ ແລະ ຕ່າງປະເທດ ແລະຍັງໄດ້ຮັບສັນຍາ ຈາກຣັຖບານ ໃຫ້ຕັ້ງໂຮງໄຟຟ້າຖ່ານຫິນ ຂນາດ 900 ເມກາວັດ ຕັ້ງຢູ່ແຄມນໍ້າເຊກອງ ເພື່ອຜລິດກະແສໄຟຟ້າ ຂາຍໃຫ້ກັບກໍາພູຊາ ແລະຜລິດໄຟຟ້າ ສໍາຮອງ ໃຫ້ກັບຣັຖວິສາຫະກິຈ ໄຟຟ້າລາວ ແຕ່ ປັດຈຸບັນ ຍັງບໍ່ທັນສ້າງຕັ້ງໂຮງໄຟຟ້າຖ່ານຫິນ ດັ່ງກ່າວນັ້ນເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.