ຈີນ ຊ່ອຍເຫຼືອລາວ ສ້າງສູນຝຶກສີມືແຮງແຮງງານ ຢູ່ແຂວງອຸດົມໄຊ

ຈຳປາທອງ
2024.01.05
ຈີນ ຊ່ອຍເຫຼືອລາວ ສ້າງສູນຝຶກສີມືແຮງແຮງງານ ຢູ່ແຂວງອຸດົມໄຊ ຄົນງານລາວ ທີ່ເຮັດວຽກກໍ່ສ້າງ ຢູ່ປະເທດໄທຍ, ເດືອນມີນາ ປີ 2022.
RFA

ຣັຖບານຈີນ ໃຫ້ທຶນສ້າງສູນຝຶກສີມືແຮງງານລາວ ຢູ່ເຂດບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ໂດຍໄດ້ມີພິທີ ວາງສີລາຣຶກກໍ່ສ້າງ ໃນມື້ວັນທີ 26 ທັນວາ 2023 ທີ່ຜ່ານມາ. ສູນຝຶກສີມືແຫ່ງນີ້ ປະກອບດ້ວຍ ອາຄານຮຽນ, ຫໍພັກຍິງ ແລະ ຫໍພັກຊາຍ, ຫ້ອງອາຫານ, ຫ້ອງການ ແລະສິ່ງອໍານວຍຄວາມສະດວກອື່ນໆ ຮວມມູນຄ່າທັງໝົດ 147.26 ລ້ານຢວນ ຫລື ປະມານ 20 ລ້ານໂດລ້າຣ໌ສະຫະຣັຖ.

ນອກຈາກນັ້ນ ທາງການຈີນ ຍັງຈະຊ່ອຍຝຶກຄຣູສອນ ແລະຄຣູທົດສອບສີມືແຮງງານ ແລະສນອງອຸປະກອນການຮຽນ, ການສອນ ແລະຈະຄັດເລືອກ ເອົານັກຮຽນທີ່ມີຜົລການຮຽນດີ ໄປຮຽນຕໍ່ຢູ່ປະເທດຈີນນໍາອີກ.

ສູນຝຶກສີມືແຮງງານແຫ່ງນີ້ ຈະຮັບຜູ້ເຂົ້າຝຶກໄດ້ຫລາຍກວ່າ 1,200 ຄົນ, ເປັນ 1 ໃນຈໍານວນສູນຝຶກສີມືແຮງງານ 11 ສູນ ທີ່ມີຢູ່ໃນປະເທດລາວ ປັດຈຸບັນ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ຜແນກແຮງງານ ແລະສວັດດິການສັງຄົມ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມົກກະຣານີ້ວ່າ:

ສູນພັທນາສີມືແຮງງານແຂວງ ອຸດົມໄຊຫັ້ນແຫລະ ໄດ້ທຶນຊ່ວຍເຫລືອຈາກຣັຖບານຈີນ ຊ່ວຍເຫລືອແລ້ວໃຫ້ຣັຖບານລາວ ໃນການຊ່ວຍເຫລືອ ກໍ່ສ້າງໃນສູນ. ສູນມັນມີ 11 ສູນ. ທົ່ວປະເທດຫັ້ນນ່າ ອັນນຶ່ງກໍມີແຂວງອຸດົມໄຊນີ້. ສະເພາະແຂວງອຸດົມໄຊ ກໍມີຢູ່ສູນດຽວທີ່ຣັຖບານ ຊ່ວຍເຫລືອຫັ້ນນ່າ. ສ້າງຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ.

ຊາວບ້ານ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ກໍເວົ້າວ່າ ໄດ້ຍິນຂ່າວກ່ຽວກັບໂຄງການນີ້ ຢູ່ ວ່າຈີນຈະສ້າງຕຶກຫລັງໃໝ່ໃຫ້ ໃນບໍຣິເວນສູນພັທນາສີມືແຮງງານເດີມ ທີ່ມີແລ້ວນັ້ນ.

ສູນຝຶກສີມືແຮງງານ ສໍາລັບຄົນລາວແຫ່ງນີ້ ສອນ 7 ວິຊາ ຄື ຊ່າງໄຟຟ້າ, ປຸງແຕ່ງອາຫານ, ບໍຣິການໂຮງແຮມ, ກໍ່ສ້າງ, ຊ່ອມແປງ ແລະໃຊ້ຄອມພິວເຕີ, ຕັດຫຍິບ ແລະປູກຝັງ-ລ້ຽງສັດ.

ດັ່ງທີ່ທ່ານກ່າວວ່າ:

ສ້າງຢູ່ບ່ອນເດີມນີ້ແຫລະ ແຕ່ເປັນຕຶກໃໝ່ບໍ. ກໍມີການບໍຣິຫານ, ໂຮງແຮມເນາະ, ຄອມພິວເຕີພື້ນຖານ, ລະບົບໄຟຟ້າ, ກະສິກັມ ແລ້ວກໍເສີມສວຍ, ກັບປຸງແຕ່ງ. ຕົວນີ້ນ່າຊິໄດ້ຕີ໋ ຊ່ວງນຶ່ງເຫັນເຂົາຮັບ ຕ່າງແຂວງກໍຮັບ.

ເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ຫ້ອງການແຮງງານ ແລະສວັດດິການສັງຄົມ ເມືອງໄຊ ແຂວງອຸດົມໄຊ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນປີ 2022 ຊຶ່ງເປັນປີ ທີ່ກໍາລັງຂຶ້ນແຜນກໍ່ສ້າງໂຄງການດັ່ງກ່າວ ເພື່ອຂຍາຍສູນຝຶກສີມືແຮງງານ ໃຫ້ມີທັງຫລັກສູດໄກນໍາທ່ຽວ ແລະພາສາຈີນ ຊຶ່ງສ່ວນນຶ່ງກໍເພື່ອສນອງໃຫ້ນັກລົງທຶນແລະນັກທ່ອງທ່ຽວຈີນ ທີ່ຈະເຂົ້າມາລາວຫລາຍຂຶ້ນ.

ອະດີດນັກຮຽນວິຊາໄຟຟ້າ ຢູ່ສູນຝຶກສີມືແຮງງານແຫ່ງນີ້ ຜູ້ນຶ່ງກໍເວົ້າຄືກັນວ່າ ຮູ້ທີ່ວ່າຈີນຈະເຂົ້າມາຊ່ອຍສ້າງຕຶກ ອາຄານ ຢູ່ສູນພັທນາສີມືແຮງງານ ແຂວງອຸດົມໄຊນີ້ ແລະວ່າ ຕອນທີ່ຕົນຮຽນຢູ່ນັ້ນ ໃຊ້ເວລາຮຽນ 2 ປີ, ຄ່າຮຽນບໍ່ຫລາຍປານໃດ, ຄ່າໃຊ້ຈ່າຍສ່ວນຫລາຍ ແມ່ນຄ່າກິນ ແລະຄ່າທີ່ພັກ.

ກໍຊິໃຫ້ຢູ່ ແຕ່ວ່າຂະເຈົ້າຊິເປີດເປັນຕົວໃຫຍ່ກວ່າ ກໍບໍ່ແນ່ໃຈເນາະເພາະພວກຈີນ ຈະມາຊ່ວຍຫັ້ນນ່າ ຂະເຈົ້າຈະເຮັດໃໝ່ໃຫ້ແມ່ນສິເຮັດ 3 ຊັ້ນ 4 ຊັ້ນບໍ່ ແມ່ນແລ້ວ ແບບໄປຮຽນມາຫັ້ນນະ ຮຽນ 2 ປີບໍ່ໄດ້ເສັຽຄ່າໃຊ້ຈ່າຍ ມີແຕ່ຄ່າກິນຢູ່ເຮົາເດ້ ຄ່າເທີມກໍໜ້ອຍດຽວ 2 ແສນ 3 ແສນກີບຕໍ່ປີ.

ແຕ່ໃນຂະນະດຽວກັນ ຜູ້ເຈົ້າຂອງບໍຣິສັດ ຢູ່ແຂວງອຸດົມໄຊ ທ່ານນຶ່ງ ທີ່ເຄີຍຮັບ ເອົານັກຮຽນ ທີ່ຈົບຈາກສູນຝຶກສີມືແນຮງງານລາວ ຢູ່ແຂວງນີ້ ເຂົ້າເຮັດວຽກນໍາເວົ້າວ່າ ຍັງບໍ່ຮູ້ເຣື່ອງທີ່ວ່າຈີນ ຈະເຂົ້າມາຊ່ອຍຂຍາຍສູນຢູ່ແຂວງນີ້ເທື່ອ, ທີ່ຜ່ານມາ ກໍໄດ້ຮັບນັກຮຽນ ມາຝຶກງານນໍາຢູ່.

ແມ່ນແລ້ວ ຜູ້ໃດຢາກຝຶກງານ ກໍມາຝຶກງານນໍາຕົວນັ້ນຫັ້ນແຫລະ ຮຽນຈົບເຂົາຢາກຝຶກງານ ເຂົາກໍສົ່ງມາໃຫ້ເຮົາຝຶກງານ 2 ເດືອນ 3 ເດືອນ ຝຶກງານແລ້ວເຂົາກໍກັບໄປຮັບໃບຢັ້ງຢືນ ໃບປະກາດເຂົາ ກໍມາເຮັດ ຄວາມຮູ້ກໍຮູ້ແຕ່ທິດສະດີ ເດືອນທໍາອິດ ກໍບໍ່ເປັນຫັ້ນແຫລະ ໝົດເດືອນຕໍ່ເດືອນ 2 ກໍເຣີ່ມເປັນແລ້ວ.

ສູນພັທນາສີມືແຮງງານ ຢູ່ແຂວງອຸດົມໄຊ ເປີດຮັບເອົາຄົນລາວຈາກ 8 ແຂວງ ພາກເໜືອ ຄືແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພຣະບາງ, ໄຊຍະບູຣີ, ຫົວພັນ ແລະແຂວງຊຽງຂວາງ ມາຝຶກອົບຮົມ.

ນັບແຕ່ປີ 2007 ເປັນຕົ້ນມາ ສູນທີ່ວ່ານີ້ ມີຜູ້ໄດ້ຜ່ານການຝຶກອົບຮົມ ທັງໝົດ 6,594 ຄົນ, ເປັນຍິງ 3,235 ຄົນ. ຜູ້ໄດ້ຜ່ານການທົດສອບ ມາຕຖານສີມືແຮງງານ ທັງໝົດ 234 ຄົນ, ເປັນຍິງ 30 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.