ເຣື້ອງທີ່ເກັບບັນທຶກໄວ້
2022-04-21
ຄົນຈີນ 3 ຄົນ ຖືກເຈົ້າໜ້າທີ່ໄທຍຈັບໄດ້ ພ້ອມກັບຄົນໄທຍອີກ 1 ຄົນ ທີ່ເປັນຜູ້ນຳທາງ ຈາກຝັ່ງເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ໂດຍທັງສາມຄົນ ຖືກຈັບໄດ້ ຂະນະທີ່ ຫຼົບລີ້ ຢູ່ໃນປ່າຫຍ້າ ຕິດກັບສາງເກັບເຄື່ອງ ໃກ້ກັບແມ່ນ້ຳຂອງ, ໃນເບື້ອງຕົ້ນທັງ 3 ຄົນຈະຖືກດຳເນີນຄະດີ ແລະ ສົ່ງກັບປະເທດ.
2022-04-20
ນັກລົງທຶນຈີນ ໄດ້ຮັບອະນຸຍາດໃຫ້ເຊົ່າດິນນາ ຂອງປະຊາຊົນໃນແຂວງໄຊຍະບູຣີ ເພື່ອປູກເຂົ້ານາແຊງ ດ້ວຍເທັກນິກໃໝ່ ໃນຂະນະທີ່ຊາວບ້ານ ຍ້ານວ່າ ການມາລົງທຶນ ຂອງນັກລົງທຶນຈີນ ອາດສາມາດຍາດແຍ່ງ ອາຊີບປູກເຂົ້ານາ ຂອງຊາວບ້ານ ແລະ ອາດເຮັດໃຫ້ ຜລິຕພັນເຂົ້າລາວ ໄດ້ຮັບຜົລກະທົບນຳດ້ວຍ ເພາະວ່າ ຜົລຜລິຕເຂົ້ານາແຊງ ດ້ວຍເທັກນິກໃໝ່ ຂອງນັກລົງທຶນຈີນ ຈະໄດ້ຮັບຜົລດີກວ່າ ເຂົ້ານາແຊງ ຂອງຄົນລາວ.
2022-04-20
ກິຈການຣົຖຂົນສົ່ງ ສິນຄ້າຊາວລາວ ລະຫວ່າງລາວ ກັບຊາຍແດນຈີນ ປະສົບບັນຫາ ສູນເສັຍລູກຄ້າຈໍານວນຫຼາຍ ໃນໄລຍະນີ້ ຍ້ອນນັກລົງທຶນຈີນ ແລະນັກທຶນປະເທດອື່ນໆ ເຂົ້າມາເປີດບໍຣິສັດຂົນສົ່ງສິນຄ້າ ແຂ່ງກັບຄົນລາວ ໃນລາວນັບມື້ນັບຫຼາຍຂຶ້ນ ສົ່ງຜົລເຮັດໃຫ້ຜູ້ປະກອບການຊາວລາວ ເສັຍຜົລປະໂຫຍດຫຼາຍດ້ານ ອີກທັງບໍຣິສັດຈີນບາງແຫ່ງ ກໍໄດ້ຮັບສິດພິເສດ ໃນການຂົນສົ່ງສິນຄ້າຈາກຈີນມາລາວ ຜ່ານທາງຣົຖໄຟລາວ-ຈີນ ຈຶ່ງເຮັດໃຫ້ສາມາດຍາດແຍ່ງ ລູກຄ້າຈໍານວນຫຼາຍ ໄປຈາກຜູ້ປະກອບການໃນລາວ.
2022-04-18
ການຂາດເຂີນ ເງິນຕຣາຕ່າງປະເທດ ເປັນບັນຫາທ້າທາຍ ໃນການພັທນາ ແລະ ດຳເນີນເສຖກິຈໃນລາວ ເພາະການຄ້າຂາຍ ແລະ ຊຳລະໜີ້ສິນ ກັບຕ່າງປະເທດ ຈຳເປັນຕ້ອງໄດ້ໃຊ້ ເງິນຕຣາຕ່າງປະເທດ ເປັນຫລັກ ເປັນຕົ້ນການຊື້ນໍ້າມັນເຊື້ອເພີງ ແລະ ສິນຄ້າຈຳເປັນ ທີ່ປະເທດລາວ ຜລິດບໍ່ໄດ້.
2022-04-18
ຄົນງານລາວ ອາດຈະມີໂອກາດ ໄດ້ໄປເຮັດວຽກ ຢູ່ປະເທດອອສເຕຣເລັຽ ຊຶ່ງຄົນງານລາວ ທີ່ຈະເຂົ້າໄປເຮັດວຽກນັ້ນ ຈະແມ່ນກຸ່ມວຽກງານ ດ້ານກະສິກັມ, ລ້ຽງສັດ ແລະປູກຝັງ ເປັນຕົ້ນ ແຕ່ຂະນະນີ້ ຣັຖບານທັງລາວ ແລະອອສເຕຣເລັຽ ຍັງບໍ່ໄດ້ຮ່ວມລົງນາມ ຂໍ້ຕົກລົງເທື່ອ.
2022-04-18
ຜູ້ປະກອບການ ໄດ້ຮັບຄວາມເດືອດຮ້ອນ ຍ້ອນການຂົນສົ່ງສິນຄ້າ ຈາກຈີນມີຄວາມຫຼ້າຊາ ເຮັດໃຫ້ພາກທຸຣະກິຈຂາດທຶນ ສ່ວນສາເຫດ ເປັນຍ້ອນດ່ານສາກົລປິດ, ການຂົນສົ່ງສິນຄ້າ ໂດຍຜ່ານທາງຣົຖບັນທຸກ ຕ້ອງໃຊ້ເວລາດົນເຖິງ 20 ມື້.
2022-04-15
ບໍຣິສັດຣົຖໄຟ ລາວ-ຈີນ ເປີດປະມູນ ເຊົ່າຮ້ານຄ້າ ແລະ ໂຄສະນາ ໃນສະຖານີ ຫລາຍແຫ່ງໃນລາວ ຊຶ່ງໄດ້ເຣີ່ມຂາຍຊອງປະມູນ ລາຄາຊອງລະ 2 ລ້ານກີບ ຕັ້ງແຕ່ວັນທີ 2 ເມສາ ທີ່ຜ່ານມາ ໄປຈົນຮອດວັນທີ 13 ເມສານີ້.
2022-04-15
ທະນາຄານໂລກ ຄາດວ່າ ໃນປີນີ້ ເສຖກິດລາວຈະຂຍາຍໂຕ ພຽງແຕ່ 3.8% ຫລື 3.3% ຈາກທີ່ຄາດໄວ້ ປະມານ 4.5% ຍ້ອນເງິນເຟີ້ຮຸນແຮງ, ກະທົບຕໍ່ການຄ້າ ແລະການນໍາເຂົ້າ-ສົ່ງອອກ ແລະການເປັນໜີ້ ສາທາຣະນະ ຫລາຍເກີນໄປ.
2022-04-15
ທາງການລາວ ພະຍາຍາມ ຄວບຄຸມລາຄາສິນຄ້າ ໂດຍສະເພາະ ໃນໄລຍະບຸນປີໃໝ່ລາວນີ້ ແຕ່ຄວາມເປັນຈິງແລ້ວ ເປັນເຣື່ອງຍາກ ໃນພາກປະຕິບັດ ແລະ ກໍບໍ່ສາມາດ ຊ່ອຍແກ້ໄຂ ບັນຫາຄາລາສິນຄ້າແພງ ເປັນຕົ້ນຊີ້ນ, ເຂົ້າສານ ແລະ ອື່ນໆ.
2022-04-14
ໃນປີ 2021 ທີ່ຜ່ານມາ, ຣັຖວິສາຫະກິຈໄຟຟ້າລາວ ສູນເສັຽລາຍຮັບ 200 ປາຍຕື້ກີບ ຍ້ອນບັນຫາ ມີຜູ້ລັກລອບດັດແປງ ໝໍ້ນັບໄຟ ແລະ ລັກໃຊ້ໄຟ ດ້ວຍຫຼາຍຮູບແບບ, ເຊິ່ງມີທັງຊາວບ້ານທົ່ວໄປ ແລະ ຊ່າງໄຟຟ້າກໍມີ ທີ່ຖືກດຳເນີນຄະດີ ແລະ ປັບໃໝໃສ່ໂທສ ຈາກບັນຫາດັ່ງກ່າວ.
2022-04-14
ຫ້ອງການຄຸ້ມຄອງ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫ້າມບໍ່ໃຫ້ບໍຣິສັດ, ຫ້າງຮ້ານ ຮັບເອົາຄົນງານເຂົ້າເຮັດວຽກ ໃນໄລຍະພັກບຸນປີໃໝ່ລາວ ຕັ້ງແຕ່ມື້ວັນທີ 14-17 ເມສານີ້, ຫາກຝ່າຝືນ ແລະມີບັນຫາ ຕ້ອງຮັບຜິດຊອບ ເອົາເອງທັງໝົດ.
2022-04-13
ຣັຖບານລາວ ທົດລອງເປີດຕ້ອນຮັບ ນັກທ່ອງທ່ຽວໄລຍະທີ 1 ເມື່ອຕົ້ນປີ 2022 ຜ່ານມາ ແຕ່ນັກທ່ອງທ່ຽວ ຕ່່າງປະເທດ ເຂົ້າມາໜ້ອຍ ແລະຜ່ານການປະເມີນ ຂອງໜ່ວຍງານ ພົບວ່າຂັ້ນຕອນ ການດຳເນີນ ເອກະສານ ຫຍຸ້ງຍາກຫລາຍ.
2022-04-13
ທຸຣະກິຈລາວ ຫຼາຍພາກສ່ວນ ໂດຍສະເພາະ ພາການທ່ອງທ່ຽວ ຢາກໃຫ້ຣັຖບານ ເປີດປະເທດ ແລະ ຍົກເລີກ ລະບຽບ, ຂໍ້ບັງຄັບ ແລະ ມາດຕະການ ຕ່າງໆ ທີ່ເປັນອຸປະສັກ ຕໍ່ການທ່ອງທ່ຽວ ໂດຍສະເພາະ ເພື່ອກະຕຸ້ນ ນັກທ່ອງທ່ຽວ ຈາກຕ່າງປະເທດ.
2022-04-11
ປະຊາຊົນລາວ ຍັງພາກັນລັກລອບ ໄປເຮັດວຽກຢູ່ປະເທດໄທຍ ຫລາຍໃນແຕ່ລະເດືອນ ໃນນັ້ນ ສ່ວນໃຫຍ່ລັກຂ້າມຊາຍແດນ ທີ່ເປັນຊ່ອງທາງ ທັມມະຊາດ, ສາຍເຫດທີ່ພາໃຫ້ ຄົນລາວລັກຂ້າມໄປເຮັດວຽກຢູ່ໄທຍນັ້ນ ກໍຍ້ອນວ່າ ຢູ່ລາວບໍ່ມີວຽກເຮັດງານທຳ ຫຼືໄດ້ຄ່າຈ້າງໜ້ອຍກວ່າ.
2022-04-08
ທນາຄານ ພັທນາເອເຊັຽ ຫຼື Asian Development Bank (ADB) ໄດ້ຣາຍງານວ່າ ໃນຮອບ 2 ປີທີ່ຜ່ານມາ ການດຳເນີນທຸຣະກິຈໃນລາວ ຜູ້ປະກອບການ ມີການຈ່າຍເງິນ ທີ່ບໍ່ເປັນທາງການ ໃຫ້ແກ່ເຈົ້າໜ້າທີ່ ຢ່າງແຜ່ຫຼາຍ ຫຼືເຂົ້າໃຈງ່າຍໆວ່າ ເງິນກ້ອງໂຕະ ເພື່ອໃຫ້ທຸຣະກິຈ ບໍ່ຕິດຂັດເຣື່ອງເອກສານຕ່າງໆ.