ນັກລົງທຶນຈີນ ເຊົ່າດິນນາ ເພື່ອປູກເຂົ້ານາແຊງ ດ້ວຍເທັກນິກໃໝ່
2022.04.20

ນັບແຕ່ທ້າຍປີກາຍ ທີ່ນັກລົງທຶນຈີນຈາກບໍຣິສັດ ເທັກໂນໂລຈີ ກະສິກັມ ເອເຊັຽແປຊີຟິກ ໄດ້ເຊົ່າເນື້ອທີ່ນາຂອງປະຊາຊົນ ເຂດທົ່ງນາໄໝ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ທັງໝົດ 38 ເຮກຕ້າຣ໌ເພື່ອທົດລອງປູກເຂົ້ານາແຊງ ປະເພດເຂົ້າຈ້າວດ້ວຍເທັກນິກໃໝ່ ໂດຍໃຊ້ແນວພັນເຂົ້າວຽດນາມ ແລະຜົລຜລິດທີ່ໄດ້ ຈະເຮັດເປັນແນວພັນເພື່ອສົ່ງໄປປູກຕໍ່ ທີ່ວຽດນາມ ແຕ່ຍັງບໍ່ແນ່ອາດຈະຂຍາຍ ເນື້ອທີ່ປູກຕື່ມໃນລາວ. ຕໍ່ບັນຫານີ້ ປະຊາຊົນກໍກັງວົນວ່າ ການລົງທຶນດັ່ງກ່າວຂອງຈີນ ຈະເປັນການຍາດອາຊີບຂອງຊາວນາລາວ ຍ້ອນປະຊາຊົນເອົາເນື້ອທີ່ນາແຊງຂອງໂຕເອງ ໃຫ້ນັກລົງທຶນຈີນປູກ. ສ່ວນຊາວນາລາວເອງ ກໍບໍ່ມີເນື້ອທີ່ປູກເຂົ້າ ແລະຈະເຮັດໃຫ້ປະຊາຊົນພາຍໃນອຶດເຂົ້າ ໃນຕໍ່ໜ້າຖ້າຈີນຂຍາຍ ເນື້ອທີ່ປູກເຂົ້າຕື່ມຫລາຍຂື້ນ ໃນລາວ.
ດັ່ງປະຊາຊົນ ຢູ່ບ້ານລ້ອງປໍ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ້ ຊຶ່ງເປັນບ້ານທີ່ມີຊາຍແດນຕິດກັບ ເຂດທົ່ງນາໄໝ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ເມສານີ້ວ່າ:
“ແມ່ນຢູ່ ນາເຊົ່ານຳເຮົາເນາະ ແລ້ວບາດນີ້ເຂົ້າເພິ່ນປູກໄດ້ ເພິ່ນເອົາໄປຕ່າງປະເທດພຸ້ນນ່າ ມັນກໍແມ່ນເພາະວ່າເພິ່ນມາເຊົ່າເຮັດໄປໝົດ ບາດນີ້ເຂົ້າເພິ່ນກໍເອົາໄປຂາຍ ຕ່າງປະເທດຫັ້ນພຸ້ນແລ້ວ ປະຊາຊົນບ້ານເຮົາຂາດເຂີນແດ່ຫັ້ນແຫລະ.”
ຕາມສັນຍາໃນການນຳຜົລຜລິດ ທີ່ໄດ້ຈາກການປູກເຂົ້ານາແຊງ ດ້ວຍເທັກນິກໃໝ່ຂອງນັກລົງທຶນຈີນ ຣະບຸວ່າຈະສົ່ງຜົລຜລິດໄປຂາຍ ເພື່ອປູກທີ່ວຽດນາມ ແຕ່ສະພາບໂຕຈິງໃນຕໍ່ໜ້າ ບໍ່ຮູ້ວ່ານັກລົງທຶນຈີນຈະປະຕິບັດຕາມນັ້ນຫລືບໍ່, ຖ້າບໍ່ປະຕິບັດຕາມສັນຍານັ້ນ ກໍຈະເຮັດໃຫ້ອາຊີບຊາວນາລາວ ທີ່ປູກເຂົ້າຈ້າວແນວພັນລາວ ພາຍໃນຖືກຍາດແຍ່ງດ້ານເສຖກິຈ ຄືລາຍຮັບຍ້ອນມີເຂົ້າຈ້າວແນວພັນວຽດນາມ ມາວາງຂາຍໃນຕລາດເຂົ້າລາວ ທັງພາຍໃນ ແລະຕ່າງປະເທດ. ອີກທັງເມື່ອເບິ່ງສະມັດຕະພາບ ຂອງນັກລົງທຶນຈີນທີ່ປູກເຂົ້ານາແຊງ ປະເພດເຂົ້າຈ້າວດ້ວຍເທັກນິກໃໝ່ ໂດຍໃຊ້ແນວພັນເຂົ້າວຽດນາມນັ້ນ ແມ່ນຈະໄດ້ 6-7 ຕັນ (Ton) ຕໍ່ເຮັກຕ້າຣ໌ ຂະນະທີ່ສະມັດຕະພາບເຂົ້າຈ້າວລາວ ໄດ້ແຕ່ 3.5 ຕັນ ຕໍ່ເຮັກຕ້າຣ໌.
ດັ່ງຊາວນາ ຢູ່ບ້ານແກ່ງ ຊຶ່ງເປັນອີກນຶ່ງບ້ານທີ່ມີຊາຍແດນ ຕິດຈອດກັບທົ່ງນາໄໝ ກ່າວໃນມື້ດຽວກັນວ່າ:
“ແລ້ວເຂົາກໍຍາດແຍ່ງເຮົາ ບໍ່ຮູ້ວ່າເສຖກິຈທີ່ວ່າຄົງທີ່ ໃຫ້ເຮົາປະເມີນວ່າໄດ້ສໍ່າໃດ ຜົລລາຍຮັບນີ້ທີ່ໃຫ້ເຮົາກຳນົດ ຕີລາຄາປະເມີນເປັນເງິນຈັ່ງຊິນ່າ ເຮົາບໍ່ຕາຍໂຕ ເພິ່ນໃສ່ຝຸ່ນປຸຍ ເພິ່ນແບບວິທຍາສາດແທ້ ກໍຊິໄດ້ແທ້ອັນນີ້ ຄັນວ່າແມ່ນເຮົາເຮັດ, ເຮັດທັມຊາດ ເຮົາບໍ່ໄດ້ເລັ່ງຝຸ່ນ ເລັ່ງຫຍັງ ກໍເຮັດພື້ນບ້ານ ພື້ນເມືອງເຮົາໄປສື່ໆ ຫັ້ນນ່າ.”
ຍານາງກ່າວຕື່ມວ່າເຂດທົ່ງນາໄໝ ທີ່ນັກລົງທຶນຈີນເຊົ່າເນື້ອທີ່ນາ ຂອງປະຊາຊົນປູກເຂົ້ານາແຊງ ດ້ວຍເທັກນິກໃໝ່ນັ້ນ ສ່ວນໃຫຍ່ເປັນເນື້ອທີ່ນາຂອງປະຊາຊົນ ທີ່ບໍ່ມີແຮງງານເພື່ອປູກເຂົ້າ, ເຈົ້າຂອງນາຈຶ່ງຕັດສິນໃຈໃຫ້ຈີນເຊົ່າເນື້ອທີ່ນານັ້ນ ປູກເຂົ້ານາແຊງດ້ວຍເທັກນິກໃໝ່.
ຂະນະທີ່ຕລາດການແຂ່ງຂັນເຂົ້າ ລະຫວ່າງປະເທດຄືເຂົ້າຈ້າວ ທີ່ຊາວນາລາວປູກເພື່ອສົ່ງໄປຕ່າງປະເທດນັ້ນ ຈະບໍ່ສາມາດແຂ່ງດ້ານສະມັດຕະພາບ ກັບເຂົ້າຈ້າວຂອງນັກລົງທຶນຈີນ ທີ່ມາປູກດ້ວຍເທັກນິກໃໝ່ໄດ້ ຍ້ອນເຫັນໄດ້ຊັດເຈນວ່າ ເຂົ້າຈ້າວຂອງຈີນແມ່ນໄດ້ສະມັດຕະພາບ ທີ່ດີກ່ວາເຄິ່ງນຶ່ງ.
ດັ່ງນັກວິຊາການ ດ້ານການປູກຝັງ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:
“ຕາມທັດສະນະ ຕາມເບິ່ງຢູ່ໃນຣະດູ ອັນນ່ານາແຊງນີ້ກໍຖືວ່່າ ເພິ່ນກໍສິຊະນະແລ້ວ ບ່ອນທີ່ຜລິດຕິດກັນຫັ້ນກໍຕ່າງກັນຫລາຍ ໂຕຈີນເພິ່ນເຮັດນີ້ແທ້ສິໄດ້ຜລິດຕະພາບຫລາຍແຫລະ ຕໍ່າສຸດນີ້ຄືສິລະດັບ 7 ຕັນ ບໍ່ຫລຸດແຫລະຂອງໄທເຮົານີ້ ກໍສິປະມານ 3 ຕັນ, 3 ຕັນປາຍ ຄຸນນະພາບນີ້ໄທເຮົາບໍ່ສາມາດທີ່ຈະຢັ້ງຢືນໄດ້ເນາະ ເພາະວ່າເຮົາກໍຍັງບໍ່ທັນໄດ້ເບິ່ງ.”
ສຳລັບເນື້ອທີ່ນາ 38 ເຮັກຕ້າຣ໌ທີ່ນັກລົງທຶນເຊົ່າ ເພື່ອປູກເຂົ້ານາແຊງແມ່ນຜ່ານຂໍ້ຕົກລົງ ຂອງຂັ້ນເທິງອະນຸຍາດໃຫ້ປູກເຂົ້ານາແຊງ ດ້ວຍເທັກນິກໃໝ່ໄດ້. ໂດຍເນື້ອທີ່ນັ້ນເຄີຍເປັນເນື້ອທີ່ ປູກໝາກຖົ່ວເຫລືອງຂອງນັກລົງທຶນຈີນມາກ່ອນ ແຕ່ວ່ານັກລົງທຶນປູກຖົ່ວເຫລືອງຈີນຜູ້ນັ້ນ ບໍ່ສາມາດຂົນອຸປະກອນແນວພັນ ແລະວິິຊາການມາລາວ ໄດ້ທັນປູກໝາກຖົ່ວເຫລືອງຕາມສັນຍາ ຂັ້ນເທິງຈຶ່ງອະນຸຍາດໃຫ້ນັກລົງທຶນຈີນ ຜູ້ໃໝ່ປູກເຂົ້ານາແຊງດ້ວຍເທັກນິກໃໝ່ແທນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນແຂວງກ່າວໃນມື້ດຽວກັນນີ້ວ່າ:
“ບໍຣິສັດເຂົາເຈົ້າຂຽນໃບສເນີຫາ ມີຂໍ້ຕົກລົງຫາທ່ານເຈົ້າແຂວງຫັ້ນ ມີຄວາມເຫັນໃຫ້ເຂົາເຈົ້າປູກໄດ້ຢູ່ໃນພື້ນທີ່ ບໍຣິສັດເຊົ່າປູກຖົ່ວເຫລືອງຫັ້ນ ກໍຣະນີທີ່ວ່າບໍຣິສັດປູກຖົ່ວເຫລືອງ ບໍ່ສາມາດປູກຖົ່ວເຫລືອງໄດ້ ເພາະວ່າມັນກາຍເວລາມາແລ້ວ ຊ່ວງໂຄວິດ-19 ແລ້ວເຂົາເອົາເຄື່ອງມືເຂົ້າມາບໍ່ໄດ້ ກໍເລີຍເປັນດິນຫວ່າງກໍຍັງຢູ່ໃນສັນຍາ ທີ່ວ່າບໍຣິສັດຖົ່ວເຫລືອງຫັ້ນສັນຍາເຊົ່າຢູ່ ບໍຣິສັດນີ້ກໍເລີຍມາໃຊ້ພື້ນທີ່ນີ້ປູກເຂົ້າ ກໍຊ່ວງຣະດູດຽວຫັ້ນດອກ.”
ການລົງທຶນປູກເຂົ້າຈ້າວ ດ້ວຍເທັກນິກໃໝ່ຂອງນັກລົງທຶນຈີນ ຈະບໍ່ຍາດແຍ່ງອາຊີບຂອງຊາວນາລາວ ເນື່ອງຈາກເນື້ອທີ່ນາສ່ວນຫລາຍ ເປັນຂອງປະຊາຊົນ ຖ້າປະຊາຊົນບໍ່ຍີນຍອມໃຫ້ເຊົ່າ ທາງນັກລົງທຶນກໍບໍ່ສາມາດເຮັດການຜລິດໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນເມືອງກ່າວໃນມື້ດຽວກັນວ່າ:
“ຍາດແຍ່ງແທ້ ເວົ້າເຣື່ອງອາຊີບນີ້ຄືສິເປັນໄດ້ຍາກ ເພາະວ່າຢູ່ບ້ານພວກເຮົາດິນທຳການຜລິດ ຫລືວ່າດິນນາ ສ່ວນຫລາຍລະແມ່ນເປັນກັມມະສິດ ຂອງປະຊາຊົນ ຖ້າເຂົາບໍ່ໃຫ້ເພິ່ນເຊົ່າ ແລ້ວກໍເພິ່ນບໍ່ໄດ້ເຮັດນາ.”
ນັກລົງທຶນຈີນບໍຣິສັດນີ້ ຍັງໄດ້ລົງທຶນປູກເຂົ້ານາແຊງດ້ວຍເທັກນິກໃໝ່ ຢູ່ເມືອງພຽງ ແຂວງໄຊຍະບູຣີ 30 ເຮັກຕ້າຣ໌ນຳອີກ ແລະເມື່ອບໍ່ດົນມານີ້ກໍໄດ້ຍື່ນແຜນໃໝ່ ເພື່ອຂຍາຍເນື້ອທີ່ປູກເຂົ້ານາແຊງ ດ້ວຍເທັກນິກໃໝ່ ໄປຫາຂັ້ນເທິງຈະເຊົ່າເນື້ອທີ່ດິນ ຂອງປະຊາຊົນເພື່ອປູກເຂົ້າ ດ້ວຍເທັກນິກໃໝ່ຢູ່ເຂດທົ່ງນາໄໝ 2 ຣະດູ ຄືຣະດູນາແຊງ ແລະຣະດູນາປີ. ຊຶ່ງແຜນໃໝ່ດັ່ງກ່າວຍັງບໍ່ມີຂໍ້ຕົກລົງ ອອກມາເທື່ອ. ອີງຕາມຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ.
ນອກຈາກນີ້ທາງບໍຣິສັດ ເທັກໂນໂລຈີ ກະສິກັມ ເອເຊັຽແປຊີຟິກ ຍັງມີແຜນທີ່ຈະປູກເຂົ້າຈ້າວດ້ວຍເທັກນິກໃໝ່ ໃຫ້ໄດ້ 60 ເຮັກຕ້າຣ໌ຢູ່ເຂດນາໄໝ ເມືອງໄຊຍະບູຣີ້ ພ້ອມທັງສົ່ງເສີມປະຊາຊົນ ມາປູກເຂົ້າດ້ວຍເທັກນິກໃໝ່ ເພື່ອຂາຍໃຫ້ບໍຣິສັດໃນລາຄາຕາມທ້ອງຕລາດ. ອີງຕາມການຣາຍງານຂອງສຳນັກຂ່າວສານ ປະເທດລາວ.