ຂົນສົ່ງເຄື່ອງ ຈາກຈີນ ຫຼ້າຊ້າ ພາກທຸຣະກິຈ ເດືອດຮ້ອນ

ໄຊຍາ
2022.04.18
ຂົນສົ່ງເຄື່ອງ ຈາກຈີນ ຫຼ້າຊ້າ ພາກທຸຣະກິຈ ເດືອດຮ້ອນ ຣົຖບັນທຸກສິນຄ້າ ທັງຈາກລາວ ແລະ ຈີນ ອັ່ງອໍກັນຢູ່ດ່ານສາກົລບໍ່ເຕັນ ຊາຍແດນລາວ-ຈີນ ທີ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເນື່ອງຈາກທາງການຈີນ ປິດດ່ານສາກົລດັ່ງກ່າວ ເພື່ອປ້ອງກັນໂຄວິດ-19 (TS).
RFA

ຜູ້ປະກອບການລາວ ທີ່ສັ່ງຊື້ເຄື່ອງປະເພດຕ່າງໆ ຈາກຈີນເຂົ້າມາໃນລາວ ໄດ້ຮັບຄວາມເດືອດຮ້ອນຫລາຍແລະຂາດທຶນ ໃນການດຳເນີນທຸຣະກິຈ ຍ້ອນການຂົນສົ່ງເຄື່ອງຈາກຈີນ ເຂົ້າມາລາວມີຄວາມຫລ້າຊ້າຫລາຍ ແລະໃຊ້ເວລາດົນປະມານ 15-20 ມື້ເນື່ອງຈາກເກີດບັນຫາ ຣົຖບັນທຸກສິນຄ້າຈາກຈີນ ທີ່ຕຣຽມເຂົ້າມາໃນລາວ ຍັງຕິດຄາຢູ່ດ່ານສາກົລຫລາຍແຫ່ງ ທັງດ່ານສາກົນບໍ່ເຕັນແຂວງຫລວງນໍ້າທາ, ດ່ານສາກົລລານຕຸ້ຍ ແຂວງຜົ້ງສາລີ ຮວມທັງດ່ານ ສາກົລລະຫວ່າງ ລາວ-ວຽດນາມ ນຳດ້ວຍ.

ດັ່ງຜູ້ປະກອບການ ຂາຍເຄື່ອງນາງນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 18 ເມສານີ້ວ່າ:

ເຮົາສັ່ງປະມານ 2 ເດືອນປາຍແລ້ວ ຍັງບໍ່ທັນມາ ນີ້ມີທັງທາງວຽດນາມກັບທາງບໍ່ເຕັນ ເຄື່ອງທາງວຽດ ແລ້ວດ່ານທາງວຽດປິດ.

ສ່ວນຜູ້ປະກອບການຮ້ານຄ້າອີກນາງນຶ່ງ ທີ່ສັ່ງເຄື່ອງຈາກຈີນເຂົ້າມາລາວກ່າວວ່າ ລາວເອງກໍໄດ້ສັ່ງເຄື່ອງຈາກຈີນເຂົ້າມາລາວ ຕັ້ງແຕ່ເດືອນກຸມພາທີ່ຜ່ານມາ ໂດຍໃຊ້ບໍຣິການຜ່ານບໍຣິສັດຂົນສົ່ງ ລາວ-ຈີນ ແຫ່ງນຶ່ງແຕ່ມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຮັບເຄື່ອງດັ່ງກ່າວເທື່ອ ເຮັດໃຫ້ປະສົບບັນຫາຂາດທຶນ ດ້ານທຸຣະກິຈ ແລະທາງບໍຣິສັດ ທີ່ຮັບຂົນສົ່ງເຄື່ອງນັ້ນ ກໍບໍ່ໄດ້ຊີ້ແຈງໃຫ້ຮູ້ວ່າ ເຄື່ອງຈະມາຮອດລາວມື້ໃດ ດັ່ງຍານາງກ່າວວ່າ:

ຍັງນ່າ ຂະເຈົ້າຍັງບໍ່ທັນໄດ້ຕິດຕໍ່ມາເທື່ອນ່າ ກາຫລາຍຢູ່ໃດ ເພາະວ່າເຮົາສັ່ງແຕ່ລະເທື່ອຫັ້ນນ່າ ແບບກາຫລາຍເຕີບຢູ່.

ສ່ວນຜູ້ປະກອບການ ຮ້ານຄ້າອີກນາງນຶ່ງທີ່ສັ່ງເຄື່ອງ ຈາກຈີນເຂົ້າມາລາວກ່າວວ່າ ການທີ່ຜູ້ປະກອບການຫລາຍຄົນ ຍັງບໍ່ໄດ້ຮັບເຄື່ອງທີ່ສັ່ງຈາກຈີນນັ້ນ ເກີດຍ້ອນຫລາຍບໍຣິສັດທີ່ຮັບຂົນສົ່ງສິນຄ້າ ລາວ-ຈີນ ສ່ວນຫລາຍມີການຂົນສົ່ງແບບຫລ້າຊ້າ ຜ່ານທາງຣົຖບັນທຸກ ຈຶ່ງເກີດບັນຫາຕິດຄາຢູ່ດ່ານສາກົລ ສຳລັບລາວເອງ ກໍໄດ້ຫັນໄປໃຊ້ບໍຣິການບໍຣິສັດ ທີ່ຮັບຂົນສົ່ງຜ່ານທາງຣົຖໄຟ ລາວ-ຈີນ ໄດ້ຮັບເຄື່ອງທີ່ສັ່ງຈາກຈີນໄວຂຶ້ນ.

ດັ່ງຍານາງໄດ້ກ່າວວ່າ:

ໜ້າຈະປັນນຳແຕ່ລະບໍຣິສັດບໍ່ ຄືກັນຕິພວກຊິບປີ້ງ ເຂົາເຈົ້ານ່າທາງຣົຖບັນທຸກ ຈະຊ້າເສັ້ນທາງຣົຖໄຟນີ້ຈະໄວກວ່ານ້ອງ ສັ່ງນຳບໍຣິສັດຈີນລາຄາກາຖືກແດ່.

ບໍຣິສັດທີ່ຮັບຂົນສົ່ງເຄື່ອງລະຫວ່າງ ລາວ-ຈີນ ກ່າວວ່າໃນໄລຍະນີ້ ການຂົນສົ່ງເຄື່ອງຈາກຈີນ ເຂົ້າມາລາວໃຊ້ເວລາດົນປະມານ 15-20 ມື້ ແລະຖ້າໄວສຸດແມ່ນປະມານ 14 ມື້, ສາເຫດຍ້ອນຣົຖບັນທຸກ ທີ່ຈະແລ່ນເຂົ້າມາລາວ ຕິດຄາຢູ່ທັງດ່ານສາກົນ ລາວ-ຈີນ ແລະສ່ວນນຶ່ງກໍແລ່ນອອກຈາກຈີນ ເຂົ້າມາທາງວຽດນາມ ແລ້ວຕິດຄາຢູ່ດ່ານສາກົລ ລາວ-ວຽດນາມ.

ດັ່ງພະນັກງານ ຂົນສົ່ງສິນຄ້າ ລາວ-ຈີນ ນາງນຶ່ງກ່າວວ່າ:

ໂອ! ຈີນມາລາວຈະແມ່ນ 15 ວັນ ຫາ 20 ວັນ. ມາຮອດຄັນໄວສຸດກາ 14 ມື້, ຄັນດົນສຸດກາ 20 ມື້ ຜ່ານທາງດ່ານວຽດຫັ້ນນ່າເຈົ້າ.

ໃນຂະນະດຽວກັນກໍມີບໍຣິສັດ ຮັບຂົນສົ່ງເຄື່ອງລະຫວ່າງ ລາວ-ຈີນ ບາງແຫ່ງທີ່ຂົນສົ່ງເຄື່ອງຈາກຈີນເຂົ້າລາວ ໂດຍຜ່ານທາງເຮືອບັນທຸກສິນຄ້າ ແລ້ວຜ່ານເຂົ້າມາລາວທາງທ່າເຮືອວຸ່ງອ່ານ ຊຶ່ງຢູ່ຫ່າງຈາກດ່ານສາກົລນໍ້າພາວແຂວງຄຳມ່ວນ ແຕ່ກໍຕ້ອງໃຊ້ເວລາຂົນສົ່ງດົນເຊັ່ນດຽວກັນ ຍ້ອນການຂົນສົ່ງສິນຄ້າຜ່ານເຮືອ ມີຄວາມຫລ້າຊ້າກ່ວາທາງຣົຖ ແລະການຜ່ານດ່ານສາກົລ ກໍຍັງບໍ່ສະດວກ.

ດັ່ງພະນັກງານບໍຣິສັດ ຮັບຂົນສົ່ງເຄື່ອງລະຫວ່າງ ລາວ-ຈີນ ອີກທ່ານນຶ່ງກ່າວວ່າ:

ໂອ! ຊ່ວງນີ້ຢາກວ່າດົນ ແນ່ນປະມານ 20 ປາຍມື້ ເພາະວ່າເອົາມາທາງເຮືອ ເອົາຜ່ານວຽດ ດ່ານປິດນ່າຊ່ວງນີ້ໂຄວິດຣະບາດ.

ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ກ່ຽວກັບຂົນສົ່ງສິນຄ້າຂາ ເຂົ້າ-ຂາອອກ ຢູ່ດ່ານສາກົລ ລາວ-ຈີນ ແຫ່ງນຶ່ງກ່າວວ່າ ປັດຈຸບັນຍັງບໍ່ທັນໄດ້ຮັບການຣາຍງານເທື່ອ ວ່າຣົຖບັນທຸກຈາກຈີນທີ່ຈະແລ່ນເຂົ້າສູ່ລາວນັ້ນ ມີຫລາຍປານໃດ ເນື່ອງຈາກເຈົ້າໜ້າທີ່ປະຈຳດ່ານສາກົລ ໄດ້ຢຸດວຽກໃນໄລຍະບຸນປີໃໝ່ລາວ ແຕ່ກໍຈະຕິດຕາມກວດກາ ແລະຣາຍງານສະພາບດັ່ງກ່າວໃນໄວໆນີ້.

ດັ່ງທ່ານໄດ້ກ່າວວ່າ:

ບໍ່ໄດ້ເຊັກເບິ່ງ ແລ້ວສົງການຍັງບໍ່ໄດ້ເຊັກເບິ່ງເທື່ອ ເບິ່ງມື້ອື່ນມື່ຮືໄປເລື້ອຍໆ ແລ້ວຈັ່ງຊິຣາຍງານ.

ທ່ານກ່າວອີກວ່າ ກ່ອນໄລຍະບຸນປີໃໝ່ລາວ ກໍມີຣົຖບັນທຸກສິນຄ້າຈາກຈີນ ຫລາຍຄັນທີ່ລໍຖ້າຂ້າມເຂົ້າມາລາວ ຜ່ານທາງດ່ານສາກົລ ແຕ່ລະແຫ່ງຊຶ່ງກໍມີການຈຳກັດ ຈຳນວນຣົຖບັນທຸກທີ່ເຂົ້າມາລາວຕໍ່ມື້ ມີການຈຳກັດຈຳນວນ ຣົຖບັນທຸກສິນຄ້າຈາກລາວ ທີ່ແລ່ນເຂົ້າໄປຈີນ.

ຫລ້າສຸດໃນຕອນແລງຂອງວັນທີ 18 ເມສານີ້ ບໍຣິສັດທີ່ຮັບຂົນສົ່ງສິນຄ້າຈາກຈີນ ເຂົ້າມາລາວບາງແຫ່ງກໍໄດ້ຣາຍງານວ່າສິນຄ້າ ແລະເຄື່ອງທີຖືກສັ່ງມາແຕ່ຈີນ ຕັ້ງແຕ່ເດືອນກຸມພາທີ່ຜ່ານມາ ຫາກໍມາຮອດລາວຈຳນວນນຶ່ງ ໂດຍການຂົນສົ່ງຈາກຈີນເຂົ້າມາ ທາງວຽດນາມ ແລ້ວຜ່ານດ່ານມາລາວອີກເທື່ອນຶ່ງ ແຕ່ກໍຍັງມີອີກຈຳນວນຫລາຍຕູ້ ທີ່ຍັງບໍ່ທັນຖືກສົ່ງມາລາວເທື່ອ ຮວມທັງເຄື່ອງທີ່ສັ່ງພາຍໃນເດືອນມີນາ ກໍຍັງບໍ່ທັນສົ່ງມາຮອດລາວເທື່ອ, ໃນຂະນະທີ່ຜູ້ປະກອບການ ຊາວລາວຫລາຍຄົນທີ່ຮູ້ຂ່າວດັ່ງກ່າວ ກໍໄດ້ທວງຖາມເຄື່ອງ ທີ່ສັ່ງມາຈາກຈີນກັບທາງບໍຣິສັດດັ່ງກ່າວ ພາຍຫລັງຈາກທີ່ລໍຖ້າມາເປັນເວລາ 2 ເດືອນແລ້ວ ບໍຣິສັດ ແຊັກທີໂອ ເອັສເພລສ ຂາເຂົ້າ-ຂາອອກ ຈຳກັດ ທີ່ເປັນບໍຣິສັດແຫ່ງນຶ່ງທີ່ຮັບຂົນເຄື່ອງ ຈາກຈີນມາລາວ ໄດ້ອອກແຈ້ງການເຖິງສາເຫດ ທີ່ຂົນສົ່ງຫລ້າຊ້າວ່າ ເປັນຍ້ອນດ່ານຊາຍແດນລະຫວ່າງ ຈີນ-ວຽດນາມ ໄດ້ປິດແບບກະທັນຫັນ ຕັ້ງແຕ່ເດືອນມີນາທີ່ຜ່ານມາ ເຮັດໃຫ້ມີຣົຖບັນທຸກອີກຫລາຍຄັນ ທີ່ຍັງຄາຢູ່ຈີນ ແລະຍັງບໍ່ສາມາດແລ່ນເຂົ້າວຽດນາມໄດ້ເທື່ອ ຈຶ່ງມີພຽງແຕ່ຣົຖບັນທຸກ ທີ່ເຂົ້າມາວຽດນາມກ່ອນທີ່ດ່ານດັ່ງກ່າວ ຈະປິດທີ່ໄດ້ເດີນທາງມາຮອດລາວແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.