ADB, ສະພາການຄ້າລາວ ຣາຍງານວ່າ ເງິນກ້ອງໂຕະ ຍັງທ້າທາຍ

ພູວົງສ໌
2022.04.08
ADB, ສະພາການຄ້າລາວ ຣາຍງານວ່າ ເງິນກ້ອງໂຕະ ຍັງທ້າທາຍ ເງີນກີບລາວ, ການຊື້ຂາຍຂອງຊາວຄ້າຂາຍ ແລະການດຳເນີນວຽກງານທຸຣະກິຈ ຕ່າງໆ ທີ່ປະເຊີນກັບຄ່າເງີນກີບອ່ອນ.
ນັກຂ່າວ ພົລເມືອງ

ວັນທີ 31 ມີນາ 2022 ນີ້, ທນາຄານພັທນາເອເຊັຽ ຫຼື Asian Development Bank (ADB) ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນສ໌ ໄດ້ເຜີຍແຜ່ບົດຣາຍງານຮ່ວມ ລະຫວ່າງທນາຄານພັທນາເອເຊັຽ ແລະ ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາຕລາວ ຜ່ານທາງເວັບໄຊ້ທ໌ ຂອງອົງກອນ ກ່ຽວກັບການດຳເນີນທຸຣະກິຈ ໃນປະເທດລາວ ທີ່ມີຫົວຂໍ້ວ່າ: ສ້າງສິ່ງອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການລົງທຶນ ຂັ້ນແຂວງ” ໃນປະເທດລາວ, ອັນມີຈຸດປະສົງ ຢາກວັດແທກວ່າ ບັນດາແຂວງ ໄດ້ມີການສນັບສູນ ການພັທນາ ການດຳເນີນທຸຣະກິຈ ຂອງພາກເອກກະຊົນ ເຮັດໄດ້ດີພຽງໃດ.

ທນາຄານພັທນາເອເຊັຽ ໄດ້ຣາຍງານວ່າ ປີ 2019 ໄດ້ສໍາຣວດ 1,357 ຫົວໜ່ວຍທຸຣະກິຈ ທົ່ວ 17 ແຂວງ ແລະ ພົບວ່າ ໃນນັ້ນ 70% ໄດ້ຈ່າຍເງິນແບບບໍ່ເປັນທາງການ ຫຼືເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ຣັຖ ເພື່ອໃຫ້ໄດ້ຄວາມສະດວກ ໃນດໍາເນີນທຸຣະກິຈ ຫຼືໃຫ້ໄດ້ໃບທະບຽນ ດຳເນີນທຸຣະກິຈ ໃຫ້ງ່າຍຂຶ້ນ.

ກ່ຽວກັບເຣື່ອງການຈ່າຍເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ຣັຖ ເພື່ອອອກໃບອະນຸຍາດ, ທະບຽນວິສາຫະກິຈ ຫຼືເອກສານ ທີ່ກ່ຽວຂ້ອງຕ່າງໆ ນັ້ນ, ຜູ້ປະກອບການຈໍານວນນຶ່ງ ເຫັນວ່າ ມີຢູ່ເກືອບທຸກເມືອງ, ທຸກແຂວງ ຍ້ອນການອອກເອກສານ ເພື່ອດໍາເນີນທຸຣະກິຈໃນລາວ ມີຄວາມຫຍຸ້ງຍາກ ແລະ ມີຫຼາຍຂັ້ນຕອນ, ຍິ່ງເປັນບຸກຄົນທົ່ວໄປ ທີ່ບໍ່ຮູ້ຈັກເຈົ້າໜ້າທີ່ພາຍໃນ ກໍຈະຍິ່ງຕ້ອງໄດ້ລໍຖ້າດົນ ຄືແຕ່ 1 ຫາ 3 ເດືອນ ເປັນຢ່າງໜ້ອຍ.

ເຈົ້າຂອງບໍຣິສັດ ຣົຖເຊົ່າແຫ່ງນຶ່ງ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 7 ເມສາ ນີ້ວ່າ ການຂໍອະນຸຍາດ ເພື່ອດໍາເນີນທຸຣະກິຈໃນລາວ ຖືວ່າຫຍຸ້ງຍາກ, ຊັບຊ້ອນ ແລະ ຕ້ອງຜ່ານຫຼາຍຂັ້ນຕອນ ພໍສົມຄວນ. ດັ່ງນັ້ນ, ນັກທຸຣະກິຈສ່ວນຫຼາຍ ຈຶ່ງພາກັນໃຊ້ວິທີ ທີ່ບໍ່ຖືກຕ້ອງ ຄືໃຫ້ເງິນກ້ອງໂຕະ ແກ່ເຈົ້າໜ້າທີ່ຣັຖ, ຊຶ່ງຈະຊ່ອຍຫຼຸດໄລຍະເວລາ ໃນການດຳເນີນເອກສານ ຈາກ 1 ເດືອນ ຫາ 3 ເດືອນ ໃຫ້ຍັງເຫລືອພຽງ 3-4 ສັປດາເທົ່ານັ້ນ.

ດັ່ງທີ່ທ່ານກ່າວວ່າ:

ສ່ວນຫຼາຍນີ້ ຄັນເຮົາໄປເຮັດເອງນີ້ ມັນຈະຫຍຸ້ງຍາກ. ບາງທີເຮັດເອກສານເນາະ ໂຕນັ້ນໂຕນີ້ເດີ້ ມັນບໍ່ຄົບ, ມັນບໍ່ພໍ. ລຶ້ງຄົນຢູ່ໃນຫັ້ນ ມັນກະສບາຍ ລົມກັນໄດ້. ໃຫ້ ສົມມາພາຄວນຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ການຈ່າຍເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ ກໍຈ່າຍແບບສົມເຫດສົມຜົລ ແລະ ສໍາລັບທຸຣະກິຈ ຂອງທ່ານເອງ, ກໍບໍ່ໄດ້ໃຫ້ຫຼາຍ ແລະ ກໍບໍ່ໄດ້ໃຫ້ໜ້ອຍຈົນເກີນໄປ ໂດຍທາງຜູ້ປະກອບການ ຈະນັດພົບກັບເຈົ້າໜ້າທີ່ ນອກໂມງການ ເພື່ອບໍ່ໃຫ້ເຈົ້າໜ້າທີ່ຣັຖ ຄົນອື່ນໆເຫັນ.

ຄຽງຄູ່ກັນນີ້, ເຈົ້າຂອງບໍຣິສັດ ຮັບແລ່ນເຮັດເອກສານວິສາຫະກິຈ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ເມສາ ນີ້ວ່າ ສໍາລັບຄົນລາວ ແລະ ຄົນຕ່າງປະເທດ ທີ່ຈະເຂົ້າມາລົງທຶນ ເປີດທຸຣະກິຈໃນລາວ ສ່ວນຫຼາຍ ກໍຈະໃຊ້ການບໍຣິການ ຂອງບໍຣິສັດ ລັກສະນະນີ້ ເພາະການຂໍໃບອະນຸຍາດ ວິສາຫະກິຈໃນລາວ ມີຫຼາຍຂັ້ນຕອນ ແລະ ຫຍຸ້ງຍາກ ຫຼາຍສົມຄວນ, ຊຶ່ງຄ່າບໍຣິການ ຈະຢູ່ທີ່ 5 ລ້ານ ຫາ 15 ລ້ານກີບ ຫຼືຂຶ້ນຢູ່ກັບທຸຣະກິຈນັ້ນໆ. ການຂໍໃບອະນຸຍາດ ດຳເນີນທຸຣະກິຈ ຫຼືທະບຽນວິສາຫະກິຈ ໃນແຕ່ລະຄັ້ງ ກໍຈະຕ້ອງໄດ້ຈ່າຍ ເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ຣັຖ ປະມານ 3 ແສນກີບ ເພື່ອຕິດຕາມ, ກວດກາ ແລະ ອໍານວຍຄວາມສະດວກ ໃຫ້ທຸກຂັ້ນຕອນ. ແຕ່ການຈ່າຍເງິນກ້ອງໂຕະ ຈະໃຫ້ໜ້ອຍ-ໃຫ້ຫຼາຍ ກໍຂຶ້ນຢູ່ກັບທຸຣະກິຈນັ້ນໆ ຫຼືຂຶ້ນຢູ່ກັບວ່າ ຢູ່ເມືອງໃດ ແຂວງໃດ, ຊຶ່ງອາຈແຕກຕ່າງກັນໄປ.

ດັ່ງທີ່ຍານາງ ກ່າວວ່າ:

ຕ້ອງມີຄວາມພະຍາຍາມ ອົດທົນໜ້ອຍນຶ່ງ ເພາະວ່າ ເອກສານມັນຈະຫຍຸ້ງຍາກ ພໍສົມຄວນ. ຄົນໃດທີ່ເອົາຟອມໃຫ້ເຈົ້າ, ຫັ້ນນ່າ. ແລ້ວບອກວ່າ ຂ້ອຍຂໍໃຫ້ເຈົ້າເບິ່ງແນ່ ເບິ່ງຊ່ອຍຂ້ອຍແນ່. ຖ້າແລ້ວໄວ ກະຊິລ້ຽງເບັຽ, ວ່າຈັ່ງຊີ້ກະໄດ້. ຂ້ອຍກະໃຫ້ປະມານ 3 ແສນກີບເນາະ ເພາະວ່າເພິ່ນກະຊິແນະນໍາ ຂັ້ນຕອນຕໍ່ໄປ ໃຫ້ມັນສະດວກຂຶ້ນ, ຫັ້ນນ່າ.”

ຂະນະທີ່ ຜູ້ປະກອບການ ຜລິຕພັນເຄື່ອງໃຊ້ໃນເຮືອນຄົວ ໃນນະຄອນຫຼວງວຽງຈັນ ກໍໄດ້ແບ່ງປັນປະສົບການ ກ່ຽວກັບການໄປຕິດຕໍ່ພົວພັນວຽກງານ ເພື່ອການປະກອບເອກສານ ດຳເນີນທຸຣະກິຈ ກັບພາກສ່ວນທີ່ກ່ຽວຂ້ອງ ໃນຂັ້ນເມືອງ ແລະ ແຂວງ ໃຫ້ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຮັບຮູ້ ໃນມື້ວັນທີ 8 ເມສາ ນີ້ວ່າ ເມື່ອທ່ານໄປປະກອບເອກສານ ກໍມັກຈະມີແນວຕິດຂັດ ແລະ ເຮັດໃຫ້ທຸກຢ່າງຫຼ້າຊ້າ, ແຕ່ຖ້າຫາກຍອມຈ່າຍເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຈະໄດ້ຮັບການຮ່ວມມື ເປັນຢ່າງດີ.

“ສ່ວນຫຼາຍມັນເປັນຈັ່ງຊີ້ເນາະ ເຣື່ອງການແລ່ນເອກສານຫັ້ນນ່າ, ເອກສານກະຄ້າງ ຊີ້ນ່າ, ຕິວ່ານາຍບໍ່ຢູ່ ນາຍໄປຫັ້ນໄປນີ້, ຫັ້ນນ່າ. ພໍຄັນມີຊອງເຂົ້າໄປໃຫ້ໜ້ອຍນຶ່ງ ລະກະໄວ, ຊີ້ນ່າ. ຄືມາເບິ່ງກວດສອບ, ກວດສອບຄືກັນ ກະຄືວ່າ ເຮັດຮ້ານອາຫານບໍ່ ຄັນວ່າສິ່ງແວດລ້ອມບໍ່ ອີ່ຫຍັງທີ່ວ່າ ຫ້ອງການທ່ອງຖອກ, ທ່ອງທ່ຽວ ມາກວດເບິ່ງສະພາບການເນາະ. ກິນເຂົ້າແລ້ວ ຄັນບໍ່ໄດ້ມີຊອງຂາວ ກະເອກສານ ກະບໍ່ຄ່ອຍຢາກຜ່ານປານໃດ, ຕິຫັ້ນຕິນີ້.”

ຜົລການສໍາຣວດຮ່ວມ ລະຫວ່າງທນຄານພັທນາເອເຊັຽ (ADB) ແລະ ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາຕລາວ ຍັງພົບອີກວ່າ ການດໍາເນີນທຸຣະກິຈໃນລາວ ຍັງມີຄວາມຫຍຸ້ງຍາກຫຼາຍດ້ານ ນອກເໜືອຈາກການຮຽກຮັບ ເງິນກ້ອງໂຕະ ຫຼືລາຍຈ່າຍ ທີ່ບໍ່ເປັນທາງການແລ້ວນັ້ນ, ກໍຍັງປະກົດຄວາມບໍ່ໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນຂ່າວສານມີໜ້ອຍ ແລະ ຄວາມບໍ່ເປັນມິຕ ຕໍ່ພາກທຸຣະກິຈ ຂອງເຈົ້າໜ້າທີ່ທ້ອງຖິ່ນ, ຊຶ່ງທຸກບັນຫານີ້ ໄດ້ສົ່ງຜົລກະທົບ ເຮັດໃຫ້ສະພາບແວດລ້ອມ ໃນການດໍາເນີນທຸຣະກິຈ ຕົກຕໍ່າລົງ.

ດັ່ງເຈົ້າໜ້າທີ່ ທນາຄານພັທນາເອເຊັຽ ປະຈໍາລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ເມສາ ນີ້ວ່າ:

ເຂົາເອີ້ນວ່າ ລາຍຈ່າຍທີ່ບໍ່ເປັນທາງການ ກະຄື ຊິເຮັດອີ່ຫຍັງ ເຂົາກະຮຽກຮ້ອງ ກະຍ້ອນວ່າ ການເຂົ້າຕາມລະບົບມັນຍາກ. 2 ມາ ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການເຮັດວຽກ, ຫັ້ນນ່າ ຍັງໜ້ອຍ. ມັນຕ້ອງໃຊ້ເວລາໃນການປັບປຸງກົດໝາຍ, ລະບຽບການ, ພຶດຕິກັມ ໃນການບໍຣິການ.”

ທ່ານກ່າວຕື່ມວ່າ ເພື່ອສ້າງຄວາມເຊື່ອໝັ້ນ ຕໍ່ພາກທຸຣະກິຈ ທັງໃນປະເທດ ແລະ ຕ່າງປະເທດ, ຣັຖບານລາວ ຕ້ອງເລັ່ງປັບປຸງກົດໝາຍ ເພື່ອຫຼຸດຜ່ອນຂັ້ນຕອນ ໃນການດໍາເນີນທຸຣະກິຈ ເພື່ອບໍ່ໃຫ້ຫຍຸ້ງຍາກ ຈົນເກີນໄປ, ຕ້ອງຝຶກອົບຮົມ ແລະ ພັທນາຄວາມຮູ້, ຄວາມສາມາດ ຂອງເຈົ້າໜ້າທີ່ທ້ອງຖິ່ນ ໃຫ້ມີຄວາມຮູ້ພຽງພໍ, ເຂົ້າໃຈຂັ້ນຕອນ ການດໍາເນີນທຸຣະກິຈ, ມີຄວາມໂປ່ງໃສ ແລະ ປາບປາມເຈົ້າໜ້າທີ່ ທີ່ສວຍໃຊ້ໜ້າທີ່ຕໍາແໜ່ງ ຮຽກເອົາເງິນກ້ອງໂຕະ ຈາກນັກທຸຣະກິຈ ຢ່າງເຂັ້ມງວດ ແລະ ເດັດຂາດ.

ກ່ຽວກັບເຣື່ອງການຮັບເງິນກ້ອງໂຕະ ຫຼືລາຍຈ່າຍ ທີ່ບໍ່ເປັນທາງການ ທີ່ເກີດຂຶ້ນຢ່າງແຜ່ຫລາຍ ຢູ່ໃນລາວ ໃນປັດຈຸບັນນີ້, ເຈົ້າໜ້າທີ່ ກະຊວງການເງິນ ທ່ານນຶ່ງ ກໍຍອມຮັບວ່າ ບັນຫານີ້ ເກີດມີມາດົນແລ້ວ ແລະ ກໍບໍ່ສາມາດປະຕິເສດໄດ້ ເນື່ອງຈາກມີນັກທຸຣະກິຈ ຮ້ອງຮຽນມາຈາກທຸກແຂວງ, ຊຶ່ງຣັຖບານລາວ ກໍພະຍາຍາມຕິດຕາມ, ກວດກາ ແລະ ໃຫ້ເຈົ້າໜ້າທີ່ຣັຖທຸກຄົນ ອໍານວຍຄວາມສະດວກ ໃຫ້ແກ່ນັກທຸຣະກິຈ ແລະ ທຸກໆຄົນ ທີ່ເຂົ້າມາພົວພັນວຽກງານຕ່າງໆນໍາ.

ບົດຣາຍງານ ບົດນີ້, ຍັງລະບຸອີກວ່າ ວິສາຫະກິຈຕ່າງໆ ໃນປະເທດລາວ ຍັງຄົງເສັຽໂອກາດ ຈາກຂໍ້ກໍານົດ ດ້ານລະບຽບການ ທີ່ຫຼາຍເກີນໄປ ແລະ ການປະຕິຮູບ ທີ່ບໍ່ສົມບູນແບບ ນີ້, ຊຶ່ງສົ່ງຜົລກະທົບ ຕໍ່ການຈັດເກັບລາຍຮັບ ດ້ານພາສີອາກອນ ຂອງຣັຖ ນຳດ້ວຍ.

ຂະນະດຽວກັນ, ນັກເສຖສາຕໃນລາວ ຜູ້ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ກໍໄດ້ໃຫ້ທັສນະ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກ່ຽວກັບເຣື່ອງດັ່ງກ່າວ ໃນວັນທີ 7 ເມສາ ນີ້ວ່າ ບັນຫາການຈ່າຍເງິນກ້ອງໂຕະ ໃຫ້ແກ່ເຈົ້າໜ້າທີ່ຣັຖ ເພື່ອໃຫ້ສາມາດ ດຳເນີນເອກສານ ໃຫ້ໄວຂຶ້ນ ແລະ ບໍ່ຕິດຂັດ ຖືເປັນເຣື່ອງທີ່ຜິດປົກກະຕິ ຂອງການດຳເນີນທຸຣະກິຈ, ແຕ່ມັນພັດໄດ້ກາຍເປັນເຣື່ອງ ທີ່ປົກກະຕິໄປແລ້ວ ໃນປະເທດລາວ ໃນຮອບ 30 ປີມານີ້ ແລະ ບັນຫາດັ່ງກ່າວ ກໍຈະມີຜົລກະທົບ ໃນໄລຍະຍາວນຳດ້ວຍ.

ທ່ານວ່າ: “ສຳລັບຜູ້ທີ່ບໍ່ຮູ້ເນາະ ມັນກະເບິ່ງບໍ່ດີປານໃດ, ຫາກແຕ່ວ່າ ສຳລັບຜູ້ທີ່ເຂົາເຈົ້າລຶ້ງແລ້ວ ຜູ້ເຂົາເຈົ້າຮູ້ແລ້ວ ເຂົາເຈົ້າກະຖືວ່າ ມັນເປັນບັນຫາທີ່ວ່າ ຢູ່ໃສກະມີ. ໂອ້ແນ່ນອນ, ມັນມີຜົລກະທົບຢູ່ແລ້ວ ທີ່ວ່າ ຄືໂຕຢ່າງ ບໍຣິສັດ ທີ່ເຂົາເຈົ້າ ມາລົງທຶນຢູ່ລາວເນາະ. ເຂົາເຂົ້າມາແລ້ວ, ລະເຂົາມີບັນຫາກັບການຈ່າຍ ການຈ່າຍກ່ຽວກັບເຈົ້າໜ້າທີ່ຫັ້ນແຫຼະ ຈ່າຍລະບໍ່ມີບິລ, ຫັ້ນນ່າ. ຄືໂຕຢ່າງ ເພິ່ນຈະໄປກວດກາ ຄວາມຖືກຕ້ອງ ອີ່ຫຍັງຫັ້ນແຫຼະ. ຈະເປັນເຣື່ອງຜົລກະທົບ ຕໍ່ສະພາບແວດລ້ອມບໍ່, ບໍ່ວ່າຈະເປັນເຣື່ອງ ຄວາມປອດພັຍ ຈາກເຄື່ອງຈັກເຄື່ອງກົລບໍ່ ເຣື່ອງແຮງງານ ອີ່ຫຍັງຕ່າງໆ. ເພິ່ນຈະໃຫ້ເຂົາເຈົ້າຈ່າຍເງິນ ໃຫ້ເພິ່ນລົງໄປ, ຫັ້ນນ່າ. ແລ້ວບາດນີ້ ບໍ່ມີບິລ ໃຫ້ເຂົາເຈົ້າ ບໍ່ມີໃບຮັບເງິນ ໃຫ້ເຂົາເຈົ້າ. ອັນບັນຫາໂຕນີ້, ມັນເຮັດໃຫ້ ວິສາຫະກິຈ ຂອງລາວຫັ້ນ ເສັຽຄວາມອາດສາມາດ ໃນການແຂ່ງຂັນ, ມັນເຮັດໃຫ້ຕົ້ນທຶນສູງຂຶ້ນ.”

ສ່ວນນັກສັງເກດການ ດ້ານເສຖກິຈ ໃນລາວ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ເມສາ ນີ້ວ່າ ບັນຫາດັ່ງກ່າວ ຄວນໄດ້ຮັບການແກ້ໄຂ ໃຫ້ໄວທີ່ສຸດ, ຖ້າບໍ່ດັ່ງນັ້ນແລ້ວ ມັນຈະເປັນການບັ່ນທອນ ຖ່ວງດຶງ ພາກວິສາຫະກິຈໃນລາວ ຢ່າງກວ້າງຂວາງ ແລະ ຈະບໍ່ສົ່ງເສີມ ໃຫ້ມີການລົງທຶນໃໝ່ໆ ແລະ ການຜລິຕໃໝ່ໆ ທີ່ຈະໄປເສີມສ້າງ ການສ້າງວຽກເຮັດງານທຳ, ເພີ່ມທັກສະ ໃຫ້ແກ່ຄົນງານ ແລະ ປັບປຸງລະບົບນິເວດ ໃນການດຳເນີນທຸຣະກິຈໃນລາວ.

“ມັນຈະເຮັດໃຫ້ການພັທນາ ວິສາຫະກິຈ ການລົງທຶນ ຂອງເອກະຊົນນີ້ ຄາຢູ່ໃນລະດັບໃດ ລະດັບນຶ່ງເທົ່ານັ້ນ. ການລົງທຶນໃໝ່ໆ ທີ່ຈະເຮັດໃຫ້ມີອີ່ຫຍັງດີໆເກີດຂຶ້ນ ໃນແງ່ທີ່ວ່າ ມັນມີຜລິຕພັນໃໝ່ ມັນເຮັດໃຫ້ວິຊາຄວາມຮູ້ ຄວາມສາມາດ ຂອງຄົນງານ ມີການພັທນາຂຶ້ນ ຫຼືຊິມີວິທີການຜລິຕ ເຮັດວຽກໃໝ່ ທີ່ວ່າມີປະສິດທິຜົລຂຶ້ນ, ມັນຢຸດ ພວກນີ້ມັນບໍ່ໄປ.”

ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາຕລາວ ໄດ້ສເນີ ຜ່ານບົດຣາຍງານດັ່ງກ່າວ ໂດຍລະບຸວ່າ ຜ່ານການສຶກສາຄັກແນ່ແລ້ວເຫັນວ່າ ການຂໍອະນຸຍາດ ດໍາເນີນທຸຣະກິຈ ແບບອັດຕະໂນມັດ ແມ່ນມີຄວາມຈໍາເປັນຫຼາຍ, ຊຶ່ງມາຕການດັ່ງກ່າວ ຍັງຈະສາມາດຫຼຸດຜ່ອນ ການຮຽກຮັບເງິນກ້ອງໂຕະ ຫຼືຄ່າໃຊ້ຈ່າຍ ທີ່ບໍ່ເປັນທາງການ ແລະ ທັງຈະປັບປຸງສະພາບແວດລ້ອມ ການດໍາເນີນທຸຣະກິຈ. ທັງໝົດນັ້ນ, ຈຶ່ງຈະສາມາດ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນປະເທດລາວ ໃຫ້ຫຼາຍຂຶ້ນຕື່ມໄດ້.

ເມື່ອເວົ້າເຖິງຄວາມຍາກ-ງ່າຍ ໃນການດຳເນີນທຸຣະກິຈ ໃນລາວແລ້ວ, ໃນເດືອນກັນຍາ ປີ 2021, ທນາຄານໂລກ ກໍໄດ້ຣາຍງານ ກ່ຽວກັບຄວາມຍາກ-ງ່າຍ ໃນການດໍາເນີນທຸຣະກິຈຢູ່ລາວ, ຊຶ່ງກໍພົບວ່າ ປະເທດລາວ ໄດ້ຄະແນນ 50.8 ຈາກຈໍານວນເຕັມ 100 ຄະແນນ ຄືຢູ່ໃນອັນດັບທີ 154 ຈາກທັງໝົດ 190 ປະເທດໃນໂລກ ທີ່ມີຄວາມຫຍຸ້ງຍາກ ຫຼາຍທີ່ສຸດ ໃນການດຳເນີນທຸຣະກິຈ ເປັນຮອງພຽງແຕ່ປະເທດພະມ້າ ເມື່ອທຽບກັບ 10 ປະເທດ ໃນອ່າຊ້ຽນດ້ວຍກັນ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.