ລາວກູ້ເງິນປັບປຸງບໍຣິການ
2015.11.20
ທະນາຄານ ພັທນາ ເອເຊັຽ ຫລື ADB ອະນຸມັດ ເງິນກູ້ 37 ລ້ານ ໂດລາ ສະຫະຣັຖ ເພື່ອ ສນັບສນູນ ຣັຖບານ ລາວ ໃນການ ປັບປຸງ ການ ບໍຣິການ ຕ່າງໆ ໃນ ຕົວເມືອງ ຫ້ວຍຊາຍ ແລະ ຫຫຼວງນໍ້າທາ. ທັງສອງ ເມືອງ ນີ້ ຕັ້ງຢູ່ ແລວ ເສຖກິດ ທີ່ ສໍາຄັນ ໃນເຂດ ອ່າງ ແມ່ນໍ້າຂອງ.
ທ່ານ Rudolf Frauendorfer ນັກ ວິຊາການ ເພື່ອ ການພັທນາ ຕົວເມືອງ ປະຈໍາ ພາກພື້ນ ຂອງ ເອດີບີ ເວົ້າວ່າ ການພັທນາ ຕົວເມືອງ ຕາມແລວ ເສຖກິດ ເໜືອ-ໃຕ້ ເປັນນຶ່ງ ໃນ 3 ແລວ ເສຖກິດ ທີ່ ສໍາຄັນ ຊຶ່ງ ຈະຊ່ວຍໃຫ້ ໄດ້ຮັບຜົລ ປະໂຫຍດ ຈາກ ການຄ້າ ແລະ ການ ເຂົ້າ-ອອກ ທີ່ ເພີ່ມຂຶ້ນ ຖ້າມກາງ ການເຕີບໂຕ ທາງ ເສຖກິດ ໃນທົ່ວ ພູມີພາກ ຊຶ່ງ ເປັນ ໂຄງການ ສນັບສນູນ ການເຊື່ອມຕໍ່ ເສຖກິດ ຂອງ ເມືອງ ຫ້ວຍຊາຍ ແລະ ຫຼວງນໍ້າທາ ເຂົ້າສູ່ ຕລາດ ໃນ ປະເທດ ພະມ້າ ຈີນ ແລະ ໄທ.
ເມືອງ ຫ້ວຍຊາຍ ຈະມີການ ສ້າງທາງຍ່າງ ແຄມ ແມ່ນໍ້າຂອງ ເພື່ອ ປັບປຸງ ການເຂົ້າເຖິງ ຕົວເມືອງ ແລະ ສ້າງຄັນຄູ ຍາວ 1 ກິໂລແມັຕ ເພື່ອ ປ້ອງກັນ ນໍ້າຖ້ວມ; ປົວແປງ ທ່າເຮືອ; ສ້າງ ສວນ ສາທາຣະນະ ໃນ ເນື້ອທີ່ 36 ເຮັກຕາ ເຄິ່ງ ສໍາລັບ ປະຊາຊົນ ທ້ອງຖີ່ນ ແລະ ນັກ ທ່ອງທ່ຽວ; ຟື້ນຟູ ບ່ອນຖິ້ມ ຂີ້ເຫຍື້ອ ແລະ ປັບປຸງ ເສັ້ນທາງ ສໍາຄັນ ຮ່ອງ ຣະບາຍນໍ້າ ຕ່າງໆ.
ຢູ່ເມືອງ ຫຼວງນໍ້າທາ ແຂວງ ຫຼວງນ້ຳທາ ຊຶ່ງ ເປັນແຂວງ ທີ່ ທຸກຍາກ ແຂວງນຶ່ງ ຂອງລາວ ແຕ່ມີ ທ່າແຮງ ສໍາລັບ ການພັທນາ ເສຖກິດ ໂດຍຜ່ານ ການທ່ອງທ່ຽວ ແບບ ທັມມະຊາດ. ເງິນ ຊ່ວຍເຫລືອ ຈາກ ເອດີບີ ນັ້ນ ຈະໃຊ້ເຂົ້າ ໃນການ ຟື້ນຟູ ບ່ອນ ຖິ້ມ ຂີ້ເຫຍື້ອ, ປັບປຸງ ເສັ້ນທາງ ແລະ ຮ່ອງ ຣະບາຍນໍ້າ ຮວມເຖິງ ບ່ອນຫລິ້ນ ກິລາ ແລະ ສ້າງຂົວ ຂ້າມ ນໍ້າທາ ນໍາດ້ວຍ.
ນອກຈາກ ເງິນ ກູ້ຢືມ ຈາກ ເອດີບີ ແລ້ວ ກອງທຶນ ເພື່ອ ໂຄງສ້າງ ພື້ນຖານ ອາຊຽນ ກໍຈະຊ່ວຍ 10 ລ້ານ ໂດລາ ຂນະທີ່ ຣັຖບານ ລາວ ອອກທຶນ ຮ່ວມ 5 ລ້ານ ໂດລາ ໃນໂຄງການ ຣະຍະ 5 ປີ, ມູລຄ່າ 52 ລ້ານ ໂດລາ ຊຶ່ງ ຄາດກັນວ່າ ຈະສໍາເຣັດ ໃນທ້າຍ ປີ 2020.