ງານມະຫາກັມກິລາກັບການ ສໍ້ໂກງ
2015.04.16
ໜ່ວຍງານ ຕ້ານ ການ ສໍ້ຣາສ ບັງຫລວງ ໃນລາວ ເວົ້າວ່າ ການ ຈັດງານ ມະຫາກັມ ກິລາ ແຫ່ງຊາດ ໃນລາວ ແຕ່ລະ ຄັ້ງ ເຮັດໃຫ້ ເງິນ ຮົ່ວໄຫລ ເປັນ ຈຳນວນ ຫລວງຫລາຍ ບໍ່ວ່າຈະ ເປັນ ໂຄງການ ບໍ່ມີ ຕົວຕົນ ເພື່ອ ຮັບງານ ມະຫາກັມ ກິລາ ແຫ່ງຊາດ ໃນ ຣະຍະ ທີ່ ຜ່ານມາ. ດັ່ງນັ້ນ ໃນ ກາ ຕຣຽມ ການ ແຂ່ງຂັນ ກິລາ ແຫ່ງຊາດ ຄັ້ງ ຕໍ່ໄປ ທີ່ ແຂວງ ຊຽງຂວາງ ອົງການ ຕ້ານການ ສໍ້ຣາສ ບັງຫລວງ ຈະ ມີການ ຕິດຕາມ ຢ່າງ ໃກ້ຊິດ.
ກັມມະການ ກົມ ການເມືອງ ສູນກາງ ພັກ ເລຂາທິການ ສູນກາງ ພັກ ປະທານ ຄນະກວດກາ ສູນກາງ ພັກ ປະທານ ອົງການ ກວດກາ ຣັຖບານ ຫົວຫນ້າ ອົງການ ຕ້ານ ການສໍ້ຣາສ ບັງຫລວງ ຂັ້ນ ສູນກາງ ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍ ຄນະ ໄດ້ຂຶ້ນໄປ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ຊຽງຂວາງ ຢ່າງ ພ້ອມຫນ້າ ຖືກໃຫ້ ກຽດ ຕອນຮັບ ໂດຍ ສາສດາຈານ ດຣ ສົມກົດ ມັງຫນໍ່ເມກ ກັມມະການ ສູນກາງ ພັກ ເລຂາ ຄນະ ບໍຣິຫານ ພັກ ເຈົ້າແຂວງ ແຂວງ ຊຽງຂວາງ.
ໃນການ ຢ້ຽມຢາມ ແຂວງ ຊຽງຂວາງ ເທື່ອນີ້ ກຸ່ມ ດັ່ງກ່າວ ໄດ້ ໂອ້ລົມ ກັນ ໃນ ຫລາຍດ້ານ ສ່ວນໃຫຍ່ ແມ່ນ ວຽກງານ ການພັທນາ ເສຖກິດ ແລະ ສັງຄົມ ໃນ ແຂວງ ເພື່ອ ລຶບລ້າງ ຄວາມ ທຸກຍາກ ຂອງ ປະຊາຊົນ ສົ່ງເສີມ ການ ລົງທຶນ ແລະ ຜລິດ ສີນຄ້າ ເພື່ອ ສົ່ງອອກ ບັນຫາ ຫລັກ ທີ່ໄດ້ ໂອ້ລົມກັນ ກໍແມ່ນ ການ ປາບປາມ ການ ສໍ້ຣາສ ບັງຫລວງ ໃນ ຖັນແຖວ ຂອງ ເຈົ້າຫນ້າທີ່ ຣັດ ຊຶ່ງ ແຂວງ ຊຽງຂວາງ ຈະເປັນ ເຈົ້າພາບ ການ ແຂ່ງຂັນ ກິລາ ແຫ່ງຊາດ ໃນ ປີ 2017.