ເຮັດທຸຣະກິຈ ຢູ່ລາວ, ຍັງໄດ້ຈ່າຍເງີນ ໃຫ້ເຈົ້າໜ້າທີ່ຣັຖ

ຈຳປາທອງ
2022.04.07
ເຮັດທຸຣະກິຈ ຢູ່ລາວ, ຍັງໄດ້ຈ່າຍເງີນ ໃຫ້ເຈົ້າໜ້າທີ່ຣັຖ ເງີນກີບລາວ, ການຊື້ຂາຍຂອງຊາວຄ້າຂາຍ ແລະການດຳເນີນວຽກງານທຸຣະກິຈ ຕ່າງໆ ທີ່ປະເຊີນກັບຄ່າເງີນກີບອ່ອນ.
ນັກຂ່າວ ພົລເມືອງ

ທະນາຄານພັທນາເອເຊັຽ ຫລື ADB ໄດ້ອອກບົດຣາຍງານໃນມື້ວັນທີ 31 ມີນາ ຜ່ານມາ ພາຍໃຕ້ຫົວຂໍ້ ສ້າງສິ່ງອໍານວຍຄວາມສະດວກ ທາງດ້ານການຄ້າ ແລະການລົງທຶນຂັ້ນແຂວງ” ໃນປະເທດລາວ ທີ່ສະພາການຄ້າ ແລະອຸດສາຫະກັມແຫ່ງຊາດ ເປັນຜູ້ສໍາຣວດຂໍ້ມູນ ເພື່ອວັດແທກບັນດາແຂວງ ທີ່ໄດ້ສນັບສນູນການພັທນາຂອງເອກກະຊົນວ່າ ໄດ້ດີພຽງໃດ.

ທະນາຄານພັທນາເອເຊັຽໄດ້ຣາຍງານວ່າ ປີ 2019 ໄດ້ສໍາຣວດຈໍານວນ 1,357 ຄົນ ພົບວ່າ ໃນນັ້ນ 70% ໄດ້ຈ່າຍເງິນແບບບໍ່ເປັນທາງການ ຫລື ເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ຣັຖ ເພື່ອໃຫ້ໄດ້ຄວາມສະດວກ ໃນດໍາເນີນທຸຣະກິຈ, ໄດ້ໃບທະບຽນທຸຣະກິຈງ່າຍ.

ຜົນການສໍາຣວດ ພົບວ່າ ການດໍາເນີນທຸຣະກິຈໃນລາວ ຍັງມີຄວາມຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ ການຮຽກຮັບເງິນກ້ອງໂຕະ ຫລື ລາຍຈ່າຍທີ່ບໍ່ເປັນທາງການ, ຄວາມໂປ່ງໃສ ແລະການເຂົ້າເຖິງ ຂໍ້ມູນຂ່າວສານມີໜ້ອຍ ແລະຄວາມບໍ່ເປັນມິຕຕໍ່ພາກທຸຣະກິຈ ຂອງເຈົ້າໜ້າທີ່ທ້ອງຖິ່ນ ຊຶ່ງທຸກບັນຫານີ້ໄດ້ສົ່ງຜົນກະທົບ ເຮັດໃຫ້ສະພາບແວດລ້ອມ ໃນການດໍາເນີນທຸຣະກິຈຕົກຕໍ່າລົງ.

ດັ່ງເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ປະຈໍາລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ເມສານີ້ວ່າ:

ເຂົາເອີ້ນວ່າ ລາຍຈ່າຍທີ່ບໍ່ເປັນທາງການ ກະຄືຊິເຮັດອີ່ຫຍັງ ເຂົາກະຮຽກຮ້ອງ ຍ້ອນວ່າການເຂົ້າຕາມລະບົບມັນຍາກ. 2 ມາ ການນໍາໃຊ້ເຕັກໂນໂລຍີ້ ເຂົ້າໃນການເຮັດວຽກຫັ້ນນ່າຍັງໜ້ອຍ, ມັນຕ້ອງໃຊ້ເວລາໃນການປັບປຸງ ກົດໝາຍ, ຣະບຽບການ, ພຶດຕິກັມໃນການບໍຣິການ.

ທ່ານກ່າວຕື່ມວ່າ ເພື່ອສ້າງຄວາມເຊື່ອໝັ້ນ ຕໍ່ພາກທຸຣະກິຈທັງໃນປະເທດ ແລະຕ່າງປະເທດ ຣັຖບານລາວ ຕ້ອງເລັ່ງປັບປຸງກົດໝາຍ ເພື່ອຫລຸດຜ່ອນຂັ້ນຕອນ ໃນການດໍາເນີນທຸຣະກິຈ ເພື່ອບໍ່ໃຫ້ຫຍຸ້ງຍາກຈົນເກີນໄປ, ຕ້ອງຝຶກອົບຮົມ ແລະພັທນາຄວາມຮູ້, ຄວາມສາມາດຂອງເຈົ້າໜ້າທີ່ທ້ອງຖິ່ນ ໃຫ້ມີຄວາມຮູ້ພຽງພໍ, ເຂົ້າໃຈຂັ້ນຕອນການ ດໍາເນີນທຸຣະກິຈ, ມີຄວາມໂປ່ງໃສ ແລະປາບປາມເຈົ້າໜ້າທີ່ ທີ່ສວຍໃຊ້ໜ້າທີ່ຕໍາແໜ່ງ ຮຽກເອົາເງິນກ້ອງໂຕະຈາກນັກທຸຣະກິຈ ຢ່າງເຂັ້ມງວດ ແລະເດັດຂາດ.

ກ່ຽວກັບເຣື່ອງການຈ່າຍເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ຣັຖ ເພື່ອອອກໃບວິສາຫະກິຈໃຫ້ນັ້ນ ຜູ້ປະກອບການຈໍານວນນຶ່ງເຫັນວ່າ ມີຢູ່ເກືອບທຸກເມືອງ, ທຸກແຂວງ ຍ້ອນການອອກໃບວິສາຫະກິຈ ເພື່ອດໍາເນີນທຸຣະກິຈໃນລາວ ມີຄວາມຫຍຸ້ງຍາກ ແລະມີຫລາຍຂັ້ນຕອນ, ຍິ່ງເປັນບຸກຄົນທົ່ວໄປ ທີ່ບໍ່ຮູ້ຈັກເຈົ້າໜ້າທີ່ພາຍໃນ ກໍຈະຍິ່ງຕ້ອງໄດ້ລໍຖ້າດົນ ຄືແຕ່ 1 ຫາ 3 ເດືອນເປັນຢ່າງໜ້ອຍ.

ດັ່ງເຈົ້າຂອງຮ້ານອາຫານ ແລະບາຣ໌ (Bar) ແຫ່ງນຶ່ງ ໃນນະຄອນຫລວງພຣະບາງ ກ່າວວ່າ:

ເຮົາກະໄປ ຂຶ້ນທະບຽນນໍາເຂົາເຈົ້າ ແລ້ວກະບາດນັ້ນ ເຮົາກະຂໍມາດໍາເນີນທຸຣະກິຈ ແລ້ວເຂົາເຈົ້າກະມາກວດ ເຮັດທະບຽນລົງທະບຽນ ເຈົ້າຕ້ອງຮູ້ຈັດເຂົາເຈົ້າແລ້ວຈຶ່ງເຮັດໄດ້ ຄັນບໍຮູ້ຈັກເຂົາເຈົ້າລະເຮັດບໍ່ໄດ້ໄດ໋.

ແລະເຈົ້າຂອງບໍຣິສັດຣົຖເຊົ່າແຫ່ງນຶ່ງ ຢູ່ນະຄອນຫລວງພຣະບາງ ກໍເວົ້າວ່າ ການຂໍອະນຸຍາດດໍາເນີນທຸຣະກິຈໃນລາວ ຖືວ່າຫຍຸ້ງຍາກ, ສັບຊ້ອນ ແລະຫລາຍຂັ້ນຕອນ ສົມຄວນກວ່າຈະແລ້ວເສັດ. ດັ່ງນັ້ນ ນັກທຸຣະກິຈສ່ວນຫລາຍ ຈຶ່ງພາກັນໃຊ້ວິທີ ທີ່ບໍ່ຖືກຕ້ອງ ຄືໃຫ້ເງິນກ້ອງໂຕະແກ່ເຈົ້າໜ້າທີ່ຣັຖ ຊຶ່ງຈະຊ່ອຍຫລຸດໄລຍະເວລາຈາກ 1 ເດືອນຫາ 3 ເດືອນ ໃຫ້ຍັງເຫລືອພຽງ 3-4 ສັບປະດາເທົ່ານັ້ນ.

ດັ່ງທີ່ທ່ານກ່າວວ່າ:

ສ່ວນຫລາຍນີ້ ຄັນເຮົາໄປເຮັດເອງນີ້ ມັນຈະຫຍຸ້ງຍາກ ບາງທີເຮັດເອກສານໂຕນັ້ນ, ໂຕນີ້ເດີ ມັນບໍ່ຄົບ ມັນບໍ່ພໍ ລຶ້ງຄົນຢູ່ໃນຫັ້ນ ມັນກະສະບາຍ ລົມກັນໄດ້ ໃຫ້ສົມມາພາຄວນຫັ້ນແຫລະ.” 

ທ່ານກ່າວຕື່ມວ່າ ການຈ່າຍເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ ກໍຈ່າຍແບບສົມເຫດສົມຜົນສໍາລັບທຸຣະກິຈຂອງໂຕເອງ, ບໍ່ໃຫ້ຫລາຍ ແລະກໍບໍ່ໃຫ້ໜ້ອຍຈົນເກີນໄປ ໂດຍທາງຜູ້ປະກອບການ ຈະນັດພົບກັນນອກໂມງການ ເພື່ອບໍ່ໃຫ້ເຈົ້າໜ້າທີ່ຣັຖຄົນອື່ນໆ ເຫັນ.

ເຈົ້າຂອງບໍຣິສັດ ຮັບແລ່ນເຮັດເອກສານວິສາຫະກິຈແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ເມສານີ້ວ່າ ສໍາລັບຄົນລາວ ແລະຄົນຕ່າງປະເທດ ທີ່ຈະເຂົ້າມາລົງທຶນ ເປີດທຸຣະກິຈໃນລາວ ສ່ວນຫລາຍກໍຈະໃຊ້ການບໍຣິການ ຂອງບໍຣິສັດນີ້ ເພາະການຂໍໃບວິສາຫະກິຈໃນລາວ ມີຫລາຍຂັ້ນຕອນ ແລະຫຍຸ້ງຍາກຫລາຍສົມຄວນ ຊຶ່ງຄ່າບໍຣິການຈະຢູ່ທີ່ 5 ລ້ານຫາ 15 ລ້ານກີບ ຂຶ້ນຢູ່ກັບທຸຣະກິຈ ນັ້ນໆ. ການຂໍໃບວິສາຫະກິຈໃນແຕ່ລະຄັ້ງ ກໍຈະຕ້ອງໄດ້ຈ່າຍເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່ຣັຖ ປະມານ 3 ແສນກີບ ເພື່ອຕິດຕາມ, ກວດກາ ແລະອໍານວຍຄວາມສະດວກ ໃຫ້ທຸກຂັ້ນຕອນ. ແຕ່ການຈ່າຍເງິນກ້ອງໂຕະ ຈະໃຫ້ໜ້ອຍ-ໃຫ້ຫລາຍ ກໍຂຶ້ນຢູ່ກັບທຸຣະກິຈນັ້ນໆ ຫລື ຂຶ້ນຢູ່ກັບວ່າ ຢູ່ເມືອງໃດ, ແຂວງໃດ ຊຶ່ງອາຈແຕກຕ່າງກັນໄປ.

ດັ່ງທີ່ທ່ານກ່າວວ່າ:

ຕ້ອງມີຄວາມອົດທົນໜ້ອຍນຶ່ງ ເພາະວ່າເອກສານມັນຈະຫຍຸ້ງຍາກພໍສົມຄວນ. ຄົນໃດທີ່ເອົາຟອຣ໌ມ (Form) ໃຫ້ເຈົ້າ, ແລ້ວບອກວ່າຂ້ອຍຊິໃຫ້ເຈົ້າເບິ່ງແນ່, ເບິ່ງຊ່ວຍຂ້ອຍແນ່ ຖ້າແລ້ວໄວກະສິລ້ຽງເບາະ ຈັ່ງຊີ້ກະໄດ້ ຂ້ອຍກະໃຫ້ປະມານ 3 ແສນກີບເນາະ ເພາະວ່າເພິ່ນກະຊິແນະນໍາຂັ້ນຕອນຕໍ່ໄປ ໃຫ້ມັນສະດວກຂຶ້ນຫັ້ນນ່າ.

ກ່ຽວກັບເຣື່ອງການຮັບເງິນກ້ອງໂຕະ ຫລືລາຍຈ່າຍທີ່ບໍ່ເປັນທາງການ ທີ່ເກີດຂຶ້ນຢ່າງແຜ່ຫລາຍຢູ່ລາວປັດຈຸບັນ ເຈົ້າໜ້າທີ່ກະຊວງການເງິນທ່ານນຶ່ງກໍຍອມຮັບວ່າ ບັນຫານີ້ເກີດມີມາດົນແລ້ວ ແລະກໍບໍ່ສາມາດປະຕິເສດໄດ້ ເນື່ອງຈາກມີນັກທຸຣະກິຈຮ້ອງຮຽນມາຈາກທຸກແຂວງ ຊຶ່ງຣັຖບານກໍພະຍາຍາມຕິດຕາມ, ກວດກາ ແລະໃຫ້ເຈົ້າໜ້າທີ່ຣັຖທຸກຄົນ ອໍານວຍຄວາມສະດວກໃຫ້ແກ່ນັກທຸຣະກິຈ ແລະທຸກໆ ຄົນທີ່ເຂົ້າມາພົວພັນວຽກງານຕ່າງໆ ນໍາ.

ເພື່ອຄວາມຢູ່ລອດຂອງພວກເຂົາເຈົ້າ ກະວ່າຊັ້ນສາ. ປະຕິເສດບໍ່ໄດ້ດອກ ກະຮວມໆ ທົ່ວໄປຫັ້ນລະ ຄືສິຍາກໄດ໋. ສະພາບໃນເງື່ອນໄຂຂອງລາວເຮົາ ໃນປັດຈຸບັນນີ້ ຊິຄ່ອຍແກ້ໄຂເທື່ອໜ້ອຍ.

ບົດລາຍງານ “ສ້າງສິ່ງອໍານວຍຄວາມສະດວກທາງດ້ານການຄ້າ ແລະການລົງທຶນຂັ້ນແຂວງ” ໃນປະເທດລາວ ຍັງລະບຸວ່າ ວິສາຫະກິຈຕ່າງໆໃນ ສປປລາວ ຍັງຄົງເສັຍໂອກາດຈາກຂໍ້ກໍານົດ ດ້ານຣະບຽບການທີ່ຫລາຍເກີນໄປ ແລະການປະຕິຮູບທີ່ບໍ່ສົມບູນແບບ ຊຶ່ງສົ່ງຜົນກະທົບຕໍ່ການຈັດເກັບ ລາຍຮັບອາກອນຂອງຣັຖ.

ແຂວງຫລວງພຣະບາງ ຖືເປັນແຂວງທີ່ມີການດໍາເນີນງານຕໍ່າສຸດ ຂັ້ນຕອນເອກສານສັບສົນ ໂດຍສະເພາະແມ່ນຂໍ້ກໍານົດໃນການຂໍໃບອະນຸຍາດ ດໍາເນີນທຸຣະກິຈ ຮວມເຖິງການບໍ່ເປີດເຜີຍຄ່າທໍານຽມ ແລະຄ່າທໍານຽມທີ່ບໍ່ເປັນທາງການ ເຮັດໃຫ້ຜູ້ປະກອບການຫລາຍຄົນ ຈໍາເປັນຕ້ອງຫັນໄປຈ່າຍເງິນກ້ອງໂຕະ. ຂະນະທີ່ຢູ່ແຂວງວຽງຈັນ ໄດ້ຮັບການຕອບສນອງດີທີ່ສຸດ ໃນການດໍາເນີນທຸຣະກິຈ.

ສະພາການຄ້າ ແລະອຸດສາຫະກັມ ສເນີຜ່ານບົດລາຍງານດັ່ງກ່າວ ໂດຍຣະບຸວ່າ ການສຶກສາ ແລະການຝຶກອົບຮົມ ກ່ຽວກັບວິທີການທີ່ດີທີ່ສຸດ ທີ່ຈະນໍາໃຊ້ສໍາລັບຂັ້ນຕອນການ ຂໍອະນຸຍາດດໍາເນີນທຸຣະກິຈແບບອັດຕະໂນມັດ ແມ່ນມີຄວາມຈໍາເປັນຫລາຍ. ມາຕການດັ່ງກ່າວ ຈະສາມາດຫລຸດຜ່ອນ ການຮຽກຮັບເງິນກ້ອງໂຕະ ຫລືຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ ແລະປັບປຸງສະພາບແວດລ້ອມການດໍາເນີນທຸຣະກິຈ ຈຶ່ງຈະສາມາດດຶງດູດການລົງທຶນທັງພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນໃນ ສປປ ລາວ ໄດ້. ເມື່ອເດືອນກັນຍາ ປີ 2021 ທະນາຄານໂລກ ກໍໄດ້ຣາຍງານກ່ຽວກັບຄວາມຍາກ-ຄວາມງ່າຍ ໃນການດໍາເນີນທຸຣະກິຈຢູ່ລາວ ຊຶ່ງພົບວ່າ ສປປ ລາວ ໄດ້ຄະແນນ 50.8 ຈາກຈໍານວນເຕັມ 100 ຄະແນນ ຄືຢູ່ໃນອັນດັບທີ 154 ຈາກທັງໝົດ 190 ປະເທໃນໂລກ ຊຶ່ງມີຄວາມຫຍຸ້ງຍາກຫລາຍທີ່ສຸດ ຮອງລົງມາຈາກປະເທດພະມ້າ, ເມື່ອທຽບກັບ 10 ປະເທດອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.