ທຸຣະກິຈ ຫຼາຍຢ່າງ ຕ້ອງປິດລົງ ຍ້ອນໂຄວິດ-19
2022.03.02
ທ່ານທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ໄດ້ກ່າວໃນເວທີເສວະນາ ເພື່ອສົ່ງເສີມຄວາມຫຼາກຫຼາຍ ແລະການມີສ່ວນຮ່ວມໃນທຸຣະກິຈ ເມື່ອວັນທີ່ 24 ກຸມພາ ທີ່ຜ່ານມານີ້ວ່າ ບັນດານັກທຸຣະກິຈລາວ ແລະ ກຸ່ມນັກທຸຣະກິຈຕ່າງປະເທດຢູ່ພາຍໃນປະເທດລາວ ໄດ້ຮັບຜົລກະທົບຢ່າງໜັກ ຈາກການແຜ່ຣະບາດ ຂອງເຊື້ອໂຄວິດ-19 ແລະໃນປີ 2021 ທີ່ຜ່ານມານີ້ 5.5% ຂອງທຸຣະກິຈພາຍໃນປະເທດລາວ ໄດ້ປິດກິຈການຢ່າງຖາວອນ ແລະ 33% ໄດ້ປິດກິຈການຊົ່ວຄາວ.
ສໍາລັບຫົວໜ່ວຍທຸຣະກິຈ ທີ່ໄດ້ປິດກິຈການທັງແບບຖາວອນ ແລະຊົ່ວຄາວນັ້ນ ສ່ວນຫຼາຍແມ່ນເປັນທຸຣະກິຈ ໃນຂແນງການທ່ອງທ່ຽວ, ການບໍຣິການ ແລະ ການຜລິດ ຢູ່ພາຍໃນເຂດໂຕເມືອງ ເຊິ່ງເປັນແຫຼ່ງທ່ອງທ່ຽວ ໂດຍສະເພາະ ນະຄອນຫຼວງວຽງຈັນ ແລະນະຄອນຫຼວງພຣະບາງ ເປັນທຸຣະກິຈຂນາດນ້ອຍແລະຂນາດກາງ ເປັນຕົ້ນ ຮ້ານອາຫານ, ຮ້ານພັກ ແລະ ໂຮງແຮມ ເຊິ່ງມີເຈົ້າຂອງທຸຣະກິຈເປັນຄົນລາວ ຫຼື ເປັນຄົນລາວ ທີ່ຮ່ວມຫຸ້ນກັບຄົນຕ່າງປະເທດ ສ່ວນທຸຣະກິຈຂນາດໃຫຍ່ ທີ່ມີເຈົ້າຂອງທຸຣະກິຈເປັນຄົນຕ່າງປະເທດນັ້ນ ແມ່ນຍັງສາມາດດໍາເນີນກິຈການຕໍ່ໄປໄດ້ຢູ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 2 ມິນາ 2022 ນີ້ວ່າ:
“ບາງທຸຣະກິຈ ທີ່ເຂົາເຈົ້າ ບໍ່ສາມາດດໍາເນີນຕໍ່ໄດ້ຫັ້ນນ່າ ບາງບໍຣິສັດ ບາງວິສາຫະກິຈ ຂະເຈົ້າກະແຈ້ງປິດເລີຍ ສ່ວນຫຼາຍຈະແມ່ນ ນັກທຸກິຈຊາວລາວເນາະ ແຕ່ວ່າ ກໍມີຂອງຕ່າງປະເທດ ທີ່ຫຸ້ນສ່ວນກັບລາວກໍມີ ຂນາດໃຫຍ່ມີ ສ່ວນຫຼາຍຊິແບບກະບໍ່ຄ່ອຍມີ ສ່ວນຫຼາຍຊິເປັນຂນາດກາງ ຫາຂນາດນ້ອຍ ທີ່ວ່າຂະເຈົ້າມາແຈ້ງ ໃຫ້ເຮົາຢັ້ງຢືນໃຫ້.”
ຍານາງກ່າວຕື່ມວ່າ ຫົວໜ່ວຍທຸຣະກິຈພາຍໃນປະເທດລາວ ບາງສ່ວນ ໄດ້ລົງທະບຽນນໍາສະພາການຄ້າ ແລະອຸດສາຫະກັມແຫ່ງຊາດລາວ ແລະບາງສ່ວນ ກໍບໍ່ໄດ້ລົງທະບຽນນໍາ ສໍາລັບຫົວໜ່ວຍທຸຣະກິຈ ທີ່ໄດ້ລົງທະບຽນນໍາສະພາການຄ້ານັ້ນ ເມື່ອປິດກິຈການຖາວອນ ຫຼືປິດຊົ່ວຄາວ ພວກເຂົາເຈົ້າກໍຈະໄດ້ຮັບຄ່າຊົດເຊີຽຕ່າງໆ ເຊິ່ງທາງສະພາ ກໍສາມາດຮິບໂຮມຂໍໍ້ມູນໄດ້ວ່າ ມີຈັກຫົວໜ່ວຍທຸຣິກິຈທີ່ປິດກິຈການຖາວອນ ຫຼືປິດກິຈການຊົ່ວຄາວ ແຕ່ຢ່າງໃດກໍຕາມ ໂຕເລຂເປີເຊັນ ທີ່ທາງສະພາໄດ້ແຈ້ງໄປນັ້ນ ພັດເປັນພຽງສ່ວນໃດສ່ວນນຶ່ງເທົ່ານັ້ນ ຍ້ອນຍັງມີຫົວໜ່ວຍທຸຣະກິຈ ອີກຈໍານວນຫຼາຍ ທີ່ບໍ່ໄດ້ລົງທະບຽນນໍາສະພາ ແລະປິດກິຈການໄປ.
ອີງຕາມການຣາຍງານ ຂອງຄະນະສະເພາະກິຈດ້ານເສຖກິຈ ເພື່ອຫຼຸດຜ່ອນຜົລກະທົບ ຂອງການແຜ່ຣະບາດຂອງເຊື້ຶອໂຄວິດ-19 ໄດ້ອອກບົດຣາຍງານ ໃນໄລຍະກາງປີ 2021 ວ່າ ມີຫົວໜ່ວຍທຸຣະກິຈການທ່ອງທ່ຽວ ພາຍໃນປະເທດລາວ ໄດ້ຮັບຜົລກະທົບຈາກການແຜ່ຣະບາດຂອງເຊື້ອໂຄວິດ-19 ມີໂຮງແຮມ 637 ແຫ່ງ, ຣີສອດ ແລະ ເຮືອນພັກ 2,283 ແຫ່ງ, ບໍຣິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວທີ່ປິດບໍຣິການ 803 ແຫ່ງ, ພະນັກງານນໍາທ່ຽວ 2,000 ປາຍຄົນ ແລະເຄືອຂ່າຍບໍຣິການ ການທ່ອງທ່ຽວອື່ນໆ ອີກເປັນຈໍານວນຫຼາຍ.
ທາງດ້ານຜູ້ປະກອບການຮ້ານອາຫານ ທີ່ໄດ້ຕັດສິນໃຈປິດກິຈການຊົ່ວຄາວຈໍານວນນຶ່ງ ເປັນຍ້ອນລູກບໍ່ມີ ເພາະສ່ວນຫຼາຍລູກຄ້າ ຈະເປັນນັກທ່ອງທ່ຽວຊາວຕ່າງປະເທດ ເມື່ອມີການແຜ່ຣະບາດຂອງເຊື້ອໂຄວິດ-19 ເຮັດໃຫ້ຕ້ອງມີການປິດເສັ້ນທາງ ການເດີນທາງ ລະຫວ່າງປະເທດ ພວກເຂົາເຈົ້າຈຶ່ງບໍ່ສາມາດ ດໍາເນີນກິຈການໄດ້ຄືເກົ່າ ຈຶ່ງຈໍາເປັນຕ້ອງໄດ້ປິດກິຈການບາງສ່ວນລົງ ແລະຍັງບໍ່ທັນກໍານົດໄດ້ວ່າ ຈະກັບມາເປີດກິຈການຄືນໃນມື້ໃດ.
ດັ່ງເຈົ້າຂອງທຸຣະກິຈຮ້ານອາຫານ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຮົາກໍໄດ້ປິດຊົ່ວຄາວ ຊ່ວງໂຄວິດ-19 ຕອນນີ້ກະຍັງຫາມື້ ຫາບໍ່ໄດ້ເທື່ອ ແຕ່ວ່າເຮົາມີຮ້ານນ້ອຍຫວາ ເຮົາກະເລີຍ ເອົາຮ້ານໃຫຍ່ໄວ້ກ່ອນ ຮ້ານນ້ອຍເປີດຢູ່ໃນເມືອງ (ຄົນໃນທ້ອງຖິ່ນ) ກ່ອນໜ້ານີ້ ສ່ວນຫຼາຍ ກະເປັນຄົນຕ່່າງປະເທດແນ່ຫັ້ນແຫຼະ ອໍ ມັນກໍເປັນຊ້ວງຫັ້ນແຫຼະ ຊ່ວງອິຫຍັງປະມານນັ້ນແຫຼະ.”
ໃນຂະນະດຽວກັນ ຜູ້ປະກອບການອີກຈໍານວນນຶ່ງ ທີ່ຍັງບໍ່ສາມາດດໍາເນີນກິຈການຕໍ່ໄປໄດ້ນັ້ນ ເປັນຍ້ອນພວກເຂົາເຈົ້າປະກອບທຸຣະກິຈຫຼາຍປະເພດໃນເວລາດຽວກັນ ແລະມີທຶນໝູນວຽນພຽງພໍ ຫາກທຸຣະກິຈນຶ່ງ ດໍາເນີນຕໍ່ບໍ່ໄດ້ ກໍຍັງມີໂຕນຶ່ງໄດ້ ແຕ່ຢ່າງໃດກໍຕາມ ພັດຈໍາເປັນຕ້ອງໄດ້ຫຼຸດຂນາດກິຈການ ແລະຈໍານວນພະນັກງານທີ່ເຮັດວຽກລົງນໍາ ເນື່ອງຈາກລູກຄ້າ ຍັງບໍ່ທັນມີຫຼາຍຄືແຕ່ເກົ່າ.
ດັ່ງເຈົ້າຂອງກິຈການຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນາງນາງ ກ່າວວ່າ:
“ກະທົບຢູ່ ແຕ່ວ່າກະ ທຸຣະກິຈເຮົາ ກະແບບດໍາເນີນໄດ້ຫັ້ນນ່າ ມັນມີຫຼາຍທຸຣະກິຈເນາະ ບໍ່ໄດ້ອັນນຶ່ງ ເຮົາກະແບບອັນນຶ່ງໄດ້ຊິນ່າ ມັນຊິແບບວ່າ ສົມມຸດວ່າ ຫຼຸດອັນນຶ່ງ ມັນກໍມີອັນນຶ່ງ ອັນທຸຣະກິຈເຮົາ ມັນບໍ່ໄດ້ອັນດຽວຫັ້ນນ່າ ບໍ່ຫຼາຍປານໃດ.”
ທາງດ້ານທຸຣະກິຈຂນາດໃຫຍ່ ທີ່ເປີດໃຫ້ບໍຣິການ ທັງສະຖານທີ່ພັກ ແລະຮ້ານອາຫານຫຼາຍແຫ່ງ ຕ່າງກໍຍັງຄົງເປີດໃຫ້ບໍຣິການມາຢ່າງຕໍ່ເນື່ອງ ເນື່ອງຈາກຖືກໃຊ້ເປັນສະຖານທີ່ຈັດກອງປະຊຸມໃຫ້ແກ່ໜ່ວຍງານຣັຖ ແລະອີກສ່ວນນຶ່ງ ເປັນຍ້ອນໄດ້ນັກທ່ອງທ່ຽວຈາກນະໂຍບາຍ ສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ແຕ່ຢ່າງໃດກໍຕາມ ກໍຍັງຖືວ່າ ຈໍານວນນັກທ່ອງທ່ຽວຍັງໜ້ອຍຢູ່.
ດັ່ງເຈົ້າຂອງທຸຣະກິຈໂຮງແຮມ ແລະ ຮ້ານອາຫານ ຢູ່ນະຄອນຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ເປີດຢູ່ ກະໄດ້ຮັບຜົລກະທົບແດ່ເນາະ ບໍ່ຄ່ອຍມີແຂກປານໃດ (ສ່ວນຫຼາຍ) ແຂກພາຍໃນປະເທດນີ້ແຫຼະ ລາວທ່ຽວລາວ ກໍບໍ່ຫຼາຍປານໃດ ສ່ວນຫຼາຍ ກໍເປັນນັກທ່ອງທ່ຽວຈາກວຽງຈັນ ປະມານວັນສຸກ ວັນເສົາ ວັນທິດ ມື້ຂະເຈົ້າພັກການ ພັກການພັກວຽກ ຊິກະພາກັນຂຶ້ນມາທ່ຽວ.”
ໃນຂະນະດຽວກັນ ໃນໄລຍະການແຜ່ຣະບາດຂອງເຊື້ອໂຄວິດ-19 ນັ້ນ ຫົວໜ່ວຍທຸຣະກິຈຈໍານວນຫຼາຍ ຈໍາເປັນຕ້ອງໄດ້ຫຼຸດຈໍານວນພະນັກງານລົງ ເຮັດໃຫ້ມີຄົນຫວ່າງງານຫຼາຍ ເກືອບເຄິ່ງລ້ານຄົນ ຮວມທັງຄົນງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ ກໍພາກັນເດີນທາງກັບຄືນມາປະເທດ ເຮັດໃຫ້ຈໍານວນຄົນງານລາວ ທີ່ຫວ່າງງານມີຈໍານວນເພີ່ມຂຶ້ນ ໃນຂະນະທີ່ ຕໍາແໜ່ງວຽກທີ່ຫວ່າງ ກໍມີບໍ່ເທົ່າໃດຕໍາແໜ່ງ ແລະສ່ວນຫຼາຍ ກໍຍັງບໍ່ເປີດໂອກາດໃຫ້ຄົນທີ່ບໍ່ປະສົບການ ແລະອາຍຸຫຼາຍ ໄດ້ເຮັດວຽກ.
ດັ່ງຊາວລາວຜູ້ນຶ່ງ ທີ່ຫວ່າງງານ ມາໄດ້ 1 ປີ ກ່າວວ່າ:
“ມັນກໍມີອັນນ່າ ອັນກໍບໍ່ແນ່ນອນ ຄັນຊິວ່າຍາກກະຍາກຢູ່ ຍາກກ່ຽວກັບຫັ້ນ ນຶ່ງມາກໍຄວາມຮູ້ບໍ່ມີ ບໍ່ມີປະສົບການ ບໍ່ມີຫຍັງເລີຍ ສອງມາກໍດ້ານອາຍຸ ແກ່ໂຕແລ້ວ 50 ປີ ແລ້ວ.”
ເມື່ອບໍ່ດົນມານີ ຍານາງ ຈັນເພັນ ແສງມະນີ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກັມມະບານລາວ ໄດ້ກ່າວ ໃນວາຣະຖແລງຂ່າວ ກ່ຽວກັບການຈັດງານ ສົ່ງເສີມແຮງງານລາວ ປະຈໍາປີ 2022 ວ່າ ເຖິງແມ່ນວ່າ ຣັຖບານຈະມີມາຕການຜ່ອນຜັນ ເຣື່ອງການປ້ອງກັນ ການແຜ່ຣະບາດຂອງເຊື້ອໂຄວິດ-19 ແຕ່ຫຼາຍໂຮງງານ ກໍຍັງບໍ່ສາມາດເປີດດໍາເນີນກິຈການ ໄດ້ຢ່າງເຕັມຮ້ອຍເທື່ອ ສ່ວນການສ້າງວຽກເຮັດງານທໍາ ໃນຂົງເຂດກະສິກັມແລະບໍຣິການນັ້ນ ຍັງຖືວ່າຢູ່ໃນໄລຍະຟື້ນໂຕ ຈຶ່ງເຮັດໃຫ້ຜູ້ຜລິດແລະຜູ້ປະກອບການ ຍັງຄົງມີຄວາມກັງວົນ ເຣື່ອງຕົ້ນທຶນແລະຕລາດ ເຮັດໃຫ້ການນໍາໃຊ້ແຮງງານ ຍັງມີຈໍານວນຈໍາກັດ.