ທຸຣະກິຈ ຂົນສົ່ງສິນຄ້າລາວ ເສັຽລູກຄ້າໃຫ້ ບໍຣິສັດຈີນ
2022.04.20

ຜູ້ປະກອບການຣົຖຂົນສົ່ງສິນຄ້າຊາວລາວ ໂດຍສະເພາະ ຜູ້ທີ່ຂັບຣົຖບັນທຸກຂົນສົ່ງສິນຄ້າ ລະຫວ່າງລາວ ກັບຊາຍແດນຈີນ ປະສົບບັນຫາ ສູນເສັຍລູກຄ້າຈໍານວນຫຼາຍ ໃນໄລຍະນີ້ ຍ້ອນນັກລົງທຶນຈີນ ແລະນັກທຶນປະເທດອື່ນໆ ເຂົ້າມາເປີດບໍຣິສັດຂົນສົ່ງສິນຄ້າ ແຂ່ງກັບຄົນລາວໃນລາວ ນັບມື້ນັບຫຼາຍຂຶ້ນ ສົ່ງຜົລເຮັດໃຫ້ຜູ້ປະກອບການຊາວລາວ ເສັຍຜົລປະໂຫຍດຫຼາຍດ້ານ ແລະບໍຣິສັດຈີນບາງແຫ່ງ ກໍໄດ້ຮັບສິດພິເສດໃນການຂົນສົ່ງສິນຄ້າຈາກຈີນມາລາວ ຜ່ານທາງຣົຖໄຟລາວ-ຈີນ ຈຶ່ງເຮັດໃຫ້ສາມາດຍາດແຍ່ງລູກຄ້າຈໍານວນຫຼາຍ ໄປຈາກຜູ້ປະກອບການໃນລາວ.
ດັ່ງຜູ້ປະກອບການ ຣົຖບັນທຸກຂົນສົ່ງສິນຄ້າ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 20 ເມສາ ນີ້ວ່າ:
“ດຽວນີ້ ເຂົາເຮັດໃຫ້ຄົນລາວເສັຍປຽບ ຍ້ອນຫຍັງ ທັງຄ່າຂົນສົ່ງແດ່ ແລ້ວກະຣົຖບັນທຸກຈີນເຂົ້າມາຫຼາຍແດ່ເນາະ. ຣົຖບັນທຸກສິນຄ້ານີ້ ຖືວ່າຢາກເສັຍປຽບຂນາດ ຊ່ວງນີ້ນ່າ ແລ້ວບາດນີ້ ເຂົາຂົນຣົຖໄຟນ່າຊ່ວງນີ້ນ່າ ລະຄົນລາວບໍ່ໃຫ້ຂຶ້ນເທື່ອ ສ່ວນຫຼາຍມີແຕ່ພາກບໍຣິສັດຈີນ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ໃນໄລຍະທີ່ຜ່ານມາ ບັນດາຜູ້ປະກອບການຣົຖຂົນສົ່ງສິນຄ້າຊາວລາວຫຼາຍຄົນ ໄດ້ຮຽກຮ້ອງໃຫ້ທາງການ ມີການຈໍາກັດຈໍານວນບໍຣິສັດ ແລະຣົຖຂົນສົ່ງສິນຄ້າຂອງຈີນກໍຕາມ ແຕ່ກໍຍັງບໍ່ມີຫຍັງປ່ຽນແປງ ແລະຣົຖບັນທຸກຂົນສົ່ງສິນຄ້າກໍຄ່ອຍໆ ມີຫຼາຍຂຶ້ນ ເຊິ່ງກໍເຮັດໃຫ້ຜູ້ປະກອບການຊາວລາວ ຫາລູກຄ້າຍາກຂຶ້ນ ແລະບາງຄົນກໍເຊົາປະກອບອາຊີພ ຣົຖຂົນສົ່ງສິນຄ້າໄປເລີຍ ກໍມີມາແລ້ວ.
ໃນຂະນະທີ່ ຜູ້ປະກອບການຣົຖຂົນສົ່ງສິນຄ້າ ອີກທ່ານນຶ່ງ ກ່າວວ່າ ລາວເອງກໍສູນເສັຍລູກຄ້າ ແລະເສັຍລາຍໄດ້ຈໍານວນຫຼາຍ ຈາກການຫຼັ່ງໄຫຼເຂົ້າມາ ຂອງບໍຣິສັດຂົນສົ່ງສິນຄ້າຂອງຈີນ ແລະຄົນຈີນບາງຄົນ ທີ່ເຂົ້າມາລາວບໍ່ໄດ້ ກໍໄດ້ໃຫ້ຄົນລາວຂັບຣົຖຂອງເຂົາເຈົ້າແທນ ຈຶ່ງເຮັດໃຫ້ຣົຖບັນທຸກສິນຄ້າຂອງຈີນ ມີຫຼາຍໃນທຸກມື້ນີ້.
ດັ່ງທ່ານກ່າວວ່າ:
“ຖືວ່າ ວຽກຫາຍໄປແດ່ ເພາະວ່າຣົຖຈີນ ເຂົ້າມາຫຼາຍແດ່ ຄົນຈີນເຂົ້າມາບໍ່ໄດ້ ກະມັນເອົາຣົຖມາ ໄປໃຫ້ຄົນລາວຂັບ ຈີນເອົາຣົຖຈີນເຂົ້າມາຫຼາຍນ່າ.”
ຜູ້ປະກອບການຣົຖຂົນສົ່ງສິນຄ້າ ທີ່ຮັບຂົນສົ່ງສິນຄ້າ ລະຫວ່າງນະຄອນຫຼວງວຽງຈັນ ຫາດ່ານສາກົລລານຕຸ໋ຍ ແຂວງຜົ້ງສາລີ ກໍເວົ້າວ່າ ໃນໄລຍະນີ້ ປະສົບບັນຫາຂາດລູກຄ້າ ຈໍານວນຫຼາຍພໍສົມຄວນ ຍ້ອນຖືກບໍຣິສັດຂົນສົ່ງສິນຄ້າຂອງຈີນ ຍາດແຍ່ງລູກຄ້າໄປ.
ດັ່ງຍານາງ ກ່າວວ່າ:
“ຫຼາຍໂອ່ ຄັນເວົ້າໄປນີ້ ກະຍາດໄປຫຼາຍແຫຼະເນາະ ຕັ້ງແຕ່ນີ້ມາ ດຽວນີ້ ກໍາລັງມາເກັບເຄື່ອງຢູ່ວຽງ ຂຶ້ນເມືອຜົ້ງສາລີນ່າ.”
ພະນັກງານຂອງບໍຣິສັດຂົນສິນຄ້າຂອງຈີນ ແຫ່ງນຶ່ງໃນລາວ ກ່າວວ່າ ສໍາລັບການຂົນສົ່ງສິນຄ້າ ລະຫວ່າງລາວ-ຈີນ ໂດຍຜ່ານຣົຖໄຟລາວ-ຈີນນັ້ນ ຍັງສາມາດຂົນສົ່ງໄດ້ ມີແຕ່ຮັບສິນຄ້າຈາກຈີນເຂົ້າມາລາວ ຍັງບໍ່ສາມາດສົ່ງສິນຄ້າຈາກລາວໄປຈີນ ດ້ວຍຣົຖໄຟລາວ-ຈີນໄດ້ເທື່ອ ແລະອີກສ່ວນນຶ່ງ ກໍໃຊ້ວິທີການຂົນສົ່ງຜ່ານຣົຖບັນທຸກ ຜ່ານດ່ານສາກົລລາວ-ຈີນ ແລະດ່ານສາກົລ ລາວ-ວຽດນາມ ເພື່ອເຂົ້າມາຍັງລາວ.
ດັ່ງຍານາງ ກ່າວວ່າ:
“ທາງຣົຖໄຟກະມີຈໍານວນນຶ່ງ ແຕ່ວ່າຕ້ອງເປັນຈໍານວນເຄື່ອງ ທີ່ວ່າເໝົາຕູ້ມາ ກະມີແຕ່ວ່າ ຮັບຈາກຈີນມາລາວ ສໍາລັບຣົຖທີ່ວ່າ ມາແຕ່ຈີນຂອງເຮົານີ້ ແມ່ນມາທາງບ້ານນໍ້າພ້າວ ດ່ານວຽດນາມ ລະກະມາທາງດ່່ານບໍ່ເຕັນ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຮັບຜິດຊອບດ້ານວຽກງານຂົນສົ່ງ ແຂວງວຽງຈັນ ກ່າວວ່າ ນັກລົງທຶນຈີນ ທີ່ເຂົ້າມາເປີດບໍຣິສັດຂົນສົ່ງສິນຄ້າ ຢູ່ລາວນັ້ນ ສ່ວນໃຫຍ່ແມ່ນໃຊ້ຊື່ຄົນລາວ ໃນການຈົດທະບຽນບໍຣິສັດ ແຕ່ຄັນເປັນນັກລົງທຶນທີ່ມີທຶນຫຼາຍ ກໍສາມາດເປີດບໍຣິສັດ ໂດຍໃຊ້ຊື່ຄົນຈີນໄດ້ ເຊິ່ງທາງການລາວເອງ ກໍເປີດກວ້າງໃຫ້ນັກລົງທຶນຈີນ ເຂົ້າມາລົງທຶນຢູ່ແລ້ວ.
ດັ່ງທ່ານກ່າວວ່າ:
“ຂະເຈົ້າກະເປີດຫັ້ນແຫຼະ ແຕ່ວ່າກະໄດ້ອອກຊື່ຄົນລາວ ອອກທະບຽນ ຕ້ອງອອກເປັນຄົນລາວ ຄັນຖ້າວ່າທຶນຫຼາຍນີ້ ກໍອອກເປັນຄົນຕ່າງຊາດ ຕ້ອງທຶນຈົດທະບຽນສູງ ໂຕນີ້ ຢູ່ວັງວຽງກະມີຫຼາຍຢູ່ໃດ໋ 4-5 ເຈົ້າ.”
ຢ່າງໃດກໍຕາມ ທ່ານ ພຶດສະພາ ພູມມະສັກ ຜູ້ອໍານວຍການບໍຣິສັດ ເອໄອດີຊີ ໂລຈິສຕິກ (logistic) ຈໍາກັດຜູ້ດຽວ ໄດ້ປະກອບຄໍາເຫັນ ໃນກອງປະຊຸມໃຫຍ່ ຄັ້ງທີ່ 4 ຂອງສະມາຄົມຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ທີ່ຈັດຂຶ້ນຫວ່າງມໍ່ໆນີ້ ວ່າວຽກງານການຂົນສົ່ງຂອງຜູ້ປະກອບການລາວ ໃນໄລຍະຜ່ານມາ ໄດ້ພົບກັບສິ່ງຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ການເຂົ້າມາລົງທຶນ ຂອງນັກລົງທຶນຕ່າງປະເທດ ດັ່ງຈີນ ເຮັດໃຫ້ທຸຣະກິຈຂົນສົ່ງມີຄວາມຫຍຸ້ງຍາກ ແລະລະມັດລະວັງ ແລະທີ່ຜ່ານມາ ຣົຖຂົນສົ່ງສິນຄ້າຂອງລາວ ສາມາດຂົນສົ່ງສິນຄ້າ ຮອດພຽງແຕ່ຊາຍແດນຈີນ ແລະປະເທດອື່ນໆ ຍັງບໍ່ສາມາດຂ້າມໄປຕ່າງປະເທດໄດ້ ຈຶ່ງຕ້ອງໄດ້ປັບໂຕເຂົ້າຫາເສັ້ນທາງ ຣົຖໄຟລາວ-ຈີນ ໃຫ້ສາມາດຂ້າມແດນໄປຍັງຕ່າງປະເທດໄດ້ ເພາະສິນຄ້າທີ່ສົ່ງອອກສ່ວນໃຫຍ່ ແມ່ນແຮ່ທາດ, ສິນຄ້າການກະເສດ ແລະອື່ນໆ, ໃນຂະນະດຽວກັນ ການຂົນສົ່ງສິນຄ້າ ລະຫວ່າງລາວ-ຈີນ ຍັງມີແຕ່ພຽງຂາໄປ ສ່ວນຂາກັບ ມີບໍ່ຮອດ 50% ດັ່ງນັ້ນ ຈຶ່ງຕ້ອງໄດ້ມີການປັບໂຕ ເຂົ້າກັບສະພາບໃນຕໍ່ໜ້າ.
ເຖິງຢ່າງໃດກໍຕາມ ການສົ່ງສິນຄ້າອອກຈາກລາວໄປຈີນ ໃນປີ 2021 ມີມູນຄ່າການສົ່ງອອກທັງໝົດ ປະມານ 2,200 ລ້ານໂດລາຣ໌ສະຫະຣັຖ ໂດຍສິນຄ້າທີ່ສົ່ງອອກໄປຈີນ ສ່ວນຫຼາຍແມ່ນ: ເຈັ້ຍ, ຄໍາປະສົມ-ຄໍາແທ່ງ, ແຮ່ເຫຼັກ, ຢາງພາຣາ ແລະໝາກກ້ວຍ, ອີງຕາມຂໍ້ມູນຈາກ ກະຊວງອຸດສາຫະກັມ ແລະການຄ້າ.