ທະນາຄານໂລກ ຄາດວ່າ ເສຖກິຈລາວ ຈະຂຍາຍໂຕ ພຽງແຕ່ 3.8%
2022.04.15
ທະນາຄານໂລກ ປັບຫລຸດອັດຕຣາ ການຂຍາຍໂຕທາງເສຖກິຈລາວ ໃນປີ 2022 ນີ້ ເຫລືອ 3.8% ແລະອາຈຕໍ່າເຖິງ 3.3% ຈາກທີ່ຄາດການໄວ້ປະມານ 4.5% ຍ້ອນປະເທດລາວ ປະເຊີນກັບບັນຫາເງິນເຟີ້ຮຸນແຮງ, ເງິນກີບອ່ອນຄ່າໜັກ ຊຶ່ງສົ່ງຜົລກະ ທົບຕໍ່ການຄ້າ, ການນໍາເຂົ້າ-ສົ່ງອອກ ແລະບັນຫາໜີ້ສິນສາທາຣະນະ ທີ່ເພີ່ມຂຶ້ນຫລາຍ ໃນປັດຈຸບັນ.
ດັ່ງເຈົ້າໜ້າທີ່ ທະນາຄານໂລກ ປະຈໍາລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ເມສານີ້ວ່າ:
“Economic (ເສຖກິຈ) ທີ່ມັນອ່ອນແອຢູ່ແລ້ວຫັ້ນນະ ປີນີ້ມັນກະເລີຍມີຜົລຕໍ່ການຄ້ານໍ Service Sector (ພາກບໍຣິການ) ອີ່ຫຍັງຕ່າງໆຫັ້ນນໍ ມັນມີຜົລ. ແລ້ວ Debt (ໜີ້) ກະແຮງຊໍ້າໄປອີກຫັ້ນນະ.”
ທ່ານກ່າວຕື່ມວ່າ ຣັຖບານລາວ ຕ້ອງພະຍາຍາມຄວບຄຸມອັດຕຣາເງິນເຟີ້ ບໍ່ໃຫ້ເກີນ 5% ຍ້ອນວ່າ ແຕ່ຕົ້ນປີນີ້ມາ ໄດ້ເພີ່ມສູງຂຶ້ນຈາກ 6.25 % ໃນເດືອນມົກກະຣາ ເປັນ 7.31% ໃນເດືອນກຸມພາ ແລະເພີ່ມຂຶ້ນຕື່ມອີກເປັນ 8.25% ໃນເດືອນມິນາ ຜ່ານມາ ແລະກໍມີແນວໂນ້ມທີ່ຈະເພີ່ມຂຶ້ນອີກ ຫາກຣັຖບານລາວ ບໍ່ມີແນວທາງແກ້ໄຂຢ່າງມີປະສິດທິພາບ.
ເພື່ອຟື້ນຟູເສຖກິຈລາວ ໃຫ້ກັບມາຂຍາຍໂຕ ທະນາຄານໂລກແນະນໍາ ໃຫ້ຣັຖບານລາວສົ່ງເສີມການຜລິດ ສິນຄ້າພາຍໃນ, ຄວບຄຸມການນໍາເຂົ້າໃຫ້ໜ້ອຍລົງ, ເປີດປະເທດເພີ່ມໂອກາດ ທາງການຄ້າ, ການລົງທຶນ ແລະການທ່ອງທ່ຽວ ເພື່ອໃຫ້ເງິນຕຣາຕ່າງປະເທດ ໝູນວຽນໃນລາວ ແລະຫລຸດຜ່ອນການກູ້ຢືມ ຕ່າງປະເທດ ເພື່ອບໍ່ໃຫ້ໜີ້ສິນສາທາຣະນະ ເພີ່ມຂຶ້ນໄປຫລາຍກວ່ານີ້.
ໜີ້ສິນຕ່າງປະເທດຂອງລາວ ໄດ້ເພີ່ມຂຶ້ນເປັນ 13 ຕື້ໂດລາຣ໌ສະຫະຣັຖ ຫລືເທົ່າກັບ 72% ຂອງລວມຍອດມູນຄ່າຜະລິຕພັນພາຍໃນ ຫລື GDP ໃນປີ 2020, ອີງຕາມຣາຍງານຂອງກະຊວງການເງິນລາວ.
ຜູ້ປະກອບການທຸຣະກິຈ ແລະຊາວລາວຈໍານວນນຶ່ງ ເຫັນວ່າ ເສຖກິຈລາວໃນຕອນນີ້ ຝືດເຄືອງຫລາຍ, ຄົນຫາເງິນຍາກ, ແຕ່ຄ່າຄອງຊີບຖີບຕົວສູງຂຶ້ນ, ລາຄາເຄື່ອງຂອງເກືອບທຸກປະເພດແພງຂຶ້ນ, ເຮັດໃຫ້ກະທົບກະເທືອນຕໍ່ການດໍາລົງຊີວິດ, ບັນຫາປາກທ້ອງ ແລະການໃຊ້ຈ່າຍຂອງປະຊາຊົນ.
ປະຊາຊົນລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ເວົ້າວ່າ ຣັຖບານລາວ ຄວນຫລຸດຜ່ອນການເກັບພາສີນໍາເຂົ້າ ຈາກບໍຣິສັດນໍາເຂົ້າ ເພື່ອເຮັດໃຫ້ລາຄາສິນຄ້າຫລຸດລົງ ຈາກລາຄາທີ່ເປັນຢູ່ໃນຂະນະນີ້.
“ຜ່ານມາ 2 ປີ ໂຄວິດນີ້ ອັນໃດກໍແພງໄປໝົດ ບາດນີ້ພາສີກະເກັບນໍາເຂົາອີກ ກະເຫັນໃຈກັນ ແຕ່ລະຄົນ ແຕ່ລະຄົນກະຍັງວ່າຫາກິນຍາກຫລາຍ.”
ແລະຊາວລາວ ໃນນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ເມສານີ້ວ່າ ສະພາບເສຖກິຈໃນລາວດຽວນີ້ ຖືວ່າຕົກຕໍ່າຫລາຍ ເພາະຄົນບໍ່ມີຣາຍໄດ້ ມີຜົລກະທົບຕໍ່ການຄ້າການຂາຍ. ຍິ່ງທີ່ເປັນຄົນທຸກຍາກ ບໍ່ມີອາຊີບ ແລະບໍ່ມີຣາຍໄດ້ທີ່ໝັ້ນຄົງ ກໍຍິ່ງທຸກຍາກຕື່ມ. ດັ່ງນັ້ນຈຶ່ງຢາກໃຫ້ຣັຖບານລາວ ເອົາໃຈໃສ່ ແກ້ໄຂບັນຫາທີ່ວ່ານີ້ຢ່າງຈິງຈັງ.
“ຊິຊື້ກິນໃສ່ແຕ່ປາກ ມັນກະຍັງບໍ່ມີແລ້ວ ມັນຍາກແລ້ວໄດ໊ຄູ່ມື້ນີ້ ຫາເງິນບໍ່ໄດ້ ຄັນຣັຖບານບໍ່ໂງ່ ມັນກະບໍ່ເປັນຈັ່ງຊີ້.”
ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ຢູ່ແຂວງວຽງຈັນ ນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ໄລຍະນີ້ ລາຄາສິນຄ້າໃນລາວແພງຫລາຍ, ຂນາດເປັນສິນຄ້າ ທີ່ຄົນລາວຜລິດໃຊ້ເອງ ກິນເອງກໍຍັງມີລາຄາແພງ ເນື່ອງຈາກໄດ້ຊື້ວັດຖຸດິບຈາກຕ່າງປະເທດ ເປັນຕົ້ນຈາກປະເທດໄທໃນລາຄາແພງ. ຍ້ອນແນວນັ້ນ ລາຄາສິນຄ້າທີ່ນໍາເຂົ້າ ມາຈາກຕ່າງປະເທດ ແລະລາຄາສິນຄ້າ ທີ່ຄົນລາວຜລິດເອງ ຈຶ່ງບໍ່ແຕກໂຕນກັນພໍເທົ່າໃດ.
ນາງເວົ້າວ່າ ຄວາມຫວັງດຽວ ທີ່ຈະເຮັດໃຫ້ປະເທດລາວ ຟື້ນໂຕທາງເສຖກິຈດີຂຶ້ນໄດ້ ກໍຄືການເປີດປະເທດ.
“ສິນຄ້າຜລິດພາຍໃນປະເທດ ກະຍັງຂຶ້ນ ຂະເຈົ້າວ່າ ວັດຖຸດິບຍັງນໍາເຂົ້າມາຈາກໄທຍ ຖ້າມັນງຽບລົງກະຊິໄດ້ເປີດ ຄວາມຫວັງ ກະຄຶດແນວນັ້ນ.”
ເພື່ອແກ້ໄຂບັນຫາຫຍຸ້ງຍາກຄືດັ່ງກ່າວ ກະຊວງການເງິນ ກໍໄດ້ວາງແຜນ ເພື່ອເຮັດໃຫ້ເສຖກິຈລາວຟື້ນໂຕດີຂຶ້ນ ໂດຍຈະສົ່ງເສີມການຜລິດພາຍໃນ ທົດແທນການນໍາເຂົ້າ ແລະເປັນສິນຄ້າສົ່ງອອກ ໂດຍນໍາໃຊ້ໂອກາດ ແລະທ່າແຮງ ທີ່ໄດ້ປຽບ ໃນເງື່ອນໄຂເຊື່ອມໂຍງ ແລະເຊື່ອມຈອດແລວທາງ ເສຖກິຈກັບພາກພື້ນ ແລະສາກົນ ເພື່ອສ້າງຣາຍໄດ້ໃຫ້ໄວ ແລະສ້າງພື້ນຖານເສຖກິຈແຫ່ງຊາດ ໃຫ້ເຂັ້ມແຂງ ແລະຍືນຍົງ. ພ້ອມດຽວກັນນັ້ນ ກໍຈະປັບປຸງສະພາບແວດລ້ອມ ແລະແກ້ໄຂຄວາມຫຍຸ້ງຍາກ ໃນການດໍາເນີນທຸຣະກິຈ, ຊຸກຍູ້ການຜລິດ ແລະປຸງແຕ່ງສິນຄ້າ ທີ່ມີທ່າແຮງ ແລະຫາຕລາດຮອງຮັບ ເພື່ອການສົ່ງອອກ. ສ່ວນບັນຫາໜີ້ສິນສາທາຣະນະ ທັງໜີ້ພາຍໃນ ແລະໜີ້ຕ່າງປະເທດ ທີ່ເພີ່ມຂຶ້ນຢ່າງໄວວາ ແລະໜັກໜ່ວງນັ້ນ ແມ່ນເກີນຄວາມສາມາດ ທີ່ຈະແກ້ໄຂໄດ້.