ບັນຫາເງິນເຟີ້ ກະທົບສະຫວັດດີການ ພື້ນຖານຂອງປະຊາຊົນ

ຈຳປາທອງ
2024.04.18
ບັນຫາເງິນເຟີ້ ກະທົບສະຫວັດດີການ ພື້ນຖານຂອງປະຊາຊົນ ຮູບປະກອບ ເຊິ່ງເຮືອນຂອງຊາວບ້ານ ເຂດບ້ານມ່ວງ ແລະບ້ານລາດ ເມືອງສຸຂຸມາ ແຂວງຈຳປາສັກ.
Courtesy Photo

ສະຫວັດດີການຄົວເຮືອນ ຢູ່ ສປປ ລາວ ຍັງຫຍຸ້ງຍາກຫລາຍດ້ານ ຍ້ອນເສດຖະກິດ ຂອງປະເທດຝືດເຄືອງຫລາຍ, ເງິນກີບອ່ອນຄ່າ ແລະເຟີ້ສູງ, ໜີ້ສິນຫລາຍ, ຄັງສໍາຮອງຕໍ່າ, ລາຄາສິນຄ້ານໍາເຂົ້າແພງຫລາຍ, ລາຄານໍ້າມັນເຊື້ອໄຟ, ສະບຽງອາຫານ, ຢາປົວພະຍາດ ແລະອື່ນໆທຸກຢ່າງສູງຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ຫຍຸ້ງຍາກ ລໍາບາກ, ອີງຕາມລາຍງານຂອງທະນາຄານໂລກ ກ່ຽວກັບສະຫວັດດິການຄົວເຮືອນຢູ່ ສປປລາວ ຄັ້ງທີ 8.

ເຈົ້າໜ້າທີ່ທະນາຄານໂລກ ປະຈໍາລາວ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສານີ້ວ່າ ປະມານ 33% ຂອງຄົວເຮືອນ ນິຍົມປູກມັນຕົ້ນຂາຍ, ແຕ່ລາຄາມັນຕົ້ນຕໍ່າ ແລະເກືອບ 40% ຂອງທຸລະກິດ ບໍ່ມີກໍາໄລເພີ່ມຂຶ້ນ ຍ້ອນເງິນກີບອ່ອນຄ່າ ຄືຫລຸດລົງ 23% ທຽບໃສ່ເງິນໂດລາສະຫະຣັຖ ແລະເງິນເຟີ້ສູງຂຶ້ນ 24.93% ໃນໄຕມາດທໍາອິດຂອງປີນີ້.

ຊາວສວນປູກມັນຕົ້ນທີ່ແບບວ່າ ທີ່ມີໂຮງງານມາຮັບເອົານັ້ນ ຖືກແຮງເຮັດໝົດປີໄດ້ເງິນຈັກລ້ານກີບຊີ້ນ່າ ຄົນປຸກມັນຕົ້ນປູກນັ້ນປູກນີ້ ແລ້ວສຸດທ້າຍຂະເຈົ້າກໍບໍ່ໄດ້ຫຍັງເລີຍ. ດິນ, ນໍ້າ ອຸດົມສົມບູນເນາະປູກຫຍັງກະງາມແຕ່ວ່າເພິ່ນບໍ່ຄ່ອຍສົ່ງເສີມ.

ນາງກ່າວຕື່ມວ່າ ຢູ່ລາວ ບາງປີ ປະເຊີນກັບໄພທໍາມະຊາດຕ່າງໆ ທີ່ກະທົບໃສ່ການຜະລິດພືດສະບຽງອາຫານ. ເພື່ອຫລຸດຜ່ອນຜົນກະທົບນັ້ນລົງ ລັດຖະບານ ຄວນຈະຊຸກຍູ້ ສົ່ງເສີມໃຫ້ຄົວເຮືອນ ໄດ້ຜະລິດສະບຽງອາຫານ ທີ່ສາມາດປັບຕົວເຂົ້າກັບການປ່ຽນແປງ ຂອງດິນຟ້າອາກາດ ແລະຊ່ວຍຫລຸດຜ່ອນການນໍາເຂົ້າ.

ແຕ່ມີຄົວເຮືອນປະມານ 10% ເທົ່ານັ້ນ ທີ່ໄດ້ຮັບການຊ່ວຍເຫລືອຈາກທາງການລາວ, ອັດຕາການອອກໂຮງຮຽນກ່ອນຮຽນຈົບ ສູງເຖິງ 5% ຍ້ອນຄວາມທຸກຍາກ. ປະຊາຊົນຜູ້ນຶ່ງຢູ່ແຂວງຈໍາປາສັກ ທີ່ປູກພືດ ຜັກເປັນອາຊີບຫລັກ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນັບແຕ່ປີ 2022 ມາ ຕົ້ນທຶນການຜະລິດກະສິກໍາ ເພີ່ມຂຶ້ນຫລາຍ. ປັດຈຸບັນ ຕົ້ນທຶນການຜະລິດເພື່ອສົ່ງອອກ ປະມານ 50 ລ້ານກີບຕໍ່ເຮັກຕ້າຣ໌ ຍ້ອນລາຄານໍ້າມັນເຊື້ອໄຟ, ປຸ໋ຍ, ນໍ້າ ແພງ ແລະຄ່າແຮງງານກໍສູງຂຶ້ນ ຍ້ອນເງິນກີບອ່ອນຄ່າ ແລະເຟີ້ຫລາຍ ແລະບໍ່ໄດ້ຮັບການຊ່ວຍ ເຫລືອຈາກທາງການ ຢ່າງເປັນຮູບປະທໍາ.

ໂອ້... ຕົ້ນທຶນມັນສູງໄດ໋ ປູກເຮັກຕ້ານຶ່ງຈະໝົດຢູ່ 50 ລ້ານພຸ້ນລະ. ຄັນໄລ່ເປັນກີບຫັ້ນ ຄ່າແຮງງານກະເປັນສັນລະແສນກີບ ແຮງງານກະສູງບາດນີ້ ບໍ່ລອດ ຫລຸບໆ ມາໄລ່ເບິ່ງ ລັດເພິ່ນບໍ່ສົນໃຈຫຍັງ ເອົາແຕ່ຂໍ້ມູນ.

ຢູ່ແຂວງບໍລິຄໍາໄຊ ປະຊາຊົນຜູ້ນຶ່ງ ເວົ້າວ່າ ຕົນເຮັດນາເປັນອາຊີບຫລັກ ແລະມີອາຊີບເສີມຄືການຕັດຫຍິບ. ລວມແລ້ວ ມີລາຍໄດ້ປະມານ 2-3 ລ້ານກີບຕໍ່ເດືອນ ຫລືປະມານ 90 ຫາ 140 ໂດລ້າຣ໌ສະຫະລັດ ຄືພໍແຕ່ກຸ້ມຕົນເອງ ພໍຢູ່ໄດ້ ແຕ່ຄອບຄົວມີຄວາມລໍາບາກຫລາຍສົມຄວນ. ແຕ່ສໍາລັບຜູ້ອາໄສຢູ່ເມືອງໃຫຍ່ ແມ່ນຫຍຸ້ງຍາກ ລໍາບາກທີີ່ສຸດ

ກະພໍຢູ່ໄດ້ ມີວຽກເສີມຢູ່ເຮືອນ ປະມານ 2-3 ລ້ານນີ້ ຢູ່ເຮືອນກະບໍ່ໄດ້ເສຍຄ່າຫໍພັກ ມີແຕ່ເສັຽຄ່າກິນຊື່ໆ ເພາະວ່ານາເຮົາກະເຮັດເອງ ລາຍໄດ້ຕໍ່ເດືອນ ທຽບໃສ່ຄົນມີເງິນກະໜ້ອຍ ແຕ່ຖ້າທຽບໃສ່ນ້ອງກະຖືວ່າຫລາຍ.

ແລະປະຊາຊົນນາງນຶ່ງ ຢູ່ແຂວງສາລະວັນ ກໍເວົ້າວ່າ ເງິນກີບອ່ອນຄ່າ ແລະເຟີ້ຫລາຍນີ້ ເຮັດໃຫ້ລາຄາສິນຄ້າປະເພດຕ່າງໆແພງຂຶ້ນ ໂດຍສະເພາະນໍ້າມັນເຊື້ອໄຟ ແລະສະບຽງອາຫານ ເຮັດໃຫ້ຊີວິດການເປັນຢູ່ຂອງຊາວບ້ານ ຫຍຸ້ງ ຍາກໜັກ ຍ້ອນສ່ວນຫລາຍ ມີແຕ່ປູກເຂົ້າລະດູດຽວ ບໍ່ມີວຽກອື່ນເສີມ.

ນາງເວົ້າວ່າ ເພື່ອຫລຸດຜ່ອນຜົນກະທົບທີ່ວ່ານັ້ນລົງ ຊາວບ້ານສ່ວນຫລາຍ ພາກັນປູກພືດຜັກ, ລ້ຽງສັດ ພໍໄດ້ກິນສໍາລັບຄອບຄົວ, ສ່ວນເຣື່ອງການສົ່ງເສີມອາຊີບ ໃຫ້ຊາວບ້ານ ບໍ່ເຄີຍເຫັນທາງການເພີ່ນ ລົງມາຊຸກຍູ້ຈັກເທື່ອ.

ເຂົາກະບໍ່ໄດ້ເຮັດແບບເປັນສິນຄ້ານ່າ ເຂດນີ້ ມັນປູກບໍ່ໄດ້ ເຮັດຫລາຍມັນກະບໍ່ມີບ່ອນຂາຍ ກະປູກພໍໄດ້ແກ້ໄຂໃນຄອບຄົວ ໝາກເຜັດໝາກເຂືອກະດາຍ.

ເວົ້າເຖິງປັດໃຈ ທີ່ເຮັດໃຫ້ສະຫວັດດິການຄົວເຮືອນຂອງຄົນລາວ ຫຍຸ້ງຍາກ ນັກເສດຖະສາດ ຈາກທະນາຄານພັດທະນາອາຊີ ຫລື ADB ປະຈໍາລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເປັນຍ້ອນເງິນກີບອ່ອນຄ່າ ແລະອັດຕາເງິນເຟີ້ສູງ ເຮັດໃຫ້ລາຄາສິນຄ້າໃນຕະລາດແພງຂຶ້ນ ແຕ່ລາຍໄດ້ຂອງຄົວເຮືອນ ພັດເທົ່າເກົ່າ ຫລືຫລຸດລົງຊໍ້າ.

ມັນມາຕິດພັນກັບເງິນເຟີ້ ເພາະລາຄານໍ້າມັນກະຂຶ້ນ. ການອ່ອນຄ່າຂອງກີບກະອ່ອນຫັ້ນນ່າ ແລ້ວມັນກະແມ່ນຢູ່ ຜົນກະທົບກັບພວກຊີວິດການເປັນຢູ່ ພວກຮາກຫຍ້າເນາະ. ໃນແງ່ຂອງນັກເສດຖະສາດແລ້ວ ກະຖືວ່າໜັກແລ້ວເນາະ. ເງິນເຟີ້ 20 ກວ່າເປີເຊັນ.

ທ່ານເວົ້າວ່າ ສິ່ງທ້າທາຍທີ່ເກີດຂຶ້ນ ທັງໝົດໃນລາວນັ້ນ ແມ່ນເຫັນຄືກັນກັບລາຍງານຂອງທະນາຄານໂລກ ຄືຄົວເຮືອນ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ແມ່ນຄົວເຮືອນທີ່ຢູ່ຫ່າງໄກ ສອກຫລີກ ທຸກຍາກຫລາຍ.

ທະນາຄານໂລກ ໄດ້ຈັດຕັ້ງຊຸດສໍາຫລວດທາງໂທລະສັບ ເພື່ອຕິດຕາມ ສະ ຫວັດດິການຄົວເຮືອນຢູ່ ສປປລາວ ມາແລ້ວທັງໝົດ 8 ຄັ້ງ. ຄັ້ງທໍາອິດເລີ່ມແຕ່ປີ 2020 ຈົນມາເຖິງປັດຈຸບັນ ເພື່ອເຮັດໃຫ້ເຫັນພາບເລິກ ຂອງຜົນກະທົບ ທາງເສດຖະກິດ ຕໍ່ຄວາມຢູ່ດີມີສຸກ ຂອງຄົວເຮືອນ.

ສໍາລັບບັນຫາຮີບດ່ວນ ທີ່ລັດຖະບານລາວ ຕ້ອງຊ່ວຍແກ້ໄຂ ທໍາອິດ, ຈາກຜົນການສໍາລວດ ໃນຄັ້ງທີ 8 ນີ້ ແມ່ນການແກ້ໄຂບັນຫາອັດຕາເງິນເຟີ້ ໂດຍລວມ 51.9%, ບັນຫາການອ່ອນຄ່າ ຂອງເງິນກີບ 51.4%, ບັນຫາລາຄານໍ້າມັນເຊື້ອໄຟ ທີ່ແພງຂຶ້ນ 39.2%, ລາຄາສະບຽງອາຫານແພງຂຶ້ນ 29.6% ແລະການແກ້ໄຂບັນຫາລາຍໄດ້ ທີ່ຫລຸດລົງ 11.3%.

ບໍ່ພຽງແຕ່ຄົວເຮືອນເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ, ພະນັກງານ-ລັດຖະກອນ ຈໍານວນຫລວງຫລາຍ ກໍໄດ້ປະລະໜ້າທີ່, ລາອອກການ ຫລາຍກວ່າ 100 ຄົນຕໍ່ປີ ນັບແຕ່ປີ 2020 ເປັນຕົ້ນມາ.

ເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ວາງທິດທາງແຜນການປະຈໍາປີ 2024 ໂດຍໃຫ້ກະຊວງແຜນການ ແລະການລົງທຶນ ຮີບຮ້ອນ ເລັ່ງແກ້ໄຂບັນຫາເສດຖະກິດ-ການເງິນ, ແກ້ໄຂອັດຕາເງິນເຟີ້, ລາຄາສິນຄ້າແພງ, ອັດຕາແລກປ່ຽນ ແລະໜີ້ສິນສາທາລະນະ.

ພ້ອມກັນນັ້ນ ກໍໃຫ້ປັບປຸງການຄຸ້ມຄອງ ງົບປະມານການລົງທຶນຂອງລັດ ໃຫ້ມີປະສິດທິພາບກວ່າເກົ່າ, ຂະຫຍາຍ ຖານລາຍຮັບພາສີອາກອນໃໝ່,​ ເລັ່ງຂະ ຫຍາຍ ການຫັນເປັນທັນສະໄໝ ໃນການເກັບລາຍຮັບ, ປະຕິບັດ ມາດຕາການປະຢັດ ແລະຕ້ານການຟູມເຟືອຍ ແລະຫລີກລ້ຽງ ການສ້າງໜີ້ສິນເພີ້ມ, ຫລຸດ ຜ່ອນການກູ້ຢືມໂດຍບໍ່ຈໍາເປັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.