ຍັງມີຄົນລາວ ລັກຂ້າມໄປເຮັດວຽກ ຢູ່ໄທຍຫຼາຍໃນແຕ່ລະເດືອນ

ຈຳປາທອງ
2022.04.11
ຍັງມີຄົນລາວ ລັກຂ້າມໄປເຮັດວຽກ ຢູ່ໄທຍຫຼາຍໃນແຕ່ລະເດືອນ ເຫດການ ເຈົ້າໜ້າທີ່ໄທຍ ຈັບຄົນລາວທີ່ລັກເຂົ້າໄປໄທຍ (ເຂົ້າເມືອງຜິດກົດໝາຍ) ເມື່ອເດືອນ ມົກກະຣາ ປີ 2022.
RFA

ແຂວງຈໍາປາສັກ ຍັງມີຄົນງານ ພາກັນລັກຂ້າມໄປເຮັດວຽກ ຢູ່ປະເທດໄທຍຫລາຍຢູ່ ຄືເດືອນນຶ່ງບໍ່ຕໍ່າກວ່າ 40-50 ຄົນ. ໃນນັ້ນ ສ່ວນໃຫຍ່ຈະລັກຂ້າມ ຊາຍແດນທາງບົກ ທີ່ເປັນຊ່ອງທາງທັມມະຊາດ ຜ່ານພູຜາປ່າໄມ້ ໃນເຂດເມືອງໂພນທອງ ຊຶ່ງໃນນັ້ນ ມີທັງຜູ້ຖືກຕົວະຍົວະ ທີ່ຕ້ອງໄດ້ເສັຍຄ່ານາຍໜ້າຄົນລະປະມານ 10 ພັນບາດ ແລະທັງລັກຂ້າມໄປເອງ ເພາະຮູ້ເສັ້ນທາງນັ້ນດີ ອີງຕາມຄໍາເວົ້າຂອງທ່ານ ສົມ ບຸດຕະກຸນ ຮອງເຈົ້າແຂວງແຂວງຈໍາປາສັກ ທີ່ວິທຍຸກະຈາຍສຽງແຫ່ງຊາດລາວ ຣາຍງານໃນມື້ວັນທີ 7 ເມສານີ້ ແລະເຈົ້າໜ້າທີ່ຕໍາຣວດ ຢູ່ແຂວງຈໍາປາສັກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ເມສານີ້ວ່າ:

ເຈົ້າໜ້າທີ່ ເຮົາກໍບໍ່ສາມາດເຮັດໄດ້ທຸກພາກສ່ວນ ກະສະກັດກັ້ນໄດ້ແຕ່ບາງພາກສ່ວນ ກະມີຜູ້ລັກລອບຄືເກົ່າແຫລະ ສ່ວນນຶ່ງທາງມັນຫລາຍ ທາງທັມມະຊາດນັ້ນ ໂຕນີ້ນີ໋ ກໍມີຄົນຕົວະຍົວະຫລອກລວງໄປ. ເສັຽເງິນ, ເສັຽຄໍາ ຂຶ້ນກັບບ່ອນທີ່ເຈົ້າຈະໄປ ຄ່າໃຊ້ຈ່າຍກະເປັນໝື່ນພຸ້ນນ່າຕໍ່ຄົນ, ແລ້ວເຂົາໄປເອງກະມີ ສ່ວນນຶ່ງເຂົາມີພີ່ມີນ້ອງໄປກ່ອນ ກະເອີ ຊວນກັນໄປ.

ທ່ານກ່າວຕື່ມວ່າ ທາງການແຂວງຈໍາປາສັກ ກໍມີມາດຕການປ້ອງກັນຢ່າງເຂັ້ມງວດ ຕາມຊາຍແດນທີ່ຕິດກັບແຂວງອຸບົນ ໂດຍມີທະຫານ ແລະຕໍາຣວດ ຍ່າງລາຕເວນຕາມຊາຍແດນຢູ່ຕລອດ, ແຕ່ອາຈບໍ່ທົ່ວເຖິງ ແລະທາງທັມຊາດກໍມີຫລາຍທາງ. ຖ້າຫາກເຈົ້າໜ້າທີ່ ພົບຜູ້ລັກລອບຂ້າມໄປຝັ່ງໄທຍ ຕາມກົດໝາຍ ກໍຈະຖືກສຶກສາອົບຮົມ ແລະປັບໃໝ, ແຕ່ບໍ່ເຖິງຂັ້ນຕິດຄຸກ. ດັ່ງນັ້ນ ຈຶ່ງເຮັດໃຫ້ພວກເຂົາເຈົ້າບໍ່ຫລາບ ແລະໃນປີ 2022 ນີ້ ກໍຈັບນາຍໜ້າຄົນລາວໄດ້ 2-3 ຄົນ ແລະໄດ້ຕັດສິນລົງໂທດ ຈໍາຄຸກຢ່າງຕໍ່າ 3 ປີຕາມລະບຽບກົດໝາຍ.

ຈັບໄດ້ຜູ້ລະເມີດ ທາງເຮົາກໍມີການປັບໃໝໃສ່ໂທດຄືກັນ ແຕ່ຫາກມັນບໍ່ໝົດເປັນ. ມັນກະມີຈັບນາຍໜ້າໄດ້ 2-3 ລາຍ. ຄົນລາວຕົວະກັນໄປ ຂາຍກັນໄປ ຈັບດໍາເນີນຄະດີ ແຕ່ພວກນີ້ຕັດສິນກໍ 3 ປີຂຶ້ນເມືອເດ໋ ຂຶ້ນກັບຜົນເສັຽຫາຍເຮັດມາຈັກຄັ້ງ.

ທ່ານໄດ້ກ່າວເຖິງວິທີການແກ້ໄຂບັນຫາດັ່ງກ່າວ ໂດຍທີ່ທາງການແຂວງ ໃຫ້ຄົນລາວ ທີ່ຫວ່າງງານລົງທະບຽນຝຶກວິຊາຊີບ ເພື່ອທີ່ຈະຫາວຽກໄດ້ງ່າຍ, ແຕ່ມັນກໍມີຂໍ້ຫຍຸ້ງຍາກຫລາຍຢ່າງ ຮວມທັງສູນຝຶກອົບຮົມ ຍັງບໍ່ທັນທົ່ວເຖິງ ຈຶ່ງເຮັດໃຫ້ຫລາຍຄົນ ທີ່ເຄີຍໄປເຮັດວຽກຢູ່ໄທຍ ພາກັນດີ້ນຮົນໄປຕື່ມອີກ ໃນຂະນະທີ່ຢູ່ລາວ ມີວຽກງານເຮັດບໍ່ໝັ້ນຄົງ ແລະຄ່າແຮງງານຢູ່ໄທຍ ກໍຫລາຍກວ່າຢູ່ລາວຫລາຍ.

ສ່ວນເຈົ້າໜ້າທີ່ຕໍາຣວດ ຊ່ອງເມັກ-ວັງເຕົ່າ ແຂວງອຸບົນທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ເມສານີ້ວ່າ ປັດຈຸບັນ ດ່ານຊ່ອງເມັກ-ວັງເຕົ່າ ຍັງບໍ່ໃຫ້ຄົນລາວ ເດີນທາງເຂົ້າມາປະເທດໄທຍໄດ້, ແຕ່ທາງດ່ານຈະໃຫ້ຄົນລາວ ທີ່ຢູ່ຝັ່ງໄທຍກັບບ້ານຕົນເອງໄດ້ ແລະຖ້າຫາກມີຜູ້ລັກລອບເຂົ້າມາ ເຈົ້າໜ້າທີ່ ຕໍາຣວດ ກວດຄົນເຂົ້າເມືອງ ກໍຈະເຮັດບົດບັນທຶກ ແລະສົ່ງກັບທັນທີ ໃນໄລຍະທີ່ໂຄວິດ-19 ຍັງຣະບາດຢູ່ນີ້.

ທ່ານກ່າວວ່າ:

ດ່ານເຂົາຍັງບໍ່ເປີດ ຄືຄົນຕ່າງປະເທດເຂົ້າມາບໍ່ໄດ້ ແຕ່ວ່າຄົນລາວທີ່ຢູ່ໄທຍ ຖ້າກັບລາວນີ້ ເຂົາກໍກັບຢູ່ ແຕ່ວ່າລາວມາໄທຍບໍ່ໄດ້. ເຂົ້າມາຕາມແນວຊາຍແດນກໍມີທຸກບ່ອນ ດໍາເນີນຄະດີຫລົບໜີເຂົ້າເມືອງ ສົ່ງໃຫ້ ຕມ ເຂົາກໍຄົງຜັກດັນກັບ.

ກ່ຽວັບເຣື່ອງນີ້ ຄົນງານລາວຜູ້ນຶ່ງ ໃຫ້ຄວາມເຫັນວ່າ ສາເຫດທີ່ເຮັດໃຫ້ ຄົນງານລາວຫລາຍຄົນ ມັກລັກລອບເຂົ້າໄປເຮັດວຽກຢູ່ໄທຍ ກໍເນື່ອງຈາກວ່າ ຢູ່ລາວບໍ່ມີວຽກງານເຮັດ, ຄ່າຈ້າງກໍໜ້ອຍກວ່າຢູ່ໄທຍ, ການເຮັດເອກກະສານຖືກຕ້ອງ ກໍຫຍຸ້ງຍາກ, ຕ້ອງໄດ້ລໍຖ້າຫລາຍເດືອນ ໃນຂະນະທີ່ດ່ານສາກົນ ກໍຍັງບໍ່ເປີດເປັນປົກກະຕິເທື່ອ ແລະຖ້າຫາກຕ້ອງການຝຶກວິຊາຊີບ ກໍຕ້ອງໄດ້ເສັຍເງິນ ແລະບໍ່ຮູ້ວ່າຈະໄດ້ເຮັດວຽກ ຫລືບໍ່ ດັ່ງນັ້ນຫລາຍຄົນຈຶ່ງຈໍາເປັນ ຕ້ອງລັກໄປຫາວຽກເຮັດຢູ່ໄທຍ ໃນໄລຍະທີ່ເສຖກິດຫຍຸ້ງຍາກຫລາຍນີ້.

ຍ້ອນເສຖກິດຫັ້ນແຫລະ ຢູ່ບ້ານເຮົາມັນກະຍາມນີ້ ບໍ່ຮູ້ຈະເຮັດຫຍັງແດ່ ດ່ານມັນກະບໍ່ເປີດ ແມ່ນຫຍັງມັນກໍຕ້ອງລັກລອບ ຄົນເຮົາມັນບໍ່ມີທີ່ ບໍ່ມີຫຍັງ ມັນກໍຕ້ອງລົງຫາງານຢູ່ໄທຍຫັ້ນແຫລະ ຄ່າແຮງງານຢູ່ໄທຍກໍສະຕາຣ໌ດຢູ່ທີ່ 500 ແມ່ນບໍ່ ເຮົາກໍເກັບໄດ້ມື້ລະແສນແລ້ວ ຢູ່ບ້ານເຮົາມັນກະ... ຄຸ້ມກວ່າ ສິໄປຝຶກວິຊາຊີບ ເຮົາຈະໄປສ້ອມຣົຖ ເຮົາກໍຕ້ອງໄປຈ້າງເຂົາອີກ.

ຄົນງານລາວອີກຜູ້ນຶ່ງ ກໍເວົ້າໃນທຳນອງດຽວກັນນັ້ນວ່າ ສາເຫດທີ່ຍັງມີຄົນລາວ ລັກເຂົ້າໄປເຮັດວຽກຢູ່ໄທຍນີ້ ກໍຍ້ອນວ່າ ຢູ່ລາວບໍ່ມີວຽກເຮັດງານທຳ, ຖ້າຈະເຮັດເອກສານໃຫ້ຖືກຕ້ອງໄປ ກໍຫຍຸ້ງຍາກຫລາຍ.

ມັນແບບການງານ ມັນກໍບໍ່ຄ່ອຍຫລາຍ ຄືຢູ່ປະເທດໄທຍ ...ຕອກດ່ານຂະເຂົ້າເຈົ້າ ກະບໍ່ໄດ້ເປີດ ມັນຍາກນໍາໂຕນີ້ ເຄີຍມາເຮັດວຽກຢູ່ໄທຍ ຢາກມາມັນກໍຕ້ອງຈໍາເປັນ. 

ແຂວງຈໍາປາສັກ ມີຫລາຍເມືອງ ທີ່ຕິດກັບແຂວງອຸບົນຂອງໄທຍ ຄືນອກຈາກເມືອງຈໍາປາສັກແລ້ວ ກໍຍັງມີເມືອງໂພນທອງ, ເມືອງຊະນະສົມບູນ, ເມືອງສຸຂຸມາ ແລະເມືອງມຸນລະປະໂມກ. ຈາກເມືອງເຫລົ່ານີ້ ມີຄົນງານລາວ ພະຍາຍາມຫລົບຫລີກ ເຈົ້າໜ້າທີ່ທາງການ ລັກຂ້າມໄປເຮັດວຽກຢູ່ ຝັ່ງໄທຫລາຍ ເຖິງແມ່ນວ່າຈະມີຕໍາຣວດ ແລະທະຫານຊາຍແດນ ກວດກາເຂັ້ມງວດຢູ່ກໍຕາມ. ບາງເທື່ອກໍຈັບໄດ້, ບາງເທື່ອກໍຈັບບໍ່ໄດ້ ຍ້ອນການກວດການັ້ນ ບໍ່ທົ່ວເຖິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.