ເຣີ່ມເປີດປະມູນ ເຊົ່າຮ້ານຄ້າ ໃນສະຖານີຣົຖໄຟ ລາວ-ຈີນ

ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ໄດ້ເປີດຊອງປະມູນເຊົ່າຮ້ານຄ້າ 165 ຮ້ານຢູ່ສະຖານີຣົຖໄຟ ລາວ-ຈີນ ຫລາຍແຫ່ງໃນລາວ ຊຶ່ງໄດ້ເຣີ່ມຂາຍຊອງປະມູນລາຄາ ຊອງລະ 2 ລ້ານກີບ ຕັ້ງແຕ່ວັນທີ 2 ເມສາ ທີ່ຜ່ານມາໄປຈົນຮອດວັນທີ 13 ເມສານີ້ ແລະ ຍື່ນເອກະສານແຂ່ງຂັນການລົງທຶນໃນວັນທີ 22 ເມສາ 2022 ໂດຍເປີດໂອກາດໃຫ້ທັງຜູ້ປະກອບການຄົນລາວ ແລະຄົນຕ່າງປະເທດ ທີ່ມີເງິນຈົດທະບຽນບໍ່ຫລຸດ 1 ຕື້ກີບ ສາມາດເຂົ້າຮ່ວມປະມູນໄດ້.
ດັ່ງເຈົ້າໜ້າທີ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສານີ້ວ່າ:
“ກຳລັງເປີດຮັບຢູ່ ເຈົ້າມາລົງທະບຽນໄດ້ເລີຍ ກຳນົດວັນທີ 22 ບໍ່ຈຳກັດ ມີເປີດຮັບພ້ອມ ເຂົ້າມາລົງທະບຽນ ຢູ່ບໍຣິສັດພວກເຮົາໄດ້ເລີຍ.”
ສຳລັບການປະມູນເຊົ່າຮ້ານຄ້າ 165 ຮ້ານແບ່ງເປັນ 8 ແພັກເກັດ ເປັນຕົ້ນຮ້ານກິນດື່ມ 11 ຮ້ານ, ຮ້ານຄ້າປອດພາສີ 1 ຮ້ານ, ຮ້ານສະດວກຊື້ 26 ຮ້ານ, ຮ້ານຂາຍເຄື່ອງຫຍ່ອຍ 57 ຮ້ານ ແລະອື່ນໆ. ໃນຂະນະດຽວກັນ ບໍຣິສັດດັ່ງກ່າວກໍໄດ້ເປີດປະມູນ ດຳເນີນກິຈການໂຄສະນາ ໃນສະຖານີຣົຖໄຟ ລາວ-ຈີນຈຳນວນທັງໝົດ 319 ແຫ່ງ ໂດຍຜູ້ເຂົ້າຮ່ວມການປະມູນ ຕ້ອງມີເງິນຈົດທະບຽນບໍ່ຫລຸດ 6 ຕື້ກີບ ແລະສື່ໂຄສະນາ ຈະຈັດຂຶ້ນພ້ອມກັນໃນວັນທີ 22 ເມສາ 2022 ນີ້ ຕັ້ງແຕ່ເວລາ 08:30 ຫາ 09:30 ໂມງ ຕາມເວລາໃນປະເທດຈີນ.
ທາງດ້ານຜູ້ປະກອບການທຸຣະກິຈ ແລະບໍຣິສັດໃຫຍ່ໃນລາວຫລາຍແຫ່ງ ກໍໄດ້ໃຫ້ຄວາມສົນໃຈໃນການເຂົ້າຮ່ວມ ການປະມູນຈັດຊື້ໂຄງການເຊົ່າຮ້ານ ແລະໂຄສະນາຢູ່ສະຖານີຣົຖໄຟ ລາວ-ຈີນ ຫລາຍແຫ່ງຊຶ່ງບາງບໍຣິສັດ ຫາກໍໄດ້ຊື້ຊອງປະມູນໄປແລ້ວ ແລະກໍຫວັງວ່າຈະຊະນະການປະມູນ ແລະໄດ້ລົງທຶນເຮັດກິຈການຢູ່ສະຖານີຣົຖໄຟ ລາວ-ຈີນ.
ດັ່ງພະນັກງານ ບໍຣິສັດກ່ຽວກັບຮ້ານຄ້າ ປອດພາສີແຫ່ງນຶ່ງກ່າວວ່າ:
“ພວກເຮົາໄດ້ຍື່ນຊອງປະມູນໄປເຈົ້າ ແຜນຍຸທສາດຂອງບໍຣິສັດພວກເຮົາຫັ້ນ ແມ່ນພວກເຮົາສົນໃຈທີ່ຈະໄປເປີດຢູ່ສະຖານີຣົຖໄຟ ກາໄດ້ປະສານແລ້ວ, ແລ້ວກາຫລ້າສຸດນີ້ເພິ່ນກຳລັງເປີດຍື່ນຊອງປະມູນ.”
ໃນຂະນະທີ່ຜູ້ປະກອບການ ທຸຣະກິຈອີກນາງນຶ່ງກ່າວວ່າ ລາວເອງກໍກຳລັງຕັດສິນໃຈ ທີ່ຈະຕິດຕໍ່ຊື້ຊອງປະມູນດັ່ງກ່າວໃນມໍ່ໆ ນີ້ພາຍຫລັງຈາກເຫັນບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດໄດ້ເຜີຍແຜ່ການປະມູນດັ່ງກ່າວ ຜ່ານທາງສື່ສັງຄົມອ໋ອນລາຍນ໌ ຊຶ່ງໄລຍະຜ່ານມາລາວເອງ ກໍໄດ້ຕິດຕໍ່ສອບຖາມບໍຣິສັດຢູ່ເລື້ອຍໆ ວ່າຈະເປີດຂາຍຊອງປະມູນໃນມື້ໃດ.
ດັ່ງຍານາງກ່າວວ່າ:
“ເພາະວ່າໂຕນີ້ ເຮົາຫາກາເຫັນເພິ່ນເອົາລົງຢູ່ໃນເພຈຫັ້ນນ່າ ເພາະວ່າທີ່ຜ່ານມາຫັ້ນ ໄປຖາມແລ້ວໂຕນີ້ ເຮົາຍັງບໍ່ແນ່ໃຈເຈົ້າ ເພາະວ່າເຮົາເຫັນຄ້າວໆ ເຮົາກາຖາມໆ ແລ້ວ.”
ໃນຂະນະດຽວກັນ ກໍມີຜູ້ປະກອບການ ດ້ານທຸຣະກິຈອີກຫລາຍຄົນ ທີ່ກຳລັງຢູ່ໃນລະຫວ່າງການສຶກສາ ຂໍ້ມູນກ່ຽວກັບການປະມູນ ຊື້ຊອງປະມູນເຊົ່າຮ້ານຄ້າດັ່ງກ່າວ ກ່ອນຈະມີການຕັດສິນໃຈ ອີກເທື່ອນຶ່ງວ່າຈະຊື້ຊອງປະມູນຫລື ເນື່ອງຈາກຈຳເປັນຕ້ອງສຶກສາ ຣາຍລະອຽດໃຫ້ດີທີ່ສຸດ ທັງດ້ານການປະມູນ ແລະ ສະຖານີທີ່ລົງທຶນໂຕຈິງ ເພື່ອບໍ່ໃຫ້ຫລຸບທຶນ.
ດັ່ງຜູ້ປະກອບການ ຮ້ານຂາຍເຄື່ອງຫຍ່ອຍທ່ານນຶ່ງກ່າວວ່າ:
“ໂອ! ກາບໍ່ທັນໄດ້ສຶກສາຂໍ້ມູນເທື່ອເຈົ້າ ພໍດີວ່າເຫັນລົງເຟສ ກາຕ້ອງໄດ້ລົມກັນກ່ອນ ເພາະວ່າບໍ່ເຄີຍປະມູນຈັກເທື່ອ ກາເບິ່ງກ່ອນແຫລະ ແລ້ວກາຈຶ່ງໄປເບິ່ງສະຖານທີ່ ວ່າເພິ່ນເຮັດຈັ່ງໃດແບບໃດເນາະ.”
ສ່ວນຜູ້ປະກອບການ ທຸຣະກິຈອີກນາງນຶ່ງກໍກຳລັງເບິ່ງຣາຍລະອຽດ ແລະເງື່ອນໄຂຂອງການປະມູນດັ່ງກ່າວ ແລະກໍມີແຜນທີ່ຈະເຂົ້າໄປຕິດຕໍ່ພົວພັນ ຂໍຊື້ຊອງປະມູນໃນໄວໆ ນີ້ ເນື່ອງຈາກລາວເອງກໍສົນໃຈ ຢາກເປີດຮ້ານຄ້າຂາຍຢູ່ສະຖານີີຣົຖໄຟ ລາວ-ຈີນ ຢູ່ແລ້ວ.
ດັ່ງຍານາງ ໄດ້ກ່າວວ່າ:
“ມີແຕ່ວ່າເບິ່ງຣາຍລະອຽດ ຄັນສົນໃຈແລ້ວກາສິພົວພັນຕື່ມໜ້ອຍນຶ່ງ ແລ້ວຊິເຂົ້າໄປປະມູນ ເພາະວ່າຊິເບິ່ງຢູ່ວ່າ ເພິ່ນຊິໃຫ້ເຮົາໂກຕ້າແນວໃດແດ່ ຢາກຮູ້ຢູ່ຂໍ້ມູນຣາຍລະອຽດ.”
ຜູ້ທີ່ມີຄວາມຮູ້ທາງດ້ານວົງການທຸຣະກິຈ ແລະການລົງທຶນໃນລາວ ທ່ານນຶ່ງເຊື່ອວ່າ ຜູ້ທີ່ຈະຊະນະການປະມູນ ຊື້ຊອງປະມູນເຊົ່າຮ້ານຄ້າ ແລະດຳເນີນກິຈການ ອາດຈະແມ່ນນັກທຸຣະກິຈຊາວຈີນ, ວຽດນາມ ຫລື ຈາກປະເທດອື່ນຫລາຍກ່ວາ ນັກທຸຣະກິຈລາວ ເນື່ອງຈາກນັກທຸຣະກິຈຕ່າງປະເທດ ຂ້ອນຂ້າງມີທຶນແລະຄວາມພ້ອມຫລາຍກ່ວາ.
ດັ່ງທ່ານໄດ້ກ່າວວ່າ:
“ການປະມູນຫຍັງຕ່າງໆ ສ່ວນຫລາຍດຽວນີ້ມັນອາສັຍວຽດ, ອາສັຍຈີນ, ອາສັຍໄທຍ, ອາສັຍຕ່າງປະເທດຫັ້ນແຫລະ ຍ້ອນຄວາມມີຣະບຽບຂອງເຂົາ ມັນຖືກຕາມຣະບຽບຫລັກການຫັ້ນ ມັນຂຶ້ນ 3 ລາຄາເນາະລາຄາສູງ, ລາຄາກາງ, ລາຄາຕໍ່າ ຄະນະກັມການເຂົາຈະພິຈາຣະນາ ບາງຄົນຢາກໄດ້ສູງແຕ່ວ່າ ເຮັດແບບສູງ ແຕ່ວ່າເຮັດບໍ່ສຳເຣັດກາມີ.”
ສຳລັບຜູ້ທີ່ຈະສາມາດ ເຂົ້າຮ່ວມການປະມູນໄດ້ ຕ້ອງຜ່ານການຈົດທະບຽນທຸຣະກິຈ ຢ່າງຖືກຕ້ອງ, ຕ້ອງມີຊື່ສຽງໃນດ້ານດີ ແລະບໍ່ເຄີຍມີໂທດໃນໄລຍະ 3 ປີ ຫລ້າສຸດ ແລະຕາມ ເງື່ອນໄຂອື່ນໆ ທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ເປັນຜູ້ກຳນົດ ໂດຍຈະປະກາດຜົລການປະມູນ ຜ່ານທາງເວັບໄຊທ໌ ແລະສື່ສັງຄົມອ໋ອນລາຍນ໌ໃນພາຍຫລັງ.
ສ່ວນຄວາມຄືບໜ້າອື່ນໆ ກ່ຽວກັບທາງຣົຖໄຟ ລາວ-ຈີນ ຫລ້າສຸດນີ້ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດຈະເພີ່ມຖ້ຽວຣົຖໄຟ ໂດຍການເປີດໃຫ້ບໍຣິການຂະບວນຣົຖໄຟທັມດາ ຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ຈາກສະຖານີນະຄອນຫລວງວຽງຈັນ ຫາສະຖານີບໍ່ເຕັນ ຕັ້ງແຕ່ວັນທີ 13 ເມສາ ນີ້ເປັນຕົ້ນໄປແລະໃນວັນທີ 14 ເມສາ ຈະເປີດໃຊ້ສະຖານີຂົນສົ່ງເພີ່ມອີກ 2 ສະຖານີ ປະກອບດ້ວຍສະຖານີກາສີ ແຂວງວຽງຈັນ ແລະສະຖານີເມືອງງາ.