ເຣື້ອງທີ່ເກັບບັນທຶກໄວ້
2023-03-21
ກົມປູກຝັງ ກະຊວງກະສິກັມ ແລະ ປ່າໄມ້ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບບໍຣິສັດ ໄໜສຽງພັດທະນາ ກະສິກັມ ແຂວງໄຮລົງຈ່ຽງ ຈຳກັດ ຈາກປະເທດຈີນເພື່ອລົງທຶນ ດ້ານການກະເສດສະອາດ ທັນສມັຍ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ຕາມ ແລວທາງຣົຖໄຟລາວ-ຈີນ.
2023-03-20
ໂຄງການສນາມບິນ ໜອງຄ້າງ ຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ມີກໍານົດຈະສົ່ງມອບໃຫ້ຣັຖບານ ພາຍໃນວັນທີ 30 ເດືອນເມສາ ປີ 2023 ນີ້ ຂະນະທີ່ປະຊາຊົນ ຈຳນວນນຶ່ງ ທີ່ໄດ້ຮັບຜົລກະທົບ ຍັງບໍ່ໄດ້ຄ່າຊົດເຊີຍຄົບຖ້ວນ.
2023-03-17
ໃນໄລຍະວັນທີ 13-14 ມິນາ ທີ່ຜ່ານມາ ຫ້ອງການພາສີ ແຂວງສວັນນະເຂດ ແລະແຂວງຜົ້ງສາລີ ອອກແຈ້ງການ ໃຫ້ປະຊາຊົນທົ່ວໄປ ສາມາດປະມູນຊື້ແຮ່ທາດ ທີ່ມີຄະດີທາງພາສີ ແລະຕົກເປັນຂອງຣັຖ ເພື່ອນໍາເອົາເງິນມອບເຂົ້າງົບປະມານຂອງຣັຖ.
2023-03-15
ເປີດໃຊ້ບໍຣິການຊື້ປີ້ຣົຖໄຟ ອ໋ອນລາຍນ໌ ຢ່າງເປັນທາງການແລ້ວ ໂດຍມີເປົ້າຫມາຽ ເພື່ອສ້າງຄວາມສະດວກ ແກ່ການຈອງ ແລະ ຊື້ປີ້ຣົຖໄຟ ລາວ-ຈີນ ຊຶ່ງຜູ້ໃຊ້ບໍຣິການ ຜ່ານລະບົບອ໋ອນລາຍນ໌ ທາງໂທລະສັບມືຖື ພົບວ່າ ລະບົບອ໋ອນລາຍນ໌ ຍັງມີບັນຫາຫຼາຍຢ່າງ.
2023-03-14
ສະມາຄົມ ອຸດສາຫະກັມຕັດຫຍິບລາວ ໄດ້ຮ້ອງຂໍໃຫ້ຣັຖບານ ຫຼຸດພາສີນຳເຂົ້າວັດຖຸດິບ ທີ່ຈະນຳໃຊ້ໃນອຸດສາຫະກັມຕັດຫຍິບລົງ ຍ້ອນຕົ້ນທຶນການຜລິຕສູງຂຶ້ນ ຈາກວັດຖຸດິບຂຶ້ນລາຄາ ເຊິ່ງເປັນຜົລຈາກບັນຫາເງິນກີບອ່ອນຄ່າ ແລະອັດຕຣາເງິນເຟີ້ສູງ.
2023-03-14
ຕລອດປີ 2022 ທີ່ຜ່ານມາ ໄດ້ເກີດບັນຫາຫຼາຍຢ່າງ ຕາມເສັ້ນທາງຣົຖໄຟ ລາວ-ຈີນ ເຊັ່ນການລັກເຫຼັກ ແລະອຸປະກອນ ຕາມເສັ້ນທາງຣົຖໄຟ ລາວ-ຈີນ ເຊິ່ງໃນນັ້ນ ຜແນກຕໍາຣວດ ຣົຖໄຟ ສາມາດ ດຳເນີນ ຄະດີໄດ້ 18 ຄົນ ພ້ອມຍຶດຂອງກາງ ໄດ້ຫຼາຍຣາຍການ.
2023-03-13
ປະຊາຊົນລາວ ຍັງຈ່າຍຄ່າໄຟຟ້າແພງ ເຖິງແມ່ນວ່າ ປະເທດລາວ ຈະມີແຫຼ່ງພະລັງງານ ໄຟຟ້າ ຫຼື ເຂື່ອນໄຟຟ້າ ເປັນຈໍານວນຫຼາຍ ຂະນະທີ່ ອີກຫຼາຍໝື່ນຄອບຄົວ ຍັງບໍ່ມີໄຟຟ້າໃຊ້ ຢ່າງທົ່ວເຖິງ ສ່ວນຣັຖວິສາຫະກິຈ ໄຟຟ້າລາວ ຫຼື EDL ສ້າງໜີ້ສິນ ໃຫ້ປະເທດ ກວມເອົາ 30% ຂອງໜີ້ສິນທັງໝົດ 88%.
2023-03-10
ຊາວບ້ານ ໃນແຂວງຫຼວງພຣະບາງ ຢາກໃຫ້ທາງການລາວ ເລັ່ງດໍາເນີນໂຄງການ ກໍ່ສ້າງຂົວ ຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພຣະບາງ ໃຫ້ສໍາເຣັດໂດຍໄວ ເພື່ອຄວາມສະດວກ ໃນການສັນຈອນ ໄປ-ມາ ຂອງຊາວບ້ານ ລະຫວ່າງ ເມືອງຈອມເພັດ ກັບ ນະຄອນຫຼວງພຣະບາງ ແລະການຂົນສົ່ງສິນຄ້າ ຕ່າງໆ.
2023-03-10
ປະຊາຊົນລາວ ຈໍານວນນຶ່ງ ຖືກລັກຖອນເງິນ ຈາກບັນຊີ ທະນາຄານທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທາງທະນາຄານ ໄດ້ອອກແຈ້ງການ ກ່ຽວກັບບັນຫາ ທີ່ເກີດຂຶ້ນກັບລູກຄ້າ ຜູ້ໃຊ້ບັດ BCEL ATM UnionPay ໃຫ້ລະມັດລະວັງ ໃນການຖອນເງິນ ຈາກຕູ້ ATM.
2023-03-09
ສປປ ລາວ ຍັງສືບຕໍ່ ຂາດດຸນການຄ້າ 13 ລ້ານໂດລ້າຣ໌ ສະຫະຣັຖ ຂະນະທີ່ ຊາວລາວ ບໍ່ໝັ້ນໃຈວ່າ ຣັຖບານ ຈະຄວບຄຸມ ລາຄາສິນຄ້າໄດ້ ຍ້ອນສິນຄ້າສ່ວນໃຫຍ່ ນຳເຂົ້າ ຈາກຕ່າງປະເທດ, ສ່ວນການກວດກາສິນຄ້າ ບໍ່ສາມາດກຳນົດ ລາຄາສິນຄ້າໄດ້ ເພາະຕົ້ນທຶນ ການນຳເຂົ້າແພງ ຢູ່ແລ້ວ.
2023-03-07
ນະຄອນຫຼວງວຽງຈັນ ມີແຜນການສ້າງຕັ້ງ ເມືອງໃໝ່ ໃສ່ຊື່ວ່າ “ເມືອງລ້ານຊ້າງ” ພາຍຫຼັງທີ່ໄດ້ກະກຽມມາເປັນເວລາ 2 ປີ, ຊຶ່ງປະຊາຊົນຄິດວ່າ ຄວນຈະມີການລົງ ປະຊາມະຕິ ເຣື່ອງຂອງຊື່ເມືອງ ຖ້າຈະສ້າງແທ້.
2023-03-07
ອັດຕຣາເງິນເຟີ້ ໃນເດືອນກຸມພາ ທີ່ຜ່ານມາ ຂຶ້ນຮອດ 41% ເຊິ່ງປະຊາຊົນເຫັນວ່າ ມັນເປັນການຍາກທີ່ຣັຖບານ ຈະແກ້ໄຂ ບັນຫາເງິນເຟີ້ ທີ່ເຮັດໃຫ້ສິນຄ້າອຸປະໂພກ ແລະ ບໍລິໂພກ ໃນຊີວິດປະຈຳວັນ ແພງຂຶ້ນ.
2023-03-06
ໂຮງງານຫຼາຍແຫ່ງ ພາຍໃນເຂດເສຖກິຈ ພິເສດ ນະຄອນຫລວງວຽງຈັນ ຕ້ອງການຄົນງານລາວ ຈຳນວນຫຼາຍ ແຕ່ຄົນງານລາວ ບໍ່ຄ່ອຍໃຫ້ຄວາມສົນໃຈ ຍ້ອນວ່າ ເງິນບໍ່ສູງ ເມື່ອທຽບໃສ່ ການໄປເຮັດວຽກ ຢູ່ປະເທດໄທຍ ຫຼື ປະເທດເກົາຫລີໃຕ້ ເຊິ່ງທາງການລາວ ຍັງຫາທາງອອກ ເຣື່ອງເງິນເດືອນ ໜ້ອຍນີ້ ບໍ່ໄດ້ເທື່ອ.
2023-03-06
ຈໍານວນຜູ້ໂດຍສານ ຣົຖໄຟ ລາວ-ຈີນ ໜາແໜ້າຂຶ້ນ ໃນແຕ່ລະມື້ ແຕ່ການຈອງ ແລະຊື້ປີ້ ຍັງມີຄວາມຫຍຸ້ງຍາກ ເຊິ່ງບໍ່ພຽງພໍ ຕໍ່ຄວາມຕ້ອງການ ຂອງຜູ້ໂດຍສານ ໃນຂະນະທີ່ ແອັບພລິເຄຊັ້ນ ຈອງປີ້ຣົຖໄຟ ຍັງໃຊ້ການບໍ່ໄດ້ເທື່ອ.
2023-03-03
ຄະດີເຈ້ທິບເດັ່ນກວ່າໝູ່ ຍ້ອນວ່າ ມີຜູ້ເສັຽຫາຍຫຼາຍຄົນ, ກົມຕຳຣວດເສຖກິຈ ກະຊວງປ້ອງກັນຄວາມສງົບ ໄດ້ສລຸບວຽກງານ ວິຊາສະເພາະ ໃນວັນທີ 23 ກຸມພາ ວ່າ ຄະດີ ນາງ ພອນທິບ ຫຼື ເຈ້ທິບ ກັບ ພັກພວກອີກ 8 ຄົນ ຮ່ວມກັນສໍ້ໂກງຊັບພົນລະເຮືອນ ເຊິ່ງມີຜູ້ເສັຽຫາຍປະມານ 1,500 ຄົນ.