ເປີດຈອງ-ຊື້ ປີ້ຣົຖໄຟ ລາວ-ຈີນ ອ໋ອນລາຍນ໌ ແຕ່ຍັງບໍ່ສະດວກ
2023.03.15

ວັນທີ 15 ມີນາ 2023 ນີ້ ແອັບພລິເຄຊັນ ສຳລັບຊື້ປີ້ຣົຖໄຟ ລາວ-ຈີນ ທີ່ຊື່ວ່າ LCR TICKET ໄດ້ເປີດນຳໃຊ້ ຢ່າງເປັນທາງການແລ້ວ ໂດຍມີເປົ້າຫມາຽ ເພື່ອສ້າງຄວາມສະດວກ ແກ່ການຈອງ ແລະ ຊື້ປີ້ຣົຖໄຟ ລາວ-ຈີນ ຊຶ່ງໄດ້ເປີດໃຫ້ຜູ້ໃຊ້ບໍຣິການ ສາມາດດາວໂຫລດ ພ້ອມທັງລົງທະບຽນ ສຳລັບຊື້ປີ້ຣົຖໄຟ ລາວ-ຈີນ ຜ່ານລະບົບອ໋ອນລາຍນ໌ ທາງໂທລະສັບມືຖືສ່ວນໂຕ ເພື່ອຫລຸດຜ່ອນຂັ້ນຕອນ ການໄປລຽນແຖວລໍຖ້າຊື້ປີ້ ຣົຖໄຟ ຢູ່ສະຖານີຣົຖໄຟແຕ່ລະແຫ່ງ ຄືດັ່ງທີ່ຜ່ານມາ.
ຜູ້ໃຊ້ແອັບພລິເຄຊັນ ໃນຈຳນວນດັ່ງກ່າວ ຈຳນວນນຶ່ງຍັງເຫັນວ່າ ການນຳໃຊ້ແອັບພລິເຄຊັນ ສຳລັບຊື້ປີ້ຣົຖໄຟ ລາວ-ຈີນ ນັ້ນ ຍັງມີຄວາມຫຍຸ້ງຍາກ ແລະມີຂັ້ນຕອນຫລາຍຢູ່ ເປັນຕົ້ນລະບົບການລົງທະບຽນຍັງມີຂັ້ນຕອນ ຫລາຍຢ່າງ ແລະການໃສ່ຂໍ້ມູນ ກໍຍັງມີການຄາດເຄື່ອນຢູ່ ຈຶ່ງເຮັດໃຫ້ຫລາຍຄົນລົງທະບຽນນຳໃຊ້ແອັບພລິເຄຊັນ ບໍ່ທັນສຳເຣັດ ແລະກໍຕ້ອງໄປລຽນແຖວຊື້ ປີ້ຣົຖໄຟຄືເກົ່າ.
ດັ່ງຊາວລາວນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ມີນາ ນີ້ວ່າ:
“ມັນຍັງຄືເກົ່າ ຂ້ອຍລົງທະບຽນ ກາຍັງບໍ່ໄດ້ ບາງຄົນກາລົງທະບຽນໄດ້ແລ້ວ ແຕ່ວ່າສ່ວນຫລາຍເຫັນລົງທະບຽນບໍ່ໄດ້ເລີຍ ເອົາບັດປະຈຳໂຕ ແມ່ນຫຍັງ ເລຂລະຫັດໃສ່ ກາບໍ່ໄດ້ຫນ້າ ຈະແມ່ນຄົນເຂົ້າຫລາຍມັນຊ້າປະມານນັ້ນແຫລະ.”
ຜູ້ໃຊ້ແອັບພລິເຄຊັນ ອີກທ່ານນຶ່ງກ່າວວ່າ ທ່ານເອັງກໍຍັງບໍ່ສາມາດ ລົງທະບຽນນຳໃຊ້ ໄດ້ສຳເຣັດ ຈຶ່ງຍັງບໍ່ສາມາດກົດຈອງປີ້ ຫລື ຊື້ປີ້ຜ່ານລະບົບອ໋ອນລາຍນ໌ ໄດ້ ເທື່ອຊຶ່ງເຊື່ອວ່າອາຈເປັນຍ້ອນຂໍ້ມູນ ຂອງແອັບພລິເຄຊັນນີ້ ຍັງບໍ່ທັນສົມບູນ ແລະມີຄວາມຄາດເຄື່ອນຢູ່ ຈຶ່ງຕ້ອງແກ້ບັນຫາ ໂດຍການໄປລຽນແຖວລໍຖ້າຊື້ປີ້ຣົຖໄຟ ຢູ່ສະຖານີຣົຖໄຟຄືເກົ່າ.
ດັ່ງທ່ານກ່າວວ່າ:
“ແມ່່ນ ໃຊ້ແລ້ວແຕ່ມັນໃຊ້ບໍ່ໄດ້ເທື່ອ ເປີດໃຊ້ແຕ່ໃຊ້ບໍ່ໄດ້ ແມ່ນຂໍ້ມູນບໍ່ສົມບູນ ຄືເກົ່າຢູ່ ຍັງຕໍ່ແຖວຊື້ຢູ່.”
ຜູ້ໃຊ້ແອັບພລິເຄຊັນຊື້ປີ້ຣົຖໄຟ ລາວ-ຈີນ ອີກທ່ານນຶ່ງກ່າວວ່າ ເຖິງແມ່ນວ່າທ່ານໄດ້ຜ່ານ ການລົງທະບຽນນຳໃຊ້ ແລະກົດຈອງປີ້ຣົຖໄຟ ພ້ອມທັງຈ່າຍເງິນຄ່າປີ້ຣົຖໄຟ ຜ່ານແອັບພລິເຄຊັນແລ້ວ ກໍຕາມແຕ່ສຸດທ້າຍ ຕ້ອງໄປລຽນແຖວ ຢູ່ສະຖານີຣົຖໄຟ ເພື່ອໃຫ້ພະນັກງານ ອອກປີ້ຣົຖໄຟໂຕຈິງໃຫ້ ອີກເທື່ອນຶ່ງ ແລະກໍຕ້ອງໄດ້ເສັຽຄ່າທຳນຽມ ຊື້ປີ້ນຳດ້ວຍ ຈຶ່ງເຫັນວ່າບໍ່ແຕກຕ່າງຫຍັງ ກັບການໄປລຽນແຖວ ຊື້ປີ້ຣົຖໄຟ.
ດັ່ງທ່ານກ່າວວ່າ:
“ເຮົາຊື້ປີ້ອ໋ອນລາຍນ໌ແລ້ວ ຮອດມື້ເດີນທາງ ມີແຕ່ເອົາເຂົ້າຢູ່ເມນູ ແລ້ວກາໄປຍື່ນໃຫ້ເພິ່ນເບິ່ງ ກາຢືນຕໍ່ແຖວຄືເກົ່າ ເສັຽເປີເຊັນ ອີກ 30 ແລ້ວ ກາຖ້າຮອດຄີວເຮົາ ແລ້ວກາໄປຢືນເອົາປີ້ ຄືເກົ່າ ໂທຣະສັບນີ້ແຫລະ ໄປຍື່ນໃຫ້ເຂົາເຈົ້າເບິ່ງ ແລ້ວເຂົາເຈົ້າຈະກົດປີ້ ອອກມາໃຫ້ເລີຍ.”
ຜູ້ໃຊ້ບໍຣິການຣົຖໄຟ ລາວ-ຈີນ ແລະ ຜູ້ປະກອບການຮັບຈອງປີ້ຣົຖໄຟ ອີກຫລາຍຄົນທີ່ຍັງບໍ່ໃຫ້ຄວາມສົນໃຈ ນຳໃຊ້ແອັບພລິຊັນດັ່ງກ່າວ ແລະຍັງໃຊ້ວິທີໄປລຽນແຖວ ລໍຖ້າຊື້ປີ້ຣົຖໄຟ ຢູ່ຄືເກົ່າ ໂດຍໃຫ້ເຫດຜົນວ່າ ມີຄວາມສະດວກສະບາຍ ຫລາຍກ່ວານໍາໃຊ້ແອັບພລິເຄຊັນ ທີ່ຍັງບໍ່ທັນອຳນວຍຄວາມສະດວກ ແກ່ຜູ້ໃຊ້ບໍຣິການແບບຮອບດ້ານ.
ດັ່ງຜູ້ປະກອບການ ຮັບຈອງປີ້ຣົຖໄຟທ່ານນຶ່ງ ກ່າວວ່າ:
“ເພິ່ນເຣີ່ມໃຊ້ແອັບ ຈອງປີ້ແລ້ວເດ້ ເຣີ່ມໃຊ້ແຕ່ມື້ນີ້ ໃຊ້ມື້ນີ້ ຫນ້າຈະບໍ່ທັນໄດ້ເທື່ອ ບໍ່ທັນໄດ້ໃຊ້ເທື່ອ ແຕ່ວ່າກາສາມາດຈອງ ຢູ່ອັນນັ້ນໄດ້ ຄືເກົ່າລູກຄ້າ ໂທມາກາເຂົ້າໄປຈອງ ສະຖານີເລີຍ.”
ພະນັກງານບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດກ່າວວ່າ ສຳລັບການລົງທະບຽນ ນຳໃຊ້ແອັບພລິເຄຊັນດັ່ງກ່າວ ຜູ້ໃຊ້ສາມາດໃສ່ເລຂບັດ ປະຈຳໂຕ ປ່ອນໃສ່ລົງໃນຂັ້ນຕອນ ການລົງທະບຽນ ສ່ວນສຳລັບການຈ່າຍຄ່າປີ້ນັ້ນ ກໍຈຳເປັນຕ້ອງຈ່າຍຜ່ານ ຊ່ອງທາງຕ່າງໆ ທີ່ເຊື່ອມຕໍ່ກັບທະນາຄານ ແຫ່ງຊາດຈີນ ແລະທະນາຄານອຸດສາຫະກັມ ແລະ ການຄ້າ ຂອງຈີນໂດຍກົງ.
ດັ່ງທ່ານກ່າວວ່າ:
“ລົງທະບຽນນີ້ລູກຄ້າ ຕ້ອງໄດ້ປະກອບໃສ່ບັດ ປະຈຳໂຕ ລົງທະບຽນໂຕ ບັດທະນາຄານ ເຮົານັ້ນຍັງລິ້ງກັບໂຕ ທະນາຄານຈີນ ເຈົ້າ.”
ພະນັກງານທ່ານນີ້ກ່າວຕື່ມວ່າ ມາຮອດຕອນແລງຂອງວັນທີ 15 ມີນານີ້ ຍັງບໍ່ທັນໄດ້ຮັບແຈ້ງ ບັນຫາຈາກຜູ້ໃຊ້ບໍຣິການ ແອັບເທື່ອ ແຕ່ທາງບໍຣິສັດ ໄດ້ມີການຕິດຕາມ ຫາງສຽງຂອງຜູ້ໃຊ້ ບໍຣິການຢ່າງໃກ້ຊິດ ເພື່ອຈະດຳເນີນການ ສົ່ງເຣື່ອງໃຫ້ທາງຜູ້ພັທນາ ລະບົບແອັບພລິເຄຊັນ ມີການແກ້ໄຂ ແລະ ປັບປຸງການນຳໃຊ້ຕໍ່ໄປ.
ສ່ວນຜູ້ໃຊ້ບໍຣິການ ແອັບພລິເຄຊັນ ຈຳນວນຫລາຍ ໄດ້ສະແດງຄວາມຄິດເຫັນ ຜ່ານສື່ສັງຄົມອ໋ອນລາຍ໌ວ່າການລົງທະບຽນ ນຳໃຊ້ແອັບພລິເຄຊັນນີ້ ຍັງຫຍຸ້ງຍາກຢູ່ ແລະ ອີກຈຳນວນນຶ່ງ ກໍບໍ່ພໍໃຈທີ່ມີການເກັບຄ່າທຳນຽມ ຄ່າປີ້ຣົຖໄຟ ປະມານ 30,000 ກີບຕໍ່ປີ້.
ສຳລັບແອັບພລິເຄຊັນ ຊື້ປີ້ຣົຖໄຟດັ່ງກ່າວນີ້ ແມ່ນຖືກພັທນາໂດຍບໍຣິສັດ CARS ທີ່ຂຶ້ນກັບຣັຖວິສາຫະກິຈຣົຖໄຟ ແຫ່ງຊາດ ໂດຍຮອງຮັບການສຳລະຄ່າປີ້ຣົຖໄຟ ຜ່ານຊ່ອງທາງຕ່າງໆ ເປັນຕົ້ນ Vasa, UnionPay, WeChat, Alipay ແລະ ອື່ນໆ ຊຶ່ງເມື່ອຜູ້ໃຊ້ບໍຣິການ ໄດ້ສຳເຣັດການຊື້ປີ້ຣົຖໄຟ ຜ່ານແອັບພລິເຄຊັນດັ່ງກ່າວ ແລະຈະຕ້ອງໄດ້ນຳເອົາຂໍ້ມູນ QR Code ໄປຍື່ນ ທີ່ປ່ອງຂາຍປີ້ ປະຈຳະຖານີຣົຖໄຟ ເພື່ອໃຫ້ພະນັກງານ ອອກປີ້ຣົຖໄຟໂຕຈິງໃຫ້ ອີກເທື່ອນຶ່ງ ຈຶ່ງສາມາດນຳປຂຶ້ນຣົຖໄຟ ລາວ-ຈີນໄດ້. ອີງຕາມຂໍ້ມູນ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນຈຳກັດ.