ສວັນນະເຂດ, ຜົ້ງສາລີ ປະມູນຂາຍແຮ່ທາດ ທີ່ຖືກຍຶດໄດ້

ສຸພັດຕາ
2023.03.17
ສວັນນະເຂດ, ຜົ້ງສາລີ ປະມູນຂາຍແຮ່ທາດ ທີ່ຖືກຍຶດໄດ້ ແຮ່ທາດທີ່ຖືກຍຶດໄດ້ ຢູ່ແຂວງສວັນນະເຂດ ທີ່ກົມພາສີ ປະຈຳແຂວງສວັນນະເຂດປະກາດປະມູນຂາຍ ເພື່ອນຳລາຍໄດ້ເຂົ້າຣັຖ.
ຮູບພາບ: ກົມພາສີ ແຂວງສວັນນະເຂດ

ໃນໄລຍະວັນທີ 13-14 ມິນາ ທີ່ຜ່ານມາ ຫ້ອງການພາສີ ແຂວງສວັນນະເຂດ ແລະແຂວງຜົ້ງສາລີ ອອກແຈ້ງການ ໃຫ້ປະຊາຊົນທົ່ວໄປ ສາມາດປະມູນຊື້ແຮ່ທາດ ທີ່ມີຄະດີທາງພາສີ ແລະຕົກເປັນຂອງຣັຖ ເພື່ອນໍາເອົາເງິນມອບເຂົ້າງົບປະມານຂອງຣັຖ ຕາມຣະບຽບກົດໝາຍ ຂະນະທີ່ ຜູ້ທີ່ມັກປະມູນແຮ່ທາດປະເພດຕ່າງໆ ຈາກທາງການໄດ້ ແມ່ນເປັນນາຍທຶນໃຫຍ່ ຈາກປະເທດຈີນ ແລະວຽດນາມ ບໍ່ແມ່ນຊາວລາວພາຍໃນປະເທດ, ດັ່ງພໍ່ຄ້າຮັບຊື້-ຂາຍ ແຮ່ທາດປະເພດຕ່າງໆ ຢູ່ທາງພາກໃຕ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມິນາ 2023 ນີ້ວ່າ:

“ຄົນຕ່າງຊາຕກໍໄປປະມູນໄດ້ ເຂົາຍຶດມາແລ້ວເຂົາກໍໄປປະມູນຂາຍ (ເປີດປະມູນທຸກແຂວງບໍ່) ບໍ່ໆ ເພາະວ່າຖ້າຮອດເວລາ ເພິ່ນບໍ່ຢາກເກັບແລ້ວ ເຂົາຢາກໄດ້ເງິນແລ້ວເຂົາ ກໍເປີດປະມູນ ເອີ່ ມັນມີທັງໄມ້ ມີທັງອີ່ຫຍັງຫັ້ນແຫຼະ ມັນເປັນບາງໄລຍະ ເອີ່ສ່ວນຫຼາຍ ບາດນີ້ ຄົນຈີນເຂົ້າມາຫຼາຍ ຄົນໄທຍ ບໍ່ຄ່ອຍມີ ມີວຽດກໍມີ ມີວຽດ ວຽດຫຼາຍ ຈີນຫຼາຍບາດນີ້ ຄົນໄທຍບໍ່ຄ່ອຍມີ.”

ທ່ານກ່າວຕື່ມວ່າ ສໍາລັບແຮ່ທາດປະເພດຕ່າງໆ ທີ່ທາງການສາມາດກວດສອບ ແລະຍຶດມາໄດ້ ດັ່ງກ່າວນີ້ ສ່ວນຫຼາຍ ແມ່ນເປັນຍ້ອນຜູ້ຄອບຄົວແຮ່ທາດເດີມ ບໍ່ສາມາດບອກທີ່ມາທີ່ໄປ ຂອງແຮ່ທາດທີ່ໂຕເອງມີໄວ້ຄອບຄອງໄດ້ ອີກທັງຍັງບໍ່ໄດ້ດໍາເນີນການຈ່າຍພັນທະໃຫ້ແກ່ທາງການ ຕາມທີ່ກົດໝາຍກໍານົດ.

ກ່ຽວກັບເຣື່ອງນີ້ ຖ້າຫາກຊາວລາວ ແລະຊາວຕ່າງປະເທດ ເປັນຕົ້ນ: ຄົນຈີນ ແລະຄົນວຽດນາມ ທີ່ມີເງິນທຶນບໍ່ຫຼາຍ ແຕ່ຕ້ອງການຊື້ແຮ່ທາດປະເພດຕ່າງໆ ພາຍໃນປະເທດລາວນັ້ນ ສ່ວນຫຼາຍ ຈະໃຊ້ວິທີການເລາະຊື້ຈາກຊາວບ້ານ ຜ່ານກຸ່ມຊື້-ຂ່າຍແຮ່ທາດ ໃນສື່ສັງຄົມອ໋ອນລາຍນ໌ ແລະຖ້າຫາກຕ້ອງການຂົນຍ້າຍລະຫວ່າງແຂວງ ຫຼືລະຫວ່າງປະເທດ ກໍຈະຕ້ອງຈ່າຍໃຫ້ແກ່ເຈົ້າໜ້າທີ່, ດັ່ງພໍ່ຄ້າຮັບຊື້-ຂາຍ ແຮ່ທາດປະເພດຕ່າງໆ ຢູ່ທາງພາກກາງ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຖ້າຂາຍແບບເອກກະຊົນ ມີແຕ່ຝາກສາຂາ ໂຕທີ່ຂ້ອຍຊື້ນີ້ເນາະ ກໍມີແຕ່ປະຊາຊົນໄປຂຸດເນາະ ມີແຕ່ປະຊາຊົນໄປຂຸດມາ ເຮົາກໍໄປຊື້ນໍາປະຊາຊົນຫັ້ນ ເອົາມາເຮົາກໍເອົາມາລົງກຸ່ມຂາຍ ຜູ້ໃດຕ້ອງການ ເຮົາກໍຝາກສາຂາໃຫ້ ເຮົາກະເກືອດຫ້າມໃນໂຕນີ້ ເຮົາກໍໄດ້ Clear ດ່ານ Clear ອັນນນັ້ນອີກ ປະມູນນໍາຣັຖນີ້ ກະຄືວ່າ ບໍ່ ບໍ່ນັ້ນຕີ້ບໍ ເພາະວ່າ ບໍຣິສັດເຂົາປະມູນແລ້ວ ບໍຣິສັດເຂົາປະມູນແລ້ວນໍາຣັຖ.”

ທ່ານກ່າວຕື່ມວ່າ ແຮ່ທາດປະເພດຕ່າງໆ ສາມາດພົບເຫັນໄດ້ ຢູ່ພາຍໃນເມືອງແລະແຂວງຕ່າງໆທົ່ວປະເທດ ໂດຍສະເພາະ ພື້ນທີ່ທາງພາກກາງ ແລະພາກໃຕ້ ເປັນຕົ້ນ: ແຂວງຫຼວງພຣະບາງ, ໄຊສົມບູນ, ບໍຣິຄໍາໄຊ, ສວັນນະເຂດ ແລະແຂວງອັດຕະປື.

ສໍາລັບການເປີດປະມູນຂາຍແຮ່ທາດ ຢູ່ແຂວງສວັນນະເຂດ ຫ້ອງການພາສີແຂວງສວັນນະເຂດ ກໍເປີດປະມູນໃຫ້ປະມູນແຮ່ທາດ ຈໍານວນ 132 ຕັ່ນ 398 ກິໂລກຣາມ ເຊິ່ງເງື່ອນໄຂ ຜູ້ທີ່ຈະເຂົ້າຮ່ວມປະມູນ ຈະຕ້ອງເປັນບຸກຄົນ ຫຼືນິຕິບຸກຄົນ ທີ່ດໍາເນີນທຸຣະກິຈຕິດພັນກັບປະເພດແຮ່ທາດ ແລະໄດ້ຮັບອະນຸຍາດ ແບບຖືກຕ້ອງຕາມຣະບຽບຂອງປະເທດລາວ.

ທັງນີ້ ຜູ້ທີ່ສົນໃຈ ສາມາດເຂົ້າພົວພັນ ນໍາຂແນງກວດກາ ຫ້ອງການພາສີແຂວງສວັນນະເຂດ ບໍຣິເວນດ່ານສາກົລ ຂົວມິຕພາບລາວ-ໄທຍ ແຫ່ງທີ່ 2 ລະຫວ່າງມື້ວັນທີ 14-17 ມິນາ ແລະມີກໍານົດ ເປີດຊອງປະມູນ ໃນມື້ວັນທີ 21 ມິນາ 2023 ນີ້, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວວ່າ:
“ວັນທີ 21 ເພິ່ນມີປະຊຸມຫັ້ນ ກັມມະການເພ່ິນ ຂແນງກວດກາເພິ່ນຍຶດເດ້ ມັນເປັນແຮ່ ແບບເປັນຂຽວໆນ່າ ເປັນຜົງເປັນຫຍັງ 132 ໂຕນ ເປັນຜົງ ເປັນກ້ອນ.”

ຂະນະທີ່ ການເປີດປະມູນຂາຍແຮ່ທາດ ຢູ່ແຂວງຜົ້ງສາລີ ຫ້ອງການພາສີແຂວງຜົ້ງສາລີ ກໍໄດ້ເປີດປະມູນສິນຄ້າ ປະເພດແຮ່ທາດ ຫິນປາໂກດິດ ທີ່ຍຶດໄວ້ເປັນຂອງຣັຖ ຈໍານວນ 115 ເປົ໋າ ຫຼືປະມານ 3 ຕັ່ນ 760 ກິໂລກຣາມ ເພື່ອປະມູນຂາຍ ທັງນີ້ ສໍາລັບຜູ້ທີ່ສົນໃນ ສາມາດຕິດຕໍ່ຊື້ຊອງປະມູນ ແລະເບິ່ງສິນຄ້າໂຕຈິງ ໄດ້ທີ່ດ່ານສາກົລລານຕຸ໋ຍ ເມືອງຍອດອູ ແຂວງຜົ້ງສາລີ ແລະຜແນກພະລັງງານແລະບໍ່ແຮ່ ໂດຍຈະປິດຂາຍການຊອງປະມູນ ມື້ວັນທີ 17 ມິນາ 2023, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງນຶ່ງ ກ່າວວ່າ:

“ໃຜກໍຊື້ໄດ້ຄືກັນ ມື້ນີ້ກໍປິິດແລ້ວໃດ໋ 1 ໂມງເຄິ່ງນີ້ ປິດຂາຍຊອງແລ້ວໃດ໋ 3 ໂຕນປາຍຊື່ໆ ແມ່ນແຫຼະ ຕາມກໍານົດແມ່ນແຫຼະ ເປັນທໍາອິດ ເປັນຍົກເປັນອັນນັ້ນ ເປັນຫົວແຫວນ ເປັນແຫວນມື ເປັນຂໍ້ແຂວນໄປຈັ່ງຊັ້ນບໍ ໂອ້ລາຄາເຮົາບໍ່ແຈ້ງ ເພິ່ນໄປປະມູນເອງ.”

ຍານາງກ່າວຕື່ມວ່າ ສໍາລັບແຮ່ທາດ ປະເພດ ຫິນປາໂກດິດ ທີ່ຖືກນໍາມາປະມູນຂາຍ ຢູ່ພາຍໃນແຂວງຜົ້ງສາລີນີ້ ບໍ່ແມ່ນເປັນແຮ່ທາດທີ່ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ສາມາດຍຶດໄດ້ພາຍໃນແຂວງ ແຕ່ເປັນການຂົນຍ້າຍແຮ່ທາດດັ່ງກ່າວນີ້ ມາແຕ່ແຂວງອື່ນ ເປັນຕົ້ນ ແຂວງອັດຕະປື ແລະແຂວງຫົວພັນ.

ອີງຕາມການຣາຍງານກ່ຽວກັບ ສະຖິຕິຜລິຕພັນແຮ່ທາດ ຂອງສູນສະຖິຕິແຫ່ງຊາຕ ປະຈໍາປີ 2021 ລະບຸວ່າ ພາຍໃນປະເທດລາວ ມີແຮ່ທາດຫຼາຍປະເພດ ແລະສໍາລັບແຮ່ທາດທີ່ຄົ້ນພົບເປັນຈໍານວນຫຼາຍກວ່າໝູ່ ແມ່ນຖ່ານຫິນລິກໄນຊ໌ ຈໍານວນ 13,618,072 ຕັ່ນ, ຫິນປູນ 4,465,382 ຕັ່ນ, ແຮ່ເຫຼັກ 3,522,598 ຕັ່ນ ແລະ ຫິນກາວ 1,221,959 ຕັ່ນ.

ກ່ອນໜ້ານີ້ ຍາງນາງ ຈັນສະຫວາດ ບຸບຜາ ຮອງຣັຖມົນຕຣີກະຊວງພະລັງງານແລະບໍ່ແຮ່ ແລະຜູ້ຊີ້ນໍາ ວຽກງານດ້ານການປັບປຸງກົດໝາຍວ່າດ້ວຍແຮ່ທາດ ກ່າວໃນກອງປະຊຸມ ເພື່ອປຶກສາຫາຣື ແລະຄົ້ນຄວ້າ ປັບປຸງກົດໝາຍ ວ່າດ້ວຍແຮ່ທາດ ໃນມື້ວັນທີ 6 ມິນາ ທີ່ີຜ່ານມານີ້ວ່າ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດ ໃນໄລຍະທີ່ຜ່ານມາ ໄດ້ຊ່ອຍອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນດ້ານແຮ່ທາດແລະບໍ່ແຮ່ ໄດ້ດີພໍສົມຄວນ ຂະນະດຽວກັນ ການອະນຸມັດລົງທຶນຍັງມີຫຼາຍຂັ້ນຕອນ ບໍ່ທັນຈະແຈ້ງ ພ້ອມກັນນີ້ ການແບ່ງຂອບເຂດສິດ ແລະໜ້າທີ່ໃນການຄຸ້ມຄອງ ກ່ຽວກັບວຽກງານແຮ່ທາດ ລະຫວ່າງສູນກາງ ແລະທ້ອງຖິ່ນ ຍັງບໍ່ທັນຂາດໂຕ.

ອີກທັງ ການພິຈາຣະນາເຂົ້າສູ່ຂັ້ນຕອນການຂຸດຄົ້ນ ໃຊ້ເວລາດົນພໍສົມຄວນ ມີບາງຄັ້ງ ການຈັບຈອງເນື້ອທີ່ເຂດສັມປະທານ ມີຄວາມຫຍຸ້ງຍາກ ການປະຕິບັດພັທນາທາງດ້ານ ການເງິນຕໍ່ຣັຖ ຍັງບໍ່ເປັນໄປຕາມສັນຍາແລະກົດໝາຍ ອີກທັງ ມາຕການຮັກສາຄວາມປອດພັຍ ແລະການປົກປັກຮັກສາສິ່ງແວດລ້ອມ ຍັງບໍ່ທັນໄດ້ຖືກຈັດຕັ້ງປະຕິບັດ ໄດ້ດີເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.