ຊາວເມືອງໃໝ່ຢ້ານເສັຽດິນ

ມະນີຈັນ
2020.09.30
F-Phongsaly ປະຊາຊົນ ຢູ່ ບ້ານເພັຍລໍ ເມືອງໃຫມ່ ແຂວງຜົ້ງສາລີ
ນັກຂ່າວພົລເມືອງ

ຊາວບ້ານສະລວງ ເມືອງໃໝ່ ແຂວງຜົ້ງສາລີ ໝົດບ້ານຈໍານວນ 40 ປາຍຄອບຄົວ ຍັງບໍ່ມີໃບຕາດິນຂອບຄໍາ ໂດຍສະເພາະຊາວບ້ານ ທີ່ ຈັບຈອງດິນ ເພື່ອເຮັດໄຮ່ ເຮັດສວນ ປຸກເຮືອນຢູ່ ມາເປັນເວລາ 4 ປິ ແລະ 10 ປາຍປີແລ້ວກໍມີ. ດິນດັ່ງກ່າວທັງໝົດ 17 ຕອນກໍຈະກາຍ ເປັນດິນຂອງຣັຖ ຖ້າບໍ່ມີໃບຕາດິນຂອບຄໍາ ຕາມແຜນສ້າງບ້ານຈັດສັນ ໃຫ້ເປັນໂຕເມືອງນ້ອຍ ຂອງເມືອງໃໝ່ ໃນ 5 ປີ ຂ້າງໜ້າ.

ຊາວບ້ານ ຢ້ານວ່າ ພາກສ່ວນກ່ຽວຂ້ອງ ຈະບໍ່ອອກໃບຕາດິນຂອບຄໍາໃຫ້ພວກເຂົາເຈົ້າ, ອີງຕາມຄໍາເວົ້າຂອງນາຍຄຣູ ຢູ່ບ້ານສະລວງ ຜູ້ຂໍາສງວນຊື່ ທີ່ຈັບຈອງດິນຈໍານວນນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 28 ກັນຍານີ້ວ່າ:

“ຄືພວກອັນ ຈຸຄຣູ ອາຈານ ຈຸເຮົານີ໋ກໍ ເຂົາຖືກດິນຣັຖນັ້ນ ແລ້ວກໍ ເຂົາຢາກໃຫ້ທາງອັນນັ້ນ ແບ່ງໃຫ້ນັ້ນເດ໋ ເຂົາກໍຢ້ານສິບໍ່ໄດ້. ເຂົາວ່າ ດິນຈັບຈອງດິນກະສິກັມ ສ່ວນຫລາຍ ດິນປຸກສ້າງໜ້ອຍນຶ່ງ ດິນນາມີຢູ່ 2-3 ຕອນ. ນອກນັ້ນເປັນດິນຈັບຈອງ ດິນສວນດິນຫຍັງ.”  

ຊາວບ້ານສະລວງ ຜູ້ນຶ່ງຜູ້ນຶ່ງຜູ້ຂໍາສງວນຊື່ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ຕົນມີດິນເຮັດນາ ມາໄດ້ 4-5 ປີແລ້ວນັ້ນ ຢ້ານວ່າດິນຈະ ກາຍເປັນດິນຂອງຣັຖ, ບໍ່ຮູ້ຈະວ່າເຮັດແນວໃດ ເນື່ອງຈາກ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ທັນ ແຈ້ງໃຫ້ຮູ້ ກ່ຽວກັບເຣື່ອງ ດັ່ງກ່າວຢ່າງ ຈະແຈ້ງເທື່ອ.

ເຈົ້າໜ້າທີ່ ຍັງຢູ່ຣະຫວ່າງການວັດແທກ ເນື້ອທີ່ດິນ ແລະເກັບກໍາຂໍ້ມູນ ກ່ຽວກັບເຣື່ອງທີ່ມາ ຂອງດິນ ແຕ່ລະຕອນ ທີ່ຊາວບ້ານປຸກເຮືອນ ລ້ຽງປາ ເຮັດນາ ເຮັດໄຮ່ ເຮັດສວນໃສ່, ທ່ານກ່າວ:

“ຂັດຂ້ອງ ໂອ໋ ຂັ້ນເທິງ ຂັດຂ້ອງ ກໍບໍ່ຮູ້ເດີ ພະນັກງານເຂົ້າມາ ກໍບໍ່ທັນແຈ້ງ ກໍບໍ່ຊ່າງເວົ້າແນວໃດຫັ້ນເດ໋ ເພາະວ່າຣັຖເຮັດເດ໋.”  

ແລະຊາວບ້ານສະລວງ ອີກຜູ້ນຶ່ງທີ່ຂໍາສງວນຊື່ ຄືກັນກໍເວົ້າຕໍ່ RFA ໃນມື້ວັນທີ 28 ກັນຍາ ນີ້ວ່າ ປັດຈຸບັນ ຊາວບ້ານສະລວງ ໝົດບ້ານ ຍັງບໍ່ທັນໄດ້ໃບຕາດິນ ຂອບຄໍາເທື່ອ, ມີແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງປັກຫລັກ ດິນແຕ່ລະຕອນຊື່ໆ. ແລະວ່າ ດິນທີ່ປະຊາຊົນຈັບຈອງເອົານັ້ນ ສ່ວນຫລາຍເປັນດິນຣັຖ ດັ່ງທີ່ທ່ານກ່າວວ່າ:

“ບໍ່ ບໍ່ໄດ້ເທື່ອ ເຂົາມາແທກໄວ້ຊື່ໆ ທັງໝົດແຫລະ ບໍ່ທັນໄດ້ນະ ດຽວນີ້ ເຂົາຫາຈະໄດ້ປັກຫລັກໄມ້ ໄວ້ຍັງບໍ່ໄດ້ ຖ້າໄດ້ເຂົາສິໂທມາບອກ ດອກ ມາແຈ້ງ ຄືວ່າ ປະຊາຊົນໄປຈັບຈອງເອົາ ສ່ວນຫລາຍດິນຣັຖໝົດ ຟາກໄຮ່ເບື້ອງ ໂຮງຮຽນພຸ້ນແຫລະ ຈັບຈອງກໍ ເຂົາເອົາຄືນ ໝົດນະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຊັພຍາກອນ ທັມຊາດ ແລ ະສິ່ງແວດລ້ອມ ແຂວງຜົ້ງສາລີ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ວັນທີ 28 ກັນຍາ ນີ້ວ່າສໍາລັບການຊົດເຊີຍ ຊາວບ້ານ ຊຶ່ງຈັບຈ່ອງທີ່ດິນ 17 ຕອນນັ້ນ ຈະໃຫ້ຊາວບ້ານ ໄປຢູ່ດິນ ບ່ອນທີ່ທາງການສງວນໄວ້ ແລະ ທາງພາກສ່ວນກ່ຽວຂ້ອງ ຈະອອກໃບຕາດິນ ຂອບຄໍາໃຫ້ ແຕ່ວ່າຍັງບໍ່ຮອດຂັ້ນຕອນນັ້ນເທື່ອ:

“ສໍາລັບຜູ້ຖືກກິຈການຣັຖ ພວກເຮົາສິໄດ້ຈັດສັນ ແຕ່ວ່າຍັງບໍ່ທັນຮອດຂັ້ນຕອນ ນັ້ນເທື່ອ. ດຽວນີ້ນີ໋ ມີແຕ່ຂັ້ນຕອນຈັດວາງ ຣະບົບດິນຊື່ໆ. ພວກເຮົາບໍ່ມີງົບປະມານ ໃນການພັທນາເທື່ອ ເມືອໜ້າຄັນຣັຖມີ ງົບປະມານຈັດສັນ ສົມມຸດວ່າ ເຂົາເຈົ້າຕັ້ງເຮືອນກ່ອນແລ້ວ ແຕ່ວ່າ... ຖືກທາງເນາະ ໂຕນີ້ ພວກເຮົາກໍສາມາດຈັດໃຫ້ ເຂົາເຈົ້າໄປຢູ່ ບ່ອນທີ່ພວກເຮົາມີດິນສງວນ ຂອງຣັຖຫັ້ນ.”  

ທ່ານກ່າວຕື່ມວ່າ ສໍາລັບຊາວບ້ານຜູ້ທີ່ມີດິນ ທີ່ບໍ່ຢູ່ໃນດິນຣັຖ 17 ຕອນນັ້ນ ພວກເຂົາເຈົ້າຈະໄດ້ໃບຕາດິນຂອບຄໍາ ຫລັງຈາກເຈົ້າໜ້າທີ່ ກ່ຽວຂ້ອງ ລົງໄປພິສູດຫລັກຖານ ຢ່າງຈະແຈ້ງ ແລະຮູ້ວ່າດິນ ຂອງພວກ ເຂົາເຈົ້າ ເປັນດິນຕົກທອດມາຈາກ ບັນພະບຸຣຸດ ຫລື ເປັນດິນ ທີ່ອົງການຈັດຕັ້ງ ແບ່ງໃຫ້, ບໍ່ແມ່ນດິນຣັຖ, ຕ້ອງມີການຢັ້ງຢືນ ຈາກຜແນກກະສິກັມ ແລະປ່າໄມ້ ຄັກແນ່.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງວ່າການ ປົກຄອງແຂວງຜົ້ງສາລີ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ປັດຈຸບັນ ພາກສ່ວນກ່ຽວຂ້ອງ ກໍາລັງຢູ່ໃນຂັ້ນຕອນ ວາງຣະບົບການ ຈັດສັນດິນ ໃຫ້ເປັນຣະບຽບ ເພື່ອພັທນາບ້ານສະລວງ ໃຫ້ກາຍເປັນໂຕເມືອງ ນ້ອຍຂອງເມືອງໃໝ່ ທີ່ຜແນກໂຍທາທິການ ແລະຂົນສົ່ງ ໄດ້ອອກແບບໄວ້:

“ດຽວນີ້ ເຂົາກໍາລັງວັດແທກ ແຕ້ມ, 1 ຢູ່ ກໍາລັງສືບສວນ ສິນໍາໃຊ້ທີ່ດິນທີ່ພະນັກງານ ພວກເຮົາໄປວັດແທກ ກໍາລັງປັກຫລັກເຂດດິນ. ແຕ່ວ່ານິຕິກັມ ຂອງຂັ້ນເທິງນີ໊ກໍ ຮັບຮອງແລ້ວ ພວກເຂົາກໍາລັງຊອກທຶນ ຊອກຮອນ ເວລາມີທຶນມີຮອນປຶບຂອງຂັ້ນເທິງ ຫລື ວ່າບັນດາ ອົງການ ສນັບສນູນ ພວກເຮົາກໍໄປພັທນາຢູ່ຈຸດ ທີ່ພວກເຮົາກໍານົດໄວ້ຫັ້ນ ຕາມຜັງຂອງ ຍທຂ ຫັ້ນ.”  

ອີງຕາມຣາຍງານຂອງ ສໍານັກຂ່າວລາວ ວັນທີ 24 ກັນຍາ ນີ້, ແຜນຜັງການຈັດສັນ ບ້ານສະລວງ ໃຫ້ກາຍເປັນໂຕເມືອງນ້ອຍ ຂອງ ເມືອງໃໝ່ນັ້ນ ຈະປະກອບດ້ວຍ ການພັທນາໂຄງຮ່າງພື້ນຖານ ຄົບວົງຈອນ ເປັນຕົ້ນ ການສ້າງເສັ້ນທາງ ໂຮງຮຽນ ໂຮງໝໍນ້ອຍ ຫ້ອງການ ກຸ່ມບ້ານ ຫ້ອງການບ້ານ ບ້ານພັກ ຫ້ອງການໄຟຟ້າ ຕລາດ ຄິວຣົດ ວັດ ຫໍພັກຄຣູ. ແຕ່ເຈົ້າໜ້າທີ່ ແລະຊາວບ້ານ ບໍ່ຮູ້ວ່າ ດິນ 17 ປາຍຕອນ ທີ່ວ່ານັ້ນ ມີເນື້ອທີ່ຈັກເຮັກຕາ ຍ້ອນຍັງຢູ່ຣະຫວ່າງ ການວັດແທກຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.