ເຈົ້າໜ້າທີ່ ແຂວງຜົ້ງສາລີ ຢຸດເກັບເງິນ ຄຸ້ມຄອງສິ່ງແວດລ້ອມ ທີ່ດ່ານຊາຍແດນ
2024.02.22
ປະມານວັນທີ 20 ເດືອນກຸມພາ ປີ 2024 ທີ່ຜ່ານມາ ມີຜູ້ໃຊ້ເຟສບຸກ ທ່ານນຶ່ງ ໂພສວ່າ:
“ຂໍຂອບໃຈ ໜັງສືພິມ ພັທນາລາວ ທີ່ໂພສຂໍ້ມູນ ຄ່າທໍານຽມ ເພື່ອເປັນບ່ອນອີງ ໃນການເຂົ້າ-ອອກດ່ານ ທຸກດ່ານຊາຍແດນ ທົ່ວປະເທດ ສໍາລັບຜູ້ທີ່ໃຊ້ໜັງສືຜ່ານແດນ (Passport) ຟຣີ ສ່ວນໜັງສືຜ່ານແດນ 8,000 ກີບ ແຕ່ຢູ່ດ່ານປາງກົກ ແຂວງຜົ້ງສາລີ ເພິ່ນພັດ ມີຄ່າຄຸ້ມຄອງສິ່ງແວດລ້ອມ 20,000 ກີບ (ບໍ່ມີແຈ້ງການ, ເປັນລະບຽບຂອງດ່ານ) ຂໍຖາມ ເຖິງຄົນທີ່ຮູ້ ແລະມີຂໍ້ມູນແນ່ເດີ້ ເພື່ອເປັນຂໍ້ມູນໃນການເດີນທາງ ແລະນໍານັກທ່ອງທ່ຽວ ເຂົ້າ-ອອກ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ກວດສອບ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກ່າວວ່າ ວັນທີ 21 ເດືອນກຸມພາ 2024 ຂັ້ນເທິງ ໄດ້ມີການປຶກສາຫາລືກັນ ແລະໄດ້ສັ່ງໂຈະ ບໍ່ໃຫ້ເຈົ້າໜ້າທີ່ ເກັບຄ່າຄຸ້ມຄອງສິ່ງແວດລ້ອມ ເພື່ອເປັນຄ່າທໍານຽມເຂົ້າ-ອອກ ຢູ່ດ່ານສາກົລປາງຫົກແລ້ວ ແລະໃຫ້ເຈົ້າໜ້າທ່າ ປະຕິບັດຕາມດໍາຣັດ 002/ປປທ ລົງວັນທີ 17 ມິຖຸນາ 2021, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ກຸມພາ ນີ້ວ່າ:
“ໄດ້ລົມກັນແລ້ວ ເຂົາເຈົ້າປຶກສາກັນ ກ່ຽວກັບອັນນັ້ນ ມື້ວານ ມື້ຊືນ ໄດ້ຊີ້ນໍາແລ້ວ ມີແຕ່ເກັບຕາມດໍາຣັດ 02 ຫັ້ນແຫຼະ ຣັຖດໍາຣັດ ແຕ່ວ່າ ເນື່ອງຈາກເກັບຄ່າ ສິ່ງແວດລ້ອມອີ່ຫຍັງຫັ້ນນ່າ ພວກເຮົາຫໄດ້ສັ່ງ ຢຸດ ໂຈະແລ້ວ.”
ສໍາລັບສາເຫດ ທີ່ເຮັດໃຫ້ເຈົ້າໜ້າທີ່ ຢູ່ດ່ານສາກົລປາງຫົກ ເກັບຄ່າຄຸ້ມຄອງສິ່ງແວດລ້ອມ ເພື່ອເປັນຄ່າທໍານຽມເຂົ້າ-ອອກ ກໍຍ້ອນວ່າ ຂາດງົປມານບໍຣິຫານ ຄ່ານໍ້າ, ຄ່າໄຟ ຢູ່ດ່ານສາກົລປາງຫົກ ຈຶ່ງເກັບຄ່າຄຸ້ມຄອງສິ່ງແວດລ້ອມ ໂດຍທີ່ ຂແນງການຕໍາຣວດກວດຄົນເຂົ້າເມືອງ ບໍ່ໄດ້ຮັບຮູ້ເຣື່ອງນີ້ ແລະການເກັບຄ່າຄຸ້ມຄອງສິ່ງແວດລ້ອມ ຢູ່ດ່ານສາກົລປາງຫົກ ນີ້ ເກັບມາໄດ້ພຽງໄລຍະສັ້ນເທົ່ານັ້ນ ແລ້ວມີປະຊາຊົນສ່ອງແສງບັນຫາ ກໍໄດ້ສັ່ງໂຈະທັນທີ.
“ໃນເມື່ອຕາມພວກເຮົາໄດ້ສອບຖາມ ແລ້ວມັນ ທາງກອງບັນຊາການ ກໍບໍ່ໄດ້ຂໍຄວາມເຫັນມາ ແລ້ວແມ່ນ ເຣື່ອງການຮັກສາສິ່ງແວດລ້ອມ ເປັນສ້ອມແປງ ອັນນີ້ ອັນນັ້ນ ເອົານໍ້າໃສ່ ຄ່ານໍ້າ ຄ່າໄຟ ໃນເມື່ອເບື້ອງຕົ້ນ ໄລຍະນຶ່ງ ບໍ່ມີບ້ວງເງິນບໍຣິຫານ ແລ້ວເຂົ້າແລ້ວຣາຍງານມາແບບນັ້ນ ແລ້ວພວກເຮົາສັ່ງໂຈະ ມື້ວານ ມື້ຄືນນີ້ ເຈົ້າແຂວງສັ່ງໃຫ້ຫົວໜ້າກອງບັນການໄປຊີ້ນໍາ ແລ້ວສັ່ງໂຈະແລ້ວເດີ້ ບໍ່ແມ່ນ ເຈົ້າໜ້າທີ່ ຕມ ເກັບເນາະ ອັນນີ້ ພາກສ່ວນຄຸ້ມຄອງດ້ານ ຂແນງການເຂົາເຈົ້າເກັບແນວນັ້ນ ກໍຫາມີຫາງສຽງ ແຕ່ວ່າ ຫາກະເກັບມາໄດ້ເທົ່າໃດ ໄລຍະສັ້ນນີ້ ແຕ່ວ່າ ມີປະກົດ ເຂົາເຈົ້າສັ່ງໂຈະໝົດ.”
ດ້ານປະຊາຊົນ ຢູ່ບ້ານປາງຫົກ ເມືອງໃໝ່ ເຊິ່ງເປັນບ້ານ ທີ່ມີດ່ານສາກົລປາງຫົກ ປະຈໍາການ ໄດ້ຢັ້ງຢືນ ກັບວິທຍຸເອເຊັຽເສຣີ ວ່າ ປັດຈຸບັນ ບໍ່ມີການເກັບຄ່າຄຸ້ມຄອງສິ່ງແວດລ້ອມ ເພື່ອເປັນຄ່າທໍານຽມເຂົ້າ-ອອກ ຢູ່ດ່ານສາກົລປາງຫົກແລ້ວ, ສ່ວນແຕ່ກ່ອນ ມີການເກັບຄ່າຄຸ້ມຄອງສິ່ງແວດລ້ອມແທ້.
ດັ່ງທ່ານຂຍາຍຄວາມ ຕໍ່ເຣື່ອງນີ້ໃຫ້ເຂົ້າໃຈແຈ້ງຂຶ້ນ ໃນມື້ດຽວກັນນີ້ວ່າ:
“ໂຕນັ້ນ ຖືວ່າບໍ່ມີແລ້ວຕິ ສິ່ງແວດລ້ອມນີ່ ຖືວ່າ 5,000 ກີບແຫຼະນ່າ ແຕ່ວ່າຂີ່ຣົຖຈັກ ຖ້າວ່າ ບໍ່ມີຣົຖຈັກນີ່ເຂົາບໍ່ເອົາ ບໍ່ມີຣົຖເຂົ້າໄປນ່າ ບໍ່ຈົ່ມແລ້ວ ມີແຕ່່ວ່າ ຂ້າມໄປວຽດ ຖ້າບໍ່ຂ້າມໄປວຽດ ເຂົາເຈົ້າກໍບໍ່ເອົາ.”
ຂະນະທີ່ ປະຊາຊົນ ທີ່ເຄີຍຂ້າມດ່ານສາກົລ ກ່າວວ່າ ແຕ່ລະດ່ານ ຢູ່ປະເທດລາວ ບໍ່ເຄີຍເຫັນດ່ານໃດ ເກັບຄ່າຄຸ້ມຄອງສິ່ງແວດລ້ອມ ເພື່ອເປັນຄ່າທໍານຽມເຂົ້າ-ອອກ ເປັນຕົ້ນ ຢູ່ຂົວມິຕພາບລາວ-ໄທຍ ແຫ່ງທີ 2 (ສວັນນະເຂດ-ມຸກດາຫານ) ແລະ ຢູ່ຂົວມິຕພາບລາວ-ໄທຍ ແຫ່ງທີ 1 (ວຽງຈັນ-ໜອງຄາຍ) ບໍ່ມີການເກັບຄ່າຄຸ້ມຄອງສິ່ງແວດລ້ອມ ເພື່ອເປັນຄ່າທໍານຽມເຂົ້າ-ອອກ ແຕ່ຢ່າງໃດ.
“ແຕ່ລະດ່ານ ແຕ່ລະດ່ານ ບໍ່ເຄີຍມີ ໃນປະເທດລາວ ແຕ່ກີ້ ຂ້ອຍກະ ດ່ານມຸກດາຫານ ດ່ານວຽງຈັນ ຂ້ອຍຂ້າມໄປດຸຢູ່ ມັນບໍ່ມີ ເຮັດແບບນີ້ດອກ ມັນບໍ່ກ່ຽວກັບຫຍັງເລີຍ ຊິມາເກັບເງິນ ເກັບຄໍາ ບໍ່ມີດ່ານໃຜເຮັດ ຢູ່ດ່ານສວັນນະເຂດ ກໍບໍ່ມີດ່ານມຸກດາຫານ ດ່ານວຽງຈັນ ດ່ານໃຫຍ່ ກໍບໍ່ມີດ່ານ ຢູ່ໃສ ກໍບໍ່ມີໄປເສັຍຄ່າສິ່ງແວດລ້ອມ ເຂົາອາຈຊິເຮັດກັນເອງບໍ ຢູ່ໃນຫັ້ນ ເຮົາກໍບໍ່ຮູ້ຈັກນໍາເພິ່ນເນາະ ເຫັນແລ້ວກໍຢາກຫົວຢູ່.”
ສ່ວນຜູ້ໃຊ້ ສື່ສັງຄົມອ໋ອນລາຍນ໌ ແລະໄດ້ຕິດຕາມຂ່າວນີ້ ກ່າວວ່າ ໂຕຜູ້ໃຊ້ເຟສບຸກ ທີ່ໂພສຂໍ້ມູນລົງ ກໍຍັງບໍ່ເຂົ້າໃຈວ່າ ເປັນຍ້ອນຫຍັງ ເຈົ້າໜ້າທີ່ ເຖິງເກັບຄ່າຄຸ້ມຄອງສິ່ງແວດລ້ອມ ເພື່ອເປັນຄ່າທໍານຽມເຂົ້າ-ອອກ ຢູ່ດ່ານສາກົລປາງຫົກ, ໂຕເອງ ຈຶ່ງເບິ່ງວ່າ ການເກັບຄ່າຄຸ້ມຄອງສິ່ງແວດລ້ອມນັ້ນ ຈະເປັນການເກັບຊໍ້າຊ້ອນ ກັບຄ່າທໍານຽມອຶື່ນ ແລະເບິ່ງວ່າ ບໍ່ແມ່ນນະໂຍບາຍຂອງຣັຖບານ ອາຈເປັນພຽງນະໂຍບາຍທ້ອງຖິ່ນພຽງຢ່າງດຽວ ທາງພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ກວດກາຄືນ.
ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:
“ອັນຄວາມຈິງແລ້ວ ຜູ້ເອົາໄປລົງຂ່າວເອງ ກໍບໍ່ເຂົ້າໃຈຄືກັນ ມັນຕ້ອງມີເຫດຜົລ ຂອງການທີ່ວ່າຊິເກັບຄ່າສິ່ງແວດລ້ອມ ເພາະສະນັ້ນ ມັນຊິໄປຊໍ້າຊ້ອນ ກັບໂຕເກັບໂຕອື່ນບໍ ຫຼືຈັ່ງໃດ ເຮົາກະຕ້ອງໄດ້ສຶກສາ ແລະຕ້ອງຮຽນຮູ້ ມັນອາຈບໍ່ແມ່ນນະໂຍບາຍ ຂອງຣັຖບານ ນະໂຍບາຍຂອງທ້ອງຖິ່ນ ແຕ່ທ້ອງຖິ່ນເອງ ກໍຕ້ອງໄດ້ເຂົ້າໃຈ ວ່າ ໂຕເອງກໍາລັງເຮັດອີ່ຫຍັງຄືກັນ ເພິ່ນກໍຕ້ອງໄດ້ໄປສຶກສາຄືນ.”
ໃນວັນທີ 22 ເດືອນກຸມພາ 2024 ຜູ້ໃຊ້ເຟສບຸກ ທີ່ໂພສຂໍ້ຄວາມດັ່ງກ່າວ ກໍໄດ້ລຶບຂໍ້ຄວາມນັ້ນອອກແລ້ວ ຍັງຄົງເຫຼືອຢູ່ທີ່ຂ່າວ ທີ່ສື່ມວນຊົນລາວ ເຜີຍແຜ່ລົງສື່ສັງຄົມອ໋ອນລາຍນ໌.