ສາມຫຼ່ຽມຄຳ ຈະເປີດດ່ານສາກົລ-ທ່າເຮືອຂົນສົ່ງ ທ້າຍປີ 2024
2023.08.16
ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຂອງຈີນ ຈະເປີດດ່ານສາກົລ ແລະ ທ່າເຮືອຂົນສົ່ງ ໂດຍສານແຫ່ງໃໝ່ ໃນທ້າຍປີ 2024 ນີ້ ຂະນະທີ່ຫລາຍຝ່າຍ ກໍມີຄວາມກັງວົນເຣື່ອງການເຂົ້າ-ອອກ ທີ່ຜິດກົດໝາຍ ແລະ ການກວດກາສິນຄ້າເຖື່ອນ. ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຣີ່ມກໍ່ສ້າງ ດ່ານສາກົລ ສາມຫລ່ຽມຄໍາ ແລະ ທ່າເຮືອຂົນສົ່ງໂດຍສານຫລັງໃໝ່ ຕັ້ງແຕ່ເດືອນ ພຶສພາ 2023 ແລະ ມີກໍານົດສ້າງສຳເຣັດ ໃນທ້າຍປີ 2024 ນີ້ ລວມເນື້ອທີ່ 8,195 ຕາແມັດ, ອາຄານໃໝ່ຈະປະກອບມີ ສໍານັກງານທ່ອງທ່ຽວ, ຫ້ອງຕໍາຣວດກວດຄົນເຂົ້າ-ອອກເມືອງ, ຫ້ອງການພາສີ-ອາກອນ ແລະ ຮ້ານຄ້າຕ່າງໆ ເຊິ່ງຈະໄດ້ຮັບການອອກແບບ ດ້ວຍສະຖາປັດຕະຍະກັມລາວ ແບບດັ້ງເດີມ ແລະ ຄວາມທັນສໄມ.
ດັ່ງ ເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫ່ຽມຄໍາ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ສິງຫາ ນີ້ວ່າ:
“ແຕ່ດຽວນີ້ກະຂ້າມຢູ່ແລ້ວ ນັກທ່ອງທ່ຽວກະຂ້າມຢູ່ແລ້ວ ແຕ່ວ່າມັນຍັງເປັນດ່ານເກົ່າດອກ ດຽວນີ້ ເຂົາຊິປັບປຸງໃໝ່ຫັ້ນນ່າ ດ່ານສາກົລນີ້ ມັນຂຶ້ນກັບເຂດ ເສຖກິຈພິເສດ ສາມຫລ່ຽມຄໍາຫັ້ນ ສິນຄ້າ ທາງຜ່ານ, ຜ່ານໄປຜ່ານມາ ກະໄປຜ່ານຢູ່ເຂດເສຖກິຈຫັ້ນ.”
ສໍາລັບ ໂຄງການດ່ານສາກົລ ສາມຫລ່ຽມຄໍາ ແລະ ທ່າເຮືອຂົນສົ່ງໂດຍສານ ມີເປົ້າໝາຍ ທີ່ພັທນາໃຫ້ເປັນດ່ານ ສາກົລ, ທ່າເຮືອໂດຍສານ ລະຫວ່າງປະເທດ ແລະ ທ່າເຮືອຂົນສົ່ງສິນຄ້າ ລະຫວ່າງປະເທດ ທີ່ສາມາດຮັບຮອງ ເຮືອບັນທຸກສິນຄ້າຂະໜາດໃຫຍ່ ນໍ້າໜັກ 500 ຕັ່ນ ຈາກປະເທກຈີນ ແລະ ຮັບຮອງ ນັກທ່ອງທ່ຽວ ໄດ້ປະມານ 150,000 ຄົນຕໍ່ປີ. ໂຄງການ ດ່ານສາກົລສາມຫລ່ຽມຄໍາ ແລະ ທ່າເຮືອຂົນສົ່ງໂດຍສານ ພາຍໃຕ້ການ ຄວບຄຸມຂອງເຂດ ເສຖກິຈພິເສດສາມຫລ່ຽມຄໍາ ຂອງຈີນນັ້ນ ກໍມີຫລາຍຝ່າຍ ຕັ້ງຄໍາຖາມວ່າ ທາງການລາວ ເຊິ່ງເປັນເຈົ້າຂອງປະເທດ ຫລື ນັກລົງທຶນຈີນ ຜູ້ພັທນາໂຄງການ ຈະເປັນຜູ້ບໍຣິຫານ ແລະ ຄຸ້ມຄອງ ດ່ານສາກົລ ແລະ ທ່າເຮືອໂດຍສານ ດັ່ງກ່າວ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ແຂວງບໍ່ແກ້ວ ກ່າວວ່າ ເຖິງຈະເປັນໂຄງການລົງທຶນຂອງຈີນ ແລະ ຢູ່ພາຍໃຕ້ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ແຕ່ທາງການລາວ ກໍຈະສົ່ງ ເຈົ້າໜ້າທີ່ຝ່າຍລາວ ເປັນຕົ້ນ ເຈົ້າໜ້າທີ່ ປກສ, ເຈົ້າໜ້າທີ່ການເງິນ ແລະ ເຈົ້າໜ້າທີ່ກວດຄົນເຂົ້າ-ອອກເມືອງ ຫລື ຕມ ເຂົ້າໄປປະຈໍາການ ຢູ່ດ່ານດັ່ງກ່າວ ຕາມກົດໝາຍຂອງປະເທດລາວ. ການສົ່ງເຈົ້າໜ້າທີ່ຝ່າຍລາວ ເຂົ້າໄປປະຈໍາການ ຢູ່ ໂຄງການດ່ານສາກົລສາມຫລ່ຽມຄໍາ ແລະ ທ່າເຮືອຂົນສົ່ງໂດຍສານ ກໍເພື່ອເປັນການຕິດຕາມ, ຄຸ້ມຄອງຄົນເຂົ້າ-ອອກເມືອງ ກວດກາສິນຄ້າ, ກວດຢາເສບຕິດ ທີ່ອາດລັກລອບ ຂົນສົ່ງຜ່ານທາງເຮືອສິນຄ້າ ແລະ ບັນຫາອື່ນໆ ທີ່ຜິດກົດໝາຍຂອງປະເທດລາວ.
ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ໂອ້ ກະມີລະວ້າ ເຈົ້າໜ້າທີ່ ກອງບັນຊາການ ຂອງເຂດຫັ້ນແຫລະ ເປັນເຈົ້າໜ້າທີ່ ລາວໝົດເລີຍເນາະ ຜແນກການທີ່ກ່ຽວຂ້ອງ ຂອງແຂວງ, ຂອງກະຊວງ ກະກວດກາໝົດດ້ວຍກັນຫັ້ນແຫລະ.”
ທ່ານກ່າວອີກວ່າ ດຽວນີ້ ຢູ່ເມືອງຕົ້ນເຜິ້ງ ມີທ່າເຮືອ ທີ່ໃຫ້ຄົນເຂົ້າ-ອອກເມືອງ ຈໍານວນ 2 ແຫ່ງ ຄື ທ່າເຮືອ ເມືອງຕົ້ນເຜິ້ງ ເຊິ່ງມີທາງການລາວ ເປັນຜູ້ຄຸ້ມຄອງ ແລະທ່າເຮືອ ສາມຫລ່ຽມຄໍາ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເປັນຜູ້ຄຸ້ມຄອງ ເຖິງແມ່ນວ່າ ຈະມີການກໍ່ສ້າງໃໝ່ ແຕ່ທາງເຂດ ກໍຍັງເປີດໃຫ້ຄົນເຂົ້າ-ອອກ ໄດ້ຕາມປົກຕິ.
ທາງດ້ານ ເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ ການອະນຸຍາດໃຫ້ເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ຂອງນັກລົງທຶນຈີນ ສ້າງດ່ານສາກົລ ສາມຫລ່ຽມຄໍາ ແລະ ທ່າເຮືອຂົນສົ່ງໂດຍສານໃໝ່ ຖືເປັນການພັທນາ ທີ່ເຮັດໃຫ້ປະເທດລາວ ເສັຍປຽບຢ່າງໜັກ ເພາະການເກັບພາສີ-ອາກອນ ຈາກການຂົນສົ່ງສິນຄ້າ, ການເຂົ້າ-ອອກເມືອງ ແລະອື່ນໆ ຈະຖືກບໍຣິສັດຈີນ ເກັບໄປໝົດ ແລ້ວ ລາວຈະໄດ້ໜ້ອຍດຽວເທົ່ານັ້ນ.
ປັດຈຸບັນ ແຂວງບໍ່ແກ້ວ ມີທ່າເຮືອລະຫວ່າງປະເທດ ຢູ່ເຂດບ້ານມອມ ເມືອງຕົ້ນເຜິ້ງ ເຊິ່ງເປັນທ່າເຮືອຂນາດໃຫຍ່ ທີ່ຕິດຕາມ-ກວດກາສິນຄ້າ ທາງເຮືອທຸກປະເພດ ກ່ອນຈະຂົນສົ່ງສິນຄ້າ ລົງມາຍັງເຂດເສຖກິຈພິເສດສາມຫລ່ຽມຄໍາ ແລະ ຕໍ່ໄປຍັງເມືອງຫ້ວຍຊາຍ ແຕ່ປັດຈຸບັນ ຣັຖບານລາວ ໃຫ້ສັມປະທານແກ່ ເຂດເສຖກິຈພິເສດ ສາມຫລ່ຽມຄໍາໄປແລ້ວ ສະນັ້ນແລ້ວ ອີກບໍ່ດົນ ທັງ ທ່າເຮືອລະຫວ່າງປະເທດ ບ້ານມອມ ແລະດ່ານສາກົລ ສາມຫລ່ຽມຄໍາ ແລະ ທ່າເຮືອຂົນສົ່ງໂດຍສານ ຈະຕົກຢູ່ພາຍໃຕ້ການບໍຣິຫານ ແລະ ຄຸ້ມຄອງ ຂອງເຂດເສຖກິຈ ສາມຫລ່ຽມຄໍາ ທັງໝົດ ຫາກນັກລົງທຶນຈີນ ກໍ່ສ້າງສຳເຣັດ ຈະເຮັດໃຫ້ ທາງການລາວ ເສັຍຜົລປໂຍດທີ່ສຸດ.
ດັ່ງ ເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ອັນນີ້ພວກເຮົາກະກັງວົນໃຈຢູ່ວ່າ ທ່າເຮືອບ້ານມອມ ທີ່ວ່າ ຖືກຂາຍໄປແລ້ວສ່າໄປ ເຮົາຊິບໍ່ໄດ້ຫຍັງເລີຍໄດ໋ ຫັ້ນນ່າ ແມ້ແຕ່ສນາມບິນຄືກັນໄດ໋ ຫັ້ນນ່າ ເຫັນເບາະ ແລ້ວເຮົາກະບໍ່ມີສິດ ຊິໄປກວດໄປຫຍັງ ເວລາສິນຄ້າມາແຕ່ຈີນ ສົມມຸດຊິເນາະ.”
ທ່ານກ່າວອີກວ່າ ສະເພາະແມ່ນ້ໍາຂອງຕອນເທິງ ນັບແຕ່ແຂວງບໍ່ແກ້ວ ຂຶ້ນໄປ ຂໍ້ຕົກລົງວ່າດ້ວຍ ການຂົນສົ່ງສິນຄ້າທາງເຮືອ ໃນແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ ລົງນາມວັນທີ 20 ເມສາ ປີ 2000 ໄດ້ອະນຸຍາດ ໃຫ້ເຮືອຂົນສົ່ງສິນຄ້າ ບັນທຸກສິນຄ້າ ນ້ໍາໜັກປະມານ 300-500 ຕັນ ໄດ້ສະເພາະໃນໄລຍະ ຣະດູຝົນເທົ່ານັ້ນ ແລະ ບໍ່ອະນຸຍາດ ໃຫ້ເຮືອຂົນສົ່ງສິນຄ້າ ທີ່ມີນ້ໍາໜັກເກີນກວ່າ 300 ຕັ່ນ ແລ່ນໃນແມ່ນ້ໍາຂອງຕອນລ່າງ.
ຊາວລາວຜູ້ນຶ່ງ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ຫາກທາງການລາວ ອະນຸຍາດໃຫ້ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ສ້າງດ່ານສາກົລ ແລະ ທ່າເຮືອໃໝ່ ຢູ່ໃນເຂດດັ່ງກ່າວ ທັງເຣື່ອງການເກັບຣາຍຮັບ, ການຕິດຕາມຄຸ້ມຄອງ ຄົນເຂົ້າ-ອອກເມືອງ,ການກວດກາສິນຄ້າ ກໍຈະຢູ່ພາຍໃຕ້ ເສຖກິຈພິເສດ ສາມຫລ່ຽມຄໍາ ເຊິ່ງທາງການລາວ ກໍບໍ່ມີສິດທີ່ຈະເຂົ້າໄປຄຸ້ມຄອງໄດ້ ເຊັ່ນດຽວກັບ ສນາມບິນສາກົລ ບໍ່ແກ້ວ ສວນ ວັທນະທັມບໍ່ແກ້ວ ແລະໂຄງການພັທນາອື່ນໆ ຂອງຈີນ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ທ່າເຮືອໃນເຂດນັ້ນ ມັນເປັນດ່ານສາກົລເນາະ ຂອບເຂດຂອງກາສິໂນ ເຂົາຈະມີເຈົ້າໜ້າທີ່ຄົນຈີນກວດຕ່າງຫາກ ມີຕໍາຣວດລາວຢູ່ ແຕ່ຕໍາຣວດລາວຈະປະຄຽງຄູ່ຫັ້ນຊື່ໆ ຈະບໍ່ມີສິດກວດການ່າ ບໍ່ຮູ້ວ່າ ຂະເຈົ້າເຮັດວຽກແນວໃດ ແຕ່ລະເທື່ອ ມີເຈົ້າໜ້າທີ່ຈີນຢູ່ດ່ານຫັ້ນ ເປັນຄົນກວດ.”
ຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ການອະນຸຍາດ ໃຫ້ເຂດເສຖກິຈພິເສດສາມຫລ່ຽມຄໍາ ສ້າງດ່ານສາກົລ ແລະທ່າເຮືອຂົນສົ່ງໂດຍສານ ຖືເປັນຄວາມຜິດພາດ ໃນການບໍຣິຫານປະເທດ ຂອງຣັຖບານລາວ ເພາະຜົລປະໂຍດ ມຫາສານ ຈະຕົກໄປຢູ່ກັບເຂດ ເສຖກິຈພິເສດ ສາມຫລ່ຽມຄໍາ ຂອງຈີນ ແລະ ການພັທນາ ດັ່ງກ່າວ ກໍບໍ່ໄດ້ຊ່ວຍ ໃຫ້ປະຊາຊົນລາວ ໃນພື້ນທີ່ ໄດ້ຮັບຜົລປໂຍດແຕ່ຢ່າງໃດ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຄິດແຕ່ວ່າຢາກໄດ້ ແຕ່ວ່າຜົລສຸດທ້າຍມາ ການຕອບສນອງ ຄວາມຕ້ອງການ ຂອງປະຊາຊົນເຮົາ ນີ້ມັນບໍ່ໄດ້ພໍເທົ່າໃດ ຜົລເສັຍມັນຫລາຍກ່ວາ ເຂົາກະເອົາບ່ອນໃດ ທີ່ວ່າເຂົາຕ້ອງການ ກະໄດ້ໃຫ້ເຂົາ.”
ປັດຈຸບັນ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ບໍຣິຫານງານໂດຍ ຈ້າວເຫວ່ຍ ໄດ້ຮັບສັມປະທານ ທີ່ດິນຈາກ ຣັຖບານລາວ 3,000 ເຮັກຕ້າ ອາຍຸສັປທານ 99 ປີ ເມື່ອປີ 2007 ມູນຄ່າ ລົງທຶນ 86 ລ້ານປາຍ ໂດລ່າ ສຫຣັຖ, ພາຍໃນປະກອບມີ ບ່ອນພັກອາໄສ ໂຮງແຮມ ຮ້ານອາຫານ ຕລາດ ໂຮງໝໍ ແລະ ຄາຊິໂນ ທີ່ໄດ້ຮັບອະນຸຍາດ ຢ່າງເປັນທາງການ ຈາກຣັຖບານລາວ.
ຫລ້າສຸດ ທ່ານ ຈ້າວເຫວ່ຍ ກໍໄດ້ສ້າງສນາມບິນສາກົລ ບໍ່ແກ້ວ ທີ່ຢູ່ຫ່າງຈາກເຂດດັ່ງກ່າວ ປະມານ 5 ກິໂລແມັຕ ເພື່ອອໍານວຍຄວາມສະດວກ ເປັນການສະເພາະ ໃຫ້ແກ່ນັກທ່ອງທ່ຽວຈີນ ທີ່ຄາດວ່າຈະເດີນທາງ ທ່ອງທ່ຽວຢູ່ພາຍໃນເຂດດັ່ງກ່າວ ແລະ ຄາດວ່າ ຈະເປີດ ໃຫ້ບໍຣິການໃນທ້າຍປີ 2023 ນີ້.
ເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ມີຄົນລາວຈໍານວນຫລາຍ ໂດຍສະເພາະແມ່ຍິງລາວ ໄດ້ສມັກເຂົ້າໄປເຮັດວຽກຕອບແຊດ ໃນແຕ່ມື້ສະມັກໄປແລ້ວຖືກຕົ້ວະ ໃຫ້ໄປຂາຍບໍຣິການ, ບັງຄັບໃຊ້ແຮງງານຕ່າງໆ ຫລື ເຮັດວຽກບໍ່ຕຣົງຕາມໃບສມັກ ຈົນກາຍເປັນເຣື່ອງໃຫຍ່.
ນອກຈາກນີ້ ເມື່ອປີ 2019 ກະຊວງການຄັງ ຂອງປະເທດ ສະຫະຣັຖອາເມຣິກາ ເຄີຍອອກຖແຫລງການເຣື່ອງ ການຂຶ້ນບັນຊີດໍາ ບໍຣິສັດ ຄິງ ໂຣມັນ ອິນເຕີເນຊັ້ນແນລ ອິນເວສເມັ້ນ ໃນຖານະ ອົງການອາຊະຍາກັມຂ້າມຊາຕ ໂດຍມີການຄ້າ ຢາເສບຕິດ, ການຄ້າມະນຸສ ແລະການຄ້າສັດປ່າ ແລະ ອະໄວຍະວະສັດປ່າສງວນ. ໃນຂະນະດຽວກັນນັ້ນ ເວ້ບໄຊຕ໌ “Lifegate” ໄດ້ຣາຍງານອີກວ່າ ພາຍໃນພື້ນທີ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຖືເປັນພື້ນທີ່ ອຸດສາຫກັມເຖື່ອນຂນາດໃຫຍ່ ທີ່ມີການຄ້າຂາຍສິ່ງຜິດກົດໝາຍ ມູນຄ່າສູງເຖິງ 20 ພັນລ້ານ ໂດລ້າຣ໌ ສະຫະຣັຖ ໂດຍສະເພາະ ເຣື່ອງການຄ້າອາວຸດ ແລະ ສັດປ່າຕ່າງໆ.