ປກສ ມ.ຍອດອູ ຈັບສົ່ງ ຄົນຈີນ ຄືນປະເທດ

ມະນີຈັນ
2020.07.28
F-Jiang Cheng-Phongsaly ເຂດພື້ນທີ່ສີແດງ ແມ່ນຈຸດທີ່ກຸ່ມຄົນຈີນ ລັກລອບເຂົ້າມາ ຂ້າມຊາຍແດນ ຣະຫວ່າງ ຈຽງ ເຊັງ ແຂວງຢູນນານ ແລະ ມ,ຍອດອູ ແຂວງຜົ້ງສາລີ
RFA

ກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ຫຼື ປ.ກ.ສ. ເມືອງຍອດອູ ແຂວງຜົ້ງສາລີ ສົ່ງຄົນຈີນ 34 ຄົນ ທີ່ລັກລອບເຂົ້າມາ ສປປ ລາວ ກັບຄືນປະເທດ ໃນມື້ວັນທີ 20 ກໍຣະກະດາ 2020 ນີ້ ທີ່ດ່ານສາກົລ ລາຍຕຸ້ຍ-ເມືອງຄໍາ ຢູ່ເຂດຫລັກ 7 ຊາຍແດນລາວ-ຈີນ ໂດຍມີຕໍາຣວດ ແຂວງຍຸນນ່ານ ຂອງຈີນ ມາຮັບເອົາກັບຄືນປະເທດ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ສະເພາະກິດ ຕ້ານ ແລະສະກັດກັ້ນ ໂຄວິດ-19 ເມືອງຍອດອູ ໃນມື້ວັນທີ 28 ກໍຣະກະດາ ນີ້:

“ເຂົາເຂົ້າເມືອງຜິດກົດໝາຍ ສົ່ງກັບຄືນແລ້ວເດ໋ມີແຕ່ຄົນຈີນ ເຂົ້າເມືອງຜິດກົດໝາຍ ກໍແບບວ່າມັນຖືກຕ້ອງ ສົ່ງມອບໃຫ້ຕໍາຣວດຈີນເລີຍ.”

ທ່ານກ່າວວ່າ ຫລັງຈາກ ຈັບຄົນຈີນນັ້ນໄດ້ແລ້ວ, ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ເມືອງຍອດອູ ກໍໄດ້ກັກໂຕພວກເຂົາ 1 ມື້ ເພື່ອສຶກສາ ອົບຮົມ ບໍ່ໃຫ້ກະທໍາຊໍ້າອີກ ກ່ອນຈະສົ່ງໃຫ້ ເຈົ້າໜ້າທີ່ຈີນ.

ເຈົ້າໜ້າທີ່ຫ້ອງການເມືອງຍອດອູ ກ່າວວ່າ ໃນຣະຫວ່າງວັນທີ 18 ຫາ 19 ກໍຣະກະດາ ນີ້, ຊາວບ້ານ ບ້ານລົງທາງ ເມືອງຍອດອູໄດ້ ມາຣາຍງານວ່າ ພົບຄົນຈີນຫລາຍຄົນ ລັກລອບເຂົ້າ ເມືອງໂດຍໃຊ້ເສັ້ນທາງນ້ອຍ ຢູ່ບ້ານລົງທາງ ໂດຍມີຣົດໂດຍສານ ມາລໍຖ້າຮັບ ເພື່ອພາໄປສົ່ງບ່ອນ ທີ່ກະກຽມໄວ້.

ດັ່ງນັ້ນ ປກສ ເມືອງ ຈຶ່ງລົງໄປຕິດຕາມ ແລະເຫັນຣົດຂົນສົ່ງໂດຍສານ ຜົ້ງສາລີ-ອຸດົມໄຊ ຄັນທີ່ໄປລໍຖ້າຮັບເອົານັ້ນ ບັນທຸກຄົນຈີນ 34 ຄົນ ແລ້ວກໍເຂົ້າຈັບ ໃນຂໍ້ຫາເຮັດຜິດກົດໝາຍ ວ່າດ້ວຍການ ເຂົ້າ-ອອກ ແລະຄຸ້ມຄອງ ຄົນຕ່າງປະເທດ ຢູ່ ສປປລາວ ປີ 2015, ມາດຕຣາ 52 ຫ້າມຄົນ ຕ່າງປະເທດ ລັກລອບເເຂົ້າ-ອອກ ສປປລາວ:

“ອັນເຂົາເຈົ້າມາຫັ້ນ ແລະກໍມີຄົນຈະເມືອຮັບເອົາ ແລ້ວຣົດເມໃຫຍ່ຫັ້ນ ຈະລໍຖ້າຮັບ, ຕໍາຣວດກໍກັກໂຕຢູ່ຕໍາຣວດ ຫັ້ນແຫລະ ແລ້ວກໍນໍາເອົາ ຜູ້ທີ່ລັກລອບເຂົ້າມາຫັ້ນ ກັບຄືນສູ່ປະເທດ ເຂົາເຈົ້າໝົດ ຫັ້ນແຫລະ.”

ທ່ານກ່າວຕື່ມວ່າ ຄົນຈີນກຸ່ມນີ້ ຍ່າງເຂົ້າມາລາວ ໂດຍໃຊ້ເສັ້ນທາງນ້ອຍ ຂອງບ້ານລົງທາງ ໂດຍມີຈຸດປະສົງ ທີ່ຈະເດີນທາງ ມາທ່ອງທ່ຽວ ຢູ່ລາວ ແຕ່ຖືກກັກໂຕກ່ອນ ເນື່ອງຈາກວ່າ ຣັຖບານລາວ ຍັງເຂັ້ມງວດໃນການ ປະຕິບັດມາຕການ ສະກັດກັ້ນການແຜ່ຣະບາດ ຂອງ ເຊື້ອພຍາດ ໂຄວິດ-19 ຢູ່.

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການ ສາທາຣະນະສຸກ ເມືອງຍອດອູ ເວົ້າວ່າ ເຈົ້າໜ້າທີ່ສະເພາະກິດ ຕ້ານໂຄວິດ-19 ໄດ້ແທກ ອຸນຫະພູມ ຮ່າງກາຍຄົນຈີນທັງໝົດ ແລະເຈົ້າໜ້າທີ່ ປກສ ເມືອງ ກໍໄດ້ສົ່ງພວກກ່ຽວກັບ ຄືນປະເທດ:

“ກວດເຮົາກໍແບບວ່າ ມີແຕ່ແທກອູນຫະພູມ ເຂົາເຈົ້າກໍມີອາການ ໂຂ້ມິຫຍັງຫັ້ນນ່າ ເຂົາເຈົ້າອູນຫະພູມ ກໍມີຂຶ້ນ ຜູ້ໃດກໍສູງສຸດ ກໍມີ ແຕ່ 4-5 ຄົນເຫລືອຫັ້ນ ກໍ 36 ຈຸດປາຍ.”

ທາງດ້ານອໍານາດ ການປົກຄອງບ້ານລົງທາງ ເມືອງຍອດອູ ກ່າວວ່າຄົນຈີນ 34 ຄົນນັ້ນຍັງບໍ່ທັນໄດ້ເຂົ້າມາ ໃນບ້ານນີ້ເທື່ອ ແຕ່ພວກ ເຂົາເຈົ້າ ກໍາລັງວາງແຜນທີ່ຈະອອກ ຈາກທາງນ້ອຍ ບ້ານລົງທາງໄປຖນົນໃຫຍ່ ເມືອງຍອດອູ:

“ບໍ່ໄດ້ເຂົ້າມາຢູ່ບ້ານ ທາງນ້ອຍແລ້ວກໍອອກ ໄປຢູ່ທາງໃຫຍ່ ບໍ່ໄດ້ເຂົ້າມາບ້ານ. ເຂົາເບິ່ງແຜ່ນເຈັ້ຽ ແລ້ວກໍລົງມາ ແລ້ວກໍອອກມາຢູ່ທາງໃຫຍ່ ແລ້ວກໍເຂົ້າພົວພັນ ຜູ້ໃດບໍ່ຮູ້ ແລ້ວເຂົາກໍ ຂີ່ຣົດໄປ.”

ຊາວບ້ານຢູ່ບ້ານມາຣີເຖົ້າ ເມືອງຍອດອູ ທີ່ຢູ່ຫາງຈາກບ້ານລົງທາງ 20 ກິໂລແມັຕ ກໍຮູ້ສຶກຢ້ານ ຄົນຈີນ ຈະເອົາເຊື້ອພຍາດ ໂຄວິດ-19 ເຂົ້າມາແພ່ຣະບາດ ຢູູ່ພາຍໃນລາວ ພາຍຫລັງ ເຈົ້າໜ້າທີ່ເມືອງ ພົບເຫັນພວກເຂົາເຈົ້າ ລັກລອບເດີນທາງ ເຂົ້າມາລາວ ແລະເວົ້າວ່າ ຫາກໂຕເອງ ພົບເຫັນຄົນຈີນ ລັກເຂົ້າມາລາວ ກໍຈະແຈ້ງຕໍາຣວດ ປກສ ກຸ່ມບ້ານຊາບ ທັນທີ:

“ກໍຢ້ານແຫລະໆ ຫລືວ່າແນວໃດນີ໋ ເຂົ້າມາກໍສິຣາຍງານ ໃຫ້ກຸ່ມບ້ານ ກຸ່ມບ້ານກໍຢູ່ຫັ້ນແຫລະ ຖ້າມີຫຍັງກໍສເນີ ໃຫ້ກຸ່ມບ້ານ.”

ກ່ອນໜ້ານັ້ນ ຄືເມື່ອວັນທີ 1 ກໍຣະກະດາ ນີ້ ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ແລະ ປກສ ແຂວງບໍ່ແກ້ວ ກໍໄດ້ສົ່ງຄົນຈີນ 19 ຄົນ ທີ່ເຂົ້າເມືອງຜິດກົດໝາຍ ໃຫ້ເຈົ້າໜ້າທີ່ ຕໍາຣວດ ຈີນ ຢູ່ດ່ານສາກົລ ບໍ່ຫານ ແຂວງ ຈິງຫົງ ຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.