ທາງການລາວ ເອົາທະຫານ ມາຝຶກອົບຮົມເປັນຄູ ໂດຍເລີ່ມຢູ່ແຂວງສະຫວັນນະເຂດ ພາຍຫຼັງລາວຂາດແຄນຄູ ຫຼາຍ
2025.02.20

ແຂວງສະຫວັນນະເຂດ ປະສົບບັນຫາ ຂາດແຄນຄູສອນ ຕໍ່ເນື່ອງ 3 ຫາ 4 ປີ ແລ້ວ, ຫຼ້າສຸດ ກໍຂາດແຄນຄູ ສູງກວ່າ 500 ຄົນ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ ເຮັດໃຫ້ປັດຈຸບັນ ມີການຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາ ໃຫ້ແກ່ພະນັກງານ-ນັກຮົບ ຈໍານວນ 86 ຄົນ ເພື່ອໄປຊ່ວຍສິດສອນ ຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 1 ປະຈໍາສົກຮຽນ 2025-2026, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ກຸມພາ ນີ້ ວ່າ:
“ເຂົາເຈົ້າ ຈະໄປຊ່ວຍສອນ ເພາະວ່າເຂົາເຈົ້າ ຕິດພັນຢູ່ກັບເຂດຊາຍແດນ ອີ່ຫຍັງຕ່າງໆ ນໍ. ເນື່ອງຈາກການຂາດຄູ ໃນປັດຈຸບັນ, ແກ້ໄຂສະເພາະໜ້າຊື່ໆ ນໍນີ້ ນໍ.ຖ້າວ່າມັນເຂົ້າຮູບ ເຂົ້າຮອຍແລ້ວ ມັນກໍຊິຈໍານວນທະຫານຊາຍແດນນີ້ ເຂົ້າໄປປະຈໍາ ຢູ່ກຸ່ມກອງເຂົາເຈົ້າ ຄືເກົ່າ ຫັ້ນແຫຼະນໍ.”
ສໍາລັບນັກຮົບ ທີ່ເຂົ້າຝຶກອົບຮົມວິຊາຄູ ທັງ 86 ຄົນ ໃນຊຸດນີ້ ແບ່ງລະດັບການສຶກສາ: ຈົບຊັ້ນ ມ.ຕົ້ນ 3 ຄົນ, ຈົບ ມ. ປາຍ 83 ຄົນ, ເຊິ່ງທັງໝົດ ມາຈາກກໍາລັງທ້ອງຖິ່ນ ແລະ ສາມາດປະເມີນຜົນໄດ້ ປະເພດຮຽນເກັ່ງ 95%. ໂດຍການຝຶກອົບຮົມຄັ້ງນີ້, ມີຕັ້ງແຕ່ວັນທີ 8 ເຖິງ 13 ກຸມພາ 2025 ຈະຝຶກອົບຮົມວິຊາຄູກ່ອນ, ແລ້ວ ຫຼັງຈາກນັ້ນ ຈະໄດ້ຝຶກອົບຮົມວິຊາສະເພາະ, ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ຜູ້ດຽວກັບຂ້າງເທິງ, ທ່ານກ່າວວ່າ:
“ຕາມເຂດຊາຍແດນ ທີ່ຂາດແຄນຫັ້ນແຫຼະ ນໍ. ທີ່ເຮົາຕາມໄປສໍາຫຼວດມາ ເຮົາຝຶກວິຊາຄູກ່ອນນໍ ເຕັກນິກ ວິທີການສອນ ອີ່ຫຍັງຕ່າງໆ ທີ່ມັນຕິດພັນ ກັບຫຼັກສູດປະຖົມສຶກສາ. ຫຼັງຈາກນັ້ນ ເຮົາຈະຝຶກວິຊາສະເພາະ ຕື່ມອີກ ຕາມແຜນເພິ່ນ ຫັ້ນນະ.”
ຂ່າວ ກ່ຽວກັນ
ຍ້ອນບໍ່ຂຶ້ນເງິນເດືອນ ລັດຖະກອນລາວ ເລີຍແຫ່ອອກການ ຫຼາຍຂຶ້ນ
ຫຼາຍແຂວງ ຍັງຂາດເຂີນຄູ ຈຳນວນຫຼາຍ
ໂຮງຮຽນຫຼາຍແຫ່ງ ຢູ່ສະຫວັນນະເຂດ ຖືກຍຸບລວມກັນ ຍ້ອນຂາດຄູ
ສໍາລັບເນື້ອໃນເອກກະສານ ແລະ ບົດສອນ ປະກອບມີຫຼາຍເອກກະສານສໍາຄັນ, ເປັນຕົ້ນ ແມ່ນ (1) ຫຼັກສູດວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມ, ການນໍາໃຊ້ຄູ່ມື ແລະ ແບບຮຽນວິຊາວິທະຍາສາດທໍາມະຊາດ, (2) ຫຼັກສູດຄະນິດສາດ ຊັ້ນປະຖົມ, ການໃຊ້ຄູ່ມື ແລະ ແບບຮຽນຄະນິດສາດ, (3) ຫຼັກສູດພາສາລາວ ຊັ້ນປະຖົມ, ການນໍາໃຊ້ຄູ່ມື ແລະ ແບບຮຽນວິຊາພາສາລາວ ລວມໄປເຖິງ ການແຕ່ງບົດສອນ ແລະ ສອນທົດລອງ, ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ນາງໜຶ່ງກ່າວວ່າ:
“ອັນຄູຫັ້ນ ມັນກໍຂາດນໍ ແລ້ວຈຶ່ງວ່າ ເອົາທາງທະຫານຫັ້ນ ເພິ່ນມາຊ່ວຍ ແລ້ວຝຶກຫັ້ນ ຝຶກວິຊາຄູ ເພື່ອໃຫ້ທະຫານຫັ້ນ ເຂົາເຈົ້າ ໄດ້ຄວາມຮູ້ວິຊານີ້ ໄປສອນນັກຮຽນ ຢູ່ເຂດຊາຍແດນ ແຖວຊຽງຕູບຫັ້ນ ເປັນຫຼັກສູດ ຊັ້ນປະຖົມ ຫັ້ນ. ເຂົາເຈົ້າ ຈະສອນໝົດທຸກວິຊາເລີຍ.”
ສໍາລັບເມືອງເຊໂປນ ຖືເປັນ 1 ເມືອງ ທີ່ມີໂຕເລກຂາດແຄນຄູຫຼາຍ ໂດຍຂາດແຄນຄູ ທຸກຊັ້ນຮຽນ ໂດຍສະເພາະຄູສອນຊັ້ນປະຖົມ ຈະຂາດແຄນຫຼາຍທີ່ສຸດ ໂດຍຂາດແຄນຫຼາຍກວ່າ 123 ຄົນ. ສະເພາະໃນເຂດຫ່າງໄກ ມີໂຮງຮຽນ 109 ແຫ່ງ, ມີແຕ່ 9 ແຫ່ງເທົ່ານັ້ນ ທີ່ມີການສອນສົມບູນ ແລະ ຄູບໍ່ຕ້ອງສອນຫ້ອງຄວບ. ສ່ວນອີກ 100 ແຫ່ງ ມີຄູບໍ່ພຽງພໍ, ບາງແຫ່ງ ມີຄູພຽງຄົນດຽວ ແລະ ຕ້ອງສອນຫ້ອງຄວບ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ:
“ໄປ-ມາ ລໍາບາກ ເຂດຊົນເຜົ່າ ເຂດພູດອຍ ຊົນເຜົ່າ ຖືວ່າມັນຫ່າງໄກຫຼາຍ ເຂດຫ່າງໄກ ເພິ່ນກໍສອນຫ້ອງຄວບນໍ ເພິ່ນຈະມີຫ້ອງຄວບ ເປັນຕົ້ນ ເພິ່ນຈະໄປຊ່ວຍຫ້ອງຄວບ ຫຼາຍໆ. ບ່ອນໃດ ມີຫ້ອງຄວບຫຼາຍ ເພິ່ນຈະເອົາຄູໄປຊ່ວຍ.”
ນອກເໜືອຈາກນີ້ ທາງກະຊວງປ້ອງກັນປະເທດ ກໍມີແຜນບໍ່ເປັນທາງການ ທີ່ຈະຝຶກອົບຮົມຄູອາສາ ໄປຊ່ວຍສິດສອນ ຢູ່ເຂດຫ່າງໄກສອກຫຼີກ ໃນທົ່ວປະເທດ ຈໍານວນ 2,000 ຄົນ ເພື່ອແກ້ໄຂການຂາດແຄນຄູສອນ.