ລູກຄ້າ ທະນາຄານ ການຄ້າ ຕ່າງປະເທດ ຖືກລັກຖອນເງິນ

ຈຳປາທອງ
2023.03.10
ລູກຄ້າ ທະນາຄານ ການຄ້າ ຕ່າງປະເທດ ຖືກລັກຖອນເງິນ ການຖອນເງິນ ຈາກຕູ້ ATM ຂອງລູກຄ້າ ທະນາຄານ ການຄ້າຕ່າງປະເທດ, ນະຄອນຫຼວງວຽງຈັນ ເດືອນພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ປັດຈຸບັນ ປະຊາຊົນລາວຈໍານວນນຶ່ງ ຖືກຄົນລັກຖອນເງິນ ຈາກບັນຊີທະນາຄານ ຂອງພວກເຂົາເຈົ້າ ຢູ່ຕາມຕູ້ ATM ຫລາຍແຫ່ງ ຈົນວ່າ ທະນາຄານການຄ້າຕ່າງ ປະເທດລາວ ມະຫາຊົນ ໄດ້ອອກແຈ້ງການໃນມື້ວັນທີ 10 ມິນາ 2023 ກ່ຽວກັບບັນຫາທີ່ເກີດຂຶ້ນ ກັບລູກຄ້າ ທີ່ນໍາໃຊ້ບັດ BCEL ATM UnionPay ແລະແນວທາງການແກ້ໄຂ.

ບັນຫາທີ່ວ່ານີ້ ເຮັດໃຫ້ຜູ້ຝາກເງິນໄວ້ ນໍາທະນາຄານ ຢ້ານເງິນຂອງຕົນ ຖືກຄົນລັກຖອນເອົາໄປ. ດັ່ງນັ້ນພວກເຂົາເຈົ້າ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄປກວດກາຕູ້ ATM ຕາມແຫ່ງຕ່າງໆຫລາຍຂຶ້ນ ແລະມີແນວທາງປ້ອງກັນ ບໍ່ໃຫ້ເກີດບັນຫາທີ່ວ່ານີ້ຂຶ້ນໄດ້ ເພື່ອສ້າງຄວາມໝັ້ນໃຈ ໃຫ້ແກ່ຜູ້ຝາກເງິນ ເຖິງແມ່ນວ່າຕົນເອງຍັງບໍ່ຖືກລັກຖອນເງິນໄປກໍຕາມ.

ດັ່ງປະຊາຊົນລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ມິນານີ້ວ່າ:

“ເຫັນແລ້ວເຂົາເຈົ້າ ເຕືອນໄວ້ຫັ້ນນ່າ ຍັງບໍ່ທັນຖືກເທື່ອ ຢ້ານຢູ່ເນາະອັນນີ້ກະບໍ່ຮູ້ ເຂົາເຈົ້າແກ້ໄຂແນວໃດເນາະ ແລ້ວກໍບໍ່ຢາກໃຫ້ມັນຖືກເນາະ ແລ້ວກະຫລີກເວັ້ນ ບໍ່ໄປກົດຢູ່ຕູ້ເລີຍຫັ້ນນ່າດຽວນີ້ນາ ຢາກໃຫ້ໄປກວດຢູ່ຕູ້ເອທີແອັມ ເອົາໃຫ້ມັນມີຄວາມເຊື່ອໝັ້ນ ຫລາຍຂຶ້ນກວ່ານີ້ຫັ້ນນ່າ ເຮົາເປັນລູກຄ້າ ກໍໃຊ້ບໍຣິການຫັ້ນນ່າ.”

ທີ່ຜ່ານມາ ຄືໃນມື້ວັນທີ 1 ມິນານີ້ ມີຄົນລາວຜູ້ນຶ່ງ ຢູ່ແຂວງເຊກອງ ໄປຖອນເງິນຂອງຕົນ ຈາກຕູ້ ATM ຢູ່ບ້ານເພັຍໃໝ່ ເມືອງລະມາມ ແຂວງເຊກອງ, ແຕ່ບໍ່ສາມາດຖອນເງິນຈາກຕູ້ ATM ນັ້ນໄດ້, ຍ້ອນຕູ້ ATM ບອກວ່າ ຜູ້ກ່ຽວໄດ້ຖອນເງິນເກີນກໍານົດ 6 ຄັ້ງ. ຫລັງຈາກນັ້ນ ຜູ້ກ່ຽວກໍໄດ້ກວດເບິ່ງເງິນ ໃນບັນຊີຂອງຕົນ ຢູ່ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ທາງໂທຣະສັບ ແລ້ວພົບວ່າ ໄດ້ມີການຖອນເງິນ ຈາກບັນຊີທະນາຄານຂອງຕົນ ໂດຍທີ່ຕົນບໍ່ຮູ້ ຕັ້ງແຕ່ວັນທີ 27 ກຸມພາທີ່ຜ່ານມາ, ຖອນຈາກຕູ້ ATM ໃນນະຄອນຫລວງວຽງຈັນ. ວັນທີ 27 ກຸມພາ ຖືກຖອນ 5 ຄັ້ງ, ວັນທີ 28 ກຸມພາ ຖອນ 6 ຄັ້ງ, ວັນທີ 1 ມິນາ ຖອນ 6 ຄັ້ງ, ແຕ່ລະຄັ້ງຖອນ 2,500,000 ກີບ. ຊາວບ້ານຜູ້ນີ້ ໄດ້ເສັຍເງິນທັງໝົດ 42,500,000 ກີບ, ຜູ້ກ່ຽວໄດ້ໄປແຈ້້ງເຣື່ອງ ທີ່ວ່ານີ້ ໄວ້ກັບທະນາຄານດັ່ງກ່າວ ຢູ່ແຂວງເຊກອງ ແລະໄດ້ໂອນເງິນໄປໃສ່ບັນຊີ ທະນາຄານໃໝ່, ມາເຖິງຂະນະນີ້ ຜູ້ກ່ຽວກໍຍັງບໍ່ທັນໄດ້ເງິນ ທີ່ຖືກລັກຖອນໄປນັ້ນຄືນ, ທາງທະນາຄານຈະກວດກາ ບັນຊີເງິນຝາກນັ້ນຕື່ມ ແລະຄົນລາວອີກຜູ້ນຶ່ງ ກໍເວົ້າວ່າ ຕົນເອງກໍເຄີຍພົບພໍ້ ກັບເຫດການລັກສະນະນີ້ ໂດຍມີໂທຣະສັບມາບອກຂໍ້ຄວາມວ່າ ເງິນຂອງທ່ານຖືກຖອນ ຈໍານວນເທົ່ານັ້ນເທົ່ານີ້, ຂໍ້ຄວາມນັ້ນດັງຕໍ່ເນື່ອງກັນ, ເຮັດໃຫ້ຕົນຕົກໃຈ ແລະໄດ້ກວດເບິ່ງເງິນ ທາງໂທຣະສັບ, ເຫັນວ່າເງິນນັ້ນ ບໍ່ໄດ້ຖືກລັກຖອນ ແລ້ວຕົນກໍຟ້າວໄປຖອນເງິນ ແລະປິດບັນຊີທະນາຄານນັ້ນ ແລະວ່າ ຢາກໃຫ້ທາງທະນາຄານ ແກ້ໄຂບັນຫາດັ່ງກ່າວ ຍ້ອນຢ້ານວ່າ ມື້ໃດມື້ນຶ່ງ ເງິນຂອງຕົນ ໃນທະນາຄານ ຈະຖືກລັກຖອນໄປ.

“ມັນຈະເຕືອນມາ ມັນຈະເດັ້ງຂຶ້ນມາ ແບບມັນຮົ່ວ ແຕ່ວ່າເຮົານັ້ນຍັງ ຍັງຢູ່ ມີຂອງອີກຜູ້ນຶ່ງທີ່ວ່າ ຕາມຂ້ອຍແຊຫັ້ນ ຂອງລ່ວຈະແບບວ່າໝົດ ສ່ວນຫລາຍກໍຖອນຈາກອັນນັ້ນ ບັດ ຊ່ວງນີ້ກໍາລັງເປັນກະແສເລີຍ ປົກຕິພວກນີ້ ຕ້ອງມີຄວາມປອດພັຍ ຢູ່ແລ້ວເນາະ ຢາກໃຫ້ທະນາຄານເຂົາເຈົ້າ ແກ້ໄຂຫັ້ນນ່າ ລະບົບຫັ້ນແຫລະ.”

ໃນຂະນະດຽວກັນ ປະຊາຊົນລາວຜູ້ນຶ່ງ ກໍເວົ້າວ່າ ຮູ້ຂ່າວດັ່ງກ່າວນັ້ນແລ້ວທາງເຟສບຸກຄ໌, ແຕ່ບໍ່ຮູ້ວ່າຈະລະວັງໂຕແນວໃດ ເຣື່ອງຄົນບໍ່ດີລັກ ເອົາຂໍ້ມູນກ່ຽວກັບບັນຊີ ທະນາຄານຂອງຄົນອື່ນໄປ, ເບື້ອງຕົ້ນ ຕົນກໍບໍ່ໃຊ້ແອັບເພື່ອປ້ອງກັນຕົນເອງ, ໄປຟາກໄປຖອນເງິນ ຢູ່ທະນາຄານເອົາ.

“ເຮົາກໍເຫັນແຕ່ຢູ່ໃນເຟສ ຫັ້ນນ່າ ກະມີແຕ່ເອົາເຂົ້າທະນາຄານ ຫັ້ນແຫລະ ກໍໂອນຢູ່ທະນາຄານໄປ ກະບໍ່ຈັກຈະລະວັງໂຕຈັ່ງໃດ ເຂົາເຮັດເງິນກັນແນວໃດ ລະບົບອອນລາຍນ໌ ແນວໃດບໍ່ຮູ້ດອກ.”

ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ນະຄອນຫລວງວຽງຈັນ ທີ່ຂໍສງວນຊື່ ແລະຕໍາແໜ່ງເວົ້າວ່າ ທາງທະນາຄານ ໄດ້ແຈ້ງເຕືອນໄປແລ້ວ, ສ່ວນການປ້ອງກັນເບື້ອງຕົ້ນ ຄວນຫລີກເວັ້ນການໃຊ້ບັດ ATM, ຄວນຖອນເງິນຜ່ານທາງແອັບ ຂອງທະນາຄານ ແລະກໍສັງເກດຕູ້ ATM ນໍາດ້ວຍວ່າ ມີສິ່ງຜິດປົກກະຕິ ຫລືບໍ່, ສ່ວນການແກ້ໄຂບັນຫານັ້ນ ເປັນວຽກຂອງເຈົ້າໜ້າທີ່ ທີ່ຈະກວດກາ.

“ການປ້ອງກັນເວລາລູກຄ້າ ໄປຖອນເງິນ ໂຕປອດພັຍທີ່ສຸດ ກໍແນະນໍາໃຫ້ລູກຄ້າ ຖອນຜ່ານແອັບ ບໍ່ຕ້ອງໃຊ້ບັດ ແລ້ວກໍເວລາໄປໃຊ້ຕູ້ ເບິ່ງນໍາຕູ້ຕື່ມອີກວ່າ ມັນມີການຜິດປົກຕິຫຍັງບໍ່ ທີ່ເຮົາແຈ້ງລົງໄປກະຄື ບາງຕູ້້ທີ່ຄົນຜູ້ປະສົງບໍ່ດີເນາະ ເຂົາເຈົ້າໄປຕິດເອົາເຄື່ອງລັກຂໍ້ມູນຫຍັງຕ່າງໆ.”

ທ່ານເວົ້າຕື່ມວ່າ ບັນຫາທີ່ວ່ານີ້ ບໍ່ມີແຕ່ຢູ່ປະເທດລາວ ຢູ່ປະເທດອື່ນໆກໍມີ, ມີຫລາຍ ຮູບແບບ. ລູກຄ້າທີ່ຖືກລັກຖອນເອົາເງິນໄປ ຕ້ອງໄປຫາທະນາຄານ ເພື່ອກວດກາລາຍລະອຽດ ຫາສາເຫດທີ່ແທ້ຈິງ. ເຈົ້າໜ້າທີ່ຕໍາຣວດ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ເວົ້າວ່າ ສາເຫດການລັກຖອນເງິນນັ້ນ ຄາດວ່າຈະເປັນການແຮັກຂໍ້ມູນ, ຖ້າເກີດບັນຫາຄືກັນກັບກໍຣະນີ ຄົນເຊກອງນັ້ນ ຕ້ອງຮີບໄປແຈ້ງໃຫ້ ທະນາຄານຮູ້ ເພື່ອ ບລັອກບັນຊີທະນາຄານໄວ້ ແລະໄປແຈ້ງຄວາມກັບເຈົ້າໜ້າທີ່ຕໍາຣວດ.

“ໂອ້ ແມ່ນແຫລະ ຄົນກໍຣະນີນັ້ນນ່າ ເຂົາຕ້ອງຮູ້ລະຫັດບັນຊີເຮົານ່າ ເຂົາແຮັກເອົາ ເຂົາຖອນອອກຫັ້ນ ກໍມີແຕ່ຫາເຈົ້າໜ້າທີ່ ເຂົາເນາະ ໃຫ້ເຂົາບັອກບັນຊີໄວ້ ຈັ່ງຄ່ອຍມາແຈ້ງຄວາມເຈົ້າໜ້າທີ່ ເຂົາຈັ່ງນໍາຫາເປົ້າໝາຍນັ້ນຄືນ.”

ທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ ຍັງບໍ່ມີຣະບົບປ້ອງກັນ ເຣື່ອງທີ່ວ່ານັ້ນຢ່າງເຂັ້ມງວດ, ມີພຽງແຕ່ແຈ້ງເຕືອນ ລູກຄ້າ ໃຫ້ລະມັດລະວັງ ແລະສັງເກດຕູ້ ATM ເພາະມີກຸ່ມຄົນຊອກຫາ ລັກເອົາຂໍ້ມູນຂອງບັດ ATM ຜ່ານຕູ້ ATM  ດ້ວຍຫລາຍຮູບແບບ. ວິທີສັງເກດຕູ້  ATM, ເມື່ອໄປກົດເອົາເງິນ  ໜ້າຕູ້ນັ້ນ ເປັນແຜ່ນພິມລະຫັດສີ່ຫລ່ຽມ ປົກກະຕິຈະບໍ່ມີຮອຍເດັ່ນຊັດ, ຈະແນບນຽນໄປກັບຕູ້ ແລະຊ່ອງສຽບບັດຈະບໍ່ຍາວ ເປັນຊ່ອງເດັ່ນຊັດ, ມີຄວາມມົນ. ຖ້າໜ້າຕູ້ ATM ຜິດໄປຈາກທີ່ວ່ານີ້ແລ້ວ ຫລາຍຄວາມວ່າ ມີຄົນແອບໄປຕິດຕັ້ງ ອຸປະກອນເພື່ອລັກເອົາ ຂໍ້ມູນບັດ  ATM ຂອງລູກຄ້າ, ໃຫ້ລະມັດລະວັງຫລາຍຂຶ້ນ. ທາງທະນາ ຄານແນະນໍາໃຫ້ລູກຄ້າ ໃຊ້ຕູ້ ATM ຂອງທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ ເປັນຫລັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.