ເຣື້ອງທີ່ເກັບບັນທຶກໄວ້
2021-10-09
ເຄື່ອງກໍ່ສ້າງ ແພງຂຶ້ນ ຍ້ອນການຣະບາດ ຂອງເຊື້ອ ໂຄວິດ-19 ເຮັດໃຫ້ ຄ່າຂົນສົ່ງ ວັດສະດຸ-ອຸປກອນ ທີ່ນຳເຂົ້າ ຈາກຕ່າງປະເທດ ແພງຂຶ້ນ ໃນຂນະດຽວກັນ ຄ່າເງິນກີບ ອ່ອນໂຕລົງ ເຮັດໃຫ້ ຜູ້ບໍຣິໂພກ ຫລຸດລົງ.
2021-10-08
ປີນີ້ ທາງການລາວ ໄດ້ງົດ ການສລອງວັນຄຣູ ແຫ່ງຊາດ ເນື່ອງຈາກ ການແຜ່ຣະບາດ ຂອງເຊື້ອ ໂຄວິດ-19. ບໍ່ສະເພາະ ແຕ່ການສລອງ ວັນຄຣູແຫ່ງຊາດ ເທົ່ານັ້ນ ທີ່ຖືກຍົກເລີກ, ການຮຽນ-ການສອນ ກໍ່ຕ້ອງໄດ້ປັບປ່ຽນ ໃຫ້ເປັນຮຽນ ແບບອອນລາຍນ໌ແທນ.
2021-10-08
ຜູ້ທີ່ໄດ້ຮັບ ຜົລກະທົບຈາກ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ແມ່ນໄດ້ຮັບ ຄ່າຊົດເຊີຽ ເກືອບໝົດແລ້ວ ພ້ອມທັງ ບ້ານຈັດສັນ ເຖິງແມ່ນວ່າ ບາງຄອບຄົວ ອາດຈະ ບໍ່ພໍໃຈ ໃນຄ່າຊົດເຊີຽ ທີ່ໄດ້ຮັບກໍຕາມ.
2021-10-07
ການເຊົ່າດິນ ຂອງນັກທຸຣະກິຈຈີນ ເພື່ອປູກໝາກໂມ ໄດ້ສົ່ງຜົລກະທົບ ຫຼາຍດ້ານ ໃຫ້ແກ່ ເຈົ້າຂອງດິນ, ເປັນຕົ້ນວ່າ ການສັບຊ່າວ ດິນໃໝ່ ສຳລັບ ປູກເຂົ້ານາປິ ເຮັດໃຫ້ ເຈົ້າຂອງດິນ ຈຳນວນນຶ່ງ ບໍ່ຕ້ອງການ ໃຫ້ເຊົ່າດິນອີກ ແຕ່ກໍຂັດບໍ່ໄດ້.
2021-10-06
ເພື່ອເຊື່ອມຕໍ່ ໂຄງການເສັ້ນທາງຣົດໄຟ ຄວາມໄວສູງ ລາວ-ຈີນ, ທາງການໄທຍ ຕຽມຫາລື ກັບທາງການລາວ ແລະ ທາງການຈີນ ເພື່ອເຈຣະຈາ ເຣື່ອງການສ້າງຂົວ ຣົດໄຟ ຄວາມໄວສູງ ລາວ-ຈີນ ທີ່ຈະເປີດໃຫ້ ບໍຣິການ ໃນທ້າຍປີນີ້.
2021-10-06
ເພື່ອສນອງ ມາຕການ ປ້ອງກັນ ພະຍາດ ໂຄວິດ-19, ໄທຍ ຂຍາຍເວລາໃຫ້ ແຮງງານຕ່າງຊາດ ທີ່ເຮັດວຽກຢູ່ໄທຍ ສາມາດ ລົງທະບຽນ ໃຫ້ຖືກຕ້ອງ ແລະ ເຮັດປະກັນສຸຂພາບ ທີ່ເປັນສ່ວນນຶ່ງຂອງ ຂໍ້ຕົກຣະຫວ່າງຣັຖບານ ໄທຍ ແລະ ຣັຖບານລາວ.
2021-10-03
ພວກຊາວບ້ານໃນເມືອງໂຂງ ທີ່ຈະສູນເສັຽທີ່ດິນ ໃຫ້ແກ່ໂຄງການເຂດເສຖກິຈພິເສດ ມະຫານະທີສີທັນດອນ ຍັງບໍ່ຮູ້ຈະໄປຢູ່ໃສ ແລະ ຄ່າຊົດເຊີຍ ກໍຍັງບໍ່ມີຄວາມຄືບໜ້າ
2021-10-01
ເປັນເວລາເກືອບ 2 ປີ ແລ້ວ ທີ່ທາງໂຄງການ ຣົດໄຟ ລາວ-ຈີນ ຍັງບໍ່ໄດ້ຈ່າຍຄ່າຊົດເຊີຽ ໃຫ້ແກ່ ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ໂດຍສເພາະ ຢູ່ເຂດ ບ້ານດົງໂພສີ ແລະ ບ້ານ ດົງໂພນແຮ່.
2021-10-01
ເປົ້າໝາຍການພັທນາ ຄຸນພາບການສຶກສາ ທີ່ຍືນຍົງ ເພື່ອໃຫ້ ເດັກນ້ອຍ ໃນວັຍຮຽນ ໄດ້ຮັບການສຶກສາ ຢ່າງທົ່ວເຖິງ ຍັງມີອຸປສັກຫຼາຍຢ່າງ ທີ່ຈະບັນລຸຜົລຕາມ ທີ່ທາງການລາວ ຄາດໄວ້ ໃນປີ 2030 ນີ້.
2021-10-01
ບັນຫາຄ່າຊົດເຊີຽ ທີ່ດິນ ລະຫວ່າງ ປະຊາຊົນ 10 ຄອບຄົວ ໃນບ້ານ ອາສິງສະລີ ແລະ ບໍຣິສັດ ວຽດນາມສຸກຮຸ່ງເຮືອງ ຈຳກັດ ທີ່ສັມປທານດິນ ເພື່ອລົງທຶນ ດ້ານການກະເສດ ຢູ່ເມືອງນອງ ຍັງຕົກລົງບໍ່ໄດ້ ໃນຂັ້ນບ້ານ.
2021-10-01
ຣັຖບານ ຈັດພິທີເປີດ ໃຊ້ເຂື່ອນ ໄຟຟ້າ ນ້ຳອູ ທັງ 7 ແຫ່ງ, ເປັນການສລອງ ຄວາມສຳເຣັດ ໃນຂນະທີ່ ປະຊາຊົນ ຈຳນວນຫຼາຍ ໄດ້ຮັບ ຜົລກະທົບ ເຮັດໃຫ້ການ ທຳມາຫາກິນ ລຳບາກ ຫຼາຍກວ່າເກົ່າ.
2021-09-30
ຣົດຂົນສົ່ງສິ້ນຄ້າ ທີ່ຈອດພັກພ່ອນ ໃນເຂດ ດິນເປົ່າຫວ່າງ ແຕ່ຖືກ ຜູ້ທີ່ອ້າງໂຕວ່າ ເປັນຕຳຣວດ ເມືອງຫຼວງນ້ຳທາ ເກັບເງີນຄ່າຈອດ ແຕ່ບໍ່ມີ ໃບຮັບເງີນ ຫຼືເອກະສານ ຢັ້ງຢຶນ ຈຶ່ງເຮັດໃຫ້ເກີດຄຳຖາມຕໍ່ການເກັບເງີນດັ່ງກ່າວ.
2021-09-29
ໃນຂນະທີ່ ການຫາປາ ເພື່ອລ້ຽງຊີບ ແບບດັ້ງເດີມ ຖືກແທນທີ່ ດ້ວຍວິທີໃໝ່, ຊາວບ້ານທີ່ ອາສັຍຢູ່ຕາມແຄມແມ່ນ້ຳຂອງ ໂດຍສະເພາະ ເມືອງໄຊຍະບູຣີ ໃຊ້ເຄື່ອງ ໄຟຟ້າຊ໊ອດປາ, ເຖິງແມ່ນວ່າ ມັນເປັນເຣື່ອງຜິດກົດໝາຍກໍຕາມ.
2021-09-29
ອຸໂມງເຂື່ອນ ເຊກະໝານ 3 ຍຸບລົງ ຍ້ອນສ້າງບໍ່ໄດ້ມາຕຖານ, ໃຊ້ວັດສະດຸ ຄຸນພາບຕ່ຳ ແລະ ຂຸດເຈາະ ອຸໂມງຕື້ນເກີນໄປ ສນັ້ນ ການສ້ອມແປງ ຈຶ່ງໃຊ້ເວລາຫຼາຍປີ ຊຶ່ງບໍຣິສັດຜູ້ລົງທຶນ ຈະຕ້ອງເຮັດໃໝ່ ໃຫ້ໄດ້ມາຕຖານ.
2021-09-29
ມີກຸ່ມຂະໂມຍ ເລາະລັກເຄື່ອງ ໃນນະຄອນຫຼວງ ວຽງຈັນ ໃນລະຫວ່າງ ການລ໊ອກດາວ ພາຍຫຼັງ ທີ່ມີການຣະບາດ ໃນຊຸມຊົນຢ່າງຫຼວງຫຼາຍ, ຊຶ່ງມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 500 ຄົນ ໃນວັນທີ 28 ກັນຍານີ້.