ລາວ, ໄທຍ ຕຽມຫາລື ສ້າງຂົວຣົດໄຟ
2021.10.06

ທາງການໄທຍ ຕຽມຫາລື ກັບທາງການລາວ ແລະ ທາງການຈີນ ເພື່ອເຈຣະຈາ ເຣື່ອງການສ້າງຂົວຣົດໄຟ ຄວາມໄວສູງ ລາວ-ຈີນ ທີ່ຈະເປີດໃຫ້ ບໍຣິການ ໃນທ້າຍປີນີ້ ໂດຍຝ່າຍໄທຍ ຈະໃຊ້ໄລຍະເວລາປະມານ 3 ປີ ໃນການ ເຈຣະຈາ ທັງເຣື່ອງວຽກງານກໍ່ສ້າງ, ການອອກແບບ ແລະມູລຄ່າການລົງທຶນ ຊຶ່ງປັດຈຸບັນ ຍັງບໍ່ໄດ້ຂໍ້ສລຸບເທື່ອ, ດັ່ງເຈົ້າໜ້າທີ່ ກົມຂົນສົ່ງທາງຣາງ ກະຊວງຄົມມະນາຄົມປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ຕຸລາ ນີ້ວ່າ:
“ເຈຣະຈາກັນກ່ອນ ວ່າຈະເຊື່ອມຕໍ່ກັນແນວໃດ ແລ້ວໃຜຊິລົງທຶນ ແບບໃດ ມັນຍັງບໍ່ມີ ຄວາມແນ່ນອນ ມັນຕ້ອງໄປຫາລື ກັບຈີນ ກັບລາວ ກ່ອນ ອັນນີ້ພຽງ ແຕ່ເຮົາເຮັດວ່າ ເຮົາຈະເຈຣະຈາ ກັບເຂົາແນວໃດ ກໍຄືໃຊ້ເວລາ 3 ປີ ໃນການ ດໍາເນີນການ ຖ້າເກີດວ່າ ເຈຣະຈາໄດ້ໄວ ກໍເຣີ່ມກໍ່ສ້າງໄດ້ເລີຍ.”
ອີງຕາມການ ຣາຍງານ ຂອງກົມຂົນສົ່ງ ທາງຣາງ ຂອງໄທຍ ຣະບຸວ່າ ການກໍ່ສ້າງ ຂົວຣົດໄຟ ເຊື່ອມຣົດໄຟ ຄວາມໄວສູງ ລາວ-ຈີນ ຈະຫ່າງຈາກຂົວ ມິຕພາບ ລາວ-ໄທຍ ແຫ່ງທີ່ 1 ປະມານ 30 ແມັດ ເຊິ່ງຈະປະກອບມີ ທາງຣົດໄຟຂນາດ 1 ແມັດ ແລະຂນາດ 1,435 ແມັດ, ໂຄງສ້າງຂົວຈະເປັນຮູບແບບ ຂົວຄອນກຣີດ.
ສ່ວນຄວາມຄືບໜ້າ ເຣື່ອງການກໍ່ສ້າງ ເສັ້ນທາງຣົດໄຟ ໄທຍ-ຈີນ ມາຮອດປັດຈຸບັນ ທາງການໄທຍ ຢູ່ລະຫວ່າງ ການກໍ່ສ້າງໄລຍະ ທໍາອິດ ຈາກ ນະຄອນຫຼວງບາງກອກ ຫາ ແຂວງນະຄອນຣາຊສີມາ ໄລຍະທາງ 235 ກິໂລແມັດ ຈະເປີດບໍຣິການໃນປີ 2026.
ໄລຍະທີ່ 2 ຈາກແຂວງ ນະຄອນຣາຊສີມາ ຫາ ແຂວງໜອງຄາຍ ໄລຍະທາງ 356 ກິໂລແມັດ ປັດຈຸບັນ ຢູ່ລະຫວ່າງການ ອອກແບບ ແລະຕຽມຫາລືຮ່ວມກັນ 3 ຝ່າຍ ປະກອບມີ ໄທຍ, ລາວ ແລະຈີນ ເພື່ອໃຫ້ຣົດໄຟ ໄທຍ-ຈີນ ເຊື່ອມກັບຣົດໄຟ ລາວ-ຈີນ ໄດ້ ຊຶ່ງຄາດຄະເນວ່າ ຈະເປີດໃຫ້ບໍຣິການ ໃນປີ 2028 ສໍາລັບ ຝ່າຍໄທຍ.
ທາງດ້ານ ກົມທາງຣົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ກໍຢາກໃຫ້ ທາງການໄທຍ ເລັ່ງເຈຣະຈາກັບ ຝ່າຍລາວ ແລະ ຈີນ ເພື່ອສລຸບ ລາຍລະອຽດຕ່າງໆ ກ່ຽວກັບການ ສ້າງຂົວຣົດໄຟ ຄວາມໄວສູງ ໄທຍ-ລາວ ໃຫ້ໄວທີ່ສຸດ ເນື່ອງຈາກເສັ້ນທາງ ຣົດໄຟ ລາວ-ຈີນ ຈະເປີດ ບໍຣິການໃນປີ 2021 ນີ້ແລ້ວ.
ມາຮອດ ປັດຈຸບັນ ທາງການລາວ ກໍຍັງລໍຖ້າ ທາງການໄທຍ ວ່າຈະຕົກລົງ ເຫັນດີ ໃນການສ້າງຂົວ ມື້ໃດ ເພາະທາງການລາວ ແລະ ຈີນ ກໍຕຽມພ້ອມພື້ນທີ່ ກໍ່ສ້າງຂົວ ຢູ່ບ້ານທ່າເດື່ອ ເມືອງ ຫາດຊາຍຟອງ ແລະ ສະຖານີຣົດໄຟ ຄວາມໄວສູງ ໄທຍ-ລາວ ຫຼື Border Station ຢູ່ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄວ້ລໍຖ້າແລ້ວ, ດັ່ງເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 4 ຕຸລາ ນີ້ວ່າ:
“ດຽວນີ້ຍັງ ບໍ່ໄດ້ເຣີ່ມກັນນ່າ ເພາະວ່າ ວັນທີ 8 ຕຸລາ ອ້າຍຊິປະຊຸມ ກັບປະເທດໄທຍ ຊິເວົ້າເຣື່ອງຣົດໄຟ ແລ້ວກະຄວາມພ້ອມ ຕ່າງໆ ຂອງຂົວຫັ້ນນ່າ ມັນຊິໄດ້ບໍ່ຫັ້ນນ່າ ຢູ່ລາວຫວາ ມັນຕ້ອງ ອອກໄປພຸ້ນ ມັນຕ້ອງອອກໄປ ພຸ້ນ ແຕ່ວ່າ ທ່ານາແລ້ງນີ້ ມັນຊິເວົ້າເຣື່ອງໂຕ Border Station ຫັ້ນນ່າ.”
ຊາວລາວຜູ້ນຶ່ງ ທີ່ເປີດຮ້ານອາຫານ ໃກ້ກັບ ເຂດກໍ່ສ້າງ ສະຖານີຣົດໄຟ ຄວາມໄວສູງ ໄທຍ-ລາວ ກໍເຫັນວ່າ ຈະບໍ່ໄດ້ ຜົນປໂຍດຫຍັງ ກັບໂຄງການດັ່ງກ່າວ ເນື່ອງຈາກ ພື້ນທີ່ໂດຍຮອບ ມີກໍາແພງປິດກັ້ນ ໄວ້ໝົດແລ້ວ ບໍ່ໃຫ້ຄົນ ເຂົ້າ-ອອກ ສະນັ້ນ ທາງຣົດໄຟ ຄວາມໄວສູງ ຈະເປັນພຽງທາງ ຜ່ານຊື່ໆ, ແຕ່ແນວໃດກໍຕາມ ກໍຢາກໃຫ້ໂຄງການ ທາງຣົດໄຟຄວາມໄວສູງ ໄທຍ-ລາວ ເກີດຂຶ້ນໄວໆ ເພາະຢາກເຫັນການພັທນາ ຂອງບ້ານເມືອງໃຫ້ດີຂຶ້ນ, ດັ່ງເຈົ້າຂອງ ຮ້ານອາຫານແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຢູ່ທາງຫຼັງເຂົາ ພໍ່ນະ ເຂົາອ້ອມ ກໍາແພງບໍ່ໃຫ້ອອກ ຫຼຽວເຫັນຊື່ໆ ບໍ່ໄດ້ຫຍັງ ເອີ່ ກໍຢາກເຫັນແຫຼະເນາະ ອາຍຸ ກໍຫຼາຍເຕີບແລ້ວ ເຮົາກະຢາກເຫັນບ້ານ ເຫັນເມືອງ ເຫັນຄວາມ ຈະເລີນຂອງລູກ ຂອງຫຼານ ຂອງບ້ານຂອງເມືອງ.”
ຊາວລາວ ອີກຜູ້ນຶ່ງເຫັນວ່າ ເມື່ອເສັ້ນທາງຣົດໄຟ ຄວາມໄວສູງ ໄທຍ-ລາວ ເຊື່ອມກັບ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຈະສ້າງລາຍໄດ້ ໃຫ້ກັບຄົນໃນພື້ນ ທີ່ອ້ອມຂ້າງ ສະຖານີເປັນຢ່າງດີ ເນື່ອງຈາກຄົນໄທຍ ເຂົາເຈົ້າມັກມາ ພັກຜ່ອນ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນຈໍານວນຫຼາຍຢູ່ແລ້ວ ສະນັ້ນຈຶ່ງ ຢາກໃຫ້ ທາງການໄທຍ ເລັ່ງສ້າງຂົວຣົດໄຟ ຄວາມໄວສູງ ໄທຍ-ລາວ ໃຫ້ສໍາເຣັດໄວໆ.
ນອກຈາກນີ້ ພື້ນທີ່ອ້ອມຂ້າງ ສະຖານີຣົດໄຟ ຄວາມໄວສູງ ລາວ-ໄທຍ ບໍຣິເວນ ບ້ານທ່ານາແລ້ງ, ບ້ານທ່າເດື່ອ, ບ້ານນາຄວາຍ ແລະບ້ານດົງໂພນແຮ່ ມີກຸ່ມຄົນຈີນ ມາຊອກຊື້ ທີ່ດິນ ນໍາຄົນລາວ ເພື່ອເຮັດທຸຣະກິຈ ໃນອະນາຄົດ ກໍຢາກໃຫ້ ທາງການລາວ ລົງຕິດຕາມ ກວດກາ ເພື່ອບໍ່ໃຫ້ຄົນຈີນ ເຂົ້າມາຫາຜົນປໂຍດ ໃນພື້ນທີ່ ແລະຄວນສງວນ ພື້ນທີ່ເອົາໄວ້ ສໍາລັບຄົນລາວເອງ, ດັ່ງຊາວລາວຜູ້ນຶ່ງ ໃນບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຮົາກະເຮັດໄປ ຫັ້ນແຫຼະ ພຍາຍາມປັບປຸງ ໄປເທື່ອລະໜ້ອຍ ມັນກະຍັງເປັນ ຈຸດນຶ່ງທີ່ວ່າ ໃຫ້ເຂົາຮູ້ຈັກເຮົາຫຼາຍຂຶ້ນຫັ້ນນ່າ ໄປມາຫາສູ່ກັນ ກໍງ່າຍ ເສຖກິຈມັນ ກໍງ່າຍໄປອີກ ພວກຈີນເຂົາ ຊື້ດິນແຖວນັ້ນ ເຂົາຊິເຮັດອັນ ເປັນບ່ອນແຫຼ່ງ ທ່ອງທ່ຽວ ແບບທັມມະຊາດ ຫັ້ນແຫຼະ ແຕ່ວ່າ ໄທຂ້ອຍບໍ່ຂາຍ.”
ກ່ຽວກັບເຣື່ອງນີ້ ທ່ານ ດຣ. ອາມ ຕັ້ງນິຣັນດອນ ອາຈານປະຈໍາ ສູນຈີນສຶກສາ ສະຖາບັນ ເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທຍ ໄດ້ໃຫ້ທັສນະຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 4 ຕຸລາ 2021 ນີ້ວ່າ ທາງການໄທຍ ຫາກໍຈະມາຕຽມ ຄວາມພ້ອມ ໃນການກໍ່ສ້າງ ຂົວຣົດໄຟ ຄວາມໄວສູງ ໄທຍ-ລາວ ຊຶ່ງຄາດວ່າ ຂ້ອນຂ້າງຊ້າ ເນື່ອງຈາກວ່າ ເສັ້ນທາງຣົດໄຟ ລາວ-ຈີນ ຈະເປີດບໍຣິການໃນທ້າຍປີ 2021 ນີ້ແລ້ວ ສະນັ້ນ ຈະເຮັດໃຫ້ໄທຍ ເສັຽປໂຍດ ໃນເຣື່ອງການຄ້າຊາຍແດນ, ການຂົນສົ່ງສິນຄ້າ ແລະການທ່ອງທ່ຽວ:
“ອັນທີ່ຈິງ ກະຕ້ອງຍອມຮັບວ່າ ມັນຂ້ອນຂ້າງຊ້າ ແຕ່ວ່າ ເປັນທິດທາງທີ່ດີ ເພາະວ່າ ມັນກໍຈະເປັນໂຕທີ່ນໍາມາສູ່ ການເຊື່ອມໂຍງ ເສຖກິຈຊາຍແດນ ກໍຫວັງວ່າ ທາງຣັຖບານໄທຍ ກໍຈະເລັ່ງໂຄງການ ການກໍ່ສ້າງ ແລ້ວກໍມີການ ເຮັດຍຸທສາດ ໃນດ້ານຊາຍແດນ ທີ່ຈະເຊື່ອມໂຍງ ປໂຍດຈາກ ເສຖກິຈຣົດໄຟ ເຂົ້າສູ່ ປະເທດໄທຍ ໄດ້ແບບໃດແດ່.”
ທ່ານຍັງກ່າວອີກວ່າ ເມື່ອເສັ້ນທາງຣົດໄຟ ລາວ-ຈີນ ເປີດໃຫ້ບໍຣິການ ຢ່າງເປັນທາງການ ທາງການໄທຍ ຈະຕ້ອງຕຽມ ພ້ອມໃນການຮັບມື ກັບການປ່ຽນແປງ ທີ່ຈະເກີດຂຶ້ນ ແບບຫຼີກເວັ້ນບໍ່ໄດ້ ຄືຈະມີກຸ່ມນັກລົງທຶນຈີນ ຫຼັ່ງໄຫຼເຂົ້າມາລົງທຶນ ໃນລາວ ຫຼາຍຂຶ້ນ ທັງທຸຣະກິຈຂນາດໃຫຍ່ ແລະຂນາດນ້ອຍ ຮວມເຖິງສິນຄ້າ ຈາກປະເທດຈີນ ປະເພດຕ່າງໆ ເຊິ່ງຈະເຮັດໃຫ້ ເສຖກິຈໃນລາວ ແລະການຄ້າຊາຍແດນ ລະຫວ່າງ ໄທຍ-ລາວ ຄຶກຄື້ນ ຫຼາຍຂຶ້ນຢ່າງແນ່ນອນ.
ສ່ວນປະເທດລາວ ກໍຄວນຕິດຕາມ ແລະສຶກສາຢ່າງລະອຽດ ວ່າຈະສາມາດ ແຂ່ງຂັນກັບທຸຣະກິຈຈີນແນວໃດ ເຖິງຈະບໍ່ເສັຽຜົນປໂຍດ ແລະບໍ່ໃຫ້ສົ່ງຜົລ ກະທົບຕໍ່ທຸຣະກິຈ ທ້ອງຖິ່ນ.
ທັງລາວ ແລະໄທຍ ຍັງມີຄວາມເຂົ້າໃຈ ໜ້ອຍຫຼາຍ ກ່ຽວກັບລັກສະນະ ຂອງທຶນຈີນ ແລະ ທຸຣະກິຈຈີນ ທີ່ຈະຫຼັ່ງໄຫຼ ເຂົ້າມາຢ່າງມຫາສານ ສະນັ້ນ ໃນຊ່ວງປີ ທໍາອິດທີ່ ເສັ້ນທາງຣົດໄຟ ລາວ-ຈີນ ເປີດໃຫ້ບໍຣິການ ທັງ 2 ປະເທດ ຕ້ອງຕິດຕາມ ຢ່າງໃກ້ຊິດ ວ່າຄົນຈີນເຫຼົ່ານັ້ນ ຈະເຂົ້າມາລັກສະນະໃດ ແລະຈະສົ່ງຜົລກະທົບ ຕໍ່ທຸຣະກິຈດັ້ງເດີມ ໃນລາວ ແລະໄທຍ ແນວໃດ ເພື່ອຕຽມພ້ອມ ຮັບມື ແລະ ລາວ-ໄທຍ ບໍ່ຄວນວິຕົກ ກັງວົນຈົນເກີນໄປ ແຕ່ໃຫ້ສຶກສາ ຕິດຕາມ ທຸຣະກິຈຈີນ ວ່າຈະແຂ່ງຂັນກັບ ຈີນແນວໃດ ເພື່ອບໍ່ໃຫ້ເສັຽຜົນປໂຍດ.