ຄົນງານລາວ ຄ່າຈ້າງຕໍ່າ ຈາກ ນາຍຈ້າງຈີນ

ໄຊຍາ
2019.06.13
F-workers ຄົນງານທີ່ເຮັດວຽກ ໃນໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ
RFA/PS

ຄົນງານລາວ ທີ່ເຮັດວຽກໃນໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ຮັບເງີນຄ່າແຮງງານໜ້ອຍ, ເຮັດວຽກໜັກ, ຖືກໄລ່ອອກເປັນປະຈຳ. ພ້ອມນີ້ ຢູ່ສະໜາມເຮັດວຽກ ບໍ່ມີຣະບົບ ຄວາມປອດພັຍ (Safety) ບໍ່ມີສະຫວັດດີການ, ບໍ່ມີເງິນລ່ວງເວລາ (OT) ແລະ ບໍ່ມີຣະບົບວຽກ ຮອງຮັບ ເພື່ອໃຫ້ແຮງງານລາວ ສາມາດພັທນາສືມືຂອງເຂົາເຈົ້າ.

ກົງກັນຂ້າມເຂົ້າມາແລ້ວ ບໍ່ຮູ້ວ່າເຮັດຫຍັງ ແລະ ແຮງງານຫຼາຍຄົນ ຢູ່ບໍ່ໄດ້ຮອດເດືອນ ກໍ່ລາອອກໄປຍ້ອນທົນຫົວໜ້າຄົນຈີນ ໃຊ້ວຽກໜັກ ບໍ່ໄດ້ ທີ່ສຳຄັນແມ່ນເງິນຄ່າແຮງງານ ບໍ່ສົມກັບວຽກ. ດັ່ງແຮງງານທີ່ເຮັດວຽກ ໃນໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ໄດ້ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ RFA ເມື່ອ ວັນທີ 10 ມິຖຸນາ ຜ່ານມາວ່າ : ເຊີນທ່ານຮັບຟັງ ການສັມພາດ.

ໃນຂນະທີ່ ກ່ອນເປີດໂຄງການນີ້ ທາງການລາວຄາດວ່າ ຈະສ້າງວຽກເຮັດງານທໍາ ໃຫ້ກັບຄົນລາວຢ່າງໜ້ອຍ 10 ພັນຄົນ ຈາກຄົນງານ ທັງໝົດທີ່ໃຊ້ ໃນໂຄງການ 30 ພັນຄົນ ຕາມການປະເມີນ ຂອງແຜນການ. ແຕ່ໃນຄວາມຈິງ ແຮງງານລາວບໍ່ໄດ້ ປະໂຫຍດຈາກ ໂຄງການນີ້ ພໍປານໃດ, ອີງຕາມໂຕເລກ ບໍ່ເປັນທາງການມີແຮງງານລາວ ຢູ່ໃນໂຄງການນີ້ພຽງ 2 ພັນຄົນເທົ່າ.

ຕໍ່ບັນຫານີ້ ທ່ານ ຄຳສຸກ ບຸນຍາວົງ ສະມາຊິກ ສະພາແຫ່ງຊາດ ຈາກ ແຂວງຜົ້ງສາລີ ໄດ້ເວົ້າໃນກອງປະຊຸມສະພາ ເມື່ອຕົ້ນປີນີ້ວ່າ ແຮງງານລາວ ຈຳນວນ 2 ພັນຄົນ ທີ່ຖືກຈ້າງ ໃນພາກສ່ວນອື່ນໆ ທີ່ບໍ່ມີສ່ວນກ່ຽວຂ້ອງໂດຍກົງ ໃນໂຄງການກໍ່ສ້າງ ທາງຣົດໄຟ ແຕ່ຢ່າງໃດ. ສະນັ້ນຈຶ່ງເຮັດໃຫ້ເກີດການສົງສັຍ ວ່າດ້ວຍເຫດໃດ ແລະ ເກີດຍຫັງຂຶ້ນຈຶ່ງບໍ່ມີການຈ້າງ ແຮງງານລາວ ເຂົ້າໄປມີ ສ່ວນຮ່ວມໃນໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເລີຍ.

ເຖິງແນວໃດກໍຕາມ ເມື່ອຕົ້ນເດືອນມິນາ ຜ່ານມາ ທ່ານ ບຸນຍັງ ວໍລະຈິດ ປະທານປະເທສ ສປປ ລາວໄດ້ລົງໄປຢ້ຽມຢາມ ຄວາມຄືບໜ້າ ຂອງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ທີ່ເມືອງນາຊາຍທອງ ນັ້ນກໍ່ໄດ້ຮຽກຮ້ອງໃຫ້ ບໍຣິສັດທາງຣົດໄຟ ລາວ-ຈີນ ໃຫ້ເພີ່ມແຮງງານລາວ ເຂົ້າໃນໂຄງການຫຼາຍຂຶ້ນ ກວ່າທີ່ເປັນຢູ່.

ປັດຈຸບັນຄນະກັມມະການຄວບຄຸມ ການກໍ່ສ້າງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຣາຍງານເມື່ອເດືອນ ຜ່ານມາວ່າ ການກໍ່ສ້າງທາງ ຣົດໄຟ ລາວ-ຈີນ ສຳເຣັດໄປແລ້ວເກີນເຄິ່ງນຶ່ງ ຂອງແຜນການ ແລະຄາດວ່າທ້າຍປີ 2021 ຈະສ້າງສຳເຣັດ 100% ແລະ ເປີດໃຫ້ການ ບໍຣິການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.