ຫຼວງພຣະບາງ ໄດ້ຮັບຄ່າຊົດເຊີຽ ຈາກທາງຣົດໄຟ ເກືອບໝົດແລ້ວ
2021.10.08
ການຊົດເຊີຽ ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງພຣະບາງ ທີ່ມີທັງໝົດ ຈໍານວນ 869 ຄອບຄົວ ຢູ່ນະຄອນ ຫຼວງພຣະບາງ, ເມືອງຈອມເພັດ ແລະ ເມືອງຊຽງເງິນນັ້ນ, ຫຼ້າສຸດມີ ຄວາມຄືບໜ້າແລ້ວ, ເກືອບ 93% ແລ້ວ ຊຶ່ງຊາວບ້ານ ຫຼາຍກວ່າ 800 ຄອບຄົວ ໄດ້ຮັບ ຄ່າຊົດເຊີຽ ໄປແລ້ວ ຮວມທັງ ໄດ້ຮັບບ້ານ ຈັດສັນນໍາດ້ວຍ, ດັ່ງຊາວບ້ານ ຢູ່ນະຄອນຫຼວງພຣະບາງ ທີ່ໄດ້ຮັບຄ່າ ຊົດເຊີຽ ຈາກໂຄງການ ດັ່ງກ່າວແລ້ວ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 7 ຕຸລາ 2021 ນີ້ວ່າ:
“ເອີ່ໄດ້ ໄດ້ໝົດແລ້ວ ດຽວນີ້ ຢູ່ຫຼວງພຣະບາງ ນີ້ແຫຼະ ເອີ ແລ້ວໝົດແລ້ວ ປຸກຢ້າວ ປຸກເຮືອນ ກັນໝົດແລ້ວ ເອີ ກໍໄດ້ປະມານ ກໍຫາກສົມຄວນແຫຼະ ກໍຫາກພໍ ສົມຄວນ ໄດ້ 200 ປາຍລ້ານກີບ ບໍ່ມີໃຜແລ້ວໂອ່.”
ໃນຂນະທີ່ ຊາວບ້ານ ຢູ່ນະຄອນຫຼວງພຣະບາງ ອີກທ່ານນຶ່ງ ກ່າວວ່າ ມາຮອດປັດຈຸບັນ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນເຂດນະຄອນຫຼວງພຣະບາງ ຖືວ່າໄດ້ຮັບເກືອບ ໝົດທຸກ ຄອບຄົວແລ້ວ ແລະກໍໄດ້ຮັບການ ຊົດເຊີຽ ໃນລາຄາ ທີ່ເໝາະສົມ ແລະເປັນທີ່ໜ້າພໍໃຈ:
“ແມ່ນໆ ຊົດເຊີຽ ໝົດແລ້ວ ສະເພາະ ທີ່ຖືກເຂດ ສະຖານີຣົດໄຟ ຫັ້ນເນາະ ອອກຈາກ ເຂດແດນ ເຂົາຫັ້ນໄປ ຫັ້ນເດ້ ຕິດແຄມທາງນ່າ ແຖວສະຖານີຫັ້ນນ່່າ.”
ສ່ວນຊາວບ້ານ ຢູ່ເມືອງຊຽງເງິນ ອີກທ່ານນຶ່ງ ກ່າວວ່າ ຄອບຄົວ ຂອງລາວເອງ ຫາກໍໄດ້ຮັບເງິນ ຄ່າຊົດເຊີຽ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນປີ 2021 ນີ້, ແຕ່ບໍ່ສາມາດ ໃຫ້ຣາຍຣະອຽດຫຼາຍໄປ ກວ່ານີ້ໄດ້ ວ່າຈໍານວນເທົ່າໃດ ແລະຍັງເຫຼືອ ຊາວບ້ານອີກ ຈັກຄອບຄົວ ທີ່ຍັງບໍ່ໄດ້ຮັບ ຄ່າຊົດເຊີຽ:
“ຊົດເຊີຽ ອັນນ່າ ທາງຣົດໄຟ ອັນນີ້ນ່າ ໂອ ວຽກມັນ ຢາກໝົດແລ້ວນ່າ ຄັນອັນນັ້ນລະແມ່ນ ມື້ໜ້າຊິຕິດຕໍ່ຫາ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ ມາຮອດປັດຈຸບັນ ການຊົດເຊີຽ ແກ່ຜູ້ໄດ້ຮັບຜົລກະທົບ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງພຣະບາງ ຖືວ່າ ໃກ້ຊິສໍາເຣັດ ໝົດແລ້ວ ຍັງເຫຼືອຊາວບ້ານອີກປະມານ 60 ຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າ ຊົດເຊີຽ ແລະ ບ້ານຈັດສັນ ຊຶ່ງທາງພາກສ່ວນ ທີ່ກ່ຽວຂ້ອງ ກໍາລັງເລັ່ງ ດໍາເນີນການ ໃຫ້ສໍາເຣັດ ກ່ອນຮອດ ມື້ເປີດໃຊ້ໂຄງການ ດັ່ງກ່າວ:
“ກໍຄືບໜ້າ ໄປຫຼາຍແລ້ວ ກະເກືອບໃກ້ ຈະແລ້ວໆ ຜ່ານມາກໍໄດ້ໄປ ໂອ້ລົມ ໄປເອີ້ນວ່າ ທໍາຄວາມໄກ່ເກັ່ຽໃຫ້ເຂົາເຈົ້າ ເຂົ້າໃຈ ກ່ຽວກັບ ບັນຫາ ຂໍ້ຂັດແຍ້ງຕ່າງໆ.”
ເມື່ອເດືອນ ກັນຍາ ທີ່ຜ່ານມານີ້ ທ່ານ ເຂັມຄໍາ ພົງສະຫວັດ ຫົວໜ້າ ຫ້ອງການ ປະສານງານ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ປະຈໍາ ແຂວງຫຼວງພຣະບາງ ກ່າວວ່າ ໃນໄລຍະ ທີ່ຜ່ານມາ ທາງການແຂວງຫຼວງພຣະບາງ ໄດ້ຊົດເຊີຽ ແກ່ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການນີ້ ໄປແລ້ວ 10 ງວດ ຮວມມູນຄ່າ 118 ຕື້ກີບ ຈາກມູນຄ່າ ຊົດເຊີຽທັງໝົດ 120 ຕື້ກີບ, ໃນນັ້ນ ມີຊາວບ້ານ ທີ່ຢູ່ໃນແລວທາງຣົດໄຟ ແລະ ໄດ້ຮັບ ທີ່ດິນບ້ານຈັດສັນ ຈໍານວນ 523 ຄອບຄົວ ແລະຊາວບ້ານ ທີ່ຢູ່ນອກແລວທາງຣົດໄຟ ອີກຈໍານວນ 337 ຄອບຄົວ.
ສໍາລັບ ຊາວບ້ານ ທີ່ໄດ້ຮັບ ທີ່ດິນບ້ານຈັດສັນ ໄປແລ້ວ ມີຈໍານວນ 497 ຄອບຄົວ ຍັງເຫຼືອອີກ ປະມານ 35 ຄອບຄົວ ທີ່ລໍຖ້າເຂົ້າໄປຢູ່ ບ້ານຈັດສັນໃໝ່ ໃນເຂດບ້ານບວມອໍ້ ເມືອງຊຽງເງິນ ຊຶ່ງປັດຈຸບັນ ຢູ່ໃນລະຫວ່າງ ການກໍ່ສ້າງ ສໍາເຣັດແລ້ວ 25%, ອີງຕາມການ ຣາຍງານຂອງຂ່າວ ເສຖກິຈ-ສັງຄົມ ວັນທີ 13 ກັນຍາ ປີ 2021.
ທາງດ້ານ ການຊົດເຊີຽ ຜົລກະທົບ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງອື່ນໆ ເປັນຕົ້ນ ແຂວງອຸດົມໄຊ ກໍມີຄວາມຄືບໜ້າ ຫຼາຍເຊັ່ນກັນ ຫຼ້າສຸດຊາວບ້ານ ຫຼາຍຄອບຄົວ ທັງຢູ່ເມືອງນາໝໍ້ ແລະເມືອງໄຊ ກໍໄດ້ຮັບຄ່າ ຊົດເຊີຽ ໄປຫຼາຍແລ້ວ ເຖິງແມ່ນວ່າ ບາງຄອບຄົວ ຈະບໍ່ພໍໃຈ ຄ່າຊົດເຊີຽ ກໍຕາມ, ດັ່ງຊາວບ້ານ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ກ່າວວ່າ:
“ເອີ່ ໄດ້ໝົດແລ້ວ ຫຼາຍໂອ້ດິນເຮົາ ຂອງເຮົາກະມີ 3 ຈຸດ ໂອ່ ບໍ່ພໍດອກ ໂຄງການ ໃຫ້ແຕ່ເທົ່າໃດ 600-700 ລ້ານກີບ ທໍາອິດໄດ້ຍິນ ເຂົາວ່າ ຕື້ປາຍ ແຕ່ວ່າເອົາສົດ ມາໃຫ້ ມີແຕ່ 600-700 ລ້ານກີບຊື່ໆນ່າ.”
ສ່ວນຊາວບ້ານ ຢູ່ເມືອງໄຊ ແຂວງອຸດົມໄຊ ອີກທ່ານນຶ່ງ ກ່າວວ່າ ຊາວບ້ານ ຫຼາຍຄອບຄົວ ຢູ່ເຂດເມືອງໄຊ ທີ່ລໍຖ້າ ການຊົດເຊີຽ ຈາກໂຄງການ ດັ່ງກ່າວ ມາເປັນ ເວລາດົນ ຫາກໍໄດ້ ຄ່າຊົດເຊີຽ ແລ້ວເມື່ອບໍ່ຈັກ ເດືອນມານີ້ ແລະຖືວ່າ ໄດ້ຮັບຄ່າ ຊົດເຊີຽຕາມທີ່ ຫຼາຍຄົນຄາດຫວັງໄວ້:
“ສ່ວນຫຼາຍ ກໍແມ່ນນາ ແມ່ນສວນ ຕາມທີ່ດິນ ເຂົາເຈົ້າແຫຼະ ດິນກວ້າງກໍຈະໄດ້ຫຼາຍ ຫັ້ນນ່າ ນ້ອງສາວ,ນ້ອງເຂີຽ ເຂົາກໍນາຖືກຫັ້ນ ເຂົາເຈົ້າກໍໄດ້ ຮອດຕື້ປາຍກີບ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ຄະນະກັມມະການ ໄກ່ເກ່ັຽສິ່ງກີດຂວາງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ປະຈໍາແຂວງອຸດົມໄຊ ເພື່ອສອບຖາມ ຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກ ໃຫ້ສັມພາດ.
ຫຼ້າສຸດນີ້ ໃນວັນທີ 6 ຕຸລາ ທີ່ຜ່ານມາ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີລາວ ໄດ້ກ່າວຢືນຢັນຕໍ່ສື່ມວນຊົນວ່າ ໂຄງການ ກໍ່ສ້າງທາງ ຣົດໄຟ ລາວ-ຈີນ ໄລຍະທາງ 422.4 ກິໂລແມັດ ທີ່ມີມູນຄ່າກໍ່ສ້າງ 5.9 ຕື້ ໂດລາຣ໌ສະຫະຣັດ ຈະເປີດໃຊ້ ໃນວັນທີ 2 ທັນວາ ປີນີ້ ຢ່າງ ແນ່ນອນ ເພື່ອສເລີມສລອງ ວັນສະຖາປະນາ ສປປ ລາວ ຄົບຮອບ ປີ ທີ່ 46, ຊຶ່ງປັດຈຸບັນ ຣັຖບານ ພວມວາງແຜນ ຮອບດ້ານ ເພື່ອເຮັດໃຫ້ ການເປີດ ນໍາໃຊ້ທາງຣົດໄຟ ລາວ-ຈີນ ຢ່າງມີຈຸດສຸມ ແລະ ຮັບປະກັນ ຄວາມປອດພັຍ ໃນທຸກດ້ານ ໂດຍເບື້ອງຕົ້ນ ຈະເນັ້ນໃສ່ການ ຂົນສົ່ງສິນຄ້າ ເປັນຫຼັກກ່ອນ, ອີງຕາມການ ຣາຍງານຂອງ ໜັງສືພິມ ວຽງຈັນທາມສ໌ ວັນທີ 7 ຕຸລາ ປີ 2021.