ເຂື່ອນນ້ຳອູ 7 ແຫ່ງ ສ້າງສຳເຣັດແລ້ວ, ປ​ຊ​ຊ ຍັງ​ລຳ​ບາກ

ຈຳປາທອງ
2021.10.01
ເຂື່ອນນ້ຳອູ 7 ແຫ່ງ ສ້າງສຳເຣັດແລ້ວ, ປ​ຊ​ຊ ຍັງ​ລຳ​ບາກ ເຂື່ອນ ນໍ້າອູ 7 ແຫ່ງ ທີ່ສ້າງສໍາເຣັດໄປແລ້ວ.
Photo: RFA

ບໍຣິສັດ ໄຟຟ້ານໍ້າອູ ຂອງຈີນ ໄດ້ກໍ່ສ້າງ ເຂື່ອນໄຟຟ້ານໍ້າອູ ທັງ 7 ແຫ່ງ ສໍາເຣັດ ແລະ ໄດ້ຈັດ ພິທີເປີດ ຢ່າງເປັນທາງການ ຢູ່ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ໃນມື້ວັນທີ 28 ກັນຍານີ້ ໃນຂະນະ ທີ່ປະຊາຊົນ ຜູ້ ໄດ້ຮັບຜົລກະທົບ ຍ້ອນຖືກໃຫ້ ໂຍກຍ້າຍອອກ ຈາກເຂດທີ່ທາງ ໂຄງການເຂື່ອນ ກວມເອົານັ້ນ ຍັງດໍາລົງ ຊີວິດ ດ້ວຍຄວາມທຸກຍາກ ລໍາບາກຢູ່.
ເຂື່ອນທັງ 7 ແຫ່ງ ຂອງຈີນ ທີ່ວ່ານີ້ ຈະຜລິດ ແລະສນອງໄຟຟ້າ ໃຫ້ບໍຣິສັດ ໄຟຟ້າລາວ-ຈີນ ເພື່ອໃຊ້ ເຂົ້າໃນ ໂຄງການ ທາງຣົດໄຟ ຄວາມໄວສູງ ທີ່ຈະເປີດ ໃຊ້ ໃນທ້າຍປີນີ້ ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພຣະບາງທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ກັນຍານີ້ວ່າ:
ສໍາເຣັດແຫລະ ເປີດແຫລະ ຂະເຈົ້າກະເຮັດດີຢູ່ຕາມເບິ່ງ ແມ່ນແຫລະຂະເຈົ້າຮັບໃຊ້ທາງຣົດໄຟເນາະໂຕນັ້ນ ສະພາບ ແວດລ້ອມຕ່າງໆ ຫລື ຜົລກະທົບ ຕໍ່ເຂື່ອນຕໍ່ແມ່ນຫຍັງ ການນໍາໃຊ້ ເຣື່ອງລະບົບ ນິເວດ ຕ່າງໆ ກໍຍັງປົກຕິຄືເກົ່າ ກະຄືອ້າຍລາຍງານທີ່ຜ່ານມາຫັ້ນ ກໍບໍ່ມີຫຍັງ.
ທ່ານກ່າວຕື່ມວ່າ ເຂື່ອນໄຟຟ້ານໍ້າອູທັງ 7 ແຫ່ງນີ້ ຖືເປັນ ໂຄງການ ທີ່ປະສົບຜົນ ສໍາເຣັດທີ່ສຸດ ທັງເຣື່ອງ ມາຕຖານ ໂຄງສ້າງ ຂອງເຂື່ອນ, ການສນອງ ໄຟຟ້າ ແລະການຈັດການ ເຣື່ອງ ຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ.
ກ່ຽວກັບເຂື່ອນນໍ້າອູທັງ 7 ແຫ່ງ ນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາບໍຣິສັດໄຟຟ້ານໍ້າອູ ເພື່ອຂໍຮູ້ຣາຍລະອຽດ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ເຂື່ອນໄຟຟ້ານໍ້າອູ ກໍ່ສ້າງເປັນແບບຂັ້ນໄດ ຕາມລໍານໍ້າອູ ທີ່ມີຄວາມຍາວ 475 ກິໂລແມັຕຈາກເຂດພູສູງ ໃນແຂວງຜົ້ງສາລີ ລົງໄປຮອດປາກນໍ້າອູ ເມືອງປາກອູ ແຂວງ ຫຼວງພຣະບາງ. ເຂື່ອນທັງ 7 ແຫ່ງທີ່ວ່ານີ້ ເຮັດໃຫ້ ປະຊາຊົນ ທີ່ຢູ່ຕາມແຄມນໍ້າອູ ໄດ້ຮັບຜົລກະທົບ ແລະ ຖືກໃຫ້ໂຍກຍ້າຍ ອອກຈາກບ້ານເດີມ ຢູ່ 2 ແຂວງ, 8 ເມືອງ, 63 ບ້ານ ທີ່ມີປະຊາຊົນ ອາສັຍຢູ່ຢ່າງໜ້ອຍ 5,000 ຄົນ, ອີງຕາມຣາຍງານໃນບົດປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມຂອງ ບໍຣິສັດນໍ້າອູ.
ຊາວບ້ານ ບ້ານຫ້ວຍໂລ ຢູ່ເມືອງປາກອູ ແຂວງ ຫຼວງພຣະບາງ ທີ່ໄດ້ຮັບຜົລກະທົບ ແລະ ຖືກໃຫ້ໂຍກຍ້າຍ ຈາກໂຄງການ ນໍ້າອູ 3 ມາໄດ້ປະມານ 2 ປີ ປາຍແລ້ວນັ້ນ ສ່ວນໃຫຍ່ ມີວິດການ ເປັນຢູ່ ທຸກຍາກ ລໍາບາກ, ບໍ່ມີອາຊີບ ໝັ້ນຄົງ, ມີຫຼາຍສິ່ງ ຫຼາຍຢ່າງ ທີ່ຊາວບ້ານ ຮຽກຮ້ອງຕ້ອງການ ຮວມທັງເຣື່ອງ ການປັບໜ້າດິນ ເພື່ອທໍາການຜລິດ ແຕ່ ບໍຣິສັດ ເຈົ້າຂອງເຂື່ອນ ກໍຍັງບໍ່ໄດ້ຕອບສນອງດີ ເທົ່າທີ່ຄວນ ດັ່ງຊາວ ບ້ານຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຢູ່ເມືອງປາກອູ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
ບັນຫາ ເຣື່ອງການປັບດິນ ຫັ້ນເນາະ ປັບດິນຖືກ ດິນສວນຂອງ ປະຊາຊົນຫັ້ນ ແລ້ວເຂົາເຈົ້າ ກໍຍັງບໍ່ແກ້ໄຂເທື່ອ. ແລ້ວບັນຫາ 2 ກະເຣື່ອງວັດວາ ຂອງເຮົານີ້ ມັນບໍ່ໄດ້ຄົບ ຕາມຈໍານວນ ທີ່ວ່າ ຄວາມຕ້ອງການຂອງປະຊາ ຊົນ ອັນເກົ່າ ທີ່ວ່າເຮົາໄດ້ສ້າງມາຫັ້ນແຫລະ.
ແລະຊາວບ້ານ ທີ່ຖືກໃຫ້ໂຍກຍ້າຍ ໄດ້ປະມານ 3 ປີ ແລ້ວນັ້ນ ສ່ວນໃຫຍ່ ກໍຍັງມີຄຸນນະພາບຊີວິດ ບໍ່ດີ, ຍັງໄດ້ອອກໄປຊອກຫາ ເຮັດວຽກຢູ່ຕາມ ເມືອງໃຫຍ່ ຍ້ອນບໍ່ມີ ອາຊີບໝັ້ນຄົງ. ແລະຊາວບ້ານ ທີ່ປູກພືດຜັກ ແລະຕົ້ນໄມ້ຢູ່ຕາມ ແຄມນໍ້າອູ ກໍຍັງໄດ້ຮັບຜົລກະທົບ ຈາກການ ເປີດ-ປິດ ນໍ້າ ຂອງເຂື່ອນໄຟຟ້ານໍ້າອູ 2, ເຮັດໃຫ້ຊາວບ້ານ ສູນເສັຽດິນສວນ ທີ່ຢູ່ຕິດກັບແຄມນໍ້າອູ ຍ້ອນຕາຝັ່ງເຈື່ອນ. ຊາວບ້ານທີ່ອາສັຍຢູ່ກ້ອງເຂື່ອນ ໄຟຟ້ານໍ້າອູ 2 ທີ່ ເມືອງນໍ້າບາກ ແຂວງ ຫຼວງພຣະບາງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 30 ກັນຍານີ້ວ່າ:
ກ່ຽວກັບເຂື່ອນ 2 ເຂົາປ່ອຍນໍ້າ ຫຼາຍໆ ດິນມັນຈະລຸດລົງໄປ ບໍ່ແມ່ນໜ້ອຍໆ ນ່າ ດິນສວນປູກໄມ້ປູກຕອກ ເສັຽຫາຍຫຼາຍ. ກະນໍ້າຂຶ້ນທັມດາ ແຫ້ງທັມດາ ກໍຊິມີບັນຫາຫຍັງ ເພິ່ນຄົ້ນຄວ້າກັນແນວໃດ ກະບໍ່ຊ່າງຊິວ່າ.
ຊາວບ້ານ ທີ່ຖືກໃຫ້ ໂຍກຍ້າຍ ມາໄດ້ 2 ປີ ປາຍ ໃນ ເຂດບ້ານຈັດສັນ ບ້ານສົບຂິງໃໝ່ ກໍໄດ້ຮັບຜົລກະທົບ ຍ້ອນດິນເຈື່ອນ ແລະດິນຍຸບລົງເລື້ອຍໆ, ເຮັດໃຫ້ ພວກເຂົາເຈົ້າກັງວົນ ແລະ ບາງຄອບຄົວກໍຈໍາຕ້ອງໄດ້ອອກໄປ ອາສັຍຢູ່ຕູບນ້ອຍ ໃນສວນ ດັ່ງຊາວບ້ານ ຜູ້ນຶ່ງຢູ່ບ້ານສົບຂິງ ເມືອງງອຍ ແຂວງຫຼວງພຣະບາງ ເວົ້າວ່າ:
ເປັນຕາຢ້ານຢູ່ ຢູ່ສູງໂພດ ມັນກໍເຊາະ ມັນເຈື່ອນ ເຮືອນຢູ່ ແຄມທາງຫັ້ນ ມັນຍຸບ ມັນແຕກຫັກ ຊ່ວງນີ້ເຂົາເຈົ້າ ບໍ່ມີວຽກແນວ ໃດນ່າ.
ການສ້າງ ເຂື່ອນ ໄຟຟ້ານໍ້າອູ 7 ແຫ່ງ ກະທົບໃສ່ ການແລ່ນເຮືອ ຂົນສົ່ງ ແລະ ເຮືອທ່ອງທ່ຽວ ຂອງຊາວບ້ານ ຍ້ອນເຂື່ອນຕັນ ຊຶ່ງເມື່ອກ່ອນ ສາມາດຂີ່ເຮືອ ຈາກປາກນໍ້າອູ ແຂວງຫຼວງ ພຣະບາງ ຂຶ້ນໄປເຖິງເມືອງສໍາພັນ ແຂວງຜົ້ງສາລີ ໄດ້ລວດດຽວ. ແຕ່ເມື່ອ ມີການສ້າງເຂື່ອນຕັນ ກໍຕ້ອງໄດ້ອອກຈາກເຮືອຢູ່ໃຕ້ເຂື່ອນ ຂຶ້ນຣົດ ໄປຂີ່ເຮືອ ຢູ່ໜ້າເຂື່ອນຕໍ່ ເນື່ອງຈາກເຂື່ອນ ແຕ່ລະແຫ່ງ ບໍ່ມີຊ່ອງທາງເດີນເຮືອ ດັ່ງເຈົ້າຂອງເຮືອຂົນສົ່ງ ຢູ່ເມືອງສໍາພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ກັນຍານີ້ວ່າ:
ເຂົາເຮັດເຂື່ອນຕັນແລ້ວ ກະຕ້ອງໄປ ຕໍ່ເຮືອຢູ່ໜ້າເຂື່ອນເນາະ ໄປທາງເມືອງສໍາພັນ ຍາມແລ້ງກະຄັນວ່າເຂົາປ່ອຍນໍ້ານີ້ ໄປສະບາຍ ໃຊ້ເຮືອນ້ອຍ ໄປຕໍ່ຢູ່ເຮືອໃຫຍ່ເອົາ ແລ້ວຂີ່ໄປໜ້າເຂື່ອນ.
ໂຄງການ ເຂື່ອນໄຟຟ້ານໍ້າອູ ທັງ 7 ແຫ່ງ ເປັນຂອງ ບໍຣິສັດ ຜລິດພະລັງງານ ຂອງຈີນ ຫລື Power China ຊຶ່ງຕາມການ ຈົດທະບຽນແມ່ນຊື່ ບໍຣິສັດ ໄຟຟ້ານໍ້າອູຈໍາກັດ, ມູນຄ່າການກໍ່ສ້າງ ທັງໝົດ 2,700 ປາຍລ້ານ ໂດລາຣ໌ສະຫະຣັຖ, ໄລຍະ ສັມປະທານ 29 ປີ ຫຼັງການ ກໍ່ສ້າງແລ້ວ, ມີກໍາລັງການ ຜລິດທັງໝົດ 1,272 ເມກາວັດ.
ອີງຕາມ ສັນຍາ ຊື້-ຂາຍ ໄຟຟ້າ ປີ 2014, ໄຟຟ້າ ທີ່ຜລິດໄດ້ຈາກເຂື່ອນນໍ້າອູທັງ 7 ແຫ່ງ ຈະໃຊ້ໃນໂຄງການ ທາງຣົດໄຟ ລາວ-ຈີນ. ໄດ້ຕິດຕັ້ງສະຖານີ, ສາຍສົ່ງ ແລະ ຣະບົບກະຈາຍໄຟຟ້າສໍາເຣັດໝົດແລ້ວ ແລະຈະສນອງໃຫ້ໂຄງການອື່ນໆ ທີ່ຕິດພັນກັບໂຄງການ 1 ແລວ 1 ເສັ້ນທາງ (One Belt One Road) ຂອງຈີນ.
ປັດຈຸບັນ ບໍຣິສັດ ຜລິດໄຟຟ້າລາວ ຫລື EDL ໄດ້ຮ່ວມທຶນ ຖືຫຸ້ນ 15% ໃນໂຄງການ ເຂື່ອນໄຟຟ້ານໍ້າອູ 2, 5 ແລະ 6. ແລະເມື່ອການລະບາດ ຂອງໂຄວິດ-19 ໝົດໄປແລ້ວ ກໍຈະມີການເຊັນສັນຍາຊື້-ຂາຍຫຸ້ນໃນເຂື່ອນນໍ້າອູ 1, 3 ແລະ 4 ຕື່ມ ຊຶ່ງທັງໝົດ ເປັນໄປຕາມ ລະບຽບກົດໝາຍ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 04, 2021 04:19 PM

ເມື່ອເວລາເຂື່ອນປາກແບງ7ແຫ່ງສ້າງສໍາເລັດລົງຈີນກໍປະກາດການຢຸຕິຂອງໂຮງງານໄຟຟ້າຖ່ານຫິນລົງໃນບາງພາກສ່ວນແລະຈະນໍາເອົາໄຟຟ້າຈາກເຂຶ່ອນລາວທັງ7ແຫ່ງທີ່ສ້າງຢູ່ແມ່ນໍ້າແບງເຂົ້າໄປທົດແທນທັນທີແນ່ນອນຈີດຈະທໍາແບບນີ້ໄປຈົນກ່າວວ່າລາວຈະບໍ່ມີແມ່ນໍ້າໄຫ້ເຂົາສ້າງຈີນຈຶ່ງຢຸດຕິການສ້າງເຂື່ອນຢູ່ລາວຢ່າງຖາວອນ.