ເຂື່ອນນ້ຳເທີນ1 ເລັ່ງປຸກເຮືອນ ໃຫ້ຊາວບ້ານ
2021.02.12

ຄງການເຂື່ອນນ້ຳເທີນ1 ເລັ່ງການກໍ່ສ້າງເຮືອນຈັດສັນ ຈຳນວນ 88 ຫຼັງ ແລະ ຍົກຍ້າຍຊາວບ້ານເມືອງມ່ວນ ຢູ່ເມືອງວຽງທອງ ແຂວງບໍລິຄຳໄຊ ໃຫ້ສຳເລັດ ໃນເດືອນ ມິຖຸນາ ປີ 2021 ຊຶ່ງປັດຈຸບັນ ມີຄວາມຄືບໜ້າແລ້ວ 40 ເປີເຊັນ. ເຈົ້າໜ້າທີ່ທ້ອງຖິ່ນ ເມືອງວຽງທອງ ແຂວງບໍລິຄຳໄຊ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ກຸມພາ ວ່າ:
"ປັດຈຸບັນນີ້ ຄວາມຄືບໜ້າຂອງອັນນັ້ນ [ເຮືອນຈັດສັນ] ກະຖືວ່າກຳລັງກໍ່ສ້າງເຮືອນໃຫ້ ໝາຍຄວາມວ່າ ຍັງຢູ່ບ່ອນເກົ່າຫັ້ນແຫຼະ ຍ້າຍຈາກບ່ອນຕ່ຳໄປບ່ອນສູງຊື່ໆ."
ບ້ານເມືອງມ່ວນ ຕັ້ງຢູ່ໃກ້ກັບແມ່ນ້ຳມ່ວນ ແຕ່ ທີ່ຜ່ານມາ ບໍ່ເຄີຍມີນ້ຳຖ້ວມ ຈັກເທື່ອ ຈົນຮອດປີ 2020 ເຂື່ອນນ້ຳເທີນ1 ໄດ້ຕັນນ້ຳ ຊ້ວງລະດູຝົນຜ່ານມາ ແຕ່ປະກົດວ່າ ລະດັບນໍ້າຢູ່ ໃນອ່າງໂຕ່ງ ຂອງເຂື່ອນສູງຂຶ້ນ ເຮັດໃຫ້ນ້ຳໄຫຼ ຖ້ວມເຮືອນຊາວບ້ານເມືອງມ່ວນ.
ສະນັ້ນ ເຈົ້າໜ້າທີ່ເມືອງວຽງທອງ ແລະ ແຂວງບໍລິຄຳໄຊ ຈຶ່ງສະເໜີໃຫ້ບໍຣິສັດ ເຂື່ອນນ້ຳເທີນ1 ຍ້າຍຊາວບ້ານອອກຈາກພື້ນທີ່ ຜົນກະທົບ ເພື່ອບໍ່ໃຫ້ເກີດຜົນກະທົບ ຕໍ່ຊາວບ້ານ ໃນໄລຍະຍາວ ໂດຍການຍ້າຍຊາວບ້ານໄປຢູ່ເຂດສູງ ແຕ່ຢູ່ເຂດບ້ານເດີມຂອງ ເຂົາເຈົ້າ.
ນອກຈາກນີ້ຍັງມີການບຸກເບີກ ແລະ ຈັດສັນດິນໃຫ້ຊາວບ້ານຫ້ວຍຫອຍຈຳນວນ 624 ຄອບຄົວຊຸດທຳອິດ ທີ່ຖືກຍົກຍ້າຍເຂົ້າໄປ ຢູ່ເຮືອນຈັດສັນແລ້ວ, ແຕ່ຊາວບ້ານສ່ວນໃຫຍ່ ເຫັນວ່າ ສະພາບການບຸກເບີກທີ່ດິນ ທຳການຜລິດ ຈະບໍ່ແລ້ວພາຍໃນປີ 2021 ຍ້ອນວ່າ ມັນເປັນພື້ນທີ່ເຂດພູດອຍ. ຊາວບ້ານຫ້ອວຍຫອຍ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ວ່າ:
"ກະກຳລັງເຮັດຢູ່ໃດ ຍັງຊິບໍ່ທັນແລ້ວງ່າຍດອກ ເພາະວ່າ ເບິ່ງສະພາບ ມັນກະຍັງບໍທັນມີເຄີຍ ບ່ອນແກ້ບ່ອນພິສັງເດ່ນ່າ ບາດນີ້ ບໍ່ຕັດ (ພູ) ກະຍັງເປັນຮ່ອມພູ ຮ່ອມຜາ ມັນກໍຈະຍາກ ໜ້ອຍນຶ່ງ ຈະໃຊ້ເວລາ ຍ້າຍໃນເດືອນນີ້ ບໍ່ແລ້ວ ມັນຮອດເດືອນ 5 ປີໃໝ່ລາວແລ້ວ ຝົນຕົກມັນກະຈະເຮັດຍາກດອກ ເຮັດກະເຮັດບໍ່ໄດ້ດອກ ມັນກະອີງໃສ່ ສະພາບແຕ່ລະປີ ມັນເປັນ ແນວນັ້ນ ຄັນປີໃໝ່ລາວໄປແລ້ວ ມັນຢາກຝົນຕົກຫັ້ນນ່າ."
ຊາວບ້ານອີກຄົນນຶ່ງ ທີ່ໄດ້ຮັບຜົນກະທົບຈາກການຍົກຍ້າຍ ກ່າວຕໍ່ເອເຊັຽເສຣີ ວ່າດຽວນີ້ ຊາວບ້ານລຳບາກຫຼາຍ ບໍ່ມີອາຊີບບໍ່ມີ ວຽກເຮັດງານທຳທີ່ໝັ້ນຄົງ ຫຼັງຈາກຍົກຍ້າຍແລ້ວ ຊາວບ້ານສ່ວນໃຫຍ່ ກະບໍ່ພໍໃຈປານໃດ ຍ້ອນບໍ່ມີທີ່ດິນ ເຮັດກະສິກັມ.
"ເຈົ້າມີແຕ່ສະພາບດິນເຮືອນ ແຕ່ແຄມນ້ຳ ຊິເຮັດສວນຜັກ ກະບໍ່ມີແລ້ວບາດນີ້ ຕອນເພິ່ນຍັງບໍ່ເອົາ ໄປເຮັດເຂື່ອນ ນີ້ກະມີລະບໍ້ ສວນຜັກ ປັດຈຸບັນ ຖ້ວມໝົດແລ້ວ ບໍ່ມີແລ້ວ ປະຊາຊົນ ກະແມ່ນບໍ່ພຶງພໍໃຈແຫຼະ."
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ແຂວງບໍລິຄຳໄຊ ຕາງໜ້າໃຫ້ຄະນະຟື້ນຟູຊີວິດ ຊາວບ້ານຫ້ວຍຫອຍ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ວຽກງານການກໍ່ສ້າງເຮືອນຈັດສັນໃຫ້ຊາວບ້ານ ເມືອງມ່ວນ ແລະ ບຸກເບີກ-ຈັດສັນທີ່ດິນໃຫ້ຊາວບ້ານຫ້ວຍຫອຍ ມີຄວາມຫຍຸ້ງຍາກ ແລະ ທ້າທາຍທີ່ສຸດ.
"ຢູ່ໃນຂັ້ນຕອນ ຂຸ້ນຂ້ຽວຢູ່ຕີ້ ມັນຍາກຢູ່ ເພາະວ່າ ມັນແຫ້ງແລ້ງ ພື້ນທີ່ໄທເຮົາ ບໍ່ແມ່ນພື້ນທີ່ຮາບພຽງ ມີແຕ່ພູ ເຮົາເຫັນສະພາບ ໂຕຈິງເຮົາກະຖືວ່າ ເປັນຫ່ວງຢູ່ ກະຄືຮູ້ຫັ້ນແຫຼະ ໃຫ້ສຳເລັດ ເຮົາຈຶ່ງສະບາຍໃຈ ມັນກະມີຫຼາຍອັນ ທ້າທາຍ ປັດຈຸບັນນີ້ ເພິ່ນກະຂຸ້ນຂ້ຽວ ອັນນັ້ນຢູ່ ຄົ້ນຄວ້າ ຫາຈັດຕັ້ງວິທີ ໃຫ້ມັນໄວທີ່ສຸດຫັ້ນແຫຼະ."
ການບຸກເບີກ ແລະ ຈັດສັນດິນໃຫ້ຊາວບ້ານ ຫ້ວຍຫອຍນັ້ນ ມີຂະໜາດເນື້ອທີ່ 1,400 ເຮັດຕາ ຫ່າງຈາກເຂດເຮືອນຈັດສັນປະມານ 5 ກິໂລແມັດ ແລະ ປັດຈຸບັນ ເຈົ້າໜ້າທີ່ກຳລັງ ບຸກເບີກເສັ້ນທາງເຂົ້າໄປໃນພື້ນທີ່.
ອີງຕາມການລາຍງານ ການປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ, ມີຊາວບ້ານໄດ້ຮັບຜົນກະທົບ ທັງໝົດ 7 ບ້ານ, 624 ຄອບຄົວ ປະກອບມີ ບ້ານທ່າເດື່ອ 139 ຄອບຄົວ, ບ້ານພຽງຕົ້ນ 69 ຄອບຄົວ, ບ້ານສົມບັດ 35 ຄອບຄົວ, ບ້ານກົກຕົ້ນ 59 ຄອບຄົວ, ບ້ານວັງມາກ 118 ຄອບຄົວ, ບ້ານນ້ຳມືດ 79 ຄອບຄົວ ແລະບ້ານໂພນໂຮມ 125 ຄອບຄົວ.
ໂຄງການເຂື່ອນໄຟຟ້າ ນ້ຳເທີນ1 ຂນາດ 650 ເມັກກາວັດ ມູນຄ່າລົງທຶນປະມານ 900 ລ້ານໂດລາ ເລີ່ມກໍ່ສ້າງແຕ່ປີ 2014 ແລະ ຄາດວ່າ ຈະສຳເຣັດ ໃນທ້າຍປີ 2022 ໂດຍມີ ການຮ່ວທຶນລະຫວ່າງ ບໍຣິສັດພອນສັກກຼຸບ 60 ເປີເຊັນ, ບໍຣິສັດ ເອໂກກຼຸບ ຂອງ ໄທຍ 25 ເປີເຊັນ ແລະ ບໍລິສັດຜລິດໄຟຟ້າລາວ 15 ເປີເຊັນ.
ອີງຕາມສັນຍາຊື້-ຂາຍ ໄຟຟ້າ, ເຂື່ອນນ້ຳເທີນ1 ຈະຂາຍໄຟຟ້າໃຫ້ໄທຍ 514 ເມກາວັດ ເທົ່າກັບ 80 ເປີເຊັນ ແລະຣັຖວິສາຫະກິດ ໄຟຟ້າລາວ 130 ເມກາວັດ ເທົ່າກັບ 20 ເປີເຊັນ, ມີໄລຍະສຳປະທານ 27 ປີ.