ຜູ້ເຄາະຮ້າຍເຂື່ອນນໍ້າເອົ້າ ໄດ້ຮັບ ຄ່າຊົດເຊີຍ

ສຸພັດຕາ
2021.02.03
ຜູ້ເຄາະຮ້າຍເຂື່ອນນໍ້າເອົ້າ ໄດ້ຮັບ ຄ່າຊົດເຊີຍ ບ້ານເຮືອນຂອງປະຊາຊົນ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຮັບຜົລກະທົບ ເຂື່ອນນໍ້າອ້າວ ແຕກ ເມື່ອປີ 2017
ພາບປະກອບ: ນັກຂ່າວພົລເມືອງ

ເມື່ອເດືອນມົກຣາ ທີ່ຜ່ານມານີ້ ບໍຣິສັດ ບໍ່ທອງ ອິນເຕີກຣຸ໊ບ ຈໍາກັດ, ຊຶ່ງເປັນເຈົ້າຂອງເຂື່ອນນໍ້າເອົ້າ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ໄດ້ມອບຄ່າຊົດເຊີຍເພີ່ມຕື່ມ ໃຫ້ແກ່ຊາວບ້ານ ເມືອງທ່າໂທມແຂວງໄຊສົມບູນ ປະມານ 60 ຄອບຄົວໃນພື້ນທີ່ 8 ບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກເຫດເຂື່ອນນໍ້າເອົ້າແຕກ, ຊຶ່ງເນື້ອທີ່ໄຮ່ນາເສັຍຫາຍ, ເຮືອນແລະຊັບສິນສ່ວນໂຕ ຂອງຊາວບ້ານດັ່ງກ່າວ ເສັຍຫາຍ ຄິດເປັນສັດສ່ວນ 60%, ແລະ ຍັງບໍ່ເຄີຍໄດ້ຮັບຄ່າຊົດເຊີຍ ມາກ່ອນນີ້, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງທ່າໂທມ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 3 ກຸມພາ ນີ້ວ່າ:

“ຊົດເຊີຍໂຕ, ໂຕຜົລກະທົບ ຂອງປະຊາຊົນ ກໍຖືວ່າຄົບແລ້ວເກາະ, ເດືອນກ່ອນນີ້ແຫຼະ ເພິ່ນຊົດເຊີຍມາເປັນ 2 ຄັ້ງເນາະ, ຄັ້ງທີ່ນຶ່ງ ຫັ້ນຈໍານວນນຶ່ງເນາະ, ຄັ້ງທີ່ 2 ນີ້ກະໝົດເລີຍ, ອັນອື່ນແທ້ ກະບໍ່ທັນຮູ້ນໍາ ວ່າເພິ່ນໄກ່ເກັ່ຽກັນແນວໃດ ສະເພາະກັບປະຊາຊົນໃດ໋.”

ທ່ານກ່າວຕື່ມວ່າ ສໍາລັບຣາຍຣະອຽດ ກ່ຽວກັບມູນຄ່າການຊົດເຊີຍທັງໝົດນັ້ນ ທາງເຈົ້າໜ້າທີ່ ກໍຍັງບໍ່ໄດ້ຮັບການແຈ້ງແບບຣະອຽດ ວ່າຈໍານວນເທົ່າໃດແທ້, ຍ້ອນທາງບໍຣິສັດດັ່ງກ່າວ ໄດ້ລົງພື້ນທີ່ມາມອບເງິນ ໃຫ້ແກ່ຊາວບ້ານເອງ, ແຕ່ຈະມີການຕິດຕາມເກັບຂໍ້ມູນ ຈາກເຈົ້າໜ້າທີ່ຂັ້ນບ້ານ ທີ່ເປັນສັກຂີພິຍານ ໃນການໃຫ້ຄ່າຊົດເຊີຍນັ້ນ.

ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງໄຊສົມບູນ ທ່ານນຶ່ງກ່າວວ່າ ການຊົດເຊີຍລ່າສຸດ ຂອງບໍຣິສັດບໍ່ທອງອິນເຕີກຣຸ໊ບຈໍາກັດໃຫ້ແກ່ ຊາວບ້ານ 60 ຄອບຄົວນັ້ນ, ເປັນການໃຫ້ຄ່າ ຊົດເຊີຍ ແບບທະຍອຍຈ່າຍເປັນຫຼາຍງວດ ຕາມທີ່ທາງຄະນະສະເພາະກິຈ ຂອງ ແຂວງໄຊສົມບູນ ໄດ້ເຮັດບົດບັນທຶກ ກັບບໍຣິສັດດັ່ງກ່າວ, ແຕ່ບໍ່ສາມາດເປີດເຜີຍຂໍ້ມູນ ຫຼາຍກວ່າ ນີ້ໄດ້, ດັ່ງທ່ານກ່າວວ່າ:

“ກະລົງໄປເບິ່ງແລ້ວ ຄືວ່າເຂົາຊົດເຊີຍ ເກືອບຊິໝົດແລ້ວ ເຂົາຊໍາລະ ບໍ່ໄດ້ຖາມວ່າ ຫຼາຍໜ້ອຍປານໃດ, ຢູ່ໃນການຊົດເຊີຍ ເພິ່ນກໍໄດ້ ກໍານົດມື້ຄັກແນ່ເດ໋, ປີນີ້ ຊິຈ່າຍຈັກງວດໆ ຂະເຈົ້າກະມີບົດບັນທຶກກັນໝົດແລ້ວ, ເພິ່ນຊິຈ່າຍໝົດບາດດຽວ ກະບໍ່ມີເງິນ, ເພິ່ນກະຈ່າຍ ເປັນເທື່ອລະງວດ, ແຕ່ຢູ່ຫັ້ນ ກໍທາງແຂວງ, ທາງເມືອງ ກໍໄດ້ມີບົດບັນທຶກ ກັບບໍຣິສັດ.”

ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ບໍ່ທອງ ອິນເຕີກຣຸ໊ບ ຈໍາກັດ ເພື່ອຖາມຣາຍຣະອຽດເພີ່ມຕື່ມ ກ່ຽວກັບການ ຊົດເຊີຍ, ແຕ່ບໍ່ສາມາດຕິດຕໍ່ຫາ ເຈົ້າໜ້າທີ່ທ່ານໃດ ໃນບໍຣິສັດດັ່ງກ່າວໄດ້.

ທາງດ້ານຊາວບ້ານ ເມືອງທ່າໂທມ ນາງນຶ່ງກໍຮູ້ສຶກດີໃຈ ທີ່ທາງເຈົ້າຂອງເຂື່ອນນໍ້າເອົ້າ ໄດ້ສະແດງຄວາມຮັບຜິດຊອບຕໍ່ຊາວບ້ານ ທີ່ຖືກຜົລກະທົບ ເຖິງແມ່ນວ່າຈະລ່າຊ້າກໍຕາມ ແລະຫວັງວ່າ ຂະເຈົ້າຈະທະຍອຍຈ່າຍຄ່າຊົດເຊີຍ ໃຫ້ຈົບຄົບທຸກງວດ, ດັ່ງຍານາງ ເວົ້າວ່າ:

“ດີໃຈ ແຖວໆ ຊຽງຄົງຫັ້ນແຫຼະ, ຕອນເຂື່ອນແຕກ ນ້ອງບໍ່ໄດ້ຢູ່ບ້ານເດ້, ນ້ອງຢູ່ທ່າງັນ, ປາກເຊພຸ້ນ ຫາກໍມາຢູ່ບ້ານນີ້.”

ຊາວບ້ານເມືອງທ່າໂທມ ອີກທ່ານນຶ່ງ ກໍດີໃຈນໍາກັບບັນດາ ຜູ້ໄດ້ຮັບຜົລກະທົບ ທີ່ໄດ້ຮັບຄ່າຊົດເຊີຍ ແບບທົ່ວໜ້າ, ເພື່ອທົດແທນກັບ ຜົນເສັຍຫາຍ ທີ່ເຄີຍເກີດຂຶ້ນໃນໄລຍະ ເຂື່ອນ ນ້ໍາເອົ້າແຕກ, ດັ່ງທ່ານກ່າວວ່າ:

“ກະດີຫັ້ນແຫຼະ, ມີໄຮ່ນາໄປໝົດ ມັນຈະບໍ່ມາທາງນີ້ເນາະ, ນໍ້າຫັັ້ນນະ ມັນຈະລົງໄປທາງນໍ້າງຽບເລີຍເນາະ, ບໍ່ໄດ້ມາທາງ ທ່າໂທມ ທາງເທສບານໃດ໋.”

ນອກຈາກນີ້, ວິທຍຸເອເຊັຽເສຣີ ກໍພະຍາຍາມ ຕິດຕໍ່ຫາຊາວບ້ານເມືອງທ່າໂທມ ທີ່ໄດ້ຮັບຄ່າຊົດເຊີຍ ເມື່ອເດືອນມົກຣາຜ່ານມາ, ແຕ່ຍັງບໍ່ສາມາດຕິດຕໍ່ ສັມພາດຊາວບ້ານ ຄົນໃດ ໄດ້ເລີຍ.

ກ່ອນໜ້ານີ້ ຊາວບ້ານຄົນນຶ່ງ ໃນຈໍານວນ 30 ຄອບຄົວ ທີ່ເຄີຍໄດ້ຮັບຄ່າຊົດເຊີຍ ຈາກບໍຣິສັດ ບໍ່ທອງ ອິນເຕີກຣຸ໊ບ ຈໍາກັດ ເປັນຊຸດ ທໍາອິດ ເມື່ອປີ 2017 ໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີ ເມື່ອປີ 2020 ວ່າຕົນບໍ່ພໍໃຈປານໃດ ກັບເງິນຄ່າຊົດເຊີຍ ທີ່ໄດ້ຮັບທັ້ງໆທີ່ ນາເຂົ້າ ເສັຍຫາຍໝົດ, ດັ່ງທ່ານເວົ້າວ່າ:

“ເຂົາໃຫ້ແຕ່ 5 ລ້ານ ປາຍ ບໍ່ພໍໃຈປານໃດແຫຼະ, ພໍໃຈເຂົາໃຫ້ເທົ່ານັ້ນແຫຼະ ນາ ກໍາລັງມານເບາະ, ຕອນຫັ້ນ ຖືກຖ້ວມຫັ້ນນະ 5-6 ຄົນ ຫັ້ນເບາະໄດ້, ຍັງມີຫຼາຍໃດ໋ ເຂົາບໍ່ທັນໄດ້ໝົດ.”

ມາຮອດປັດຈຸບັນ ເຂື່ອນນໍ້າເອົ້າຂນາດ 15 ເມກາວັດ ຕັ້ງຢູ່ ເມືອງຜາໄຊ, ແຂວງຊຽງຂວາງ ກໍາລັງດໍາເນີນການຜລິດໄຟຟ້າເລື້ອຍໆ ເພື່ອຂາຍໄຟຟ້າ ໃຫ້ແກ່ ຣັຖວິສາຫະກິຈ ໄຟຟ້າ ລາວ ນັບຕັ້ງແຕ່ມີການສ້າງໂຕເຂື່ອນ ໃໝ່ສໍາເຣັດເມື່ອຕົ້ນປີ 2019 ເພື່ອທົດແທນ ເຂື່ອນໂຕເກົ່າ ທີ່ປະສົບເຫດແຕກ ເມື່ອວັນທີ່ 11 ເດືອນກັນຍາ ປີ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.