ຂ. ເຊກອງ ຫ້າມຊາວບ້ານ ເຂົ້າໄປ ເຂດເຂື່ອນ

ເມື່ອວັນທີ 25-26 ທາງການໄດ້ອອກເຜີຍແຜ່ນິຕິກັມ ກ່ຽວກັບ ຊັພຍາກອນທັມມະຊາດ ໃນເຂດຄຸ້ມຄອງ ຂອງເຂື່ອນໄຟຟ້າ ຫ້ວຍລໍາພັນ.
ເມື່ອວັນທີ 25-26 ທາງການໄດ້ອອກເຜີຍແຜ່ນິຕິກັມ ກ່ຽວກັບ ຊັພຍາກອນທັມມະຊາດ ໃນເຂດຄຸ້ມຄອງ ຂອງເຂື່ອນໄຟຟ້າ ຫ້ວຍລໍາພັນ. (ນັກຂ່າວພົລເມືອງ)

0:00 / 0:00

ໂຄງການ ເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ແລະ ທາງການລາວ ອອກຣະບຽບການ ສັ່ງຫ້າມປະຊາຊົນ 9 ບ້ານ ໃນເມືອງທ່າແຕງ ແຂວງເຊກອງ ທີ່ອາສັຍ ຢູ່ໄກ້ເຂດ ເຂື່ອນຫ້ວຍລໍາພັນໃຫຍ່ ບໍ່ໃຫ້ບຸກລຸກພື້ນທີ່ ເຂດຄຸ້ມຄອງເພື່ອລ່າສັດ ແລະ ເຮັດກະສິກັມ ທຸກຮູບ ແບບ ຫາກຣະເມີດ ຈະຖືກປັບໃໝ ໃສ່ໂທດຕາມກົດໝາຍ, ດັ່ງຊາວບ້ານ ຜູ້ນຶ່ງ ໃນເມືອງທ່າແຕງ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 31 ມິນາ ນີ້ວ່າ:

“ພວກເພິ່ນກະຢາກຈໍາກັດແດ່ແຫຼະ ບໍ່ຢາກໃຫ້ໄປແລ້ວ ຂີ່ຣົດ-ຂີ່ລາງ ຜ່ານແຄ້ມຜ່ານຫຍັງເຂົາຫັ້ນນ່າ, ເຂົ້າຫ້າມຊື່ໆ ແຕ່ວ່າການ ປັບໃໝ ໃສ່ໂທດ ອັນນັ້ນອັ້ນນີ້ ກະບໍ່ມີຈັກເທື່ອ.”

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ນັບແຕ່ມີການສ້າງເຂື່ອນໄຟຟ້າແຫ່ງນີ້ຂຶ້ນ ທາງໂຄງການກໍບໍ່ຢາກໃຫ້ຊາວບ້ານ ເຂົ້າໄປໃນພື້ນທີ່ເຂື່ອນ ກໍ ເຮັດໃຫ້ຊາວບ້ານ ໄດ້ຜົລກະທົບຫຼາຍສົມຄວນ ເພາະໄລຍະຜ່ານມາ ຊາວບ້ານເພີ່ງພາ ອາສັຍປ່າ ໃນການຫາຢູ່ຫາກິນ ບາງຄົນກໍ ຫານົກຫາໜູ, ບາງຄົນກໍຫາເຫັດ, ບາງຄົນຫາປາໄປຂາຍຕາມຕລາດ, ແຕ່ຕອນນີ້ ຊອກຫາຢູ່ ຫາກິນ ບໍ່ໄດ້ຄືແຕ່ເກົ່າແລ້ວ.

ນອກຈາກນີ້ ຊາວບ້ານບາງຄອບຄົວ ພໍໝົດຣະດູການຜລິດ ບໍ່ມີວຽກເຮັດງານທໍາ ກໍຕ້ອງໄດ້ອອກໄປເປັນກັມມະກອນ ຢູ່ໂຮງງານຈີນ, ໂຮງງານວຽດນາມ ເພື່ອຫາເງິນມາລ້ຽງຄອບຄົວ.

ຊາວບ້ານຄົນນຶ່ງ ໃນເມືອງທ່າແຕງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຂົ້າໃຈ ຣະບຽບການທັງໝົດ, ແຕ່ກໍທໍາໃຈລໍາບາກ ຍ້ອນເມື່ອກ່ອນມີທັງໄຮ່ທັງນາ, ສວນຜັກ ເປັນພື້ນທີ່ຫາຢູ່ຫາກິນ ເປັນແຫຼ່ງກະສິກັມຂອງຊາວບ້ານ:

“ກະບໍ່ຕິແຫຼະ, ເຄີຍທໍາມາກິນຢູ່ຫັ້ນ ບໍ່ຝັງສາຍແຮ່ ແຜ່ສາຍບື ຄືເຂົາວ່າ ທໍາການຜລິດເດ້ ໄຮ່ນາຮົ້ວສວນເຮົາຢູ່ຫັ້ນ.”

ແລະ ຊາວບ້ານ ອີກຄົນນຶ່ງ ໃນເມືອງທ່າແຕງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນັບແຕ່ຊາວບ້ານ ສູນເສັຍດິນໄຮ່, ດິນ ສວນ ໃຫ້ກັບໂຄງການ ແລ້ວຍັງ ບໍ່ໄດ້ຮັບ ການທົດແທນ ທີ່ບໍ່ສົມເຫດສົມຜົລ ກໍເຮັດຊີວິດ ການເປັນຢູ່ ຂອງຊາວບ້ານ ຫຍຸ້ງຍາກ ແລະ ທຸກຍາກຄືເກົ່າ, ເຖິງວ່າ ຈະໄດ້ຮັບເງິນທົດແທນ ແລະດິນທໍາການຜລິດ, ແຕ່ກໍໄດ້ໜ້ອຍ ໄດ້ບໍ່ຮອດ 1 ເຮັກຕ້າຣ໌ ຕໍ່ຄອບຄົວ:

“ຄືເຈົ້າຮູ້ຫັ້ນແຫຼະ ເຣື່ອງຮັບການຊ່ວຍເຫຼືອນິ່ ກະບໍ່ໄດ້ເຕັມເມັດເຕັມໜ່ວຍດອກ, ມັນເປັນແບບນີ້ຕັ້ງແຕ່ເດິກດໍາບັນແລ້ວນ່າ, ຄັນຖືກ ການຊ່ວຍເຫຼືອກະບໍ່ໄດ້ເຕັມໜ່ວຍດອກ ພໍຢຽວຢາໄປຊັ້ນແຫຼະ.”

ໂຄງການ ເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ມີປະຊາຊົນ ໄດ້ຮັບຜົລກະທົບ ແລະ ຖືກໂຍກຍ້າຍທັງໝົດ 100 ປາຍຄອບຄົວ ມີປະຊາ ກອນ ປະມານ 1,000 ປາຍຄົນ. ປັດຈຸບັນ ໄດ້ໂຍກຍ້າຍ ມາຢູ່ບ້ານຈັດສັນໃໝ່ ຊື່ບ້ານຫ້ວຍດໍາໃໝ່ ເມືອງທ່າແຕງ ແຂວງເຊກອງ ແຕ່ປີ 2013 ແລະເມື່ອປີ 2020 ທາງການລາວ ໄດ້ອອກໃບຕາດິນ ໃຫ້ຊາວບ້ານ ແລ້ວຈໍານວນນຶ່ງ ເປັນປະເພດດິນປຸກສ້າງ ທີ່ຢູ່ ອາສັຍຖາວອນ ຈໍານວນ 214 ຕອນ ມີເນື້ອທີ່ປະມານ 200,000 ຕາແມັດ ແລະດິນກະສິກັມ 78 ຕອນ ມີເນື້ອທີ່ເກືອບ 600,000 ຕາແມັດ.

ເມື່ອວັນທີ 23-25 ມິນາ ຜ່ານມນນີ້, ໂຄງການ ເຂື່ອນໄຟຟ້າ ຫ້ວຍລໍາໃຫຍ່ ແລະ ພາກສ່ວນກ່ຽວຂ້ອງ ໄດ້ໂອ້ລົມນໍາປະຊາຊົນ 9 ບ້ານ ເພື່ອເຜີຍແຜ່ກົດໝາຍ ແລະ ຣະບຽບການຕ່າງໆ ເພື່ອຫ້າມ ບໍ່ໃຫ້ຊາວບ້ານ ໃນພື້ນທີ່ໄກ້ເຂື່ອນໄຟຟ້າ ເຂົ້າໄປບຸກລຸກພື້ນທີ່ ແລະ ລ່າສັດ ໃນເຂດຄຸ້ມຄອງເຂື່ອນ ໄລຍະ 3-5 ຫຼັກ ຈາກເຂດເຂື່ອນ, ດັ່ງເຈົ້າໜ້າທີ່ ຫ້ອງການ ປົກຄອງເມືອງ ທ່າແຕງ ແຂວງ ເຊກອງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຂະເຈົ້າໄປເຜີຍແຜ່ບັນດານິຕິກັມຕ່າງໆ ຢູ່ເຂດເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ກໍານົດຂອບເຂດເຂື່ອນ ບໍ່ໃຫ້ຂະເຈົ້າໄປບຸກລຸກ ໄປ ທໍາການຜລິດຕ່າງໆ ຫັ້ນໂຕໃດມັນກ່ຽວກັບຕິດພັນຫັ້ນນ່າ.”

ທ່ານກ່າວ ຕື່ມອີກວ່າ ສ່ວນຊາວບ້ານ ອີກ 10 ຄອບຄົວ ທີ່ຍັງບໍ່ໄດ້ ໃບຕາດິນຖາວອນນັ້ນ ທາງການແຂວງ ກໍຈະເລັ່ງດໍາເນີນການ ອອກໃບຕາດິນໃຫ້ໄວທີ່ສຸດ, ແຕ່ຢັ້ງຢືນວ່າ ທຸກຄອບຄົວ ຈະໄດ້ຮັບໃບຕາດິນ ແນ່ນອນ.

ໂຄງການເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ມີຂນາດ 88 ເມກາວັດ ເປີດຜລິດໄຟຟ້າມາແຕ່ປີ 2015 ຜູ້ພັທນາໂຄງການເຂື່ອນ ແມ່ນ ບໍຣິສັດ ຜລິດໄຟຟ້າລາວມະຫາຊົນ ຫຼື (EDL-GEN) ລົງທຶນ 100%, ອອກແບບແລະຮັບເໝົາກໍ່ສ້າງ ໂດຍບໍຣິສັດ China Gezhouba Group ປະເທດຈີນ ມູລຄ່າການລົງທຶນປະມານ 206 ລ້ານໂດລາສະຫະຣັຖ ເຊິ່ງເປັນເງິນກູ້ຢືມຈາກຈີນ.