ຊາວເມືອງ​ເງິນ ຄັດ​ຄ້ານ​ຈີນ ​ປູກໝາກໂມ

ສຸພັດຕາ
2021.10.07
ຊາວເມືອງ​ເງິນ ຄັດ​ຄ້ານ​ຈີນ ​ປູກໝາກໂມ ສວນປູກໝາກໂມ ຢູ່ ເມືອງຫົງສາ ແຂວງໄຊຍະບູຣີ
ນັກຂ່າວ ພົລເມືອງ

ປີ 2021 ນີ້ ເປັນປີ ທີ່ 3, ທີ່ ບໍຣິສັດນໍ້າເຜິ້ງ ຂອງທ່ານ ວູງຕົງເສິງ ນັກທຸຣະກິຈ ສັນຊາດຈີນ ເຂົ້າມາເຊົ່າ ດິນນາ ແລະ ດິນສວນ ຂອງຊາວບ້ານ ຈໍານວນ 6 ບ້ານ ຢູ່ເມືອງເງິນ ແຂວງໄຊຍະບູຣີ ເພື່ອປູກ ໝາກໂມ ໃນເນື້ອທີ່ 180 ເຮັກຕ້າຣ໌ ແລ້ວສົ່ງອອກໄປຈີນ, ແຕ່ຂນະດຽວກັນນັ້ນ ຊາວບ້ານ ຜູ້ທີ່ເປັນເຈົ້າຂອງດິນ ຈໍານວນຫຼາຍຄອບຄົວ ບໍ່ຢາກຍົກດິນ ໃຫ້ນັກລົງທຶນຈີນ ດັ່ງກ່າວມາເຊົ່າ ເພື່ອປູກໝາກໂມ ເນື່ອງຈາກ ການລົງທຶນ ຂອງບໍຣິສັດດັ່ງກ່າວ ໄດ້ເຮັດໃຫ້ ເກີດຜົລກະທົບ ຫຼາຍຢ່າງ.

ສະເພາະ ຢູ່ບ້ານຂອນ ຊຶ່ເປັນບ້ານ ທີ່ມີບໍຣິສັດນໍ້າເຜິ້ງ ປູກໝາກໂມເຖິງ 60 ປາຍເຮັກຕ້າຣ໌ນັ້ນ, ໃນປີ 2019 ແລະ ປີ 2020 ຊາວບ້ານຈໍານວນ ຫຼາຍຄອບຄົວ ໄດ້ຍົກດິນ ໃຫ້ນັກລົງທຶນ ຈີນດັ່ງກ່າວ ເຊົ່າປູກໝາກໂມ ໃນຣະດູແລ້ງ ແຕ່ເດືອນ ທັນວາ ຫາ ເດືອນ ມິນາ ແລ້ວພໍມາຮອດ ເດືອນ ເມສາ ຂອງແຕ່ລະປີ ນັ້ນໆ ນັກລົງທຶນຈີນ ກໍຈະສົ່ງດິນ ຄືນໃຫ້ຊາວບ້ານ ເພື່ອເກັບມ້ຽນ ສິ່ງເສດເຫຼືຶອ ແລະສັບຊ່າວດິນໃໝ່ ສໍາລັບ ຕຽມປູກເຂົ້ານາປີ ແຕ່ຊາວບ້ານ ກໍພົບບັນຫາ ວ່ານັກລົງທຶນຈີນ ໄດ້ຂຸດດິນນາ ຂອງພວກເຂົາເຈົ້າລົງໄປເລິກ 30-40 ຊັງຕີແມັດ ເຮັດໃຫ້ ການປັບໜ້າດິນ ເພື່ອກຽມປູກເຂົ້ານາປີ ຂອງຊາວບ້ານ ຕ້ອງໃຊ້ເວລາ ດົນຫຼາຍຂຶ້ນ, ອີກທັງ ດິນທີ່ນັກລົງທຶນ ຈີນເຄີຍເຊົ່າປູກ ໝາກໂມ ກາຍເປັນດິນ ເສື່ອມຄຸນນະພາບ ຍ້ອນ ບໍຣິສັດຈີນ ໃຊ້ສານເຄມີ ໃນການ ປູກໝາກໂມ ສົ່ງຜົນໃຫ້ເຂົ້ານາປີ ໄດ້ຮັບຜົນຜລິດ ຫຼຸດລົງ ຄືຈາກແຕ່ກ່ອນ ເຄີຍໄດ້ 3-4 ຕັນ ຕໍ່ເຮັກຕ້າຣ໌, ມາໄດ້ 1-2 ຕັນ ຕໍ່ເຮັກຕ້າຣ໌.

ມາຮອດປີນີ້ ຊາວບ້ານຢູ່ບ້ານຂອນ ຈໍານວນຫຼາຍຄອບຄົວ ຈຶ່ງບໍ່ຢາກໃຫ້ ນັກລົງທຶນຈີນ ມາເຊົ່າດິນແລ້ວ ແຕ່ ຖືກທາງຂັ້ນເທິງ ມາໂອ້ລົມ ໃຫ້ຍົກດິນ ໃຫ້ນັກລົງທຶນຈີນ ເຊົ່າຄືເກົ່າ, ດັ່ງນັ້ນ ຊາວບ້ານ ຫຼາຍຄົນ ຈຶ່ງຢາກໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ປັບລາຄາ ເຊົ່າດິນ ແລະຄ່າເກັບມ້ຽນ ສິ່ງເສດເຫຼືຶອ ແລະສັບຊ່າວດິນໃໝ່ ໃຫ້ສູງຂຶ້ນ ໂດຍຄ່າດິນນາ ໃຫ້ປັບເປັນ 5 ລ້ານກີບ ຕໍ່ເຮັກຕ້າຣ໌ ຕໍ່ຣະດູ, ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະສັບຊ່າວດິນໃໝ່ 800,000 ກີບ ຕໍ່ເຮັກຕ້າຣ໌ ຕໍ່ຣະດູ, ດິນສວນປັບເປັນ 4 ລ້ານກີບ ຕໍ່ເຮັກຕ້າຣ໌ ຕໍ່ຣະດູ ແລະ ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະສັບຊ່າວດິນໃໝ່ ໃຫ້ປັບຂຶ້ນ ເປັນ 800,000 ກີບ ຕໍ່ເຮັກຕ້າຣ໌ ຕໍ່ຣະດູ, ອີງຕາມຄວາມເວົ້າ ຂອງຊາວບ້ານ ບ້ານຂອນ ຄົນນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ຕຸລາ ນີ້:
“ສະພາບ ຂອງດິນຫັ້ນ ມີການເສື່ອມເສັຽ ຜົນຜລິດ ຂອງເຂົ້ານາປີ ຫັ້ນຫຼຸດລົງ ທັງຈົ່ມ ທັງເຮັດ ຕອນເຮັດນາ ມັນຫຍຸ້ງຍາກ ເຂົາໄຖເລິກ ເລິກສົມຄວນ ແລ້ວເຮົາ ກໍເອົາຣົດໄຖນ້ອຍ ລົງບໍ່ໄດ້ ສິ້ນເປືອງ ແຮງງານ ສິ້ນເປືອງເວລາ ສິ້ນເປືອງນໍ້າມັນ ຈາກວັນນຶ່ງ ເປັນສອງວັນ ຈາກສອງວັນ ເປັນສີ່ວັນ ໄປຫັ້ນນ່າ ປະຊາຊົນ ນີ້ບໍ່ຢາກໃຫ້ເຊົ່າ ແຕ່ວ່າມັນປະຕິເສດ ຈາກຂັ້ນເທິງບໍ່ໄດ້ ຂັ້ນເທິງນັ້ນມາ ມາບັງຄັບກໍແມ່ນ ມາປຸກລະດົມ ຢ່າງໃດກໍຕ້ອງໄດ້ເຮັດ.”

ຊາວບ້ານທ່່ານນີ້ ກ່າວຕື່ມວ່າ ໃນຂນະດຽວກັນ ຄົນງານຈາກແຂວງອື່ນ ທີ່ມາເຮັດວຽກ ນໍາສວນໝາກໂມຈີນຢູ່ເຂດບ້ານຂອນ ກໍໄດ້ສ້າງບັນຫາ ໃຫ້ກັບຊາວບ້ານ ເປັນຕົ້ນມັກ ຖ່າຍຊະຊາຍ ແລະ ມັກລັກເປັດ ລັກໄກ່ ຂອງຊາວບ້ານ ແລ້ວຂັ້ນເທິງ ກໍບໍ່ສາມາດ ແກ້ໄຂບັນຫາ ນີ້ໄດ້ເທື່ອ.

ສ່ວນຢູ່ ບ້ານບີໝີ ກໍເປັນອີກບ້ານນຶ່ງ ທີ່ຊາວບ້ານ ໄດ້ປ່ອຍໃຫ້ ນັກລົງທຶນຈີນ ເຂົ້າມາເຊົ່າດິນ ປູກໝາກໂມ ຈໍານວນ 10 ປາຍ ເຮັກຕ້າຣ໌, ເຖິງແມ່ນວ່າ ຊາວບ້ານຫຼາຍຄົນ ບໍ່ຢາກໃຫ້ ນັກລົງທຶນຈີນ ເຊົ່າດິນກໍຕາມ ແຕ່ຊາວບ້ານ ກໍບໍ່ສາມາດ ຂັດນະໂຍບາຍ ຂອງຂັ້ນເທິງໄດ້.

ມາຮອດປີນີ້ ຊາວບ້ານຈຶ່ງ ຢາກໃຫ້ຂັ້ນເທິງ ປັບລາຄາ ຄ່າເກັບມ້ຽນ ສິ່ງເສດເຫຼືຶອ ແລະ ສັບຊ່າວດິນໃໝ່ໃຫ້ ສູງຂຶ້ນ ເນື່ອງຈາກ ທາງບໍຣິສັດຈີນ ຄິດໄລ່ຄ່າ ເກັບມ້ຽນ ສິ່ງເສດເຫຼືຶອ ແລະ ສັບຊ່າວດິນໃໝ່ ໃຫ້ແຕ່ເຮັກຕ້າຣ໌ລະ 5 ແສນກີບ ເທົ່ານັ້ນ ໃນຂນະທີ່ ເຈົ້າຂອງດິນ ຕ້ອງຈ້າງຄົນ ມາເກັບມ້ຽນ ສິ່ງເສດເຫຼືຶອ ແລະ ສັບຊ່າວດິນໃໝ່ ປະມານ 1 ລ້ານກີບຕໍ່ເຮັກຕ້າຣ໌, ອີກທັງບໍຣິສັດຈີນ ມັກປູກໝາກໂມ ກາຍດິນປູກຜັກສວນຄົວ ຂອງຊາວບ້ານ ຈົນເຮັດໃຫ້ເກີດ ບັນຫາຜິດຖຽງກັນ ຫຼາຍເທື່ອ, ດັ່ງຊາວບ້ານຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:
“ມັນວ່າ ຊິເຮັດແນວນີ້ ກໍເຮັດຕາມເນື້ອທີ່ ເກົ່າ ສຸດທ້າຍມາ ແລ້ວມັນມີ ຈໍານວນນຶ່ງ ໄປຕິດຢູ່ຫັ້ນ ມັນກໍຊິເອົາໝົດ ເອົາໝົດແລ້ວ ປະຊາຊົນກໍບໍ່ມີ ບ່ອນປູກຜັກບົ່ວ ຜັກທຽມຫັ້ນ ບໍ່ມີ ກໍຢ່າ ມັນກໍວ່າ ຄັນຊັ້ນເອົານາໃຫ້ ແລ້ວເອົາເງິນ ໂຕນີ້ໄປຊື້ກິນເອົາ ນີ້ນ່າ ຄັນເວົ້າຫຼາຍ ຂັດຫຼາຍ ທາງຂັ້ນເທິງ ກໍນໍາມາ ແມ່ນຜູ້ໃດຂັດ ແມ່ນຜູ້ໃດຂືນ ແນວນັ້ນແນວນີ້ ເພິ່ນກໍຊ່າງເວົ້າ ເນາະ ເຮົາກໍຈໍາເປັນ ໄດ້ຍອມ ໄດ້ເຮັດນໍາເຂົາ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ໃນປີ 2019 ນັກລົງທຶນຈີນ ເຂົ້າມາໂອ້ລົມ ກັບຊາວບ້ານ ພ້ອມທັງບອກວ່າ ຈະເຊົ່າດິນ ປູກໝາກໂມ ພຽງປີດຽວ ເທົ່ານັ້ນ, ແຕ່ມາໃນປີ 2020 ນັກລົງທຶນຈີນ ກໍບໍ່ໄດ້ເຮັດຕາມຂໍ້ຕົກ ລົງດັ່ງກ່າວ ແລະ ໄດ້ເຊົ່າດິນປູກໝາກໂມ ຕື່ມອີກ ຈົນມາຮອດປັດຈຸບັນ.

ສ່ວນຊາວບ້ານ ຢູ່ບ້ານທອງ ທ່ານນຶ່ງ ກ່າວວ່າ ໃນຕົ້ນປີ 2021 ນີ້ ທາງ ບໍຣິສັດຈີນ ດ່ັງກ່າວ ກໍໄດ້ສົ່ງພະນັກງານ ມາສອບຖາມ ກ່ຽວກັບລາຄາ ຄ່າເຊົ່າດິນ ແລະ ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະສັບຊ່າວດິນໃໝ່ ແລ້ວ, ແຕ່ຊາວບ້ານ ສ່ວນຫຼາຍ ກໍບໍ່ພໍໃຈ ກັບຄ່າເຊົ່າດິນ ທີ່ບໍຣິສັດຈີນ ໄດ້ສເນີໃຫ້ ຈຶ່ງໄດ້ສເນີໃຫ້ ຂັ້ນເທິງ ປັບລາຄາ ເຊົ່າດິນ ແລະ ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະ ສັບຊ່າວດິນໃໝ່ ໃຫ້ສູງກວ່າບໍຣິສັດຈີນ ໄດ້ສເນີມາ, ດັ່ງທ່ານກ່າວວ່າ:
“ຄັນວ່າ ລາຄາໃໝ່ ກໍຢາກໄດ້ ລາຄາໃໝ່ ເພິ່ນຂຶ້ນ ໂອ່ 4 ກໍຢາກເປັນ 5, ເປັນ 6, ເຂົາກໍວ່າ ຊິຕໍ່ລອງລາຄາໃຫ້ ຊາວບ້ານ ພໍແຕ່ມາສັມພາດຊື່ໆ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ປັດຈຸບັນ ຍັງມີ ບໍຣິສັດ ເອກຊົນ ອີກຫຼາຍ ບໍຣິສັດ ທີ່ຕ້ອງການ ເຊົ່າດິນຂອງຊາວບ້ານ ເພື່ອປູກໝາກໂມ ຫາກບໍຣິສັດໃດ ສເນີລາຄາເຊົ່າດິນ ແລະ ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະສັບຊ່າວດິນໃໝ່ ສູງຕາມທີ່ ຊາວບ້ານພໍໃຈ ກໍຈະຍົກດິນ ໃຫ້ບໍຣິສັດນັ້ນເຊົ່າ ເພື່ອເຮັດການຜລິດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງເງິນ ທ່ານນຶ່ງກ່າວວ່າ ເມື່ອວັນທີ 30 ກັນຍາ ທີ່ຜ່ານມາ ຫ້ອງການ ແຜນການ ແລະ ການລົງທຶນເມືອງ ເມືອງເງິນ ໄດ້ຜ່ານຮ່າງສັນຍາ ລົງທຶນປູກພືດຣະດູແລ້ງ (ປູກໝາກໂມ) ຂອງບໍຣິສັດ ນໍ້າເຜິ້ງແລ້ວ ໂດຍກໍານົດ ເປັນໄລຍະເວລາ 6 ເດືອນ ນັບແຕ່ວັນທີ່ 30 ກັນຍາ 2021 ຫາ ວັນທີ່ 30 ມິນາ ປີ 2022, ໂດຍໃນສັນຍາ ດັ່ງກ່າວ ກໍໄດ້ຕົກລົງ ຮ່ວມກັນ ກ່ຽວກັບ ການຄິດໄລ່ ຄ່າເຊົ່າດິນນາ ຂອງປະຊາຊົນ ໃນອັດຕຣາ 4,500,000 ກີບ ຕໍ່ເຮັກຕ້າຣ໌, ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະ ສັບຊ່າວດິນໃໝ່ 800,000 ກີບຕໍ່ ເຮັກຕ້າຣ໌, ຄ່າເຊົ່າດິນສວນ ແລະເກັບມ້ຽນ ສິ່ງເສດເຫຼືອ ແລະ ສັບຊ່າວດິນໃໝ່ 4,200,000 ກີບ ຕໍ່ເຮັກຕ້າຣ໌, ຊຶ່ງເປັນການ ຄິດໄລ່ ທີ່ສູງກວ່າ ສັນຍາ ເມື່ອປີທີ່ຜ່ານມາ, ໂດຍປີທີ່ແລ້ວ ຄ່າເຊົ່າດິນນາ ຂອງປະຊາຊົນ ແມ່ນ 4,500,000 ກີບຕໍ່ເຮັກຕ້າຣ໌, ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະ ສັບຊ່າວດິນໃໝ່ 500,000 ກີບ ຕໍ່ເຮັກຕ້າຣ໌, ຄ່າເຊົ່າດິນສວນ ແລະ ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະ ສັບຊ່າວດິນໃໝ່ ແມ່ນ 3,500,000 ກີບ ຕໍ່ເຮັກຕ້າຣ໌, ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວໃນມື້ດຽວກັນນີ້ວ່າ:
“ເຂົາເຈົ້າ ຕົກລົງກັນແລ້ວ ແລ້ວໆ ເດ້ເນາະ ຕາມສັນຍາກັນ ລະແມ່ນ 5 ລ້ານ 3 ເນາະ ດິນນາ, ດິນສວນກໍ 4 ລ້ານ 2 ເນາະ, ຖືວ່າມັນກໍສູງແລ້ວເນາະ ນາຫັ້ນກໍປະວ່າງ ຊື່ໆ ແຕ່ວ່າຊາວ ບ້ານຈໍານວນນຶ່ງຊື່ໆ ທີ່ເຂົາບໍ່ຢາກໃຫ້ເນາະ.”

ທ່ານກ່າວຕື່ມວ່າ ສໍາລັບບັນຫາ ການໃຊ້ສານເຄມີ ໃນວຽກງານປູກໝາກໂມ ຂອງບໍຣິສັດນໍ້າເຜິ້ງນັ້ນ ບໍ່ໄດ້ສົ່ງຜົນ ໃຫ້ດິນ ຂອງປະຊາຊົນ ເຊື່ອມຄຸນນະພາບ ແຕ່ຢ່າງໃດ, ສາເຫດ ທີ່ເຮັດໃຫ້ເຂົ້າລີບ ແລະ ຜົນຜລິດ ຂອງຊາວບ້ານ ຫຼຸດລົງນັ້ນ ກໍຍ້ອນຝົນຕົກແຮງ ເຮັດໃຫ້ເກສອນ ໂຕຜູ້ ແລະ ໂຕແມ່ ທີ່ຢູ່ໃນດອກເຂົ້າ ຫຼົ່ນລົງພື້ນດິນ ການປະສົມພັນ ຂອງຕົ້ນເຂົ້າ ຈຶ່ງບໍ່ເຕັມເມັດ ເຕັມໜ່ວຍ ແລະ ບັນຫາ ສັດຕູພືດມາບຸກທໍາລາຍເຂົ້າ ກໍເປັນອີກນຶ່ງ ສາເຫດ ທີ່ເຮັດໃຫ້ ເຂົ້າລີບ ຫຼືໄດ້ຜົນຜລິດ ບໍ່ເຕັມເມັດ ເຕັມໜ່ວຍ ນໍາອີກ.

ສ່ວນເຣື່ອງ ທີ່ບໍຣິສັດຈີນ ໄດ້ຂຸດດິນເລິກ ເພື່ອປູກໝາກໂມ ແລ້ວເຮັດໃຫ້ ຊາວບ້ານປັບໜ້າດິນ ເພື່ອປູກເຂົ້ານາປີ ໄດ້ຍາກນັ້ນ ແມ່ນເກີດຈາກ ຊາວບ້ານບໍ່ໄດ້ ປະຕິບັດຕາມ ຄໍາແນະນໍາ ຂອງເຈົ້າໜ້າທີ່ວິຊາການ ບໍ່ແມ່ນເກີດຈາກ ການຂຸດດິນເລິກ ຂອງບໍຣິສັດຈີນແຕ່ຢ່າງໃດ.

ແລະເຣື່ອງ ຄົນງານ ຢູ່ສວນໝາກໂມຈີນ ທີ່ກໍ່ເຫດ ລັກສັດລ້ຽງ ຂອງຊາວບ້ານ ແລະ ຖ່າຍຊະຊາຍ ນັ້ນ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຍອມຮັບວ່າ ບໍ່ສາມາດແກ້ໄຂ ບັນຫາໄດ້ໝົດ ເນື່ອງຈາກ ຄົນງານຢູ່ໃນສວນໝາກໂມຈີນ ມີຈໍານວນ 200-300 ຄົນ ຈຶ່ງເບິ່ງແຍງ ໄດ້ບໍ່ທົ່ວເຖິງ.

ສາເຫດ ທີ່ບໍຣິສັດ ນໍ້າເຜິ້ງ ມາລົງທຶນປູກໝາກໂມ ຢູ່ເມືອງເງິນນັ້ນ ກໍຍ້ອນວ່າ ບໍຣິສັດ ຕ້ອງການຂຍາຍເນື້ອທີ່ປູກໝາກໂມ ຕື່ມ ເນື່ອງຈາກ ຊາວຈີນຫຼາຍຄົນ ມັກບໍຣິໂພກ ໝາກໂມ ຈາກລາວຈໍານວນຫຼາຍ, ຊຶ່ງການປູກໝາກໂມ ຢູ່ທີ່ເມືອງເງິນນັ້ນ ສາມາດເກັບກູ້ ໝາກໂມໄດ້ ສເລັ່ຽ 50 ຕັນ ຕໍ່ເຮັກຕ້າຣ໌ ຕໍ່ຣະດູ ຖືວ່າເປັນຜົນຜລິດ ທີ່ສູງ ທຽບເທົ່າກັບ ສວນໝາກໂມ ຂອງບໍຣິສັດນໍ້າເຜິ້ງ ທີ່ລົງທຶນ ເຊົ່າດິນປູກຢູ່ແຂວງບໍ່ແກ້ວ, ແຂວງອຸດົມໄຊ ແລະແຂວງຫຼວງນໍ້າທາ.

ຫຼ້າສຸດນີ້ ພາຍຫຼັງທີ່ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຕົກລົງເຮັດສັນຍາ ໃຫ້ບໍຣິສັດນໍ້າເຜິ້ງ ເຊົ່າດິນປູກໝາກໂມ ຢູ່ເມືອງເງິນ ຕື່ມນັ້ນ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ປະສານງານ ຫາເຈົ້າຂອງດິນ ແລ້ວຊີ້ແຈງ ກ່ຽວກັບ ລາຍຣະອຽດ ການໄລ່ລາຄາເຊົ່າດິນ ແລະ ຄ່າເກັບມ້ຽນ ສິ່ງເສດເຫຼືອ ແລະ ສັບຊ່າວດິນໃໝ່ ໃນຮູບແບບໃໝ່ ເພື່ອໃຫ້ ເຈົ້າຂອງດິນ ມີຄວາມພໍໃຈ ພ້ອມທັງ ເຊັນອະນຸຍາດ ໃຫ້ບໍຣິສັດຈີນ ເຊົ່າດິນຂອງພວກເຂົາເຈົ້າ ໄດ້ຕໍ່ໄປ.

ປັດຈຸບັນ ພາຍໃນ ແຂວງໄຊຍະບູຣີ ຍັງມີສວນໝາກໂມ ຂອງນັກທຸຣະກິຈຕ່າງໆ ເປັນຕົ້ນ ຢູ່ເມືອງຫົງສາ, ເມືອງຊຽງຮ່ອນ ແລະເມືອງຄອບນໍາ ອີກນໍາດ້ວຍ ແຕ່ບໍ່ສາມາດຣະບຸ ລາຍຣະອຽດໄດ້ ຄັກແນ່ ອີງຕາມຂໍ້ມູນ ຂອງເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.