ຄົນຂັບຣົດ ຈ່າຍຄ່າຈອດ ໂດຍບໍ່ມີ ໃບບິລ
2021.09.30

ຄົນຂັບຣົດບັນທຸກ ຂົນສົ່ງສິນຄ້າ ຫຼາຍຄົນຖືກຕໍາຣວດ ປ້ອງກັນຄວາມສງົບ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເກັບເງິນ ຄ່າຈອດຣົດ ຢູ່ບໍຣິເວນ ດ່ານຊາຍແດນເກົ່າ ທີ່ບ້ານບໍ່ເຕັນ ໂດຍບໍ່ບອກສາເຫດ ແລະ ບໍ່ເຮັດໃບບິນ ຫຼື ໃບຢັ້ງຢືນໃຫ້ ດັ່ງຄົນຂັບຣົດ ບັນທຸກຂົນ ສົ່ງສິນຄ້າຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ ວັນທີ 29 ກັນຍານີ້ວ່າ:
“ແມ່ນແຫລະ ເປັນເດີ່ນເປົ່າຫວ່າງ ຊື່ໆ ນ່າ ໄປຈອດນອນ ກະມາເກັບຕອນ 2 ໂມງ 3 ໂມງເຊົ້າພີ້ ຖືກ 2 ເທື່ອ ເທື່ອລະ 20 ພັນ, 30 ພັນ ບາງຄົນກະໂດນ 50 ພັນ ທີ່ຜ່ານມາ ຄືວ່າບໍ່ເຄີຍກວດ ແມ່ນແຫລະ 5 ພັນ, 10 ພັນນີ້ ບໍ່ໄດ້ວ່າຫຍັງ ຈັກໜ້ອຍນ່າ ບໍ່ໄດ້ຜິດໃຈກັນ ອັນນີ້ຂຶ້ນໄປ 20 ພັນ 30 ພັນມັນໜັກໂພດ.”
ທ່ານເວົ້າວ່າ ໄລຍະຜ່ານມາ ບໍ່ເຄີຍມີເຈົ້າໜ້າທີ່ ຕໍາຣວດປ້ອງກັນຄວາມສງົບ ຫຼື ໜ່ວຍງານໃດ ມາຮຽກເກັບຄ່າຈອດຣົດ ບັນທຸກຈັກເທື່ອ. ແຕ່ເມື່ອ 2-3 ເດືອນຜ່ານມານີ້ ເມື່ອຣົດບັນ ທຸກຂົນສົ່ງ ສິນຄ້າຄັນໃດ ເຂົ້າໄປຈອດພັກຊົ່ວຄາວ ຫຼືຈອດນອນຄ້າງຄືນ ກໍຈະຕ້ອງໄດ້ເສັຍເງິນໃຫ້ຕໍາຣວດ ໂດຍເວົ້າຫຍັງບໍ່ໄດ້.ຕາມການສັງເກດ ຂອງຄົນຂັບຣົດບັນທຸກ, ບໍ່ເຄີຍເຫັນ ດ່ານຊາຍແດນ ແຂວງໃດ ທີ່ເຈົ້າໜ້າທີ່ຕໍາຣວດມາຮຽກເກັບເງິນ ຄ່າຈອດຣົດພັກເຊົາ ຄື ຢູ່ ແຂວງຫຼວງນໍ້າທາ ນີ້ ດັ່ງຄົນຂັບຣົດ ບັນທຸກສິນຄ້າຜູ້ນຶ່ງ ເວົ້າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແບບວ່າ ສວຍໂອກາດນ່າ ແຕ່ວ່າທັມດາມັນບໍ່ມີ ບາງທີກະຄັນວ່າ ເກັບກະໄດ້ ອອກໃບຄໍາສັ່ງ ອອກມາກະ ເຂົາອ້າຍນ້ອງ ເຂົາໃຫ້ຢູ່ດອກ ແຕ່ວ່າ ມັນບໍ່ມີໃບຫຍັງເສັຽ ໄປເປົ່າໆ ຫັ້ນນ່າ ບາງເທື່ອເຮົາກະບໍ່ຮູ້ ເຈົ້າໜ້າທີ່ແທ້ ຫຼືວ່າ ເຈົ້າໜ້າທີ່ປອມ ເຮົາກະບໍ່ຮູ້ໂຕນັ້ນນ່າ ກາງຄືນກະມາເກັບເງິນ ມັນຊິເປັນຈັກເທື່ອ ມັນບໍ່ຖືກຫຼັກການນີ້.”
ແລະວ່າ ຢາກໃຫ້ເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ຫຼືພາກສ່ວນທີ່ກ່ຽວຂ້ອງ ລົງພື້ນທີ່ໄປກວດກາເບິ່ງສະພາບຕົວຈິງວ່າ ການຮຽກເກັບ ເງິນຄ່າຈອດຣົດ ໃນລັກສະນະນີ້ ເປັນໄປຕາມ ຣະບຽບການ ຫຼື ບໍ່. ຫາກເປັນການລະເມີດແລ້ວ ຈະດໍາເນີນການແນວໃດ ກັບຜູ້ກະທໍາຜິດ.
ຄົນຂັບຣົດຂົນສົ່ງສິນຄ້າ ທີ່ຖືກເຈົ້າໜ້າທີ່ຕໍາຣວດ ຮຽກເກັບເງິນຄ່າຈອດຣົດເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກັນຍານີ້ວ່າ ເດີ່ນເກົ່າແຫ່ງນີ້ ແມ່ນຢູ່ໃນເຂດ ສັມປະທານ ຂອງບໍຣິສັດຈີນ, ຫາກມາຈອດພັກ ຊົ່ວຄາວ ຫຼື ຈອດນອນຄ້າງຄືນ ກໍຕ້ອງເສັຍເງິນໃຫ້ບໍຣິສັດນັ້ນ:
“ແມ່ນແຫຼະ ເຈົ້າ ຂ້ອຍກະຍັງເສັຽເງິນຢູ່ຫັ້ນ 30 ພັນນະ ເຈົ້າ ເຂົາບອກວ່າ ເດີ່ນນີ້ເປັນຂອງບໍຣິສັດຫຍັງແຫຼະ ຂ້ອຍບໍ່ຈື່ນີ້ນະ ເຂົາເວົ້າວ່າ ບໍຣິສັດນັ້ນມອບສິດໃຫ້ເຂົາເກັບ ວ່າ ຕໍາຣວດ 2 ຄົນດອກປະມານ 30 ປາຍລົງມາຫາ 20 ປາຍນີ້ແຫລະ.”
ແລະວ່າ ເມື່ອຕໍາຣວດ ປ້ອງກັນຄວາມສງົບ ມາຮຽກເກັບເງິນຄືແນວນັ້ນ ຄົນຂັບຣົດບັນທຸກສິນຄ້າ ກໍຕ້ອງເອົາຣົດໄປຈອດພັກເຊົາຢູ່ຕາມ ແຄມຖນົນຫຼວງເລກ 13 ກ່ອນຈະເຖິງດ່ານຊາຍແດນລາວ-ຈີນ, ເຖິງຂ້ອນຂ້າງອັນຕະລາຍ ແຕ່ກໍຈໍາເປັນເພາະ ບໍ່ຢາກເສັຽເງິນໃຫ້ຕໍາຣວດ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ເຂດເສຖກິດພິເສດ ບໍ່ເຕັນແດນງາມ ເພື່ອຂໍຮູ້ຣາຍລະອຽດ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າວ່າ ພື້ນທີ່ດັ່ງກ່າວ ເປັນຂອງບໍຣິສັດ LS ຂອງຈີນ, ບໍ່ໄດ້ຢູ່ໃນເຂດເສຖກິດພິເສດ ບໍ່ເຕັນແດນງາມ. ແຕ່ໃນ ໄລຍະທີ່ຜ່ານມາ ກໍໍບໍ່ເຄີຍມີເຈົ້າໜ້າທີ່ ຕໍາຣວດປ້ອງກັນຄວາມສງົບ ຫຼືໜ່ວຍງານໃດ, ບໍຣິສັດຜູ້ລົງທຶນໃດໄປຮຽກເກັບເງິນຄືແນວນັ້ນ, ຈະຕິດຕາມເບິ່ງຕື່ມ:
“ມັນເປັນຂອງບໍຣິສັດ LS ເນາະ ທີ່ວ່າ ຢູ່ໃນຫຼັງຈາກ ກ່ອນຊິຮອດດ່ານ ພາສີຫັ້ນນ່າ ບໍ່ຮູ້ວ່າ ເຂົາເຈົ້າໄປເກັບຄ່າອິຫຍັງ ຄັນແມ່ນ ຢູ່ນອກເຂດເຮົາ, ເຮົາກະບໍ່ສາມາດເຮັດ ອິຫຍັງໄດ້ ແຕ່ວ່າຄັນມັນມີບັນຫາ ຈັ່ງຊີ້ ເຮົາຈະຕ້ອງໄດ້ຕິດຕາມເບິ່ງ ຫັ້ນນ່າ.”
ແຕ່ເຈົ້າໜ້າທິີ່ ຕໍາຣວດ ປ້ອງກັນຄວາມສງົບ ເມືອງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ແນ່ ນອນ ບໍ່ມີເຈົ້າໜ້າທີ່ຕໍາຣວດ ເມືອງຫຼວງນໍ້າທາ ຄົນໃດ ໄປຮຽກເກັບເງິນ ໂດຍບໍ່ມີໃບບິນ ຫຼືໃບຢັ້ງຢືນໃຫ້ຄົນຂັບຣົດບັນທຸກ ຂົນສົ່ງສິນຄ້າຢູ່ເຂດບໍ່ເຕັນ, ຖ້າເປັນເຂດບໍ່ເຕັນ ມັນຈະຂຶ້ນກັບເຂດນັ້ນເລີຍ ທາງເມືອງບໍ່ໄດ້ຮັບຜິດຊອບ:
“ຖ້າເປັນເຂດບໍ່ເຕັນ ມັນຈະຂຶ້ນກັບເຂດເລີຍໄດ໊ ເພາະວ່າ ຖ້າເມືອງເຮົາບໍ່ໄດ້ເມືອຮັບຜິດຊອບ ຢູ່ເຂດນັ້ນ ເຂົາເຈົ້າເວົ້າ ເຂົາເຈົ້າເປັນຕໍາຣວດ ເມືອງຫຼວງນໍ້າທາ ວ່າຊັ້ນສາ ຄັນໄປເກັບເງິນໂຕນັ້ນ ບໍ່ແມ່ນຕີ້ ຫຼືວ່າຈະແມ່ນຕໍາຣວດເຂດ ເບາະເນາະ. ຢູ່ເຂດບໍ່ເຕັນຫັ້ນ ມັນຈະຂຶ້ນກັບ ກອງບັນຊາການເມືອງນໍ້າທານີ້ແຫຼະ ມັນເປັນກອງນຶ່ງຢູ່ຫັ້ນເລີຍ ແຕ່ເຂົາເຈົ້າ ອ້າງອີງເປັນຕໍາຣວດເມືອງນໍ້າທາເນາະ.”
ເມື່ອເດືອນ ກໍຣະກະດາ ທີ່ຜ່ານມາ ພາກທຸຣະກິດ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຈັດກອງ ປະຊຸມທຸຣະກິດລາວ ຄັ້ງທີ 13 ຂຶ້ນທີ່ ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ແລະ ສເນີບັນຫາຕ່າງໆ ໃຫ້ຣັຖບານລາວ ນໍາໄປພິຈາຣະນາແກ້ໄຂໃນ ໄລຍະການຣະບາດຂອງ ໂຄວິດ-19 ນີ້. ນຶ່ງໃນບັນຫານັ້ນ ຄືຂໍໃຫ້ ຣັຖບານລາວ ອໍານວຍຄວາມສະດວກ ໃຫ້ແກ່ພາກທຸຣະກິດຂົນສົ່ງ ເຊັ່ນອອກໃບຢັ້ງຢືນ ໃຫ້ທຸກຄັ້ງ ເວລາ ທີ່ເກັບເງິນ ຈາກຄົນຂັບຣົດ ຂົນສົ່ງສິນຄ້າ ຮວມທັງການເສັຽພາສີ, ອາກອນ, ຄ່າທໍານຽມທາງ ແລະບ່ອນພັກເຊົານໍາດ້ວຍ.