10 ຄອບຄົວ ຍັງບໍ່ໄດ້ຮັບ ຄ່າຊົດເຊີຽ ຈາກບໍຣິສັດ ສຸກຮຸ່ງເຮືອງ
2021.10.01

ໃນວັນທີ 28 ກັນຍາ ທີ່ຜ່ານມານີ້ ຄົນງານ ຊາວວຽດນາມ ຂອງ ບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດ ຊຶ່ງເປັນບໍຣິສັດ ຂອງ ຊາວວຽດນາມ ທີ່ລົງທຶນ ດ້ານການກະເສດ ຢູ່ເມືອງນອງ ແຂວງ ສວັນນະເຂດ ໄດ້ໃຊ້ຣົດຈົກ ມ້າງຖຽງນາ ຊາວບ້ານເຜົ່າບຣູ ບ້ານອາສິງສະລີ ໂດຍອ້າງວ່າ ເປັນຂອບເຂດ ຂອງບໍຣິສັດ ເຮັດໃຫ້ຊາວບ້ານ ຜູ້ເສັຽຫາຍ ປະມານ 10 ຄອບຄົວ ໄດ້ຮັບຄວາມ ເດືອດຮ້ອນ ເທົ່າເຖິງປັດຈຸບັນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ, ດັ່ງຊາວບ້ານ ຜູ້ເສັຽຫາຍທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 30 ກັນຍານີ້ວ່າ:
“ເຂົາເວົ້າວ່າ ຂອງບໍຣິສັດ ບໍ່ແມ່ນຂອງເຈົ້າ ວ່າຖຽງນາ ຂ້ອຍ ກະວ່າ ຂອງບໍຣິສັດ ຂ້ອຍເຮັດແຕ່ ຂອບເຂດດິນຂ້ອຍ ຫັ້ນ ຮູ້ຢູ່ ຢູ່ກາງສວນບໍຣິສັດ ບໍຣິສັດປັນໃຫ້ ແລ້ວເດ້ ເຂົາສໍາຣວດແລ້ວ 3 ເຮັກຕ້າຣ໌ 30 ແມັດ ດິນນາຫັ້ນນ່າ.”
ໃນຂນະ ທີ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ອີກທ່ານນຶ່ງ ກ່າວວ່າ ເນື້ອທີ່ ທໍາການຜລິດ ຂອງຊາວບ້ານ ຮວມທັງໝົດ ມີ 3.3 ເຮັກຕ້າຣ໌, ຕັ້ງຢູ່ກາງ ຂອບເຂດໂຄງການ ຂອງ ບໍຣິສັດດັ່ງກ່າວ ຊຶ່ງພາຍຫຼັງຈາກຄົນງານ ຂອງບໍຣິສັດ ໄດ້ມ້າງຖຽງນາ ອອກໝົດ ທາງເຈົ້າໜ້າທີ່ ຂັ້ນບ້ານ ກໍໄດ້ໄປໂອ້ລົມ ນໍາເຂົາເຈົ້າ ແຕ່ຄົນງານ ດັ່ງກ່າວ ບໍ່ຍອມຮັບຜິດຊອບ ແລະ ອ້າງແຕ່ວ່າ ເປັນຂອບເຂດ ຂອງບໍຣິສັດ:
“ຢູ່ໃນກາງສວນ ຫັ້ນມີນາ ເຂົາເຮັດຖຽງນາ ບໍຣິສັດວຽດ ໄປມ້າງໝົດ ພານາຍບ້ານໄປຫາ ມັນວ່າຢູ່ນີ້ຂອງບໍຣິສັດ ໝົດ ໂອ້ຍມັນວ່າ ຢູ່ນີ້ມີແຕ່ ຂອງ ບໍຣິສັດໝົດ ວ່າແນວນັ້ນໂລດ ດິນນາຫັ້ນ ເຂົາເຮັດກ່ອນ ແລ້ວ ສວນມັນ ຕາມຫຼັງຢູ່ດອກ.”
ຊາວບ້ານ ຜູ້ນີ້ ກ່າວຕື່ມວ່າ ນອກຈາກ ບໍຣິສັດດັ່ງກ່າວ ໄດ້ມ້າງຖຽງນາ ຂອງຊາວບ້ານ ແລະ ເຄີຍຕັນນໍ້າຫ້ວຍ ເຮັດໃຫ້ນໍ້າຖ້ວມ ເນື້ອທີ່ ທໍາການຜລິດ ຂອງຊາວບ້ານ ໃນກ່ອນໜ້ານີ້ ແລ້ວ ຍັງໄດ້ຫ້າມຊາວບ້ານເດີນທາງລັດ ຜ່ານເນື້ອທີ່ ຂອງບໍຣິສັດ ເພື່ອໄປຍັງ ບ່ອນນາ ຂອງພວກເຂົາເຈົ້າ ຫາກຊາວບ້ານ ຄົນໃດຝ່າຝືນຍ່າງລັດໄປ ກໍຈະຖືກຄົນງານ ກັກໂຕໄວ້ ພ້ອມທັງປັບໃໝ ເຮັດໃຫ້ຊາວບ້ານ ຕ້ອງໄດ້ຣະວັ-+ງຫຼາຍຂຶ້ນ.
ຫຼັງຈາກ ເກີດເຫດການດັ່ງກ່າວ ທາງເຈົ້າໜ້າທີ່ ຂັ້ນບ້ານ ກໍໄດ້ໂອ້ລົມ ກັບທາງບໍຣິສັດ ໃນຕອນເຊົ້າຂອງວັນທີ 30 ກັນຍາ ນີ້ເພື່ອໄກ່ເກັ່ຽ ບັນຫາທີ່ເກີດຂຶ້ນ ໃນເບື້ອງຕົ້ນ ສ່ວນຈະມີການ ຊົດເຊີຍຄ່າເສັຽຫາຍ ຫຼືບໍ່ນັ້ນ ຍັງບໍ່ທັນ ຕົກລົງກັນ ໄດ້ເທື່ອ, ດັ່ງເຈົ້າໜ້າທີ່ ຂັ້ນບ້ານ ບ້ານ ອາສິງສະລີ ກ່າວວ່າ:
“ຍັງໆ ບໍ່ ຍັງລວມ ຍັງຄາລວມ ຍັງບໍ່ໄດ້ແກ້ ຍັງມື້ອື່ນນີ້ແຫຼະ.”
ໃນເອກສານ ກ່ອນໜ້ານີ້ ຂອງເຈົ້າໜ້າທີ່ ຂັ້ນບ້ານ ບ້ານອາສິງສະລີ ໃນຖານະໂຕແທນ ຂອງຊາວບ້ານ ທີ່ ໄດ້ຮັບຜົລກະທົບ ໄດ້ຣະບຸວ່າ ທາງບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດ ເຫັນດີ ແລະອະນຸຍາດ ໃຫ້ຊາວບ້ານ ເຂົ້າ-ອອກ ເນື້ອທີ່ໂຄງການ ຂອງບໍຣິສັດ ເພື່ອໄປຍັງ ເນື້ອທີ່ທໍາການ ຜລິດ ຂອງພວກເຂົາເຈົ້າ ຊຶ່ງນອນຢູ່ໃນຂອບເຂດ ໂຄງການ ຂອງບໍຣິສັດ ແຕ່ຊາວບ້ານ ຕ້ອງເຮັດຕາມລະບຽບຂອງ ບໍຣິສັດ ຢ່າງເຂັ້ມງວດ ເມື່ອ ເຂົ້າ-ອອກ ເນື້ອທີ່ໂຄງການ ດັ່ງກ່າວ ແລະຕ້ອງແຈ້ງ ໃຫ້ຄົນງານ ຂອງບໍຣິສັດ ຮັບຮູ້ກ່ອນ ຫາກຊາວບ້ານຝ່າຝືນ ມີສິດຖືກຈັບແລະປັບໃໝ 10 ລ້ານກີບຕໍ່ເທື່ອ.
ຢ່າງໃດກໍຕາມ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາ ບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດ ຜູ້ດຽວ ເພື່ອສອບຖາມລາຍຣະອຽດ ເພີ່ມຕື່ມ ແຕ່ບໍ່ມີ ພະນັກງານ ຜູ້ໃດໃຫ້ສັມພາດ.
ກ່ຽວກັບເຣື່ອງນີ້ ທ່ານລໍາແກ້ວ ແສງໜູທອງ ເຈົ້າເມືອງ ເມືອງນອງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 30 ກັນຍາ ນີ້ວ່າ ປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍາລັງຕິດຕາມ ລົງເອົາຂໍ້ມູນ ຈາກຊາວບ້ານ ດັ່ງກ່າວຢູ່ ແລະ ວ່າເນື້ອທີ່ ທໍາການຜລິດ ຂອງຊາວບ້ານ ທີ່ຕັ້ງຢູ່ກາງ ຂອບເຂດ ເນື້ອທີ່ໂຄງການ ຂອງ ບໍຣິສັດດັ່ງກ່າວນັ້ນ ທາງບໍຣິສັດ ແມ່ນໄດ້ໃຫ້ຄ່າ ຊົດເຊີຽ ສະເພາະແຕ່ຜົນຜລິດ ໄປຕັ້ງແຕ່ເຣີ່ມລົງທຶນແລ້ວ:
“ຍັງຢູ່ໃນຂັ້ນຕອນ ການເອົາຂໍ້ມູນ ຂອງເຈົ້າໜ້າທີ່ຢູ່ ການຜລິດ ຂອງປະຊາຊົນນີ້ ແມ່ນເຂົ້າໄປຜລິດຢູ່ໃນເຂດສັມປະທານ ຂອງເຂົາເຈົ້າ ເຂົາເຈົ້າ ຈະຊົດເຊີຍ ແຕ່ຜົລຜລິດ ທາງບໍຣິສັດໄດ້ສັມປະທານແລ້ວ ແລະເຂົາກໍຊົດເຊີຍ ໃຫ້ປະຊາຊົນ ໄປກ່ອນແລ້ວ ການສັມປະທານ ຂອງບໍຣິສັດນີ້ ມັນຕ້ອງໄດ້ມີການ ຍິນຍອມ ແລະ ການມອບໂອນ ຈາກອົງການ ປົກຄອງຂັ້ນບ້ານ.”
ທ່ານ ເຈົ້າເມືອງ ກ່າວອີກວ່າ ເຖິງຢ່າງໃດກໍຕາມ ທາງການເອງ ກໍຖືຜົນປໂຍດ ຂອງປະຊາຊົນ ເປັນຫຼັກ ແຕ່ຄັນຊາວບ້ານ ຈະຮຽກຮ້ອງຄ່າເສັຽຫາຍ ຕາມໃຈພວກເຂົາເຈົ້ານັ້ນ ກໍອາຈເປັນໄປບໍ່ໄດ້ ຫຼືແມ້ແຕ່ບໍຣິສັດເອງ ກໍບໍ່ສາມາດ ກໍານົດຄ່າ ຊົດເຊີຽໄດ້ ຊຶ່ງຕ້ອງປະຕິບັດ ຕາມການຊົດເຊີຽ ດ້ານ ຜົນຜລິດ ທີ່ເສັຽຫາຍ ຕາມທີ່ ກົດໝາຍວ່າ ດ້ວຍການຊົດເຊີຽ ໂດຍຈະບໍ່ ໄດ້ຊົດເຊີຽ ທາງດ້ານທີ່ດິນນໍາ ສ່ວນລາຍຣະອຽດຍັງຕ້ອງມີການຫາລື ແລະ ຄົ້ນຄວ້າຮ່ວມກັນຕື່ມ.
ສໍາລັບເນື້ອທີ່ ທໍາການຜລິດຂອງຊາວບ້ານ ດັ່ງກ່າວທີ່ຕັ້ງຢູ່ ກາງຂອບເຂດໂຄງການ ຂອງບໍຣິສັດດັ່ງກ່າວ ແມ່ນຊາວບ້ານ ບໍ່ໄດ້ ຖືໃບຕາດິນ ຄອບຄອງແຕ່ຢ່າງໃດ ຊຶ່ງສ່ວນໃຫຍ່ ເປັນການນໍາໃຊ້ ທີ່ດິນມາຕັ້ງແຕ່ ສມັຍ ຮຸ້ນພໍ່ ຮຸ້ນແມ່ ແລະຮຸ້ນປູ່ຍ່າຕາຍາຍ ແລະ ກໍເປັນເຣື່ອງ ຍາກຫຼາຍ ທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະສາມາດ ອອກໃບຕາດິນໃຫ້ ແກ່ຊາວບ້ານດັ່ງກ່າວ, ອີງຕາມຕໍາເວົ້າ ຂອງທ່ານເຈົ້າເມືອງ ເມືອງນອງ.
ບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດຜູ້ດຽວ ໄດ້ເຂົ້າມາລົງທຶນ ດ້ານການກະເສດ ຢູ່ເຂດບ້ານນາລົງເກົ່າ ເມືອງນອງ ແຂວງສວັນນະເຂດ ຊຶ່ງຢູ່ຕິດກັບ ບ້ານອາສິງສະລີ ຕັ້ງແຕ່ປີ 2017 ໂດຍ ສັມປະທານເນື້ອທີ່ ທັງໝົດ 2,083 ເຮັກຕ້າຣ໌ ຊຶ່ງທໍາອິດ ທາງບໍຣິສັດ ໄດ້ລົງທຶນ ດ້ານການ ປູກກ້ວຍຫອມ ເປັນຫຼັກ ແຕ່ຍ້ອນປະສົບບັນຫານໍ້າ ບໍ່ພຽງພໍ ຕໍ່ການຜລິດ ຈຶ່ງເຮັດໃຫ້ ຫັນມາປູກກວ້ຍນໍ້າ ແລະ ພືດອື່ນໆ ແທນ ເປັນຕົ້ນ ໝາກມີ້, ໝາກນາວ, ໝາກມ່ວງ ແລະໄມ້ວິກ ພ້ອມທັງ ໄດ້ສ້າງຝາຍ ກັ້ນນໍ້າ ເພື່ອກັກເກັບນໍ້າ ໄວ້ຫຼໍ່ລ້ຽງຜົນຜລິດ.