ເຄື່ອງກໍ່ສ້າງ ແພງຂຶ້ນ ຍ້ອນໂຄວິດ-19

ສຸພັດຕາ
2021.10.09
ເຄື່ອງກໍ່ສ້າງ ແພງຂຶ້ນ ຍ້ອນໂຄວິດ-19 ເຄື່ອງກໍ່ສ້າງ ມີລາຄາແພງຂຶ້ນ ໃນໄລຍະ ຣະບາດຂອງ ໂຄວິດ-19
ນັກຂ່າວ ພົລເມືອງ

ນັບຕັ້ງແຕ່ປີກາຍ ມາຮອດປີ 2021 ນີ້, ວັດສະດຸ-ອຸປກອນ ໃນກໍ່ສ້າງ ສໍາລັບປຸກເຮືອນ ແລະ ເຄື່ອງເຟີນິເຈີຣ໌ (Furniture) ພາຍໃນ ປະເທດລາວ ມີລາຄາສູງຂຶ້ນ ເປັນຍ້ອນການ ຂົນສົ່ງທີ່ ຫຍຸ້ງຍາກ ໃນໄລຍະລ໊ອກດາວ ແລະ ຄ່າເງິນກີບ ທີ່ອ່ອນຄ່າລົງ, ໃນຂນະທີ່ ຜູ້ປະກອບການ ຂາຍເຄື່ອງກໍ່ສ້າງ ຕ້ອງນໍາເຂົ້າເຄື່ອງດັ່ງກ່າວ ມາຈາກປະເທດ ເພື່ອນບ້ານ ໃນລາຄາທີ່ ສູງນໍາດ້ວຍ.

ກ່ຽວກັບ ເຣື່ອງນີ້ ຜູ້ປະກອບການ ຂາຍເຄື່ອງ ກໍ່ສ້າງ ຢູ່ບ້ານໜອງໄຮ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ໃນໄລຍະການ ລ໊ອກດາວ ເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ນີ້ ເຮັດໃຫ້ການ ຂົນສົ່ງ ວັດສະດຸ-ອຸປກອນ ສໍາລັບການ ປຸກເຮືອນໃໝ່ ມີຄວາມຫຍຸ້ງຍາກ ແລະ ມີຄ່າໃຊ້ຈ່າຍສູງ ຂຶ້ນກວ່າເກົ່າ ໃນຂນະທີ່ ຈໍານວນການ ຂາຍເຄື່ອງພາຍໃນ ຮ້ານຂອງ ໂຕເອງຫຼຸດລົງ ຍ້ອນມີລູກຄ້າ ໜ້ອຍລົງ, ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ຕຸລາ 2021 ນີ້ວ່າ:
“ເຮົາເປັນຫຼັກ ນໍາເຂົ້າຈາກ ຕ່າງປະເທດ ໄທຍ, ຈີນ, ວຽດນາມ ການຜລິດ ຫາ ວັດສະດຸ ວັດຖຸດິບອິຫຍັງຕ່າງໆ ມັນເພີ່ມຂຶ້ນ ແລ້ວຕ້ອງເບິ່ງ ຕາມລາຄາ ຕລາດໂລກ ແລ້ວພໍສິນຄ້າ ໃນການຜລິດ ມັນກໍຂຶ້ນລາຄາ ເດ້ ຄ່າຂົນສົ່ງຊີ້ນ່າ ເພາະໂຄວິດ-19 ມັນກໍຈະມີຫຼາຍ ດ່ານເນາະ ເຮົາກໍຕ້້ອງ ໄດ້ຈ້າງ 2-3 ເທື່ອຫັ້ນນ່າ.”

ຜູ້ປະກອບ ການຂາຍເຄື່ອງ ກໍ່ສ້າງ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ອີກນາງນຶ່ງກ່າວວ່າ ໃນໄລຍະການ ແຜ່ຣະບາດຂອງ ໂຄວິດ-19 ເຮັດໃຫ້ເຄື່ອງ ກໍ່ສ້າງສໍາລັບ ປຸກເຮືອນ ທີ່ສັ່ງຊື້ຈາກຕ່າງປະເທດ ໂດຍສະເພາະປະເທດໄທຍ ມີລາຄາສູງຂຶ້ນ ເນື່ອງຈາກຄ່າ ເງິນບາດທີ່ແຂງຄ່າ ແລະຄ່າເງິນກີບ ທີ່ອ່ອນຄ່າລົງ ໃນຂນະທີ່ລາວເອງ ກໍຂາຍເຄື່ອງ ໄດ້ໜ້ອຍລົງກວ່າ ທີ່ຜ່ານມາ ສາເຫດນຶ່ງ ຍ້ອນ ຊາວລາວ ຫຼາຍຄົນ ບໍ່ຄ່ອຍຊື້ ເຄື່ອງກໍ່ສ້າງໄປ ປຸກເຮືອນໃໝ່ ເນື່ອງຈາກ ສະພາບເສຖ ກິຈບໍ່ດີ, ດັ່ງຍານາງກ່າວໃນມື້ດຽວກັນນີ້ວ່າ:
ແພງຂຶ້ນ ຂຶ້ນເປັນຊີມັງ ເປັນຊາຍຫັ້ນແຫຼະ ເຫຼັກອິຫຍັງ ກໍຂຶ້ນຫັ້ນແຫຼະ ເງິນບາດສູງ ປູນນີ້ ຢູ່ນີ້ເປົານຶ່ງອັນນ່າ 30 ປາຍພັນ ເມື່ອປີກາຍ ໂອ້ຂຶ້ນຫຼາຍ ຈາກປີກາຍນີ້ ປີກາຍນີ້ ຄົນຍັງເຮັດ ເຮືອນຫຼາຍເດ້ ປີນີບໍ່ມີຄົນເຮັດເຮືອນ ເຮົາກໍຂາຍ ເຄື່ອງຍາກອີກ ອີກຢ່າງມັນໂຄວິດ-19 ແນ່ ຄົນຫາເງິນຍາກແນ່.”

ທາງດ້ານ ເຈົ້າຂອງຮ້ານ ຂາຍເຄື່ອງເຟີນິເຈີ້ຣ໌ ແລະສຸຂພັນ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ ໃນປີນີ້ ການນໍາເຂົ້າເຟີນິເຈີ້ຣ໌ ຈາກຕ່າງປະເທດ ເປັນຕົ້ນໄທຍ, ຈີນ ແລະ ວຽດນາມ ມີລາຄາສູງຂຶ້ນ ເນື່ອງຈາກ ຄ່າເງິນ ຕ່າງປະເທດ ແຂງຄ່າ ເມື່ອທຽບກັບ ເງິນກີບ ເຖິງແມ່ນວ່າ ລາວເອງ ຈະຂາຍເຄື່ອງໃນລາຄາ ຄືເກົ່າກໍຕາມ ແຕ່ກໍຍັງ ບໍ່ມີລູກຄ້າຫຼາຍ ຍ້ອນວ່າໃນໄລຍະການ ແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ຄົນລາວ ຫຼຸດການ ໃຊ້ຈ່າຍລົງ, ດັ່ງຍານາງ ກ່າວວ່າ:
“ແພງຢູ່ ເຄື່ອງມັນຂຶ້ນ ຊື້ຢູ່ລາວນະເຄື່ອງ ເງິນບາດມັນແພງ ລະເຄື່ອງຂຶ້ນ ຂົນສົ່ງກໍກ່ຽວແຫຼະ ຂົນສົ່ງມັນແພງຂຶ້ນ ກໍຫຼຸດຫຼາຍ ຊ່ວງຜ່ານມາ ຫັ້ນຂາຍດີ ຊ່ວງນີ້ບໍ່ປານໃດ ຈັກເຣື່ອງໂຄວິດ-19 ນີ້ຫວາ ຄົນບໍ່ມີເງິນ ວ່າຈັ່ງໃດ ເຄື່ອງມັນກໍ ແພງຫຼາຍແນ່ ຂາຍແພງມັນກໍບໍ່ໄດ້ ຂາຍຊິນ່າ ຂາຍລາຄາເກົ່າ ແຕ່ວ່າແບບວ່າຄວາມໝາຍເຄື່ອງທີ່ຊື້ມາຫັ້ນນ່າ ມັນຂຶ້ນຫຼາຍ.”

ຊາວບ້ານ ຢູ່ເມືອງຈັນທີບູຣີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ລາວເອງກໍເກີດ ຄວາມລັງເລໃຈ ທີ່ຈະປຸກເຮືອນ ໃນປີນີ້ ເນື່ອງຈາກຄ່າ ຈ້າງແຮງງານ ສໍາລັບປຸກເຮືອນ ກໍຍັງສູງຄືເກົ່າ ໂດຍທີ່ຜ່ານມາ ລາວເອງ ຈະຕ້ອງຈ່າຍ ຄ່າຈ້າງໃຫ້ແກ່ ນາຍຊ່າງ ປຸກເຮືອນ 130,000 ກີບ ຕໍ່ຄົນຕໍ່ມື້ ແລະກັມມະກອນຄົນລະ 70,000 ກີບ ຕໍ່ມື້ ອີກທັງ ວັດສະດຸ-ອຸປກອນ ສໍາລັບປຸກເຮືອນ ແລະ ເຟີນິເຈີ້ຣ໌ ຕົບແຕ່ງເຮືອນ ກໍ ມີລາຄາສູງຂຶ້ນ ໃນຂນະທີ່ ເສຖກິຈ ກໍບໍ່ດີ ເຮັດໃຫ້ຕ້ອງ ໄດ້ເລື່ອນການ ປຸກເຮືອນອອກໄປ ແບບບໍ່ມີກໍານົດ, ດັ່ງທ່ານກ່າວວ່າ:
“ແມ່ນລະ ກໍເລື່ອນອອກ ໄປຫັ້ນແຫຼະ ໂຈະ ໂຈະຫຼາຍຢູ່ ເພາະວ່າ ເຄື່ອງມັນແພງ ບໍ່ໄດ້ເຮັດ ວຽກງານ ບໍ່ມີເງິນ ຊື້ເຄື່ອງ ໂຄວິດ-19 ກໍດ້ວຍ ຣະບາດໜັກ ກໍເສຖກິຈນີ້ແຫຼະ ມັນບໍ່ດີເດ້.”

 

ໃນຂນະທີ່ ຊ່າງປຸກເຮືອນ ຢູ່ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ຊາວບ້ານຢູ່ນະຄອນຫຼວງວຽງຈັນ ຫຼາຍຄົນ ຍັງບໍ່ມີແຜນ ທີ່ຈະປຸກເຮືອນ ໃນປີນີ້ ຫຼາຍຄົນກໍໄດ້ ເລື່ອນ ຫຼື ໂຈະການປຸກເຮືອນທັງໝົດອອກໄປ ເນື່ອງຈາກຄ່າວັດສະດຸ-ອຸປກອນ ສໍາລັບປຸກເຮືອນ ແລະເຟີນິເຈີ້ຣ໌ ມີລາຄາສູງຂຶ້ນປະມານ 30-40% ເມື່ອທຽບໃສ່ ກັບລາຄາເຄື່ອງ ຂອງດັ່ງກ່າວ ເມື່ອປີກາຍ, ດັ່ງທ່ານກ່າວວ່າ:
“ສຸມື້ນີ້ ກໍບາງຄົນ ເຂົາກໍເຮັດຕໍ່ ບາງຄົນ ກໍບໍ່ໄດ້ເຮັດ ສຸມື້ນີ້ຈໍານວນຫຼາຍ ເກືອບທົ່ວ ວຽງຈັນເລີຍ ວັດສະດຸມັນແພງຂຶ້ນ ໜ້ອຍນຶ່ງ ກໍຖ້າເປັນເງິນໄທຍ ເມື່ອກ່ອນ ກໍປະມານລ້ອຍນຶ່ງ ປັດຈຸບັນນີ້ກໍປະມານ 130 ບາດ ຕົວຢ່າງ ກໍປະມານນີ້ນະ ປູນເປົານຶ່ງ ແຕ່ກ່ອນນີ້ ເຂົາຂາຍປະມານ ລ້ອຍນຶ່ງ ປັດຈຸບັນ ເຂົາຂາຍປະມານ 130 ຕໍ່ເປົາ ປະມານນີ້ແຫຼະ 30-40 ເປີເຊັນ ບາງຢ່າງ.”

ທ່ານກ່າວ ຕື່ມວ່າ ການຂົນສົ່ງ ວັດສະດຸ-ອຸປກອນ ສໍາລັບກໍ່ສ້າງ ຂ້ອນຂ້າງ ຫຍຸ້ງຍາກຫຼາຍ ໃນໄລຍະການລ໊ອກດາວ ເພື່ອປ້ອງກັນ ການແຜ່ ຣະບາດຂອງ ໂຄວິດ-19 ພາຍໃນ ນະຄອນຫຼວງວຽງຈັນ ຍ້ອນຕ້ອງໄດ້ຜ່ານ ດ່ານກວດກາ ຫຼາຍເທື່ອ ຈຶ່ງເປັນອີກເຫດຜົນນຶ່ງ ທີ່ເຮັດໃຫ້ການ ຊື້-ຂາຍ ແລະການຂົນສົ່ງວັດສະດຸ-ອຸປກອນ ສໍາລັບກໍ່ສ້າງ ແລະ ປຸກເຮືອນຫຍຸ້ງຍາກ.

ທາງດ້ານ ເຈົ້າໜ້າທີ່ ບໍຣິສັດ ສິນເຊື່ອ ສໍາລັບກູ້ຢືມ ເງິນເພື່ອປຸກເຮືອນ ຢູ່ບ້ານຫາຍໂສກ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ໃນປີ 2021 ມີຊາວລາວ ທີ່ເຮັດເຣື່ອງ ກູ້ຢືມເງິນ ເພື່ອປຸກເຮືອນ ຫຼຸດລົງປະມານ 20% ແຕ່ຖືວ່າ ບໍ່ຫຼາຍປານໃດ ແຕ່ໃນຂນະດຽວກັນ ຜູ້ທີ່ຍັງມາ ເຮັດເຣື່ອງຂໍກູ້ຢືມເງິນໄປ ປຸກເຮືອນນັ້ນ ຫຼາຍຄົນກໍບໍ່ ຜ່ານເງື່ອນໄຂ ການກູ້ຢືມເງິນ ຍ້ອນພວກເຂົາ ເຈົ້າມີລາຍໄດ້ຫຼຸດລົງ ຫຼືບໍ່ມີລາຍໄດ້ເລີຍ, ດັ່ງທ່ານກ່າວວ່າ:
“ກໍຍັງ ເປັນປົກກະຕິ ແຕ່ວ່າ ເງື່ອນໄຂທີ່ວ່າ ລູກຄ້າຈະຜ່ານ ຫັ້ນນ່າ ມັນຈະຫຼຸດລົງ ເນື່ອງຈາກ ວ່າລາຍຮັບ ຂອງລູກຄ້າ ໃຜທີ່ວ່າເປັນ ພະນັກງານບໍ ຫຼືວ່າຄ້າຂາຍ ບາງຂແນງການ ເຂົາເຈົ້າບໍ່ໄດ້ມີການ ເຄື່ອນໄຫວ ຫັ້ນນ່າ ມັນກໍເລີຍ ເຮັດໃຫ້ເງື່ອນໄຂ ໃນການຜ່ານ ໃນການກູ້ມັນ ຫຼຸດລົງ ແຕ່ວ່າ ຄວາມຕ້ອງ ການມັນຈະເພີ່ມຂຶ້ນ ບໍ່ໄດ້ຫຼຸດລົງ ຫຼາຍເລີຍ ຫຼຸດແທ້ໆ ກໍຈະປະມານ 20 ເປີເຊັນ.”

ໃນໄລຍະ ທີ່ຜ່ານມາ ຄົນລາວ ມັກຈະມີແຜນ ປຸກເຮືອນໃໝ່ ພາຍຫຼັງມື້ ອອກພັນສາ ເພື່ອຕຽມພ້ອມສໍາລັບ ຂຶ້ນເຮືອນໃໝ່ ໃນຍາມບຸນປີໃໝ່ລາວ ເນື່ອງຈາກເປັນ ເລີກງາມຍາມດີ ໃຫ້ເປັນ ສິຣິມຸງຄຸນແກ່ ເຮືອນ ແລະ ສະມາຊິກ ໃນຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.