ເຂດເສຖກິຈພິເສດ ໃກ້ເມືອງໂຂງ ຊົດເຊີຍບໍ່ຄືບ ຊາວບ້ານກັງວົນ
2021.10.03
ນັບເປັນເວລາ 3 ປີແລ້ວ ທີ່ບໍຣິສັດຈີນ ແລະ ທາງການແຂວງຈຳປາສັກ ໄດ້ມາວັດແທກເອົາດິນນາ ແລະ ດິນປຸກສ້າງ ຂອງຊາວບ້ານໄປຈົນໝົດ, ແຕ່ພັດຍັງບໍ່ມີການໂອ້ລົມ ແລະ ຖາມຄວາມຄຶດເຫັນ ຂອງຊາວບ້ານຈັກຄົນ ຈົນເຮັດໃຫ້ຊາວບ້ານ ເກີດຄວາມກັງວົນໃຈຫຼາຍ ເພາະບໍ່ຕ້ອງການໂຍກຍ້າຍໄປບ່ອນອື່ນ.
ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບ ສູນເສັຽດິນເຮືອນ ໃນເມືອງໂຂງ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ຕຸລາ ນີ້ວ່າ:
“ຖືກຄືກັນແຫຼະ ຢູ່ໃນບ້ານໃນເຂດນີ້ນ່າ ເຂດທີ່ວ່າຄອນພະເພັງ, ຫັ້ນນ່າ. ແມ່ນ, ໄດ້ຮັບຜົລກະທົບຈາກນີ້ໝົດ ເຂົາກະວ່າຊິຊົດເຊີຍໃຫ້. ຍັງ, ຍັງບໍ່ທັນໄດ້ຮູ້ ຈັກຊິເປັນຈັ່ງໃດຕໍ່, ເສັຽດາຍຄືກັນແຫຼະ ຄັນວ່າເພິ່ນໃຫ້ຍ້າຍໄປຕັ້ງຢູ່ບ່ອນໃໝ່ ຈັກຊິເປັນແນວໃດ, ຫັ້ນນ່າ ເຮົາເຄີຍຢູ່ນີ້ເດ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ນັບແຕ່ທາງໂຄງການມາວັດແທກເອົາດິນໄປຈົນໝົດແລ້ວ ພັດບໍ່ເວົ້າເຣື່ອງເງິນຊົດເຊີຍ ວ່າຈະໃຫ້ເງິນຊົດເຊີຍແກ່ຊາວບ້ານທໍ່ໃດ ຈະໃຫ້ສົມເຫດສົມຜົລ ຫຼືບໍ່ ແລະ ຫາກຖືກໂຍກຍ້າຍ ອອກຈາກບ້ານເກົ່າແທ້ ແລ້ວຈະໃຫ້ຊາວບ້ານໂຍກຍ້າຍໄປບ່ອນໃດ ກະຍັງບໍ່ມີຣາຍລະອຽດ ຢ່າງຈະແຈ້ງ ໃຫ້ກັບຊາວບ້ານເທື່ອ.
ອີງຕາມຂໍ້ມູນຈາກຊາວບ້ານ, ບໍຣິສັດໄດ້ເຂົ້າມາວັດແທກ ທີ່ດິນຂະເຈົ້າ ໃນປີ 2018-2019, ໂດຍສັມປະທານເອົາດິນໄປຈົນໝົດ ບໍ່ເຫຼືອຮອດດິນໄຮ່ ແລະ ດິນສວນ ຂອງຊາວບ້ານ ທີ່ເອົາໄວ້ທຳມາຫາກິນ ແລະ ບໍ່ຮູ້ເລີຍວ່າ ຊາວບ້ານຈະໄດ້ເງິນຊົດເຊີຍ ຫຼາຍ-ໜ້ອຍທໍ່ໃດ. ຊາວບ້ານອີກຄົນນຶ່ງ ທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຊິແມ່ນພວກຈີນໝົດຫັ້ນແລ້ວ ໄດ້ຍິນຢູ່ ແຖວຄອນພະເພັງຫັ້ນນ່າຖືກໝົດ ບໍ່ທັນໄດ້ຢູ່ (ເງິນຊົດເຊີຍ) ຄັນມັນເປັນ ຂອງພັກ ຂອງຣັຖ ເຮົາກະຊິບໍ່ໄດ້ຫຼາຍ ຄືວ່າຫັ້ນແຫຼະ ເຮົາບໍ່ມີສິດເວົ້າເດ້ເນາະ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ສ່ວນໂຕແລ້ວ ຈະສູນເສັຽດິນໄຮ່ ປະມານ 2 ເຮັກຕ້າຣ, ຫາກບໍຣິສັດຈີນ ສັມປະທານໄປໝົດ ກໍຈະບໍ່ເຫຼືອທີ່ດິນເລີຍ. ຫາກໄດ້ຮັບເງິນຊົດເຊີຍ ກໍຂໍໃຫ້ເໝາະສົມ ແລະ ພຽງພໍ ທີ່ຈະໃຫ້ຊາວບ້ານ ໄດ້ໄປຊື້ດິນຕອນໃໝ່, ເຊິ່ງໂຕເລຂຊື້ຂາຍທີ່ດິນ ໃນປັດຈຸບັນ ໃນເມືອງໂຂງ ກໍຢູ່ປະມານ 80 ຫາ 100 ບ້ານກີບ ຕໍ່ 1 ເຮັກຕ້າຣ.
ເຈົ້າຂອງເຮືອນພັກຜູ້ນຶ່ງ ທີ່ຢູ່ໃກ້ກັບນ້ຳຕົກຄອນພະເພັງ ກະເປັນກັງວົນໃຈຄືກັນວ່າ ໃນອະນາຄົດຕໍ່ໜ້າ ຈະສູນເສັຽທີ່ດິນ ແລະ ເຮືອນພັກ ໃຫ້ກັບໂຄງການພັທນາ ຂອງຈີນ ເພາະເຮືອນພັກ ກັບເຂດສັມປະທານ ແມ່ນຢູ່ກົງກັນຂ້າມກັບຣີສອດ ທີ່ບໍຣິສັດຈີນ ເຂົ້າມາສ້າງ. ເຈົ້າຂອງເຮືອນພັກຜູ້ນຶ່ງ ໃນເມືອງໂຂງ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂອ້, ມັນກະຜົລກະທົບອັນນຶ່ງມາ ຈີນເຂົ້າມາເຮັດ ເຮັດເຮືອນຫຼາຍຫຼັງ ເຮັດກຳແພງ ເຮັດຫຍັງໝົດແລ້ວ ປູທາງເຈົ້າ ເຮັດປ້າຍເຂົ້າ ຈັ່ງວ່າຕໍ່ໄປ ເຂົາຊິເອົາໝົດ (ທີ່ດິນ).”

RFA: ປ້າຍບອກສະຖານທີ່ ນ້ຳຕົກຕາດຄອນພະເພັງ ຢູ່ຈຸດຊົມວິວຍອດນິຍົມ
ສິ່ງແວດລ້ອມ ແລະ ສັງຄົມ ພາຍໃນເມືອງໂຂງ ຈະເກີດການປ່ຽນແປງ, ໂດຍສະເພາະເຣື່ອງທັມຊາດ ອັນສວຍງາມ ຂອງເມືອງ ທີ່ເປັນແຫຼ່ງທ່ອງທ່ຽວສຳຄັນ ແລະ ດຶງດູດນັກທ່ອງທ່ຽວ ຈາກທົ່ວໂລກ ໃຫ້ມາທ່ອງທ່ຽວ ຈະຖືກທຳລາຍໄປ ກັບການພັທນາ. ເຈົ້າຂອງເຮືອທ່ອງທ່ຽວຜູ້ນຶ່ງ ໃນເມືອງໂຂງ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງໆ ບໍ່ທັນໄດ້ລົງມື. ບໍ່, ບໍ່ໄດ້ກວມ ດຽວນີ້ເຂົາ ແຫຼ່ງທ່ອງທ່ຽວນີ້ ຄັນແປງຫຼາຍ ຝຣັ່ງມັນກະບໍ່ຢາກເຂົ້າດອກ ເຂົາຢາກເນັ້ນທັມຊາດ.”
ໄລຍະນີ້, ການພັທນາໂຄງການ ມະຫານະທີສີທັນດອນ ຍັງບໍ່ທັນກໍ່ສ້າງໄດ້ເຕັມເມັດເຕັມໜ່ວຍ ຍ້ອນຕິດບັນຫາ ການຣະບາດ ຂອງໂຄວິດ-19 ເຮັດໃຫ້ບໍຣິສັດຈີນ ຍັງບໍ່ສາມາດເດີນທາງ ເຂົ້າມາປະເທດລາວໄດ້.
ໃນເບື້ອງຕົ້ນ ຈະມີ 140 ຄອບຄົວ ໃນຈຳນວນ 8 ບ້ານ ທີ່ຈະໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ແລະ ຖືກໂຍກຍ້າຍ ອອກຈາກພື້ນທີ່, ແຕ່ດ້ວຍສະພາບການແຜ່ຣະບາດ ຂອງໂຄວິດ-19 ຈຶ່ງຍັງບໍ່ທັນໄດ້ມີການປຶກສາຫາລື ກັບບໍຣິສັດຈີນເທື່ອ. ເຈົ້າໜ້າທີ່ຜແນກແຜນການ ແລະ ການລົງທຶນ ແຂວງຈຳປາສັກ ເວົ້າວ່າ:
“ເຂດມະຫານະທີສີທັນດອນ ຫັ້ນ ມັນເປັນເຂດພິເສດເນາະ. ໂອ້, ຍັງເທື່ອ ເພາະວ່າ ຊ່ວງນີ້ມາກະໂຄວິດ ສອງມາມັນກະຍັງຊະລໍກັນຢູ່ ກະຍັງບໍ່ທັນໄດ້ພັທນາປານໃດ. ຈີນ ດຽວນີ້ມັນກະຍັງບໍ່ທັນສາມາດ ເຂົ້າໄດ້ເທື່ອ, ແຕ່ວ່າ ເຮົາກະຕ້ອງໄດ້ມາສຶກສາ ອີກບາດນຶ່ງ, ຫັ້ນນ່າ. ມາເອົາຂໍ້ມູນເພີ່ມຕື່ມອີກ.”
ໂຄງການພັທນາ ເຂດເສຖກິຈພິເສດ ມະຫານະທີສີທັນດອນ ຫຼືໂຄງການເຂດພັທນາເສຖິກຈໃໝ່ ສີພັນດອນ ໄລຍະທີ 1 ແມ່ນໄດ້ເຣີ່ມລົງມືກໍ່ສ້າງມາແດ່ແລ້ວ ແຕ່ປີ 2018 ແລະ ປີ 2025 ຈະໃຫ້ສໍາເຣັດ. ມາຮອດປະຈຸບັນ ຄວາມຄືບໜ້າ ຂອງໂຄງການ ແມ່ນໄດ້ສຳເຣັດ ການປັບປຸງເຮືອນ ວິນລ່າ ຢູ່ຣີສອດຄອນພະເພັງ ຈຳນວນ 21 ຫຼັງ, ສູນບໍຣິການການຂາຍ 1 ຫຼັງ, ສຳເຣັດການກໍ່ສ້າງ ໂຮງແຮມຫຼັງໃໝ່, ອາຄານ, ເຮືອນພັກ 2 ຫຼັງ, ມີຫ້ອງພັກ 68 ຫ້ອງ, ເຮືອນວິນລາ ແບບສ່ວນໂຕ 6 ຫຼັງ, ຫ້ອງສະປາ 6 ຫ້ອງ, ຕຶກຫ້ອງການບໍຣິຫານ ໂຮງແຮມ 1 ຫຼັງ, ສຳເຣັດການກໍ່ສ້າງ ເສັ້ນທາງຄອນກຣີທ ທີ່ມີໄລຍະທາງ 43 ກິໂລແມັຕ.
ນອກຈາກນີ້, ໂຄງການຍັງຈະໄດ້ສືບຕໍ່ພັທນາ ຫຼາຍໜ້າວຽກຕື່ມອີກ ເຊັ່ນ: ກໍ່ສ້າງເສັ້ນ ທາງມາຕຖານ, ເຂດທີ່ຢູ່ອາສັຍ, ນ້ຳປະປາ, ສນາມບິນ, ໂຮງໝໍຊຸມຊົນຂນາດ 100 ຕຽງ, ສນາມກ໊ອບ, ກໍ່ສ້າງຕາຝັ່ງເຈື່ອນ ແລະ ອື່ນໆ ໃຫ້ສຳເຣັດ ແລະ ຄາດວ່າ ຈະໃຊ້ທຶນຢູ່ປະມານ 600 ລ້ານໂດ່ລ້າຣ ສະຫະຣັຖ ຫຼື ປະມານ 5.5 ພັນຕື້ກີບ.
ສໍາລັບໂຄງການເຂດພັທນາເສຖິກຈໃໝ່ ສີພັນດອນ ຖືເປັນໂຄງການຂນາດໃຫຍ່ ທີ່ມີເງິນລົງທຶນເຖິງ 9 ຕື້ໂດ່ລ້າຣ ສະຫະຣັຖ ແລະ ໄດ້ຮັບສັມປະທານທີ່ດິນ ທັງເກາະດອນຕ່າງໆ ຈາກຣັຖບານລາວ ໂດຍກວມເອົາເນື້ອທີ່ 9,848 ເຮັກຕ້າຣ ເປັນໄລຍະ ເວລາ 50 ປີ. ພາຍໃນໂຄງການ ປະກອບດ້ວຍການກໍ່ສ້າງ ໂຄງຮ່າງພື້ນຖານ ພາຍໃນເຂດ, ສ້າງແຫລ່ງທ່ອງທ່ຽວ, ທນາຄານ ແລະ ສະຖາບັນການເງິນ, ສ້າງພື້ນຖານໂຄງຮ່າງ ດ້ານການສຶກສາ, ສາທາຣະນະສຸຂ, ພັທນາບຸຄລາກອນ ແລະ ສີມືແຮງງານ ຮວມທັງ ໂຄງການແຫຼ່ງທ່ອງທ່ຽວ, ແຫຼ່ງບັນເທິງ ແລະ ກິຈການຄາຊິໂນ.