ຊາວບ້ານ ຂ.ໄຊຍະບູຣີ ຍັງຫາປາ ແບບ ຜິດກົດໝາຍ
2021.09.29

ຊາວບ້ານຈຳນວນນຶ່ງ ທີ່ອາສັຍຢູ່ຕິດແຄມ ແມ່ນ້ຳຂອງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ປະມານ 6 ບ້ານ ຍັງລັກລອບຫາປາ ແບບ ໃຊ້ໄຟຊ໊ອດ ໂດຍສະເພາະ ຢູ່ບ້ານຫ້ວຍຂົວຫຼວງ ກໍຍັງມີຊາວບ້ານຈຳນວນນຶ່ງ ທີ່ບໍ່ມີອາຊີບ ຫວ່າງວຽກ ອອກຫາປາ ໃນນ້ຳຂອງ ດ້ວຍ ໝໍ້ໄຟຟ້າຊ໊ອດປາ ທີ່ຊື້ມາຈາກ ພໍ່ຄ້າ-ແມ່ຄ້າ ຈີນ ໃນຕລາດ ໄຊຍະບູຣີ ເນື່ອງຈາກ ໃຊ້ໝໍ້ຊ໊ອດປາ ຈະໄດ້ຈຳນວນ ປາທີ່ຫຼາຍ 200-300 ກິໂລຕໍ່ຄັ້ງ ແລ້ວເຮັດໃຫ້ມີຣາຍໄດ້ 4-5 ແສນກີບຕໍ່ຄັ້ງ ອີກນຳ, ຂນະທີ່ໃຊ້ແຫ ຫຼື ມອງຈັບປາ ຈະໄດ້ຈຳນວນປາ ໝ້ອຍກວ່າ ປະມານ 10 ປາຍກິໂລ ຕໍ່ຄັ້ງ ເທົ່ານັ້ນ. ດັ່ງຊາວບ້ານຢູ່ ບ້ານຫ້ວຍຂົວຫຼວງ ເວົ້າຕໍ່ ວິທະຍຸເອເຊັຽເສຣີ ໃນວັນທີ 24 ກັນຍານີ້ວ່າ:
“(ໃຊ້ຫມໍ້ຊ໊ອດປາ) ຍ້ອນຫຍັງ ຍ້ອນການຊື້ ການຂາຍ ການຊອກ ການຫາ ກັນນີ້ແຫຼະ ມັນຫາໄດ້ຫຼາຍເດ້ ເປັນ 200-300 ກິໂລ, ຫາປາດ້ວຍແຫ ດ້ວຍມອງ ນີ້ ມັນພໍໄດ້ຊື້ຂາຍກັນ ເລັກໆນ້ອຍໆນີ້ເນິ້.”
ຊາວບ້ານຢູ່ບ້ານ ຫ້ວຍຂົວຫຼວງ ເວົ້າຕື່ມວ່າ: ເຈົ້າໜ້າທີ່ ທີ່ກ້ຽວຂ້ອງ ຂັ້ນເມືອງ ຫຼື ຂັ້ນແຂວງ ຕ້ອງລົງກວດກາ ແລະ ຄຸ້ມຄອງ ຊັພຍາກອນນ້ຳ ໃນເຂດບ້ານດັ່ງກ່າວ ຢ່າງຈິງຈັງ ບໍ່ແມ່ນເຫັນດີ ສນັບສນູນ ໃຫ້ຊາວບ້ານ ເຮັດຜິດກົດໝາຍ ຍ້ອນເປັນ ຍາຕິພີ່ນ້ອງ ກັນເທົ່ານັ້ນ.
ຂນະທີ່ ຢູ່ບ້ານຄົກຟາກ ກໍຍັງມີຊາວບ້ານ ຈຳນວນນຶ່ງ ເສບຕິດຢາບ້າ ຈະນິຍົມໃຊ້ ໝໍ້ໄຟຟ້າຊ໊ອດປາ ທີ່ຊື້ຈາກຕລາດຈີນ ມາຊ໊ອດປາ ຕາມແຄມຂອງ ເພື່ອເອົາເງິນນັ້ນ ມາຊື້ຢາບ້າ ມາເສບ. ແຕ່ເຈົ້າໜ້າທີ່ ຂັ້ນບ້ານ ບໍ່ສາມາດເອົາຜິດ ກັບຜູ້ກ່ຽວໄດ້ແລ້ວ ຍ້ອນວ່າ ຖືກ ຜູ້ກ່ຽວທຳຮ້າຍ ຊັບສິນ ຂອງຄອບຄົວ ຍ້ອນຜິດອົກຜິດໃຈກັນ ຈຶ່ງຢາກໃຫ້ເຈົ້າໜ້າທີ່ ຂັ້ນເມືອງ, ຂັ້ນແຂວງ ແກ້ໄຂບັນຫາດັ່ງກ່າວ ຢ່າງ ຈິງຈັງ ດັ່ງຊາວບ້ານ ຢູ່ບ້ານຄົກຟາກ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ໂອຍ ເຂົາກໍເວົ້າຊ່ຳນັ້ນ ເຂົາກໍວ່າຊ່ຳນັ້ນ ເຂົາກໍບໍ່ຟັງ ຄັນເຮົາເວົ້າຫຼາຍ ເຂົາກໍຊຸກເຮືອ ຊຸກແພເຮົາໄຫຼ ຜິດອົກ ຜິດໃຈໃຫ້ເຮົາ ທາງເມືອງ, ທາງແຂວງ ມາເຮັດເອົາເອງ.”
ຊາວບ້ານ ຢູ່ບ້ານຄົກຟາກ ເວົ້າຕື່ມວ່າ ຫາກໄປຕລາດໄຊຍະບູຣີ ຈະເຫັນປາເລັກ ປານ້ອຍ ຈຳນວນຫຼາຍ ວາງຈຳໜ່າຍ ຕາມທ້ອງຕລາດ ຈົນຂາຍບໍ່ອອກ ກໍຍ້ອນ ການລັກລອບຫາປາ ແບບໃຊ້ໄຟຟ້າຊ໊ອດ ຂອງຊາວບ້ານ ຈຳນວນນັ້ນຢູ່.
ສ່ວນຢູ່ບ້ານປາກຮຸ່ງ ພັດມີຊາວບ້ານ ກໍມີການ ລັກລອບຊ໊ອດປາ ແລະ ລະເບີດແບບດັບສູນ ເນື່ອງຈາກວ່າ ມີພໍ່ຄ້າຮັບຊື້ ເປັນປະຈຳ, ທີ່ຜ່ານມາ ມີເຈົ້າໜ້າທີ່ ຂັ້ນເມືອງ ລົງມາຈັບຜູ້ເຮັດຜິດ ໄປປັບໃໝ ແລະ ສຶກສາອົບຮົມ ແຕ່ຜູ້ກ່ຽວກໍບໍ່ຫຼາບຈຳ ກັບມາເຮັດຜິດຄືເກົ່າ. ດັ່ງຊາວບ້ານ ຢູ່ບ້ານປາກຮຸ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ກໍບໍ່ຮູ້ນຳເຂົາເຈົ້າ ແນວຄິດເຂົາເຈົ້າ ເປັນແນວໃດ ຄັນແມ່ນເຮົາ ເພິ່ນວ່າ ໄປປັບໃຫມ ມັນກະຊິຫຼາບເນິ ເຂົາເຈົ້າ ກໍບໍ່ເຄັດຫຼາບ ຈັ່ງຊີ້ນ່າ ເຂົາເຈົ້າ ກໍເຮັດຄືນໃໝ່ ເພາະພວກນີ້ ມັນແມ່ນພວກ ຫາເງິນຊຳບາຍນ່າ ພວກມີວຽກ ມີເງິນນີ້ແຫຼະ ບາງຄົນກໍຄ້າຂາຍ ມີຣົດ ມີລາແລ່ນ ເຂົາເຈົ້າເຮັດຢູ່ນ່າ.”
ຊາວບ້ານ ຢູ່ບ້ານປາກຮຸ່ງ ເວົ້າຕື່ມວ່າ: ພາຍໃນ 7 ບ້ານ ໄດ້ແກ່ ບ້ານຫ້ວຍຂົວຫຼວງ, ບ້ານປາກຮຸ່ງ, ບ້ານໂພນສີດາ, ບ້ານນາຂອນແກ່ນ ແລະ ບ້ານແກ້ວ ຈະເປັນບ້ານ ທີ່ຕິດຢູ່ແຄມຂອງ, ໂດຍສະເພາະຕອນແລງ ປະມານ 4-5 ໂມງ ຊາວບ້ານ ທີ່ໃຊ້ໝໍ້ໄຟຊ໊ອດປາ ແບບດັບສູນ ຈະລົງເຮືອ ລົງແພ ໄປຫາປາ ທຸກໆ ຣະດູ ບໍ່ແມ່ນແຕ່ວ່າ ຣະດູຝົນ ເນື່ອງຈາກນ້ຳຂອງ ພາຍໃນບ້ານ ມີນ້ຳຕລອດປີ.
ດ້ານເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າແຂວງ ກໍໄດ້ລົງຕິດຕາມກວດກາ ພໍ່ຄ້າ-ແມ່ຄ້າ ທີ່ຂາຍເຄື່ອງ ຢູ່ຕາມຫ້າງຮ້ານ ແລະ ຕລາດຕ່າງໆ ພາຍໃນແຂວງ ເປັນປະຈຳ, ແຕ່ກໍມີ ພໍ່ຄ້າ-ແມ່ຄ້າ ຈຳນວນນຶ່ງ ບໍ່ໃຫ້ຄວາມຮ່ວມມື ເຈົ້າໜ້າທີ່ ເອົາເຄື່ອງຊ໊ອດປາ ທີ່ລັກເຂົ້າມາຈາກຈີນ ເພື່ອມາຂາຍພາຍໃນແຂວງນັ້ນ ໄປເຊືຶ່ອງໄວ້ ໃນບ່ອນມິດຊິດ ບໍ່ໃຫ້ເຈົ້າໜ້າທີ່ ພົບເຫັນ.
ອີກທັງ ພາກສ່ວນ ທີ່ກ່ຽວຂ້ອງ ບໍ່ມີງົບປະມານ ໃນການລົງຕິດຕາມຈັບ ຊາວບ້ານ ທີ່ລັກຊ໊ອດປາ ຕາມແມ່ນ້ຳຂອງ ຢ່າງທົ່ວເຖິງ ຈຶ່ງເຮັດໃຫ້ບາງບ້ານ ທີ່ເປັນບ້ານຫ່າງໄກ ໂດຍສະເພາະ ບ້ານແກ້ວ, ບ້ານນາ,ຂອນແກ່ນ ແລະ ບ້ານໂພນສີດາ ບໍ່ສາມາດກວດກາໄດ້, ຈຶ່ງໄດ້ອາສັຍແຕ່ ຂັ້ນທ້ອງຖິ່ນ ເປັນແຫຼ່ງຂ່າວ ໃນການສົ່ງ ຂໍ້ມູນຜູ້ທີ່ເຮັດຜິດ ມາໃຫ້ຂັ້ນເມືອງ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:
“ມັນກໍ ຄຽງຄູ່ກັນແຫຼະ ນຶ່ງມາ ງົປມານ ກໍຮູ້ນຳກັນແຫຼະເນິ້ ອັນທີ່ສອງມາ ບາງບ່ອນ ຣະດູຝົນນີ້ ການໄປ-ມາ ກໍຫຍຸ້ງຍາກແດ່ ອັນທີ່ ສາມ ບາງເທື່ອ ໃນເຂດທີ່ວ່າ ເຮົາບໍ່ມີ ຄວາມສາມາດ ທີ່ຈະໄປ ມັນມີຄວາມ ອັນຕລາຍຕ່າງໆ ບາງເທື່ອກໍຕ້ອງໄດ້ ມີການພິຈະຣະນາ ບາງເທື່ອເຮົາກໍ ນຳໃຊ້ແຫຼ່ງຂ່າວ ຈາກທ້ອງຖິ່ນ.”
ນອກຈາກນີ້ ທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ກໍຍັງພຍາຍາມ ໃນການແກ້ໄຂບັນຫາ ການລັກລອບຊ໊ອດປາ ແບບດັບສູນ ຄື ບວດ ວັງສງວນ ຢູ່ບ້ານຫ້ວຍຂົວຫຼວງ ແລະ ບ້ານຄົກຟາກ ເພື່ອໃຫ້ເປັນເຂດ ອານຸຮັກສັດນ້ຳ ແລະ ປ່ອຍນ້ຳໃສ່ ໃນວັງສງວນດັ່ງກ່າວ ເພື່ອເພາະພັນສັດນ້ຳທຸກປີ ພ້ອມທັງມີ ເຮືອກ່ອງສ່ອງທາງໄກ ເສື້ອຊູຊີບ ເພື່ອໃຫ້ເຈົ້າໜ້າທີ່ ນຳໃຊ້ໃນການ ລາຕເວນ, ກວດກາ ຊາວບ້ານ ທີ່ລັກລອບຫາປາ ແບບຜິດກົດໝາຍອີກນຳ.
ອີງຕາມ ປະມວນກົດໝາຍອາຍາ ມວດທີ່ 9 ການກະທຳຜິດກ່ຽວກັບ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ມາຕຕາ 336 ການທຳລາຍ ຊັພຍາກອນນ້ຳ ຣະບຸວ່າ: ບຸກຄົນໃດ ຫາກໄດ້ໃຊ້ສານຜິດ, ວັດຖຸລະເບີດ, ສານເຄມີ, ກະແສໄຟຟ້າ ວິທີການປະມົງ ທີ່ຕ້ອງຫ້າມ ເຄື່ອງມືໃຊ້ ປໂຍດຈາກຜລິດພັນສັດນ້ຳ ຫຼື ທຳລາຍຊັພຍາກອນ ສັດນ້ຳ ເຊິ່ງກໍຄວາມເສັຽຫາຍ ຈະຖືກລົງໂທດ ຕັດອິສະຣະພາບ ແຕ່ 6 ເດືອນ ເຖິງ 3 ປີ ຫຼື ດັດສ້າງ ໂດຍບໍ່ຕັດ ອິສະຣະພາບ ແລະ ຈະຖືກປັບໃໝ ແຕ່ 10 ລ້ານກີບ ຫາ 50 ລ້ານກີບ.