ງົດສລອງ ວັນຄຣູແຫ່ງຊາດ ຍ້ອນ​ໂຄວິດ-19

ສຸພັດຕາ
2021.10.08
ງົດສລອງ ວັນຄຣູແຫ່ງຊາດ ຍ້ອນ​ໂຄວິດ-19 ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ
ນັກຂ່າວ ພົລເມືອງ

ຫຼາຍແຂວງ ຂອງລາວ ຈໍາເປັນຕ້ອງ ງົດສລອງ ວັນຄຣູ ແຫ່ງຊາດ ໃນປີນີ້ ເນື່ອງຈາກ ໂຄວິດ-19 ຍັງຣະບາດ ໃນຫຼາຍແຂວງ. ສະເພາະຢູ່ ແຂວງຄໍາມ່ວນ ປີນີ້ ບໍ່ໄດ້ຈັດ ພິທີສເລີມ ສລອງວັນຄຣູ ແຫ່ງຊາດ ເນື່ອງຈາກ ສ່ວນໃຫຍ່ ນັກຮຽນ ຊັ້ນຕຽມ ອະນຸບານ ໄປຮອດຊັ້ນ ມັທຍົມ ຍັງບໍ່ທັນໄດ້ ສັກວັກຊິນ ປ້ອງກັນໂຄວິດ-19 ອີກທັງຫຼາຍບ້ານ ພາຍໃນ ເມືອງທ່າແຂກ ຍັງເປັນເຂດແດງ ທີ່ມີການ ຣະບາດຂອງໂຄວິດ-19 ຈໍານວນຫຼາຍ ຈຶ່ງເຮັດໃຫ້ຕ້ອງ ຢຸດການ ມາເຂົ້າ ໂຮງຮຽນ ໃຫ້ຮຽນ ອອນລາຍນ໌ ໄປກ່ອນ, ອີງຕາມ ຄວາມເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ສຶກສາທິການ ແລະ ກິລາ ເມືອງທ່າແຂກ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ຕຸລາ 2021 ນີ້:
“ບໍ່ມີກິຈການ ຫຍັງໝົດ ປີນີ້ນ່າ ເພາະວ່າ ຍັງລ໊ອກດາວ ຄືເມືອງຍັງ ບໍ່ເປີດ ເປິດຫຍັງ ເພາະວ່າໄປການ ກໍຍັງປ່ຽນກັນ ມາປະຈໍາການ ເດັກນ້ອຍ ກໍຍັງບໍ່ໄດ້ສັກຢາ ເພາະວ່າ ສ່ວນຫຼາຍ ຢູ່ທ່າແຂກນີ້ ມັນກໍເປັນບ້ານແດງ ຫຼາຍແລ້ວ.”

ສ່ວນຢູ່ ແຂວງຈໍາປາສັກ ປີນີ້ກໍບໍ່ ໄດ້ຈັດພິທີ ສເລີມ ສລອງວັນຄຣູ ແຫ່ງຊາດ ຄືກັນ ເນື່ອງຈາກວ່າ ຫາກ ຈັດພິທີດັ່ງກ່າວ ຈໍາເປັນຕ້ອງ ໄດ້ຈໍາກັດຄົນ ເຂົ້າຮ່ວມພິທີ ຕາມມາຕການ ປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ຈຶ່ງເຮັດໃຫ້ ບໍ່ສາມາດ ຈັດກິຈກັມ ວັນຄຣູໄດ້ ຄືປີຜ່ານໆ ມາ, ດັ່ງເຈົ້າໜ້າທີ່ ຫ້ອງ ການ ສຶກສາທິການ ແລະ ກິລາ ເມືອງໂຂງ ແຂວງ ຈໍາປາສັກ ກ່າວວ່າ:
ນັກຮຽນ ກໍບໍ່ໄດ້ເຂົ້າ (ໂຮງຮຽນ) ຈັກຊິວ່າ ເຮັດຈັ່ງໃດ ເພາະວ່າ 9 ຄົນ, 10 ຄົນ, 20 ຄົນ ຈັກຊິເຮັດຈັ່ງໃດ ປະທານ ຂັ້ນເທິງ ມັນກໍໝົດໄປ ບາດນີ້ ຄຣູ 5-6 ຄົນ ມັນຊິເຮັດຈັ່ງໃດ ມັນກໍບໍ່ມີ ເຂົາກໍຢາກໃຫ້ນັກ ຮໍ່ານັກຮຽນ ເຂົ້າຄືທຸກປີ ທີ່ເຮົາ ອວຍພອນ ຕາມວາຣະຫັ້ນ.”

ຂນະດຽວ ກັນນັ້ນ ເນື່ອງໂອກາດ ໃນວັນຄຣູ ແຫ່ງຊາດ ປີນີ້ ຜູ້ທີ່ເຮັດວຽກ ໃນຂແນງການ ສຶກສາ ທັງ ຄຣູ-ອາຈານ ຕ່າງກໍ ຫວັງວ່າ ເງິນເດືອນ, ໂກຕ້າ ຣັຖກອນຄຣູ ແລະ ສວັດດີການ ຈະໄດ້ຮັບການ ປັບປຸງ ໃຫ້ດີຂຶ້ນ ກຸ່ມດັ່ງກ່າວ ຕ້ອງການ ຢາກໃຫ້ ຂັ້ນເທິງ ແກ້ໄຂບັນຫາ ດັ່ງກ່າວ, ດັ່ງນາຍ ຄຣູຄົນນຶ່ງ ຢູ່ ເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ:
“ທາງຂັ້ນເທິງ ເປັນໄປໄດ້ ໃຫ້ມີການ ປັບເພດານ ພື້ນຖານ ຂອງເງິນເດືອນ ກໍໍແຮງດີ ຫັ່ນແຫຼະເນາະ ອີງໃສ່ເສຖກິຈ ເງິນດໍ້າ ເງິນເດືອນເນາະ ຄັນທຽບໃສ່ ເສຖກິຈ ກໍໜ້ອຍລົງ ຫັ້ນແຫຼະເນາະ ມັນກໍຢູ່ບ່ອນເກົ່າຢູ່ ກໍຄືດຽວນີ້ ເຂົາເຈົ້າ ຄືບໍ່ໄດ້ ເຂົ້າຈັ່ງຊີ້ເນາະ ກໍຊອກທຸກສິ່ງ ທຸກຢ່າງ ຫັ້ນແຫຼະ.”

ຂນະທີ່ ນາຍຄຣູ ຢູ່ໂຮງຮຽນ ປະຖົມສຶກສາ ບ້ານໂນນອຸດົມ ເມືອງ ບາຈຽງຈະເລີນສຸກ ແຂວງຈໍາປາສັກ ກ່າວວ່າ ເນື່ອງໃນ ວັນສໍາຄັນ ດັ່ງກ່າວນີ້ ຢາກໃຫ້ ຂັ້ນເທິງ ເພີ່ມໂກຕ້າ ຈໍານວນຄຣູ ໃຫ້ໂຮງຮຽນ ເຂດຊົນບົດ ແຕ່ລະແຫ່ງ ເນື່ອງຈາກ ສະພາບໂຕຈິງ ແຕ່ລະ ໂຮງຮຽນ ປະຖົມ ໃນເຂດ ຫ່າງໄກ ສອກຫຼີກ ສ່ວນໃຫຍ່ ມີຄຣູບໍ່ພຽງພໍ ຈຶ່ງເຮັດໃຫ້ ການຮຽນ ການສອນ ບໍ່ໄດ້ເຕັມເມັດ ເຕັມໜ່ວຍ, ດັ່ງນາຍຄຣູ ຜູ້ນີ້ ກ່າວວ່າ:
“ອາສັຍສອນ 2 ຫ້ອງ ສອນຫ້ອງນີ້ ປະກິຈກັມແລ້ວ ໄປສອນ ຫ້ອງນັ້ນ ກິຈເຮົາແຕ່ ລະບົດສອນຢູ່ ແຕ່ມັນບໍ່ໄດ້ 100 ເປີເຊັນ ບໍ່ໄດ້ເຕັມ ມາຕຖານມັນ ເຣື່ອງຄວາມຮູ້ ມັນບໍ່ໄດ້ 100 ເປີເຊັນ ສອນໄປຫັ້ນແຫຼະ ອີງຕາມ ຄວາມຈໍາເປັນ ແລະກໍອີງຕາມ ພື້ນໃນໂຮງຮຽນແນ່.”

ສ່ວນ ຣັຖກອນຄຣູ ຢູ່ໂຮງຮຽນ ປະຖົົມ ບ້ານນາແຊງໃຫຍ່ ເມືອງພິນ ແຂວງສວັນນະເຂດ ກໍເປັນໂຕແທນຄຣູ ກ່າວກ່ຽວກັບ ຄຣູອາສາ ວ່າ ພາຍໃນ ໂຮງຮຽນແຫ່ງນີ້ ມີຄຣູອາສາ ທັງໝົດ 4 ຄົນ ແລະໄດ້ສອນນັກ ຮຽນມາເປັນເວລາ 4 ປີແລ້ວ ຊຶ່ງແຕ່ລະປີ ກໍບໍ່ໄດ້ເງິນເດືອນ ແລະ ຍັງບໍ່ໄດ້ ຮັບໂກຕ້າເຂົ້າບັນຈຸເປັນ ຣັຖກອນເລີຍ ຈຶ່ງຢາກໃຫ້ ພາກຣັຖ ມີນະໂຍບາຍ ໃຫ້ເງິນເດືອນ ຄຣູອາສາ ເພື່ອໃຫ້ ຄຣູອາສາ ມີກໍາລັງໃຈ ໃນການສອນ ໃຫ້ດີຂຶ້ນ ເພື່ອພວກເຂົາເຈົ້າ ຈະບໍ່ໄດ້ໄປເຮັດ ອາຊີບເສີມ:
“ຄຣູອາສາ ເພາະວ່າສອນ ຫຼາຍປີແດ່ ແລ້ວເງິນເດືອນ ບໍ່ໄດ້ ຖ້າວ່າ ມີເງິນດໍ້າ ເງິນເດືອນ ມີເງິນເດືອນ ຈະເຮັດໃຫ້ ເຂົາສອນ ເອົາໃຈໃສ່ຢູ່ ວ່າຊັ້ນສາ ຈະເຮັດໃຫ້ ການສິດສອນ ເຂົາດີຂຶ້ນ ນັ້ນແຫຼະ.”

ໃນຂນະດຽວກັນ ຊາວບ້ານຢູ່ແຂວງຄໍາມ່ວນ ກ່າວວ່າ ເນື່ອງໃນວັນຄຣູ ແຫ່ງຊາດປີນີ້ ຢາກໃຫ້ ພາກຣັຖ ເອົາ ໃຈໃສ່ປັບປຸງ ວິຊາຊີບຄຣູ ວ່າດ້ວຍເຣື່ອງ ສວັດດີການ, ການຝຶກອົບຮົມ ບໍາລຸງໃຫ້ຄຣູ ຊົນບົດ ມີວິທີການ ສອນນັກຮຽນ ຊັ້ນປະຖົມ ໃຫ້ເຂົ້າໃຈ ເພື່ອໃຫ້ ລູກຫຼານ ໄດ້ຮຽນຢ່າງ ມີຄຸນນະພາບ ເນື່ອງຈາກທີ່ຜ່ານມາ ນາຍຄຣູຢູ່ ເຂດຊົນບົດ ບາງຄົນ ບໍ່ຕັ້ງໃຈສອນ ນັກຮຽນ ຈຶ່ງເຮັດໃຫ້ ການຮຽນ ການສອນ ບໍ່ມີຄຸນນະພາບ, ດັ່ງຊາວບ້ານຜູ້ນີ້ ກ່າວວ່າ:
“ຄືຍົກຕົວຢ່າງເນາະ ນາຍຄຣູ ຈົດບົດຮຽນໃຫ້ ແລ້ວ ພັດໃຫ້ ນັກຮຽນເບິ່ງນໍາ ກະດອກ ກະດານອະທິບາຍໄປ ແລ້ວກໍນັ່ງເຂັ່ຽ ໂທຣະສັບ ສາກ່ອນ ບາດເດັກນ້ອຍ ຄັນເວົ້າຊໍ່ານັ້ນ ກໍບໍ່ໄດ້ເດ້ ເຮົາຕ້ອງໄດ້ເວົ້າຕລອດ ໂຮງຮຽນເອກຊົນເນາະ ເຂົາເຈົ້າເວົ້າ ຕລອດຫັ້ນນ່າ ເຂົາກໍເຂົ້າໃຈ ເດັກນ້ອຍ ອັນນີ້ຈົດໃຫ້ແລ້ວ ຈົດແຕ່ຫົວຂໍ້ ອ່ານເດີ້ທ້າວ ກ, ທ້າວ ຂ, ມາອ່ານຕາມນາຍ ຄຣູຫັ້ນນ່າ ມັນບໍ່ໃຫ້ ຄວາມສໍາຄັນປານໃດ.”

ນອກຈາກນີ້ ເນື່ອງໃນ ໂອກາດ ສເລີມ ສລອງ ວັນຄຣູ ແຫ່ງຊາດປີ 2021 ນີ້ ທ່ານ ພຸດ ສິມມາລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ກ່າວເຖິງ ຄວາມສໍາຄັນ ຂອງວັນຄຣູ ແຫ່ງຊາດ ໃນຮູບແບບທາງໄກ ວ່າ ວັນທີ່ 7 ເດືອນຕຸລາ 2021 ເປັນວັນ ຄົບຮອບ 27 ປີ ວັນຄຣູ ແຫ່ງຊາດ ຊຶ່ງຣັຖບານລາວ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ວຽກງານ ການສຶກສາ ແລະຖືເອົາ ອາຊີບ ຄຣູສອນ ເປັນອາຊີບ ທີ່ສໍາຄັນ ທີ່ຈະພັທນາ ຊັພຍາກອນມະນຸດ ເນື່ອງຈາກຄຣູ ມີບົດບາດ ສໍາຄັນ ໃນການສ້າງອະນາຄົດ ໃຫ້ຄົນແຕ່ລະຣຸ້ນ ເພື່ອໃຫ້ປະເທດຊາດໄດ້ຈະເຣີນຮຸ່ງເຮືອງ ໂດຍສະເພາະຫຼຸດຜ່ອນຊ່ອງວ່າງອັດຕຣາການບໍ່ຮູ້ໜັງສືຂອງເດັກນ້ອຍນັກຮຽນບັນດາເຜົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.