ເຣື້ອງທີ່ເກັບບັນທຶກໄວ້
2022-12-27
ຊາວລາວເຜົ່າມົ້ງ ຈັດງານບຸນກິນຈຽງ ຫຼືບຸນປີໃໝ່ຢ່າງຍິ່ງໃຫຍ່ ໂດຍສະເພາະ ຢູ່ແຂວງຊຽງຂວາງ ໃນງານປີນີ້ ຊາວເຜົ່າມົ້ງ ແລະຊາວລາວ ຈຳນວນຫຼາຍ ໄປຮ່ວມຫຼິ້ນບຸນ ຢ່າງຄຶກຄັກ ເພາະມີກິຈກັມ ຫຼາຍຢ່າງ ເປັນຕົ້ນ ການສະແດງດົນຕຣີ ຂອງຊາວເຜົ່າມົ້ງ.
2022-12-26
ວັນທີ 25 ເດືອນທັນວາ, ສໍາລັບ ຊາວຄຣິສຕຽນແລ້ວ ຖືເປັນວັນຄ້າຍວັນປະສູດ ຂອງພຣະເຢຊູເຈົ້າ ຊຶ່ງເອີ້ນກັນວ່າ ວັນບຸນ ຄຣິສທ໌ມາສ (Christmas Day).
2022-11-27
ໂຮງຮຽນ ບ້ານຫ້ວຍຊາຍນ້ອຍ ຍັງຂາດແຄນຄຣູ, ນະຄອນຫຼວງ ແຈ້ງເກັບເງິນ ສນັບສນຸນ ຂະບວນນັກກິລາ, ເຈົ້າໜ້າທີ່ໄທ ຈັບຄົນທີ່ລັກລອບນໍາເຂົ້າ ລູກເສືອໂຄ່ງ 4 ໂຕ ຈາກລາວ, ມີສຽງວິພາກ-ວິຈານ ກໍຣະນີ ເຈົ້າໜ້າທີ່ຣັຖ ນັ່ງສູງກວ່າ ພຣະສົງຄ໌.
2022-11-18
ໃນວັນທີ 15 ພຶສຈິກາ 2022 ທີ່ຜ່ານມານີ້ ທາງການແຂວງໄຊສົມບູນ ໄດ້ຈັດພິທີທາງສາສນາ ແຕ່ໃນພິທີດັ່ງກ່າວນັ້ນ ເຈົ້າໜ້າທີ່ພາກຣັຖ ພັດໄດ້ນັ່ງສູງກວ່າພຣະສົງ ເຊິ່ງເປັນເຣື່ອງທີ່ຊາວລາວ ຫຼາຍຄົນ ທີ່ນັບຖືສາສພຸທ ເຫັນວ່າ ເປັນເຣື່ອງບໍ່ເໝາະສົມ.
2022-11-10
ການແຫ່ ນາງອັບສອນ ຂຶ້ນສະຫລ່ຽງ ອ້ອມພຣະທາດຫລວງ ຊັ້ນໃນ ໂດຍຜິດຕໍ່ປະເພນີ ທີ່ເຄີຍປະຕິບັດກັນມາ ຊຶ່ງເປັນທີ່ຕ່ຳນິ ຕິຕຽນຂອງມະຫາຊົນຊາວລາວ ຜູ້ໄດ້ພົບເຫັນ ເຫດການດັ່ງກ່າວ ຊຶ່ງເປັນການແຫ່ ທີ່ບໍ່ເໝາະສົມ ຕາມກາລະ ເທສະ ຄືແຫ່ບໍ່ຖືກເວລາ, ບໍ່ຖືກສະຖານທີ່.
2022-11-08
ຊາວລາວ ໃນຫລາຍແຂວງ ຮ່ວມຕັກບາຕ ແລະ ສເລີມສລອງ ບຸນນະມັສການ ພຣະທາດຫລວງ ແລະ ບຸນເດືອນ 12 ຢ່າງຫລວງຫລາຍ ຂະນະທີ່ ແຂວງບໍ່ແກ້ວ ປະກາດໃຫ້ ພຣະທາດສຸວັນນະຜ້າຄຳ ເປັນມໍຣະດົກແຫ່ງຊາຕ.
2022-11-07
ຊາວລາວ ໄປທ່ຽວບຸນທາດຫລວງ ເປັນຈຳນວນຫລາຍ ແລະມີຄວາມເບີກບານ ມ່ວນຊື່ນຫລາຍທີ່ສຸດ ໃນປີນີ້ ຊຶ່ງຕ່າງຈາກ 2 ປີຜ່ານມາ ທີ່ໂຄວິດ-19 ຣະບາດແຮງ, ເສັຍແຕ່ວ່າຫົນທາງ ແອອັດ ເຮັດໃຫ້ຣົຖຕິດຫລາຍຂຶ້ນ.
2022-11-01
ທ່ານ ປີເຕີ້ຣ໌ ເຮມ໋ອນ ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ໄດ້ຈັດພິທີ ລົງນາມ ໃຫ້ທຶນ ຊ່ອຍເຫຼືອ ຈຳນວນ 49,800 ໂດລ້າຣ໌ ສະຫະຣັຖ ສນັບສນູນ ໂຄງການ ອະນຸຮັກຮູບແຕ້ມ ຝາຜນັງ ວັດເກົ່າສມັຍບູຮານ 3 ວັດ ໃນແຂວງສວັນນະເຂດ.
2022-10-31
ຊາວລາວ ຫລາຍຄົນຕຣຽມໄປຮ່ວມງານ ບຸນພຣະທາຕຫລວງ ຢ່າງຫລວງຫລາຍ ຂະນະທີ່ ຫລາຍຄົນກໍເຊື່ອວ່າ ສິນຄ້າພາຍໃນ ຈະຍັງຄົງມີລາຄາແພງ ຕາມສະພາວະເສຖກິຈຕົກຕ່ຳ ແລະເງິນເຟີ້ ຊຶ່ງສ້າງຜົລກະທົບຕໍ່ການໃຊ້-ຈ່າຍ ຂອງປະຊາຊົນລາວ ຈຳນວນຫຼາຍ.
2022-10-11
ເກີດເຫດ ເຮືອຫລົ້ມໃນບຸນຊ່ວງເຮືອ ຢູ່ແຂວງໄຊຍະບູຣີ ຂະນະທີ່ ຜູ້ເຂົ້າຮ່ວມງານບຸນ ຢາກໃຫ້ພາກສ່ວນກ່ຽວຂ້ອງ ມີມາຕການຮັກສາ ຄວາມປອດພັຍ ໃຫ້ແກ່ຜູ້ເຂົ້າຮ່ວມແຂ່ງຂັນ ແລະຫຼ້າສຸດນີ້ ໄດ້ພົບສົບ ຜູ້ເສັຽຊີວິຕ ຈາກເຮືອຊ່ວງຫຼົ້ມ ໃນລະຫວ່າງ ການແຂ່ງຂັນແລ້ວ.
2022-10-11
ຫລາຍແຂວງໃນລາວ ຈັດງານບຸນຊ່ວງເຮືອ ຢ່າງຄຶກຄື້ນ ຂະນະທີ່ສິນຄ້າ ປະເພດອາຫານ ເຄື່ອງດື່ມ ຢູ່ພາຍໃນງານ ລາຄາແພງຂຶ້ນຫລາຍ ຊຶ່ງມີສາເຫດຫຼັກມາຈາກ ສະພາວະເສຖິຈຕົກຕໍ່າ, ເງິນກີບອ່ອນຄ່າ, ສິນຄ້າຫຼາຍຣາຍການ ນຳເຂົ້າຈາກຕ່າງປະເທດ.
2022-09-15
ຊາວຄຣິສຕຽນລາວ ຈໍານວນນຶ່ງຢູ່ເມືອງເມິງ ແຂວງບໍ່ແກ້ວ ຖືກທາງການ ສຶກສາອົບຮົມ ໂດຍໃຫ້ເຫດຜົລວ່າ ພວກເຂົາເຈົ້າຫລົງຜິດ ແລະເຄື່ອນໄຫວ ທາງດ້ານສາສນາ ເກີນຂອບເຂດ ທີ່ໄດ້ຮັບອະນຸຍາດ, ເຮັດໃຫ້ຊາວຄຣິສຕຽນ ໃນລາວບໍ່ພໍໃຈ.
2022-07-30
ບັນດາແຟນເພງ ແລະ ສິລປິນ ໄວ້ອາລັຍ ເຈົ້າຂອງ ສຽງເພງອະມະຕະ “ເພັດໃນຕົມ”, ທ່ານ ພອນເທພ ເທພພິທັກສ໌, ທີ່ໄດ້ເຖິງແກ່ກັມ ໃນວັນທີ 28 ກໍຣະກະດາ ປີ 2022, ຊຶ່ງພິທີ ຊາປະນະກິດສົບ ຈັດຂຶ້ນ ໃນວັນເສົາ ທີ 30 ກໍຣະກະດາ.
2022-07-25
ສັມພາດ ສິລປິນ ຄຳຕຸ່ນ ວົງສນິດ, ມາກດ້ວຍຄວາມສາມາດ--ຫລິ້ນດົນຕຣີ, ປະພັນ ແລະ ຮ້ອງເພງ-- ເຈົ້າຂອງສຽງເພງ ໂຊກຕ່າງລ່າ, ອົ່ງຕົ່ງ, ຄັກເຈົ້າລະບໍ່, ແຈ້ງຈ່າງປ່າງ ແລະ ອີກຫຼາຍໆເພງດັງ.
2022-07-11
ຊາວຄຣິສຕຽນ ຢູ່ບ້ານປົ່ງໃໝ່ ເມືອງທ່າແຕງ ແຂວງເຊກອງ ຖືກນາຍບ້ານ ແລະກຸ່ມຊາວບ້ານ ມ້າງເຮືອນ ພ້ອມຂັບໄລ່ໃຫ້ ຄອບຄົວ ຊາວຄຣິສຕຽນ ດັ່ງກ່າວ ອອກໄປຈາກບ້ານ ຍ້ອນວ່າ ບໍ່ພໍໃຈທີ່ ສມາຊິກ ຄອບຄົວນີ້ ນັບຖືສາສນາ ຄຣິສຕຽນ.