ສລອງ ບຸນນະມັສການ ພຣະທາດຫຼວງ ຢ່າງຄຶກຄື້ນ

ຈຳປາທອງ
2022.11.07
ສລອງ ບຸນນະມັສການ ພຣະທາດຫຼວງ ຢ່າງຄຶກຄື້ນ ນີ້ແມ່ນບັນຍາກາດ ບຸນນະມັສການ ພຣະທາດຫຼວງວຽງຈັນ ທັງໃນຕອນກາງເວັນ ແລະ ຕອນກາງຄືນ ຂອງວັນທີ 5 ພຶສຈິກາ ປະຈຳ ພ.ສ. 2565 (ຄ.ສ. 2022).
Photo: RFA

ຊາວລາວ ພາກັນໄປທ່ຽວ ບຸນທາດຫລວງ ທີ່ນະຄອນຫລວງວຽງຈັນ ຫລາຍ ໃນປີ 2022 ນີ້. ງານບຸນຖືກຈັດຂຶ້ນ ແຕ່ມື້ວັນທີ 4 ເຖິງວັນທີ 8 ພຶສຈິກາ. ມີກິຈກໍາຫລາຍຢ່າງ ຮວມທັງຄອນເສີດ, ຮ້ານຂາຍອາຫານ, ເຄື່ອງດື່ມ  ແລະທັງຮ້ານຂາຍສິນຄ້າຕ່າງໆ ບໍ່ຕໍ່າກວ່າ 1,000 ຮ້ານ. ນອກຈາກຄົນລາວແລ້ວ ຄົນຕ່າງປະເທດ ກໍໄປທ່ຽວນໍາ, ເສັຍແຕ່ວ່າຖົນນົນ ຫົນທາງໄປ-ມາ ແອອັດ, ຣົຖຕິດກັນຫລາຍ.

ໃນຕອນບ່າຍຂອງວັນທີ 7 ພຶສຈິການີ້ ມີການແຫ່ປະສາດເຜິ້ງ  ແລະຕອນເຊົ້າວັນທີ 8 ພຶສຈິກາ ຈະມີການຕັກບາດ.

ດັ່ງເຈົ້າໜ້າທີ່ ຈັດງານບຸນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ພຶສຈິການີ້ວ່າ:

ໂດຍ ມື້ນີ້ວັນທີ 7 ຊຶ່ງວ່າມື້ນີ້ຈະມີແຮ່ຫາສາດເຫິ້ງ ແຕ່ວ່າມື້ອື່ນ ແມ່ນຈະມີການຕັກບາດ ຕອນເຊົ້າ ແລ້ວກະຖືວ່າສິ້ນສຸດບຸນ. ຄຶກຄຶ້ນແຮງເພາະວ່າຕ່າງຊາຕ ແລະກະເພື່ອນບ້ານ ເຂົ້າມາຫລີ້ນຫລາຍນະ ເຈົ້າ ເພິ່ນເຮັດໃຫຍ່ທີ່ສຸດ ເພາະວ່າບໍ່ໄດ້ຈັດມາປະມານ 2 ປີເຄິ່ງແລ້ວນ່າ.

ທ່ານກ່າວຕື່ມວ່າ ໃນມື້ວັນທີ 8 ພຶສຈິກາ ຊຶ່ງເປັນມື້ສຸດທ້າຍ ຂອງງານບຸນນະມັສການ ພຣະທາດຫລວງປີນີ້ ພິທີຕັກບາດ ຖວາຍສັງຄະທານ ຈະເຣີ່ມແຕ່ເວລາ 7 ໂມງເຊົ້າ ເປັນຕົ້ນໄປ  ແລະໃນເວລາ 11 ໂມງເຊົ້ານັ້ນ ກໍຈະມີການແຂ່ງຂັນກິລາຕີຄີ ຊຶ່ງເປັນກິລາພື້ນເມືອງລາວ ທີ່ຖືກໃຊ້ຫລິ້ນໃນງານ ບຸນທາດຫລວງ.  ຫລັງຈາກນັ້ນ ກໍເປັນອັນຊິ້ນສຸດ ຂອງງານບຸນນີ້ ຢ່າງເປັນທາງການ.

ບັນຍາກາດ ຂອງງານບຸນທາດຫລວງ ປີນີ້ ຄຶກຄື້ນດີ ພາຍຫລັງທີ່ບໍ່ໄດ້ຈັດ ງານບຸນໃຫຍ່ ມາໄດ້ 2 ປີ ຍ້ອນການຣະບາດ ຂອງໂຄວິດ-19.

ແມ່ຄ້າຂາຍອາຫານ ນາງນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມີຊາວລາວ ຈໍານວນນຶ່ງ ພາກັນໄປທ່ຽວບຸນ, ຟັງເພັງ, ເບິ່ງຄອນເສີດ, ນັກຮ້ອງຈາກປະເທດໄທຍ ກໍມາສະແດງໃນມື້ວັນທີ 5 ພຶສຈິກາ, ໄປກິນ, ໄປດື່ມ, ໄປຊື້ເຄື່ອງໃຊ້ ຂອງສອຍກໍມີ, ບຸນທາດຫລວງປີນີ້ມ່ວນຢູ່.

ໂດຍມ່ວນຢູ່ ບັກຫລາຍໆ ຂະເຈົ້າກະມາສູ່ມື້ໆ ບັກຫລາຍໆຄົນເດ໋ ຄົນລາວກະມາທ່ຽວກັນ ອາຫານເປັນເຄື່ອງດື່ມ ເປັນນໍ້າເປັນເບັຽເປັນອາຫານຕາມສັ່ງ ເປັນສົ້ມຕໍາແມ່ນຫຍັງເຮົາກະມີຄົບທຸກຢ່າງເລີຍ.

ແມ່ນຄ້າຂາຍ ອາຫານອີກຜູ້ນຶ່ງ ກໍເວົ້າວ່າ ບຸນທາດຫລວງປີນີ້ ຜູ້ຄົນມາທ່ຽວຫລາຍ ຣົຖຈັກ ຣົຖໃຫຍ່ເຕັມຕາມຖນົນຫົນທາງ, ບໍ່ມີບ່ອນຈອດຣົຖ, ຢູ່ແຖວນາງຂາຍອາຫານ ຣົຖກໍເຕັມ ແຕ່ກໍພໍໄດ້ຂາຍຢູ່, ບໍ່ຂາດທຶນ.

ຊ່ວງນີ້ເປັນງານບຸນເດ໋ເນາະ ບຸນພຣະທາດຫລວງ ຕອນແລງນີ້ເຮົາຊິເຕັມໝົດເລີຍແຖວນີ້ ລູກຄ້າ ກະພໍມີຢູ່.

ແມ່ຄ້າຂາຍອາຫານ ອີກນາງນຶ່ງກໍເວົ້າວ່າ ການຂາຍອາຫານ ແລະຂາຍສິນ ຄ້າອື່ນໆຢູ່ໃນງານບຸນທາດຫລວງປີນີ້  ຖືວ່າ ບໍ່ໄດ້ຂາຍດີປານໃດ, ພໍໄດ້ຂາຍແບບບໍ່ຂາດທຶນ, ບໍ່ຄືແຕ່ກີ້ ຮ້ານອາຫານນ້ອຍໆ ກໍພໍໄດ້ຂາຍ.

ເຂົາຊື້ກິນ ໄດ້ຂາຍຢູ່ ຊື້ຢູ່ ຫາກບໍ່ຫລາຍ ບໍ່ຄືແຕ່ກີ້ ຮ້ານອາຫານນ້ອຍໆ ພໍໄດ້ຂາຍຢູ່.

ຊາວ ນະຄອນຫລວງວຽງຈັນ ຜູ້ນຶ່ງ ທີ່ໄດ້ໄປທ່ຽວບຸນທາດຫລວງ ເວົ້າວ່າ ປີນີ້ບຸນໃຫຍ່, ບັນຍາ ກາດໃນງານບຸນຄຶກຄື້ນດີ, ມີທັງຄົນລາວ ແລະຄົນຕ່າງປະເທດ, ໄດ້ຊື້ເຄື່ອງຂອງມາໃຊ້, ລາຄາກໍບໍ່ແພງ.

ຄົນຫລາຍ ເຈົ້າ ລາຄາສິນຄ້າ ກະບໍ່ແພງໄດ໋ລະ ເພິ່ນຂາຍເຄື່ອງບຸນ ກະທັມດາ ລາຄາປົກຕິ ປີນີ້ເພິ່ນເຮັດບຸນໃຫຍ່.

ປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ງານບຸນທາດຫລວງປີນີ້ ຜູ້ຄົນມາທ່ຽວຫລາຍ ເຮັດໃຫ້ ຫາບ່ອນຈອດຣົຖຈັກ, ຣົຖໃຫຍ່ຍາກ, ຫາກຫາບ່ອນຈອດບໍ່ໄດ້ ກໍຕ້ອງໄດ້ໄປຈອດຢູ່ບ່ອນຝາກຣົຖ,ໄດ້ຈ່າຍເງິນປະມານ 8 ພັນ ຫລື 10 ພັນກີບຕໍ່ຄັນ.

ຄົນຢາກຫລາຍໜ້ອຍນຶ່ງ ແຕ່ຂະເຈົ້າກະມີບ່ອນຝາກຣົຖ ອີ່ຫຍັງຫັ້ນແຫລະ ແລ້ວກະໄດ້ຍ່າງ ແລ້ວມັນຈະຂ້ອນຂ້າງເດີ່ນກວ້າງນ້ອຍນຶ່ງ.

ບຸນທາດຫລວງ ເປັນບຸນປະເພນີ ປະຈໍາຊາຕ ຂອງລາວ ທີ່ມີການສລອງສືບທອດ ກັນມາທຸກໆປີ ຕັ້ງແຕ່ຫລາຍເຊັ່ນຄົນມາແລ້ວ.

ງານບຸນທາດຫລວງປີນີ້ ແມ່ນທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ເປັນຜູ້ເປີດພິທີ ຢ່າງເປັນທາງການໃນຕອນແລງ ຂອງວັນທີ 4 ພຶສຈິກາ 2022.

ໃນທຸກໆຄືນ ມີການສະແດງສິລປະ, ວັນນະຄະດີ ໂດຍມີຄະນະສິລປະກອນສູນກາງ, ສິລປະກອນແຂວງ ແລະພາກສ່ວນອື່ນໆ ຢູ່ນະຄອນຫລວງວຽງຈັນ.

ໃນງານບຸນ ມີການວາງສະແດງສິນຄ້າ ປະເພດຕ່າງໆ ທັງຂອງຣັຖ ແລະຂອງເອກກະຊົນ ຢ່າງຫລວງຫລາຍ, ມີຮ້ານຄ້າບໍ່ຕໍ່າກວ່າ 1,000 ຮ້ານເຂົ້າຮ່ວມ.

ອໍານາດການປົກຄອງ ນະຄອນຫລວງວຽງຈັນ ອໍານວຍຄວາມສະດວກ ໃຫ້ຜູ້ທີ່ຢາກໄປທ່ຽວບຸນທາດຫລວງ ໃນປີນີ້ດ້ວຍການໃຊ້ຣົຖເມ 25 ຄັນໂດຍບໍ່ໄດ້ເສັຍຄ່າ ແຕ່ວັນທີ 4 ຫາວັນທີ 8 ພຶສຈິການີ້, ໃຫ້ບໍຣິການ 10 ຖ້ຽວຕໍ່ມື້ ໃນເຂດ 5 ຕົວເມືອງ ຄື ເມືອງສີໂຄດຕະບອງ, ຈັນທະບູຣີ, ສີສັດຕະນາກ, ໄຊເສດຖາ ແລະເມືອງໄຊທານີ, ເຣີ່ມແຕ່ເວລາ 6 ໂມງແລງເຖິງ 11 ໂມງກາງຄືນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.