ຊາວຄຣິສຕຽນ ຢູ່ເຊກອງ ຖືກນາຍບ້ານ ສັ່ງມ້າງເຮືອນ
2022.07.11
ໃນວັນທີ 30 ມິຖຸນາ ທີ່ຜ່ານມານີ້ ຄອບຄົວຊາວຄຣິສຕຽນ ລາວຄອບຄົວ 1 ທີ່ມີສະມາຊິກ ປະມານ 5 ຄົນ ຢູ່ບ້ານປົ່ງໃໝ່ ເມືອງທ່າແຕງ ແຂວງເຊກອງ ຖືກນາຍບ້ານ ແລະກຸ່ມຊາວບ້ານ ພາກັນມ້າງເຮືອນຖິ້ມພ້ອມທັງ ຂັບໄລ່ອອກຈາກບ້ານ ຍ້ອນບໍ່ພໍໃຈທີ່ຄອບຄົວດັ່ງກ່າວ ເຊື່ອຖືສາສນາຄຣິສ ໂດຍສະມາຊິກຄົນນຶ່ງ ໃນຄອບຄົວ ຊຶ່ງເປັນແມ່ຍິງໄດ້ຖືກທຳຮ້າຍ ຮ່າງກາຍຈົນໜ້າບວມນຳດ້ວຍ.
ພາຍຫຼັງເຫດການດັ່ງກ່າວ ທາງຄອບຄົວໄດ້ພາກັນ ໄປອາໄສຢູ່ຫ້ອງການ ພາຍໃນເມືອງທ່າແຕງ ເປັນເວລາ 1 ຄືນ ແລ້ວຖືກໄລ່ໜີ ແລະຕໍ່ມາກໍໄດ້ໄປອາໄສຢູ່ຫ້ອງການ ປກສ ເມືອງທ່າແຕງ ເປັນເວລາ 2 ຄືນ ແລ້ວຖືກໄລ່ໜີຄືກັນ ເຮັດໃຫ້ຕ້ອງໄປສ້າງຕູບຊົ່ວຄາວ ອາໄສຢູ່ສວນກາເຟແຫ່ງນຶ່ງ ແລະອາໄສແບບທຸກຍາກ.
ດັ່ງສະມາຊິກ ໃນຄອບຄົວນາງນຶ່ງ ກ່າວໃນສື່ສັງຄົມອ໋ອນລາຍນ໌ ໃນວັນທີ 10 ກໍຣະກະດາ ທີ່ຜ່ານມາວ່າ:
“ຂະນ້ອຍເລົ່າເຣື່ອງ ເຫດການທາງພາຍໃນ ກາບໍ່ເຊື່ອ. ຂະນ້ອຍວ່າ ຂະນ້ອຍຫັ້ນ ບໍ່ຟັງຄວາມບ້ານ ເມືອງ. ເຂົາກາໄດ້ໄລ່ ຂະນ້ອຍໄປໃສ ກາໄປ ລາວວ່າຢູ່ຫ້ອງການຕຳຣວດ ທາງນັ້ນ ເຂົາກາໄລ່ອີກ ວ່າຜິດກົດໝາຽ ບໍ່ໃຫ້ນອນແນວນີ້ ເຮົາໄປລ່ວງເຂົາ.”
ຍານາງກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ທາງນາຍບ້ານ ກໍໄດ້ແຈ້ງມາວ່າ ຄອບຄົວຂອງລາວ ຈະກັບໄປຢູ່ບ້ານ ຕາມປົກກະຕິ ກໍສາມາດກັບໄປຢູ່ໄດ້ ແຕ່ຕ້ອງປະລະການເຊື່ອຖື ສາສນາຄຣິສ ຈຶ່ງຈະອະນຸຍາດໃຫ້ກັບເຂົ້າບ້ານ, ແຕ່ລາວເອງ ກໍບໍ່ຢາກກັບໄປ ເພາະວ່າບໍ່ຢາກປະລະ ການເຊື່ອຖືສາສຄຣິສ ແລະຄັນກັບໄປກໍຢ້ານວ່າ ຈະບໍ່ມີຄວາມປອດພັຍ ດັ່ງນັ້ນຈຶ່ງຮຽກຮ້ອງ ຂໍຄວາມເປັນທັມ ໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂແບບຮີບດ່ວນ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຫ້ອງການພາຍໃນ ແລະຫ້ອງການ ປກສ ເມືອງທ່າແຕງ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ຍັງບໍ່ສາມາດຕິດຕໍ່ ຫາເຈົ້າໜ້າທີ່ໄດ້ເທື່ອ.
ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ ຫາຄອບຄົວຊາວຄຣິສຕຽນລາວ ດັ່ງກ່າວ ແຕ່ກໍຍັງບໍ່ສາມາດຕິດຕໍ່ ຫາໄດ້ເຊັ່ນດຽວກັນ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງການ ແນວລາວສ້າງຊາດ ແຂວງເຊກອງນາງນຶ່ງກ່າວວ່າ ປັດຈຸບັນພາກສ່ວນກ່ຽວຂ້ອງ ຂັ້ນເມືອງທ່າແຕງ ກໍໄດ້ຮັບຮູ້ບັນຫາ ແລະພວມແກ້ໄຂຢູ່ ໃນເວລານີ້ ສ່ວນສຳລັບຣາຍລະອຽດນັ້ນ ຍັງບໍ່ສາມາດແຈ້ງໃຫ້ຮູ້ໄດ້ເທື່ອ.
ດ່ັງ ຍານາງກ່າວວ່າ:
“ເຣື່ອງໂຕນີ້ ນີ້ບໍ່ເຂົ້າໃຈຄືກັນ ຢາກເພິ່ນ ໄປທາງໃດ ເພາະວ່າ ມັນມີໜ່ວຍງານນຶ່ງຫັ້ນນ່າ ຕ່າງຫາກແຕ່ວ່າ ເຮົາບໍ່ຮູ້ເຣື່ອງປານໃດ ຫັ້ນນ່າເນາະ.”
ທາງດ້ານເຄືອຂ່າຍ ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ທ່ານນຶ່ງທີ່ຕິດຕາມເຣື່ອງນີ້ຢູ່ ກ່າວວ່າ ປັດຈຸບັນຊາວຄຣິສຕຽນລາວຄ ອບຄົວດັ່ງກ່າວ ຍັງອາໄສຢູ່ຕູບນ້ອຍ ໃນສວນກາເຟ ແລະກໍຍັງບໍ່ທັນເຫັນວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການຊ່ອຍເຫຼືອ ແລະແກ້ໄຂແນວໃດເທື່ອ.
ດັ່ງ ທ່ານກ່າວວ່າ:
“ປັດຈຸບັນນີ້ ກາຢູ່ຕາມແບບວ່າ ເຮັດຕູບທັມດານີ້ແຫຼະ ທາງບ້ານນີ້ ເຂົາມ້າງເຮືອນ ນີ້ເອີ້ນວ່າ ເຮືອນແປງເຮືອນໃຫຍ່ ແລ້ວເຂົາກາຍ້າຍຈາກບ້ານ ແລ້ວໄປຢູ່ຫ້ອງການ ພາຍໃນເມືອງ ຫຼັງຈາກພາຍໃນເມືອງ ກໍເຂົາບໍ່ໃຫ້ຢູ່ ແລ້ວເຂົາກາໄປຢູ່ ຫ້ອງການຕຳຣວດເມືອງ ອີກແຕ່ວ່າຕຳຣວດເມືອງ ກາໄລ່ໜີແຫຼະ.”
ໃນຂະນະທີ່ ທາງເຄືອຂ່າຍຄຣິສຕະຈັກຂ່າວປະເສີດ ທ່ານນຶ່ງທີ່ຂໍສງວນຊື່ແລະສຽງ ກ່າວວ່າໃນເບື້ອງຕົ້ນທາງຄຣິສຕະຈັກຂ່າວປະເສີດ ກໍໄດ້ຮັບຮູ້ເຫດການດັ່ງກ່າວແລ້ວ ແລະກໍບໍ່ໄດ້ນິ້ງນອນໃຈ ຕໍ່ສິ່ງທີ່ເກີດຂຶ້ນ ແລະກຳລັງຢູ່ໃນລະຫວ່າງ ການຮວບຮວມ ຂໍ້ມູນເພີ່ມຕື່ມ ຈາກເຄືອຂ່າຍ ທີ່ຢູ່ປະຈຳແຂວງເຊກອງ ເພື່ອຫາແນວທາງ ຊ່ອຍເຫຼືອ ພີ່ນ້ອງຊາວຄຣິສຕຽນ ຄອບຄົວດັ່ງກ່າວຕໍ່ໄປ.
ສ່ວນຊາວຄຣິສຕຽນລາວ ອີກທ່ານນຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກໍຮູ້ສຶກບໍ່ສະບາຍໃຈ ທີ່ຍັງປະກົດເຫັນ ເຫດການແນວນີ້ ເກີດຂື້ນຢູ່ເລື້ອຍໆ ເພາະວ່າຍັງມີອຳນາດ ການປົກຄອງຂັ້ນບ້ານ ອີກຫຼາຍບ້ານ ໂດຍສະເພາະຢູ່ເຂດຫ່າງໄກ ສອກຫຼີກ ທີ່ບໍ່ຍອມຮັບຜູ້ທີ່ເຊື່ອຖື ສາສນາຄຣິສ ຈຶ່ງພາກັນຂັບໄລ່ ອອກຈາກບ້ານ.
ດັ່ງ ທ່ານ ກ່າວວ່າ:
“ມັນກາມີຄວາມຫຍຸ້ງຍາກ ຢູ່ບາງຂັ້ນ ເພາະວ່າມັນກາຂຶ້ນ ກັບບາງບ້ານ ທີ່ເຂົາບໍ່ທັນໄດ້ເປີດຮັບ ຖ້າບາງບ້ານ ທີ່ມີແລ້ວ ກາບໍ່ໄດ້ມີບັນຫາປານໃດ ເພາະວ່າຢູ່ບ່ອນບໍ່ທັນມີ ມັນກາຢາກມີບັນຫາ ທາງບ້ານຫັ້ນເພິ່ນບໍ່ຢາກໃຫ້ ມີສາສນາອື່ນ.”
ກ່ອນໜ້ານີ້ໃນວັນທີ 10 ກຸມພາຜ່ານມາ ຊາວຄຣິສຕຽນຄອບຄົວນຶ່ງ ຊຶ່ງມີສະມາຊິກທັງໝົດ 12 ຄົນຢູ່ບ້ານດົງສວັນ ຫຼື ບ້ານດົງບັງ ເມືອງພະລານໄຊ ແຂວງສວັນນະເຂດ ກໍໄດ້ຖືກກຸ່ມ ເຈົ້າໜ້າທີ່ ຂັ້ນບ້ານດັ່ງກ່າວ ບຸກມາຈູດເຜົາເຮືອນຖິ້ມ ພ້ອມທັງຂົ່ມເຫັງຫຼາຍແນວ ຍ້ອນບໍ່ພໍໃຈ ທີ່ຄອບຄົວດັ່ງກ່າວ ເຊື່ອຖືສາສນາຄຣິສຕຽນ ເຮັດໃຫ້ປັດຈຸບັນຄອບຄົວດັ່ງກ່າວ ຕ້ອງໄດ້ພາກັນຍ້າຍໄປຢູ່ອີກເຮືອນຫຼັງນຶ່ງ ແບບທຸກຍາກ ຊຶ່ງມາຮອດປັດຈຸບັນນີ້ ກໍຍັງບໍ່ມີຄວາມຄືບໜ້າເທື່ອວ່າ ໄດ້ຮັບການແກ້ໄຂແນວໃດແດ່.
ເຖິງແມ່ນວ່າ ໃນປີ 2020 ຫຼາຍເມືອງ ແລະ ຫຼາຍແຂວງ ໄດ້ຈັດກອງປະຊຸມ ເຜີຍແຜ່ທັມມະນູນ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ສາສນາຄຣິສຕຽນ ຂອງສູນຮວມຄຣິສຕະຈັກ ຂ່າວປະເສີດ ແຫ່ງປະເທດລາວ ເພື່ອຄຸ້ມຄອງ ການນັບຖື ແລະການເຄື່ອນໄຫວ ສາສນາຄຣິສຕຽນໃນລາວ ໃຫ້ດີຂຶ້ນກໍຕາມ ແຕ່ໃນສະພາບຄວາມເປັນຈິງ ຍັງມີອີກຫຼາຍບ້ານ ທີ່ບໍ່ຮັບຜູ້ທີ່ເຊື່ອຖືພຣະເຍຊູ ແລະ ມີການຂັບໄລ່ ຢູ່ເລື້ອຍໆ ແລະ ເຈົ້າໜ້າທີ່ສ່ວນນຶ່ງ ກໍບໍ່ໄດ້ປົກປ້ອງຊາວຄຣິສຕຽນລາວ ເທົ່າທີ່ຄວນປານໃດ.
ທັມມະນູນ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ສາສນາຄຣິສຕຽນ ຂອງສູນຮວມຄຣິສຕະຈັກ ຂ່າວປະເສີດ ແຫ່ງປະເທດລາວ ສະບັບເລຂທີ 137/ຄຂລ ມີ 8 ໝວດ, 24 ມາຕຣາ ຖືກອະນຸມັດ ນຳໃຊ້ໃນວັນທີ 19 ທັນວາ 2019.
ຂໍ້ສຳຄັນ ທີ່ກຳນົດໄວ້ຢູ່ໃນທັມມະນູນ ມາຕຣາ 5 ກ່ຽວກັບໜ້າທີ່ ຂອງການຈັດຕັ້ງສາສນາ ຊຶ່ງຂໍ້ 6 ລະບຸວ່າມີສິທ ຈັດກອງປະຊຸມ ສັມມະນາ, ຝຶກອົບຮົມ ແລກປ່ຽນຄວາມຄິດ ຄວາມເຫັນ ກ່ຽວກັບສາສນາ ຕາມການອະນຸມັດ ຂອງກະຊວງພາຍໃນ.
ມາຕຣາ 6 ກ່ຽວກັບສິທ ຂອງການຈັດຕັ້ງ ສາສນາ ຊຶ່ງຂໍ້ 5 ລະບຸວ່າ ມີສິດເຜີຍແຜ່ ແລະສນອງຂໍ້ມູນ ກ່ຽວກັບສາສນາ ໃຫ້ສາສນິກຊົນ ໃຫ້ຖືກຕ້ອງ ສອດຄ່ອງ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຽ ດຳຣັຖ ລະບຽບການ ແລະ ຮີດຄອງປະເພນີ ອັນດີງາມຂອງເຜົ່າ ກໍຄືຂອງຊາຕ ແລະ ຂໍ້ 6 ລະບຸວ່າມີສິທເຂົ້າຮ່ວມ ກອງປະຊຸມ ປຶກສາຫາລື ສັມນາ ແລະ ຝຶກອົບຮົມ ດ້ານສາສນາ ອື່ນໆ.