ວິພາກ-ວິຈານ ກໍຣະນີ ເຈົ້າໜ້າທີ່ຣັຖ ນັ່ງສູງກວ່າ ພຣະສົງຄ໌

ສຸພັດຕາ
2022.11.18
ວິພາກ-ວິຈານ ກໍຣະນີ ເຈົ້າໜ້າທີ່ຣັຖ ນັ່ງສູງກວ່າ ພຣະສົງຄ໌ ນີ້ແມ່ນຮູບໂຕຢ່າງທີ່ເໝາະສົມ ຄື ພໍ່ອອກ, ແມ່ອອກ ນັ່ງເກົ້າອີ້ ແລະ ພຣະສົງ, ສາມເນນ ນັ່ງເທິງແທ່ນສັງຄ໌ ຫຼື ພື້ນທີ່ສູງກວ່າ ພໍ່ອອກ, ແມ່ອອກ, ຊຶ່ງເຫດການ ທີ່ຖືກວິພາກ, ວິຈານໃນສື່ສັງຄົມອອນລາຍນ໌ນັ້ນ ພຣະສົງ ນັ່ງຕິດກັບພື້ນ ສ່ວນ ຄະນະເຈົ້າໜ້າທີ່ ນັ່ງເກົ້າອີ້.
RFA

ໃນວັນທີ 15 ພຶສຈິກາ 2022 ທີ່ຜ່ານມານີ້ ທາງການແຂວງໄຊສົມບູນ ໄດ້ຈັດພິທີທາງສາສນາ ເພື່ອເທທອງຫຼໍ່ ໝວກເຈົ້າອະນຸວົງຂຶ້ນ ຢູ່ເດີ່ນສວນສາທາຣະນະ ຖໍ້າເຈົ້າອະນຸວົງ ໂດຍມີເຈົ້າແຂວງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ເຈົ້າໜ້າທີ່ພາກຣັຖ ຈໍານວນນຶ່ງ ເຂົ້າຮ່ວມໃນພິທີ.

ແຕ່ໃນການເຮັດພິທີ ທາງສາສນາດັ່ງກ່າວ ເຈົ້າໜ້າທີ່ພາກຣັຖ ໄດ້ນັ່ງສູງກວ່າ ພຣະສົງ ເຊິ່ງເປັນເຣື່ອງທີ່ຊາວລາວຫຼາຍຄົນ ທີ່ນັບຖືສາສພຸທ ເຫັນວ່າ ເປັນເຣື່ອງບໍ່ເໝາະສົມ ແລະອາຈເບິ່ງໄດ້ວ່າ ຄະນະເຈົ້າໜ້າທີ່ຂັ້ນແຂວງ ມີອໍານາດເໜືອສາສນາ.

ດັ່ງຊາວລາວ ທ່ານນຶ່ງ ທີ່ຕິດຕາມເຫດການດັ່ງກ່າວ ໄດ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ພຶສຈິກາ ນີ້ວ່າ:

“ໂຕນີ້ມັນກະບໍ່ຖືກເນາະ ຍາດໂຍມນັ່ງສູງກວ່າພຣະ ບໍ່ເໝາະສົມແຫຼະ ທີ່ຈິງໜ້າຈະໃຫ້ເພິ່ນ ນັ່ງສູງກ່ອນຫັ້ນ ເຫັນບໍເຈົ້າຊີວິຕໄທຍ ເພິ່ນນັ່ງຢູ່ໃນຕັ່ງ ແຕ່ເພິ່ນກໍໃຫ້ພຣະນັ່ງສູງກ່ອນຢູ່ແລ້ວ ພຣະເພິ່ນຖືສິນ 200 ເທົ່າໃດ໋ ຕ້ອງໃຫ້ກຽດເພິ່ນ ຕ້ອງຢູ່ສູງຢູ່ແລ້ວ ຄັນສົມມຸດວ່າ ຍາດໂຍມ ເຮົານັ່ງພັບແພບບໍ່ໄດ້ ເຮົາຕ້ງໄດ້ຍົກເພິ່ນຂຶ້ນສູງ ທັມມະດາແນວນັ້ນ ໂຕນີ້ ຄວາມຜິດ ມັນຢູ່ນໍາຜູ້ຈັດງານ ນິມົນເພິ່ນມາບາດດຽວ ມາເປັນຈັ່ງຊັ້ນ ລະເພິ່ນກະເວົ້າບໍ່ໄດ້ ຄັນຮອດຍາມລະ ມັນຕ້ອງໄດ້ປະຕິບັດເລີຍ.”

ໃນຂະນະທີ່ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ໃນຖານະທີ່ນັບຖືສາສນາພຸທ, ຍາດໂຍມ ຈະບໍ່ຄວນນັ່ງສູງກວ່າ ພຣະສົງໄດ້ ຍ້ອນເປັນເຣື່ອງທີ່ບໍ່ສົມຄວນ ເນື່ອງຈາກພຣະສົງ ພວກເພິ່ນເປັນຜູ້ປະຕິບັດ ໃນຫຼັກທັມ ຖືສິນຫຼາຍຂໍ້ກວ່າປະຊາຊົນ ຄົນທັມມະດາ ປຽບໄດ້ວ່າ ເປັນຄຣູບາອາຈານ ທີ່ຄວນເຄົາຣົບນັບຖື ແລະໃຫ້ກຽດ ເຊິ່ງຊາວລາວ ກໍປະຕິບັດກັນມາ ແຕ່ບູຣານ ຕາມຮີດຄອງປະເພນີ ແລະ ເຣື່ອງດັ່ງກ່າວນີ້ ລາວເອງກໍຄິດວ່າ ຜູ້ຈັດງານອາຈບໍ່ໄດ້ເຂົ້າໃຈ ໃນຫຼັກສາສນາພຸທດີ ຈຶ່ງບໍ່ໄດ້ສຶກສາຂໍ້ມູນໃຫ້ດີ ເພາະໃນລະບຽບການ ກໍບໍ່ເຫັນແຈ້ງວ່າ ເຈົ້າໜ້າທີ່ພາກຣັຖ ຈະມີອໍານາດເໜືອພຣະສົງ ຫຼື ສາສນາ:

“ບໍ່ແມ່ນລະບຽບໃໝ່ໃດ໋ ຍັງເປັນຮີດຄອງກະເກົ່າເດີ້ ຄັນເຮົານັບຖືສາສນາພຸດ ທັມມະດາ ເວົ້າເຣື່ອງພຣະ, ຄຣູບາ, ອາຈານ ຄັນນັບຖືເພິ່ນແລ້ວ ບາດນີ້ ເຮົາຕ້ອງນັ່ງຕໍ່າກວ່າເພິ່ນສເມີນ່າ ເຣື່ອງການນັ່ງສູງ ກະຂຶ້ນກັບຜູ້ເພິ່ນຈັດງານຫັ້ນແຫຼະ ທັມມະດາເພິ່ນກະຕ້ອງໄດ້ມີການກວດ ຄົ້ນຄວ້າຄັກແນ່ ຄຣູບາ, ອາຈານ ກໍຕ້ອງນັ່ງສູງກວ່າເຮົາ ແຕ່ຮ້ານພຣະ ເຮົາກະຍັງເຮັດສູງ.”

ຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ລາວເອງ ກໍນັບຖືສາສນາພຸທ ເຊັ່ນກັນ ເຊິ່ງຕາມຮີດຄອງປະເພນີ ໃນການເຮັດພິທີທາງສາສນາ ໂດຍມີພຣະສົງມາຮ່ວມເຮັດພິທີນໍາດ້ວຍນັ້ນ ຍາດໂຍມ ຈະນັ່ງສູງກວ່າພຣະສົງບໍ່ໄດ້ ທຸກຄົນທີ່ເຂົ້າຮ່ວມເຮັດພິທີ ທາງສາສນາ ຈະຕ້ອງນັ່ງຕໍ່າກວ່າພຣະສົງ ເພື່ອຄວາມເໝາະສົມ ເຖິງແມ່ນວ່າ ສະຖານທີ່ຈະຄັບແຄບ ກໍຕ້ອງນັ່ງຕໍ່າກວ່າພຣະສົງຄືເກົ່າ ເພາະເປັນການໃຫ້ຄວາມເຄົາຣົບ ໃຫ້ກຽດພຣະສົງ ທີ່ປຽບດັ່ງເປັນຄຣູບາອາຈານ ເຜີຍແຜ່ຫຼັກພຣະພຸທສາສນາ:

“ຄັນວ່າພຣະນີ້ ເພິ່ນຍົກຂຶ້ນສູງເນາະ ກະໃຫ້ກຽດພຣະຢູ່ຂຶ້ນສູງກ່ອນ ທັມມະດາກໍນັ່ງຕໍ່າກວ່າພຣະຫັ້ນແຫຼະ ຖ້ວ່າສະຖານທີ່ມັນຄັບແຄບບໍ ມັນຈໍາເປັນໄດ້ນັ່ງ ຂັ້ນພຣະຄືກັນ ແຕ່ວ່າ ໄດ້ນັ່ງຫຼຸດຂອງເພິ່ນລົງມາອີກ ບໍ່ໄດ້ນັ່ງພຽງເພິ່ນໃດ໋ ເຄີຍນັບຖືສາສນາເພິ່ນມາ ລະເຮົາກໍປະຕິບັດຕາມ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ພຣະອາຈານອົງນຶ່ງ ກໍໄດ້ກ່າວໃນມື້ດຽວກັນນີ້ວ່າ ຕາມປົກກະຕິແລ້ວ ການເຮັດພິທີທາງສາສນາພຸທ ໂດຍມີພຣະສົງ ເຂົ້າຮ່ວມພິທີນໍານັ້ນ ຕາມຮີດຄອງປະເພນີ ຍາດໂຍມ ຕ້ອງນັ່ງຕໍ່າກວ່າພຣະສົງ ເພື່ອຄວາມເໝາະສົມ ແຕ່ຫາກນັ່ງສູງກວ່າພຣະສົງ ທາງດ້ານພຣະອົງນັ້ນ ທີ່ເຮັດພິທີ ກໍສາມາດບອກວ່າວຍາດໂຍມໄດ້ ຕາມຄວາມເໝາະສົມ ໂດຍບໍ່ໄດ້ທໍາລາຍບັນຍາກາດໃນງານ:

“ມັນກະສາມາດບອກໄດ້ ມັນກະເປັນຄວາມເໝາະສົມຫັ້ນນ່າ ໃນສະຖານທີ່ນັ້ນໆ ແຕ່ມັນບໍ່ເຖິງຂນາດວ່າ ຈະບໍ່ສມາດສະແດງທັມຕໍ່ໄປໄດ້ ມັນເປັນຄວາມຜິດພາດ ມັນຕ້ອງແບບນີ້ເດ້ ຈັ່ງຊີ້ ມັນກະບໍ່ເຖິງຂນາດວ່າ ທໍາລາຍບັນຍາກາດ ຫຼືພິທີ ກະສາມາດເຮັດພິທີຕໍ່ໄປໄດ້ ຈັ່ງຊີ້ນ່າ.”

ພຣະອາຈານທ່ານນີ້ ຍັງກ່າວຕື່ມວ່າ ສ່ວນກໍຣະນີ ທີ່ຊາວລາວຫຼາຍຄົນ ວິພາກວິຈານ ທາງການແຂວງໄຊສົມບູນ ທີ່ນັ່ງສູງກວ່າພຣະສົງນັ້ນ ຖືວ່າເປັນເຣື່ອງທີ່ລະອຽດອ່ອນ ເຊິ່ງພຣະອາຈານເອງ ກໍເຫັນວ່າ ກໍຖືວ່າເປັນກໍຣະນີ ທີ່ຄະນະອໍານາດ ການປົກຄອງແຂວງດັ່ງກ່າວ ຮູ້ເທົ່າບໍ່ເຖິງການ ຫຼືຂາດຄວາມຮູ້ໃນເຣື່ອງນີ້ ແລະລັກສະນະກໍຄືກັນກັບ ຄົນໃນເມືອຫຼວງເຂົ້າໄປພື້ນທີ່ ຊົນນະບົດ ກໍຖືວ່າພໍໃຫ້ອະພັຍກັນໄດ້:

“ມັນເປັນເຣື່ອງລະອຽດອ່ອນຫັ້ນນ່າ ລັກສະນະຄ້າຍໆ ເໝືອນກັບຄົນໃນເມືອງນີ້ນ່າ ໄປຊານເມືອງຈັ່ງຊີ້ນ່າ ຄວາມເຂົ້າໃຈ ໃນຫົວຂໍ້ດຽວ ການປະຕິບັດ ມັນກໍອາຈບໍ່ສົມບູນ ອາຈຂາດເຂີນໄປ ຄວາມເຂົ້າໃຈຄົນໃນເມືອງ ກໍອາຈເຂົ້າໃຈແບບນຶ່ງ ຄົນເຂດຊານເມືອງອອກໄປ ອາຈເຂົ້າໃຈອີກແບບນຶ່ງ ໃນບໍຣິບົດນັ້ນ.”

ຢ່າງໃດກໍຕາມ ຄົນລາວຫຼາຍຄົນກໍເຊື່ອວ່າ ການນັບຖືສາສນາພຸທ ແລະເຮັດຕາມຮີດຄອງປະເພນີ ກໍຖືວ່າເປັນເຣື່ອງທີ່ດີງາມ ເປັນວັທນະທັມ ແຕ່ຕ້ອງຮັກສາ ສືບທອດຕໍ່ໄປ ໃຫ້ຄົນຣຸ້ນລູກ, ຣຸ້ນຫຼານໄດ້ຮັບຮູ້ ແລະເຂົ້າໃຈໃຫ້ຖືກຕ້ອງ. ນອກຈາກນນີ້ ການມີສາສນາ ກໍຍັງເປັນທີ່ເພິ່ງພາທາງຈິຕໃຈ ໃຫ້ສງົບຮົ່ມເຢັນ ຮູ້ເຖິງການສ້າງຄຸນງາມຄວາມດີ ຮູ້ຈັກການໃຫ້ກຽດ ແລະການເຄົາຣົບ ເພື່ອຮ່ວມໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.