ຕຣຽມສລອງ ບຸນນະມັສການ ພຣະທາຕຫຼວງ ໃນສະພາວະເງິນກີບເຟີ້

ພອນ ພູມມີທອນ
2022.10.31
ຕຣຽມສລອງ ບຸນນະມັສການ ພຣະທາຕຫຼວງ ໃນສະພາວະເງິນກີບເຟີ້ ການຍາດນ້ຳ ຂອງບັນດາຊາວພຸທ ພາຍຫຼັງທີ່ຕັກບາດ ບຸນນະມັສການພຣະທາຕຫຼວງແລ້ວ (TS), ວັນທີ 19 ພຶສຈິກາ ປີ 2021.
RFA

ໃນປີ 2022 ນີ້ ຄະນະຮັບຜິດຊອບ ຈັດງານປະເພນີ ບຸນນະມັດສະການ ພຣະທາຕຫລວງວຽງຈັນ ໄດ້ກະຕຣຽມຈັດງານບຸນ ປະເພນີດັ່ງກ່າວ ທີ່ເດີ່ນທາຕຫລວງວຽງຈັນ ຢ່າງຍິງໃຫຍ່ ໂດຍຈະຈັດງານ ໃນວັນທີ 4-8 ພຶສຈິກາ 2022 ເຊິ່ງທາງການ ໄດ້ອະນຸຍາດໃຫ້ບັນດາ ຜູ້ປະກອບການທຸຣກິຈຕ່າງໆ ນຳເອົາສິນຄ້າ ແລະ ຜລິຕພັນ ທີ່ຄ້າງຈຳໜ່າຍໃນໄລຍະ ທີ່ເກີດການຣະບາດຂອງ ໂຄວິດ-19 ອອກມາຈຳໜ່າຍ ໃຫ້ພໍ່ແມ່ປະຊາຊົນ ທີ່ເດີນທາງມາຮ່ວມງານ ບຸນພຣະທາຕຫລວງ ພາຍຫລັງທີ່ບໍ່ໄດ້ຈັດງານ 2 ປີ ຍ້ອນການແຜ່ຣະບາດ ຂອງໂຄວິດ-19, ຈຶ່ງເຮັດໃຫ້ຊາວລາວຫລາຍຄົນ ຕັ້ງໃຈທີ່ຈະເດີນທາງ ມາຮ່ວມງານບຸນ ຢ່າງຫລວງຫລາຍ ແຕ່ຫລາຍຄົນກໍເຊື່ອວ່າ ບັນຫາສິນຄ້າພາຍໃນງານ ທີ່ບັນດາພໍ່ຄ້າແມ່ຄ້າ ນຳມາຂາຍ ຈະຍັງຄົງມີລາຄາແພງ ຕາມເສຖກິຈເງິນເຟີ້ໃນໄລຍະນີ້.

ດັ່ງຊາວລາວ ໃນແຂວງຈຳປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 31 ຕຸລານີ້ວ່າ:

“ບຸນພຣະທາຕຫລວງ ບໍ່ວ່າຈັດຈັ່ງໃດ ຄົນໄປໝົດ ຄິດວ່າສິນຄ້ານຳເຂົ້າ ທີ່ນຳມາຈາກໄທຍ ຫລື ວ່າສິນຄ້າທີ່ວ່າ ຄົນລາວຜລິດເປັນເຄື່ອງເປັນຫຍັງກໍຍາ ລາຄາຈະສູງຂຶ້ນຄູນສອງ ດຽວນີ້ກໍຄືກັນໝົດ ລາຄາຈະຂຶ້ນຈາກເກົ່າ ຄູນສອງນ່າ ກໍຈະມີຂາຍເລ້ຢູ່ ຂຶ້ນກັບຄົນຂາຍ ເຂົາເຈົ້າມີສາມັນສຳນຶກບໍ່ຫັ້ນນ່າ ບໍ່ເອົາຂອງໝົດຄຸນນະພາບມາຂາຍ.”

ຂະນະທີ່ ຊາວລາວ ໃນນະຄອນຫລວງວຽງຈັນ ອີກທ່ານນຶ່ງກໍກ່າວວ່າ ລາວເອງກໍສົນໃຈຈະໄປຮ່ວມງານ ບຸນນະມັສການ ພຣະທາຕຫລວງວຽງຈັນ ເນຶ່ອງຈາກທາງການບໍ່ໄດ້ຈັດມາ 2 ປີ ແລະ ເຫັນວ່າມີສິນຄ້າລົດລາຄານຳດ້ວຍ ແຕ່ກໍຫວັງວ່າ ພໍ່ຄ້າ ແມ່ຄ້າ ບໍ່ນຳສິນຄ້າທີ່ໝົດອາຍຸ ຫລືບໍ່ມີຄຸນນະພາບ ມາຂາຍໃຫ້ປະຊາຊົນ ຄວນຈະກວດກາດີໆ ກ່ອນນຳມາຂາຍໃນງານບຸນ ພຣະທາຕຫລວງວຽງຈັນ.

“ລາງເທຶ່ອອາຈໄປ ໄດ້ຍິນວ່າ ເພີ່ນຈະລົດລາຄາ ເຄື່ອງຫລາຍຫັ້ນນ່າ ເພິ່ນຈະເອົາຂອງຄ້າງປີກາຍ ປີກ່ອນນັ້ນ ເພິ່ນບໍ່ໄດ້ຈັດເດ້ ເຄຶ່ອງໝົດອາຍຸນ່າ ຈະມີຫລາຍ ແຕ່ວ່າເປັນຂອງກິນ ເປັນອີ່ຫຍັງກະ ນ່າຈະເບິ່ງມື້ໝົດອາຍຸກ່ອນ ເພິ່ນປະກາດຊື່ໆນ່າ ແຕ່ສິນຄ້າໂຕຈິງກະບໍ່ຮູ້ວ່າລົດແທ້ບໍ່ນ່າ ອິງຕາມເສຖກິຈແດ່.”

ພ້ອມດຽວກັນນີ້ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ປີນີ້ລາວເອງກໍຈະຮ່ວມງານ ບຸນນະມັສການບຸນພຣະທາຕຫລວງ ເຊັ່ນກັນ ເນຶ່ອງຈາກບໍ່ໄດ້ນະມັສການມາ 2 ປີ ເຊິ່ງກໍຈະພາລູກຫລານ ໄປທ່ຽວນຳດ້ວຍ.

“ຄັນວ່າໄປໃສ່ບາດຄືຊິໄດ້ໄປຢູ່ ປີຜ່ານມາ ມັນບໍ່ມີງານຈັດຂຶ້ນເດ້ ປີນີ້ມັນຈະໃຫຍ່ແລ້ວກະ ລັກສະນະວ່າຄືບຸນຊ່ວງເຮືອ ຫວ່າງກີ້ນີ້ຄື ເປັນບຸນໃຫຍ່ ດົນແລ້ວບໍ່ໄດ້ເຮັດຈັ່ງຊີ້ຊິນ່າ ບາງເທຶ່ອລູກຫລານຢາກໄປກໍຊິໄດ້ພາໄປໄປຫລີ້ນໄປທ່ຽວໜ້ອຍນຶ່ງ.”

ໃນຂະນະທີ່ແມ່ຄ້າ ທ່ານນຶ່ງກ່າວວ່າ ສຳລັບງານບຸນທາຕຫລວງປີນີ້ ກໍເຊື່ອວ່າຈະຄຶກຄັກຫລາຍ ຍ້ອນ ທາງການ ບໍ່ໄດ້ຈັດງານໃຫຍ່ມາຫລາຍປີ ຕັ້ງແຕ່ການຣະບາດຂອງ ໂຄວິດ-19 ສ່ວນຄ່າສະຖານທີ່ເຊົ່າເຄຶື່ອງຂາຍ ໃນປີນີ້ ກໍຖືວ່າລາຄາແພງຂຶ້ນຫລາຍ ໂດຍ 1 ເຕັ້ນ ລາຄາປະມານ 5-6 ລ້ານກີບ ຕາມກຳນົດໃນໄລຍະງານດັ່ງກ່າວ ເຊິ່ງແຕ່ກ່ອນ ລາຄາປະມານພຽງແຕ່ 1-2 ລ້ານກີບ.

“ຄ່າສະຖານທີ່ບໍ່ ແພງຂຶ້ນແພງຫລາຍ ອັນເຕັ້ນນຶ່ງ 5-6 ລ້ານ ປະມານ 5 ມື້ ຕະກີ້ມີ ແຕ່ບໍ່ໄດ້ແພງກະຊິປະມານລ້ານປາຍ 2 ລ້ານ ຄັນສະຖານທີ່ຖືກ ຂາຍເຄື່ອງກະຖືກລົງ ແຕ່ກະຄືເກົ່າຫັ້ນແຫລະ ຂອງຊື້ຂອງຂາຍມັນແພງ ເລທເງິນສູງ.”

ຂະນະດຽວກັນ ພໍ່ຄ້າອີກທ່ານນຶ່ງກໍຄາດວ່າ ງານບຸນພຣະທາຕປີນີ້ ຈະຂາຍເຄື່ອງດີຂຶ້ນ ເພາະເຊື່ຶອວ່າຄົນຈະມາຫລາຍ ເພາະທາງການຈັດໃຫຍ່ໂຕ ສ່ວນສິນຄ້າລາຄາຖືກ ກໍຄາດວ່າຈະບໍ່ຫລຸດລາຄາລົງຫລາຍ ເພາະອັດຕຣາແລກປ່ຽນເງິນກີບ ກັບເງິນຕ່າງປະເທດ ມີອັດຕຣາສູງ ແລະ ຄ່າເຊົ່າສະຖານທີ່ກໍແພງຫລາຍ.

“ໂຕນີ້ຄິດວ່າ ມັນຈະຫລາຍຢູ່ເດ້ ເພາະວ່າສອງປີຫລັງບໍ່ໄດ້ເຮັດເນາະ ແລ້ວມາເຮັດປີນີ້ແບບໃຫຍ່ຫັ້ນນ່າ ກໍໜ້າຈະຂາຍດີປີກ່ອນໆ ສິນຄ້າຖືກ ສິນຄ້າເລ້ຂາຍເນາະ ຫລຸດ ມັນກໍຈະຫລຸດໜ້ອຍດຽວນີ້ແຫລະ ເຣທເງິນຂຶ້ນເນາະ ຄ່າເຊົ່າ ຄ່າແຜງກໍແພງຂຶ້ນນ່າ.”

ເຖິງຢ່າງໃດກໍຕາມ ໃນໂອກາດງານບຸນ ນະມັສການພຣະທາຕຫລວງ ໃນປີ 2022 ນີ້ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ກໍມີແຜນປ້ອງກັນຄວາມສງົບ ໂດຍແບ່ງກຳລັງອອກເປັນສອງຈຸດ ຄືວົງນອກ ແລະ ວົງໃນ ເຊິ່ງມີເຈົ້າໜ້າທີ່ ປະຈຳໃນແຕ່ລະຈຸດເຂົ້າ-ອອກຕ່າງໆ ເພື່ອປ້ອງກັນຄວາມບໍ່ສງົບ ກຸ່ມຄົນບໍ່ຫວັງດີ ແລະ ເພື່ອອຳນວຍ ຄວາມສະດວກສະບາຍ ໃຫ້ທຸກຄົນເຂົ້າມາທ່ຽວຊົມງານ ຢ່າງປອດພັຍ ໂດຍຂຶ້ນແຜນຈັດກຳລັງ ປ້ອງກັນຄວາມສງົບຫລາຍເຖິງ 1700 ຄົນ, ອີງຕາມການຣາຍງານ ຂອງການປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.