ໂຊກຕ່າງລ່າງ ຊາຕາຕ່າງລ່າງ: ຄຳຕຸ່ນ ວົງສນິດ

ພອນ ພູມ​ມີ​ທອນ
2022.07.25
ໂຊກຕ່າງລ່າງ ຊາຕາຕ່າງລ່າງ: ຄຳຕຸ່ນ ວົງສນິດ ອາຈານ ຄຳຕຸ່ນ ວົງສນິດ, ສິລປິນ ປະເພດບ້ານນາ ມາກດ້ວຍຄວາມສາມາດ--ຫລິ້ນດົນຕຣີ, ປະພັນ ແລະ ຮ້ອງເພງ.
ຄຳຕຸ່ນ ວົງສນິດ

ສະບາຍດີ ທ່ານຜູ້ຟັງທີເຄົາຣົບ ພົບກັນເຊັ່ນເຄີຍ ໃນຣາຍການບັນເທີງ ປະຈຳສັປດາ ຂ້າພະເຈົ້າ, ພອນ ພູມມີທອນ, ເປັນຜູ້ດຳເນີນຣາຍການສັປດານີ້ ວິທຍຸເອເຊັຽເສຣີ ຈະພາທ່ານ ໄປຮັບຟັງ ຜົລງານເພງມ່ວນໆ ຈາກ ສິລປີນ ທ່ານ ອາຈານ ຄຳຕຸ່ນ ວົງສນິດ, ສິລປີນລາວ ທີ່ມາກດ້ວຍຄວາມສາມາດ, ມີພອນສວັນຮອບດ້ານ ເປັນ​ຕົ້ນ​ແມ່ນ ຮ້ອງ, ປະພັນ ແລະ ຫລິ້ນນດົນຕ​ຣີ ໄດ້ຢ່າງຄ່ອງແຄ້ວ.

ອາຈານ ຄຳຕຸ່ນ ວົງສນິດ ໄດ້ປະພັນຜົລງານ ເພງບ້ານ​ນາ ອະມະຕະ ຫລາຍໆເພງ ຝາກໄວ້ ໃນວົງການບັນເທີງລາວ ເຊັ່ນ: ໂຊກຕ່າງລ່າງ, ຕິບ່ອນໃດ, ອົ່ງຕົ່ງ, ໃຜຕົວະໃຫ້ຕາຍຄັກໃຈເຈົ້າແລ້ວບໍ່, ແຈ້ງຈ່າງປ່າງ ແລະ ອື່ນໆ, ຊຶ່ງເຊຶ່ອວ່າ ຜົລງານເພງ ອະມະຕະ ເຫລົ່ານີ້ ຂອງອາຈານ ຄຳຕຸ່ນ ວົງສນິດ ຍັງຢູ່ໃນຄວາມຊົງຈຳ ຂອງມິຕຮັກແຟນເພງ ຕລອດມາ ຈົນຮອດຊູ່ມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.