ເກີດເຫດ ເຮືອຊ່ວງຫຼົ້ມ ລະຫວ່າງການ ແຂ່ງຂັນ
2022.10.11
ເມື່ອວັນທີ 10 ຕຸລາທີ່ຜ່ານມາ ເກີດເຫດ ເຮືອຫລົ້ມຢູ່ນໍ້າຮຸ່ງ ເປັນເຮືອຂອງບ້ານລ້ອງປໍ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ຂະນະລົງແຂ່ງຂັນ ໃນງານບຸນຊ່ວງເຮືອ ປະຈຳປີ 2022 ນີ້ ເຮັດໃຫ້ມີຜູ້ບາດເຈັບຈຳນວນ 5 ຄົນ ແລະຫາຍສາບສູນອີກ 1 ຄົນເຊິ່ງມາຮອດປັຈຸບັນ (ໃນຕອນແລງວັນທີ 11 ຕຸລາ) ກໍ່ຍັງບໍ່ຮູ້ຊະຕາກັມ ແລະ ຍັງບໍ່ເຫັນໂຕຜູ້ກ່ຽວເທຶ່ອ.
ດັ່ງເຈົ້າໜ້າທີ່ກູ້ພັຍ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 11 ຕຸລາ 2022 ນີ້ວ່າ:
“ປັຈຸບັນນີ້ ເຮົາກຳລັງເລ່ງຄົ້ນຫາກັນຢູູ່ເນາະ ສູນຫາຍແມ່ນເປັນຜູ້ຍິງ ເປັນສີພາຍ 40 ປາຍປີນີ້ແຫລະ ເຮືອຫລົ້ມແມ່ນແຫລະ ທາງນໍ້ານີ້ແຫລະ ສູນຫາຍຜູ້ດຽວ ບາດເຈັບຫັ້ນ 5 ແມ່ນແຫລະ ເປັນຜູ້ຍິງໝົດເລີຍ ປັຈຸບັນນີ້ ເຮົາກຳລັງເລັ່ງຊອກຫາຢູ່ເນາະ ຍັງບໍ່ເຫັນເທື່ອ.”
ທາງດ້ານ ຜູ້ເຂົ້າຮ່ວມງານບຸນຊ່ວງເຮືອໃນປີນີ້ ກໍ່ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີມາຕການປ້ອງກັນຄວາມປອດພັຍ ໃຫ້ແກ່ຜູ້ເຂົ້າຮ່ວມຕື່ມ ໂດຍສະເພາະ ການສນັບສນູນໃຫ້ສີພາຍ ໃສ່ເສຶ້ອຊູຊີພ ຂະນະທີ່ເຂົ້າຮ່ວມກິຈກັມຊ່ວງເຮືອ.
ດັ່ງຊາວບ້ານ ຢູ່ບ້ານລ້ອງບໍ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນແຫລະ ຕາມທັມມະດາ ກໍ່ຕ້ອງໃສ່ເສື້ອຊູຊີພເນາະ ເພາະສຳຄັນ ເຣື່ອງອັນຕະລາຍເນາະ ຜ່ານມາກໍ່ໃສ່ແບບເດີມເນາະ ໂດຍທີ່ວ່າບໍ່ໃສ່ເສື້ອຊູຊີພເນາະ ເຮືອກູ້ພັຍຕາມທີ່ເຫັນ ມີ 2-3 ລຳ ຕາມທີ່ມາເບິ່ງຄລິບຂອງນັກຂ່າວ ຂະເຈົ້າລົງເນາະ ຍັງມີຄົນນຶ່ງ ທີ່ວ່າຍັງບໍ່ພົບ ເປັນຜູ້ຍິງ.”
ທີ່ຜ່ານມາ ສີພາຍທີ່ເຂົ້າຮວ່ມການແຂ່ງຂັນ ຊ່ວງເຮືອປະເພນີບຸນຊ່ວງເຮືອ ດັ່ງກ່າວນີ້ ຈະບໍ່ນິຍົມໃສ່ເສື້ອຊູຊີພ ຈະເຮັດໃຫ້ຜູ້ເຂົ້າຮ່ວມຊົມ ປະເພນີການແຂ່ງຂັນ ເບິ່ງບໍ່ເຫັນສີເສື້ອທີມຂອງສີພາຍ ອີກທັງຟອງນໍ້າຂອງເສື້ອຊູຊີພ ຍັງຈະເຮັດໃຫ້ເກີດການຕ້ານລົມ ສົ່ງຜົລໃຫ້ສີພາຍ ພາຍເຮືອໄດ້ຊ້າລົງ.
ດັ່ງສີພາຍຜູ້ເຂົ້າຮ່ວມ ແຂ່ງຂັນໃນງານປະເພນີ ບຸນຊ່ວງເຮືອ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງກ່າວວ່າ:
“ເສື້ອ ເສື້ອທີມ ຂອງແຕ່ລະບ້ານເນາະ ເພາະວ່າຂອງເຮົາຈະບໍ່ໄດ້ໃສ່ເສື້ອຊູຊີພ ຖ້າມີການໃສ່ເສື້ອຊູຊີພແລ້ວ ມັນຈະມີການຕ້ານລົມອີ່ຫຍັງຫັ້ນນ່າ ເຮັດໃຫ້ການຊ່ວງເຮືອມັນມີຊັກຊ້າ ແຕ່ໄລຍະ 2 ມື້ມານີ້ແຫລະ ມີລະດັບນໍ້າຂ້ອນຂ້າງຂຶ້ນສູງ ຫລາຍຫັ້ນນ່າ ແຕ່ທີ່ຜ່ານມາ ລະດັບນໍ້າກໍ່ບໍ່ໄດ້ຂຶ້ນ ແຕ່ມື້ທີ່ຊ່ວງແທ້ໆ ລະດັບນໍ້າພັດຂຶ້ນ.”
ທ່ານກ່າວຕື່ມວ່າ ຖ້າຫາກສີພາຍ ບໍ່ຕ້ອງການໃສ່ເສື້ອຊູຊີພ ຍ້ອນຈະເຮັດໃຫ້ ການຊ່ວງເຮືອ ບໍ່ສະດວກນັ້ນ ຜູ້ດຳເນີນການຈັດກິຈກັມ ດັ່ງກ່າວນີ້ ກໍ່ຈຳເປັນຕ້ອງກະຕຣຽມ ມາຕການຮັກສາ ຄວາມປອດພັຍ ທີ່ເໝາະສົມ ເປັນຕົ້ນ ທີມກູ້ພັຍ ລໍຖ້າຕລອດການແຂ່ງຂັນ ເມື່ອເກີດອຸບັດຕິເຫດ ເຮືອຫລົ້ມ ເພື່ອໃຫ້ການຊ່ອຍເຫລືອ ຜູ້ຖືກເຄາະຮ້າຍໄດ້ຢ່າງທັນເວລາ ຍ້ອນວ່າ ສີພາຍຈະລອຍນໍ້າເປັນ ແຕ່ພັດຈະໝົດແຮງ ໄປກັບການຊ່ວງເຮືອແລ້ວ.
ໃນປີທີ່ຜ່ານມາ ການແຂ່ງຂັນຊ່ວງເຮືອ ຈະຈັດຂຶ້ນໃນໄລຍະນໍ້າແລ້ງ ຈຶ່ງເຮັດໃຫ້ຜູ້ຈັດກິຈກັມ ການຊ່ວງເຮືອຕ່າງໆ ບໍ່ທັນໃຫ້ຄວາມສົນໃຈ ໃນການຮັກສາຄວາມປອດພັຍ ພໍເທົ່າໃດ ແຕ່ຢ່າງໃດກໍ່ຕາມ ໃນປີນີ້ ປະຣິມານນໍ້າ ໃນນໍ້າຮຸ້ງ ພັດຫລາຍກວ່າປີກ່ອນໜ້ານີ້ ອີກທັງຍັງມີລັກສະນະໄຫລແຮງ ແລະ ເມື່ອເກີດອຸບັດຕິເຫຕເຮືອຫລົ້ມ ຈຶ່ງເຮັດໃຫ້ຊາວບ້ານໃນພື້ນທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດຮັບມື ຫລືໃຫ້ການຊ່ວຍເຫລືອ ສີພາຍຜູ້ຖືກເຄາະຮ້າຍໄດ້ ທັນທ່ວງທີ.
ດັ່ງຜູ້ຮ່ວມຈັດງານ ປະເພນີບຸນຊ່ວງເຮືອ ຂອງເເຂວງໄຊຍະບູຣີ ປະຈຳປີ 2022 ນາງນຶ່ງກ່າວວ່າ:
“ເຮືອນີ້ມັນຫລົ້ມຢູ່ໄຊຍະເນາະ ເນຶ່ອງຈາກວ່ານໍ້າມັນຊ້ຽວ ນໍ້າມັນຫລາຍເນາະ ກໍ່ບໍ່ເຄີຍມີຈັກເທື່ອ ນໍ້າມັນໜ້ອຍ ມັນບໍ່ເຄີຍເປັນຈັກເທື່ອຫັ້ນນ່າ ແມ່ນໆ ເຈົ້າຕ້ອງນຳຄົນຕລອດເລີຍແຫລະ ກໍ່ບໍ່ໄດ້ຫ່າງເຫີນກັນ ອຸບັດຕິເຫດ ເຮືອເລັກເຮືອນ້ອຍ ຈະເຂົ້າຊ່ວຍເຫລືອເລີຍ. ເອີ ເຮືອເນາະ ເຮືອຄວນມີແລ່ນນຳຄົນຕລອດເລີຍ ເຮືອໃຫຍ່ ເຮືອນ້ອຍເນາະ.”
ຍານາງກ່າວຕື່ມວ່າ ຄະນະຜູ້ຈັດກິຈກັມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີຄວາມພ້ອມດ້ານການກະຕຽມເຮືອກູ້ພັຍ ໄວ້ທຽບຝັ່ງປະມານ 2-3 ຈຸດ ລະຫວ່າງແຖວປ່ອຍເຮືອໃນໄລຍະມໍ່ໆ ເພື່ອອອກຕິດຕາມເຮືອທີ່ລົງແຂ່ງຂັນໃຫ້ທັນທ່ວງທີ ຖ້າຫາກເກີດເຫຕເຮືອຫລົ້ມ ເຮືອກູ້ພັຍຈະໄດ້ດຳເນີນການຊ່ອຍເຫລືອຜູ້ຖືກເຄາະຮ້າຍໄດ້ທັນທ່ວງທີ ແຕ່ສະພາບຕົວຈິງ ເຮືອກູ້ຊີພພັດດຳເນີນການຊ່ອຍເຫລືອຢູ່ໄກ ແລະ ແລ່ນເຂົ້າມາຍັງຈຸດເກີດເຫຕຂ້ອນຂ້າງຊັກຊ້າ.
ການຈັດປະເພນີບຸນຊ່ວງເຮືອ ຂອງແຂວງໄຊຍະບູຣີໃນຄັ້ງນີ້ ຈັດຂຶ້ນເປັນຄັ້ງທຳອິດ ພາຍຫລັງສະຖານະການໂຄວິດ-19 ຫລຸດຜ່ອນລົງ ເຊິ່ງກໍ່ມີຊາວລາວ ທັງພາຍໃນແຂວງໄຊຍະບູຣີ ແລະ ແຂວງໃກ້ຄຽງ ຮວມທັງນັກທ່ອງທ່ຽວ ຈາກຕ່າງປະເທດຈຳນວນນຶ່ງ ເດີນທາງໄປເຂົ້າຮ່ວມຊົມກິຈກັມ ດັ່ງກ່າວນີ້ ຢູ່ບໍຣິເວນແຄມນໍ້າ ຈົນເຕັມພື້ນທີ່ທັງສອງຝັ່ງນໍ້າ.
ດັ່ງ ຊາວບ້ານ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ທ່ານນຶ່ງກ່າວວ່າ:
“ໂອ້ ຫລາຍ 2 ຝັ່ງນີ້ເຕັມໄປໝົດເລີຍນີ້ນ່າ ມີເຮືອຕລົກ ເຂົາກໍ່ມີການຕລົກເຮຮາ ແບບວ່າສະດວກສະບາຍ ມີຫລາຍໜ່ວຍງານ ມີຫລາຍໜ່ວຍງານຢູ່ໄດ໋ ຊ່ອຍໃຫ້ຄວາມສະດວກສະບາຍນີ້ນ່າ.”
ສຳລັບງານປະເພນີ ບຸນຊ່ວງເຮືອ ຂອງແຂວງໄຊຍະບູຣີ ປະຈຳປີ 2022 ໃນຄັ້ງນີ້ ຈັດຂຶ້ນເປັນຄັ້ງທຳອິດ ພາຍຫລັງ ສະຖານການໂຄວິດ-19 ຫລຸດຜ່ອນລົງ ໂດຍຈັດຂຶ້ນ 2 ມື້ ລະຫວ່າງວັນທີ 10-11 ຕຸລາ 2022, ເຊິ່ງມື້ທຳອິດ ຈະເປັນການແຂ່ງຂັນ ການຊ່ວງເຮືອຂອງສີພາຍຜູ້ຍິງ ສ່ວນມື້ທີ່ 2 ຈະເປັນການແຂ່ງຂັນການຊ່ວງເຮືອ ຂອງສີພາຍຜູ້ຊາຍ ໂດຍສີພາຍຜູ້ຖືກເຄາະຮ້າຍ ຈາກເຫຕການເຮືອຫລົ້ມ ໃນຄັ້ງນີ້ ຊື່ ຍານາງຄຳປຸ່ນ ແສງປະເສີດ ອາຍຸ 43 ປີ ຊາວບ້ານບ້ານລ່ອງບໍ, ປະກອບອາຊີພ ເປັນພນັກງານທະຫານ ຢູ່ກອງຮ້ອຍ ປ້ອງກັນອາກາດ ທີ່ຄ້າຍນໍ້າຕຽນ ຢູ່ເມືອງ ແລະ ແຂວງໄຊຍະບູຣີ ຫາຍສາບສູນໄປ ແລະ ມາຮອດປັຈຸບັນ (ໃນເວລາແລງຂອງວັນທີ່11 ຕຸລານີ້) ໝ່ວຍກູ້ພັຍ ກໍ່ຍັງບໍ່ສາມາດຊອກຫາໂຕໄດ້ ອີກທັງ ຍັງມີຜູ້ໄດ້ຮັບບາດເຈັບອີກຈຳນວນ 5 ຄົນ ເຊິ່ງທັງໝົດ ໄດ້ຖືກນຳໂຕສົ່ງໂຮງໝໍ.
ກ່ອນໜ້ານີ້ ໃນປີ 2004 ທີ່ຜ່ານມາ ກໍ່ເກີດເຫຕເຮືອຫລົ້ມຢູ່ນໍ້າຂອງ ບໍຣິເວນສວນວັທນະທັມ ບັນດາເຜົ່າ ຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຂະນະລົງແຂ່ງຂັນໃນງານບຸນຊ່ວງເຮືອ ເຊິ່ງເຮືອທີ່ຫລົ້ມ ເປັນເຮືອຂອງບ້ານຖິ່ນເພັຽ ສາເຫຕທີ່ເຮັດໃຫ້ເກີດເຮືອຫລົ້ມ ໃນມື້ນັ້ນກໍ່ຍ້ອນວ່າ ໃນມື້ທີ່ແຂ່ງຂັນຊ່ວງເຮືອ ເກີດມີພະຍຸພັດເຂົ້າ ຢ່າງຮຸນແຮງ ເຮັດໃຫ້ມີຜູ້ເສັຍຊີວິຕ ທັງໝົດ 16 ຄົນ ໃນນັ້ນເປັນແມ່ຍິງ 15 ຄົນ ແລະ ຜູ້ຊາຍ 1 ຄົນ ໂດຍໜ່ວຍກູ້ພັຍ ສາມາດຊອກຫາສົບ ຜູ້ຖືກເຄາະຮ້າຍໄດ້ແຕ່ພຽງ 15 ຄົນ ສ່ວນອີກ 1 ຄົນ ບໍ່ສາມາດຫາສົບໄດ້, ແຕ່ຢ່າງໃດກໍ່ຕາມ ຍາຕພີ່ນ້ອງຂອງຜູ້ເສັຍຊີວິຕ ໄດ້ຈັດເກັບກະດູກ ຂອງພວກເຂົາເຈົ້າທັງໝົດ ໄວ້ຢູ່ວັດນາກຫໍ່ຜ້າ ບ້ານຖິ່ນເພັຽ ນະຄອນຫລວງວຽງຈັນ.