ຜົລກະທົບຕໍ່ການແຫ່ ນາງອັບສອນ ອ້ອມພຣະທາດຫຼວງ ຊັ້ນໃນ
2022.11.10

ໃນງານສລອງ ບຸນນະມັສການ ພຣະທາດຫລວງ ຢູ່ນະຄອນຫລວງວຽງງຈັນ ປີ 2022 ນີ້ ມີຊາວລາວ ຈໍານວນນຶ່ງ ໄດ້ຈັດການແຫ່ ນາງອັບສອນ ຂຶ້ນສະຫລ່ຽງ ອ້ອມພຣະທາດຫລວງຊັ້ນໃນ ໂດຍບໍ່ໄດ້ຮັບອະນຸຍາດ ໃນມື້ບຸນມະນັສການ ພຣະທາດຫຼວງ ເດືອນພຶສຈິການີ້ ແລະໄດ້ຖືກທາງການ ໃຊ້ມາຕການຕໍ່ ຍ້ອນຖືວ່າ ເປັນການກະທໍາຜິດ ຕໍ່ຮີດຄອງປະເພນີ.
ທາງການໄດ້ໃຫ້ພວກແຫ່ນາງອັບສອນ ທີ່ບໍ່ໄດ້ຮັບອະນຸຍາດນັ້ນ ສົມມາຄາຣະວະພຣະທາດຫລວງ ແລະຈະຖືກສຶກສາອົບຮົມ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງໄຊເສດຖາ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 10 ພຶສຈິການີ້ວ່າ:
“ເຂົາເຈົ້າໄປເຮັດພິທີຂໍ ສົມມາຫັ້ນແມ່ນຫຍັງແລ້ວເດ ຄະນະກັມມະການ ວ່າເບື້ອງຕົ້ນເຣື່ອງສຶກສາອົບຮົມຫັ້ນແຫລະ ເຂົາເຈົ້າກະບໍ່ຮູ້ ບໍ່ເຈຕນາເຮັດຫັ້ນນະ.”
ສ່ວນເຣື່ອງມາຕການຕໍ່ໄປ ຄະນະກັມມະການ ຈັດງານບຸນທາດພຣະຫລວງ ໄດ້ມອບໃຫ້ຕໍາຣວດປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ຮັບຜິດຊອບໃນການ ສືບສວນ ສອບສວນພວກເຂົາເຈົ້າ ຕາມລະບຽບກົດໝາຍ, ຊຶ່ງອາຈມີພຽງແຕ່ຖືກສຶກສາອົບຮົມ ເທົ່ານັ້ນ.
ດັ່ງເຈົ້າໜ້າທີ່ຕໍາຣວດ ເມືອງໄຊເສດຖາ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ເກີດຢູ່ນີ້ ແຕ່ວ່າດໍາເນີນແມ່ນນະຄອນຫລວງ ເພິ່ນເປັນຜູ້ດໍາເນີນ ມີແຕ່ສຶກສາອົບຮົມເທົ່ານັ້ນ ບາງເທື່ອກໍບໍ່ຮູ້ເທົ້າເຖິງການ ກໍສຶກສາອົບຮົມແລ້ວ ກໍແລ້ວ.”
ພຣະອາຈານອົງນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ ການກະທໍາຄືດັ່ງກ່າວ ແມ່ນບໍ່ຖືກຕ້ອງ, ບໍ່ເຄີຍມີ ແລະບໍ່ເຄີຍເຫັນຈັກເທື່ອ ຕັ້ງແຕ່ໃຫຍ່ມາ.
“ແມ່ຍິງຂີ່ສະຫລ່ຽງ ແຫ່ອ້ອມທາດກົມມະລຽນຂອງທາດຫລວງ ມັນກໍບໍ່ຖືກແລ້ວ ຄັນເວົ້າແລ້ວມັນບໍ່ເຫັນສິ່ງສັກສິດ ລົບລູ່ບັນພະບູຣຸສ ເຮັດຈັ່ງຊັ້ນບໍ່ຖືກ ມັນບໍ່ມີຈັກເທື່ອ ໃຫຍ່ມາແຕ່ 60 ປາຍປີແລ້ວ ຍັງບໍ່ເຫັນຈັກເທື່ອ ແມ່ຍິງໄປຂຶ້ນສະຫລ່ຽງ ແລ້ວແຫ່ອ້ອມ ເພິ່ນບໍ່ເຮັດຈັກເທື່ອ ລະດັບໃຫຍ່ເພິ່ນກໍບໍ່ອອກແຫ່.”
ກ່ຽວກັບເຣື່ອງທີ່ວ່ານີ້ ຫລາຍຄົນ ເປັນຕົ້ນຜູ້ທີ່ມີໃຈໃສສັດທາຕໍ່ພຣະທາດຫລວງ ເຫັນວ່າ ບໍ່ຄວນຈະເຮັດຄືແນວນັ້ນ, ມັນບໍ່ເຄີຍມີມາກ່ອນ, ການແຫ່ມັນກໍມີການກໍານົດກັນຄັກແນ່, ຕ້ອງໄດ້ຜ່ານຫລາຍຂັ້ນຕອນ.
ດັ່ງຊາວລາວ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ:
“ບໍ່ຄວນແຫລະນໍ ທີ່ຈິງມັນບໍ່ແມ່ນ ມັນຕ້ອງແມ່ນເຊື້ອເຈົ້າຊີວິຕ ມັນສືບທອດກັນມາ ຕັ້ງແຕ່ບູຮານພຸ້ນແຫລະ ມັນຈະມີປວັດຂອງມັນເດ ແລະມັນກໍມີການກໍານົດການແຫ່ ບໍ່ແມ່ນຢູ່ຊື່ໆຈະໄປແຫ່ ແລະມັນກໍຕ້ອງໄດ້ຜ່ານຫລາຍຂັ້ນຕອນ.”
ປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ເປັນເຣື່ອງທີ່ບໍ່ເໝາະສົມ, ທີ່ຜ່ານມາບໍ່ເຄີຍມີ, ແຕ່ກ່ອນເຄີຍມີແຕ່ຄຣູບາອາຈານ ເພິ່ນຂຶ້ນສະຫລ່ຽງແຫ່ ອ້ອມພຣະທາດຫລວງ, ແຕ່ປັດຈຸບັນບໍ່ມີແລ້ວ.
“ຄວາມຄິດເຫັນສ່ວນໂຕນໍ ມັນກະບໍ່ແມ່ນຫັ້ນແຫລະ ທີ່ຜ່ານມາກະບໍ່ເຄີຍມີ ແລະກະຢູ່ຫັ້ນມັນເປັນສະຖານທີ່ສັກສິດນໍ ກະຄຣູບາອາຈານສ່ວນຫລາຍ ກໍມີແຕ່ຜູ້ໃຫຍ່ໝົດເດ ເພິ່ນກໍບໍ່ໄດ້ຢູ່ສູງປານນັ້ນເດ ແຕ່ເກີດມາກໍບໍ່ເຄີຍເຫັນເພິ່ນແຫ່ຈັ່ງຊີ້ຈັກເທື່ອນະ ສມັຍແຕ່ກີ້ແທ້ໆ ຊາເຫັນແຕ່ເພິ່ນລົງໃນປວັດສາຕ ເທື່ອນຶ່ງ ມີແຕ່ພຣະ.”
ຕໍ່ການກະທໍາດັ່ງກ່າວ ທາງການລາວ ກໍໄດ້ສຶກສາອົບຮົມ ພວກທີ່ລະເມີດຮີດຄອງ ປະເພນີນັ້ນ ເພື່ອບໍ່ໃຫ້ພວກເຂົາເຈົ້າເຮັດຕື່ມອີກ ແລະໃຫ້ສົມມາຄາຣະວະ ພຣະທາດຫລວງວຽງຈັນ ແລະຄຣູບາອາຈານ ໃນຕອນແລງຂອງມື້ວັນທີ 7 ພຶສຈິກາ ແລະຜູ້ຮັບຜິດຊອບ ຈັດພິທີແຫ່ ກໍໄດ້ໂພສຕ໌ ຂໍ້ຄວາມສ່ວນຕົວ ທາງເຟສບຸກ ຂໍໂທດສັງຄົມ ໂດຍເວົ້າວ່າ ບໍ່ມີເຈຕນາລົບລູ່ ແລະໝິ່ນປະໝາດ ສະຖານທີ່ນັ້ນ ແຕ່ຢ່າງໃດ, ໄດ້ຈັດກິຈກັມນັ້ນຂຶ້ນ ກໍເພື່ອຫວັງຢາກຊ່ອຍສົ່ງເສີມ ວຽກງານສິລປະ ໂດຍການລະດົມແນວຄິດ ທີ່ອ້າງອີງໃສ່ປວັດສາຕ ແລະວັນນະຄະດີລາວ ໃນອະດີຕເປັນຂໍ້ມູນ ເພາະເຫັນວ່າ ບາງອັນໄດ້ຊຸດໂຊມ ຫາຍໄປ.