ສະຫະຣັຖ ໃຫ້ທຶນຊ່ອຍເຫຼືອ ຟື້ນຟູຮູບແຕ້ມ ຝາຜນັງວັດເກົ່າ ທີ່ສວັນນະເຂດ

ໄຊຍາ
2022.11.01
ສະຫະຣັຖ ໃຫ້ທຶນຊ່ອຍເຫຼືອ ຟື້ນຟູຮູບແຕ້ມ ຝາຜນັງວັດເກົ່າ ທີ່ສວັນນະເຂດ ທ່ານ ປີເຕີ້ຣ໌ ເຮມ໋ອນ (Peter Haymond) ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າສຳຣວດ ຮູບແຕ້ມຝາຜນັງວັດ ທີ່ຈະມີການບູຣະນະຄືນໃໝ່.
U.S. Embassy in Vientiane

ໃນວັນທີ 26 ຕຸລາ 2022 ທ່ານ ປີເຕີ້ຣ໌ ເຮມ໋ອນ ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາປະຈຳລາວ ໄດ້ຈັດພິທີລົງນາມ ໃຫ້ທຶນຈຳນວນ 49,800 ໂດລ້າຣ໌ ສະຫະຣັຖ ສນັບສນູນໂຄງການ ອະນຸຮັກຮູບແຕ້ມຝາຜນັງ ວັດເກົ່າສມັຍບູຮານ 3 ວັດ ໃນແຂວງສວັນນະເຂດ ຊຶ່ງໃນນັ້ນມີ ວັດບ້ານຕາແຫລວເກົ່າ, ວັດບ້ານທວດ ເມືອງຈຳພອນ ແລະ ວັດບ້ານໜອງບົວທ່າ ເມືອງສອງຄອນ.

ເບື້ອງຕົ້ນ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງສວັນນະເຂດ ແລະ ທັງສອງເມືອງ (ເມືອງຈຳພອນ ແລະ ເມືອງສອງຄອນ) ຮວມເຖິງສະຖາບັນ ວິຈິຕສິລ ແຫ່ງຊາຕ ວິທຍາລັຍສິລະປະສຶກສາ ແລະໂຮງຮຽນວິຈິຕສິລ ແຂວງສວັນນະເຂດ ໄດ້ເຂົ້າຮ່ວມໂຄງການດັ່ງກ່າວ ໂດຍຕາມແຜນການໂຄງການ ຈະມີການລົງສຳຣວດ ຂໍ້ມູນຮູບພາບຝາຜນັງວັດ ແລະຄັດລອກຮູບແຕ້ມ ຝາຜນັງວັດ ນອກຈາກນີ້ ຈະມີການຝຶກອົບຮົມ ນັກສິລະປະ ເພື່ອໃຫ້ລົງຮູບຝາຜນັງ ໃຫ້ເປັນສີດັ່ງເດີມ ແລະປູກຈິຕສຳນຶກ ຊາວບ້ານ ແລະນັກຮຽນ ທີ່ຮຽນຮູ້ສິລະປະ ແລະອະນຸຮັກ ວັທນະທັມໄວ້ອີກນຳດ້ວຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງສອງຄອນ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 01 ພຶສຈິກາ ນີ້ວ່າ:

ອາເມຣິກາ ເພິ່ນມາມອບທຶນ ໃຫ້ສວັນນະເຂດນັ້ນນ້າ ແຜນຂອງໂຄງການ ເພິ່ນຫັ້ນນ້າ ເພິ່ນຈະລົງມາເບິ່ງ ຂໍ້ມູນໂຕຈິງ ມາສຳຣວດຂໍ້ມູນ ແລ້ວກາມີພວກກົມວິຈິິຕສິລເດ້ ລົງມານຳ ເພິ່ນແຕ້ມຝາຜນັງ ຮູບທີ່ມີແລ້ວຫັ້ນນ້າ ເພິ່ນຈະໃສ່ສີແບບດັ້ງເດີມ ສີເກົ່າມັນຫັ້ນນ່າ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເມືອງຈຳພອນທີ່ຂໍສງວຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວວ່າ ພາຍຫລັງໄດ້ຮັບທຶນຈາກສະຫະຣັຖ ອາເມຣິກາ ແລ້ວເຈົ້າໜ້າທີ່ ໂຄງການທີ່ກ່ຽວຂ້ອງ ກໍຈະມີການຝຶກອົບຮົມ ເພື່ອໃຫ້ແຕ້ມພາບຝາຜນັງ ໃຫ້ມີຄວາມງົດງາມໃໝ່ ຂຶ້ນແຕ່ກໍຍັງຄົງຄວາມດັ້ງເດີມໄວ້ ແບບເກົ່າບໍ່ປ່ຽນແປງ. ສ່ວນໂຕວັດເກົ່າ ກໍຈະມີການບູຣະນະ ຕ່າງຫາກ ເພາະສະພາບ ກໍເປ່ເພຫລາຍຢູ່.

ແມ່ນໆ ເພິ່ນຈະລົງສຳຣວດຄັກແນ່ ຝຶກອົບຮົມໃຫ້ບຸກຄະລາກອນຫັ້ນແຫລະ ມັນຢູ່ຝາຜນັງ ກໍຢູ່ຄືເກົ່າ ມັນຈະລອກອອກ ໃສ່ປື້ມ ໃສ່ຫຍັງໄປຫັ້ນແຫລະ ວັດເກົ່າຫລັງຄາ ມັນກໍມີການຮົ່ວ ແລ້ວກາມັນເປ່ເພ ແລ້ວໂຄງມັນ ກາບໍ່ດີຢູ່ແລ້ວນ່າ ຈະເຮັດບູຣະນະໃໝ່ ຕ່າງຫາກ.

ກ່ຽວກັບເຣື່ອງນີ້ ຊາວບ້ານໃນບ້ານວັດທວດ ເມືອງຈຳພອນ ທ່ານນຶ່ງກໍຮູ້ສຶກດີໃຈ ທີ່ທາງສະຫະຣັຖ ອາເມຣິກາ ຊ່ອຍເຫລືອໃຫ້ທຶນ ຣັຖບານລາວ ເພື່ອອະນຸຮັກວັດເກົ່າແກ່ ສມັຍບູຮານໄວ້ ໃຫ້ລູກຫລານໄດ້ເບິ່ງຕໍ່ໄປ ແລະຍັງດຶງດູູດ ນັກທ່ອງທ່ຽວອີກນຳດ້ວຍ.

ດີອົກ ດີໃຈ ທີ່ວ່າທາງໂຄງການ ຫລືທາງສະຫະຣັຖ ອາເມຣິກາ ເພິ່ນໄດ້ລົງມາ ເອົາຂໍ້ມູນ ກາດີໃຈ ທີ່ເພິ່ນຈະບູຣະນະວັດວານີ້ ຄືນໃໝ່ ຢູ່ໃນສະພາບຄົງເດີມຫັ້ນນ່າ ເຊັ່ນລູກຫລານເຮົາ ຈະໄດ້ເຫັນຖືວ່າ ນັກທ່ອງທ່ຽວ ຈະຜ່ານໄປ ຜ່ານມາ ຈະເຂົ້າໄປຢ້ຽມ ໄປຊົມ ແລະກໍໄດ້ເບິ່ງໂຕນີ້ ຫັ້ນນ່າ.

ພ້ອມດຽວກັນນີ້ ຊາວບ້ານເມືອງສອງ ຄອນທ່ານນຶ່ງກໍກ່າວວ່າ ເປັນເຣື່ອງທີ່ດີ ທີ່ທາງການສະຫະ

ຣັຖ ອາເມຣິກາ ຊ່ອຍເຫລືອ ໃຫ້ເງິນທຶນແກ່ທາງການລາວ ເພື່ອໃຫ້ອະນຸຮັກໄວ້ ວັດເກົ່າແກ່ ຂອງລາວ ໄວ້ໂດຍສະເພາະ ວັດບ້ານຕາແຫລວເກົ່າ ເປັນວັດທີ່ເກົ່າແກ່ ມາແຕ່ສມັຍບູຮານຖ້າ ບູຣະນະໃຫ້ດີຂຶ້ນ ກໍສາມາດເຮັດໃຫ້ ເປັນສະຖານທີ່ທ່ອງທ່ຽວ ທາງປວັດສາຕໄດ້ ອີກນຳດ້ວຍ.

ດີຫັ້ນແຫລະ ດີໃຈນຳເຂົາເຈົ້າ ເຂົ້າມາຊ່ອຍຫລາຍຢ່າງ ອີກຢ່າງນຶ່ງ ມັນກໍເປັນແຫລ່ງທ່ອງທ່ຽວ ແຫລ່ງນຶ່ງ ທາງປວັດສາຕເນາະ ເວົ້າງ່າຍໆ ແຕ່ລະມື້ຫລາຍຄົນ ກາລົງມາເບິ່ງ ສ່ວນຫລາຍ ຖ່າຍທຳ ກ່ຽວກັບວັດໂຕນີ້.

ທາງດ້ານຊາວບ້ານ ເມືອງຈຳພອນ ອີກທ່ານນຶ່ງກໍກ່າວວ່າ ຖ້າຫາກມີການບູຣະນະ ວັດເກົ່າແກ່ດັ່ງກ່າວ ໃໝ່ ກໍເປັນເຣື່ອງທີ່ດີ ເພາະຈະໄດ້ດຶງດູດ ນັກທ່ອງທ່ຽວເພີ່ມຂຶ້ນ ຊາວໜຸ່ມສມັຍນີ້ ບໍ່ຄ່ອຍເຂົ້າວັດ ເພາະສ່ວນໃຫຍ່ ໄປທ່ຽວ ອ່າງເກັບນໍ້າສຸຍຫລາຍກ່ວາ ຮັກສາ ອະນຸຮັກ ວັທນະທັມ ອັນເກົ່າແກ່.

ປັດຈຸບັນນີ້ນັກທ່ອງທ່ຽວ ກະຊິບໍ່ຫລາຍປານໃດ ສ່ວນຫລາຍໄວລຸ້ນ ເຂົາເຈົ້າກໍໄປຫລິ້ນອ່າງນໍ້າສຸຍ ເປັນອ່າງເກັບນໍ້າ ບໍ່ແວ່ວັດເລີຍ ວັດເກົ່າແກ່ ຢູ່ຫັ້ນ.

ທີ່ຜ່ານມາ ສະຫະຣັຖ ອາເມຣິກາ ກໍເຄີຍໃຫ້ທຶນຊ່ອຍເຫລືອ ປະຕິສັງຂອນ ວັດວິຊຸນ ທີ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຊຶ່ງເປັນວັດເກົ່າແກ່ ແຫ່ງນຶ່ງທີ່ມີອາຍຸ ຫລາຍກວ່າ 500 ປີ, ພາຍໃຕ້ກອງທຶນ ທູຕເພື່ອອະນຸຮັກວັທນະທັມ ມູນຄ່າ 347,000 ໂດລ້າຣ໌ ສະຫະຣັຖ ໂດຍບູຣະນະ 2 ຈຸດ ຄືໂຕອາຄານວັດ ແລະ ພຣະທາຕໝາກໂມ ເພື່ອບໍ່ໃຫ້ເມືອງມໍຣະດົກໂລກ ຊຸດໂຊມ.

ນອກນີ້ ຣັຖບານສະຫະຣັຖ ອາເມຣິກາ ກໍໄດ້ຊ່ອຍມອບທຶນ ປົກປັກຮັກສາ ມໍຣະດົກທາງວັທນະທັມລາວ ມູນຄ່າ ຮວມປະມານ 1 ລ້ານໂດລ້າຣ໌ ສະຫະຣັຖ ໃນນີ້ ມີທັງໝົດ 20 ໂຄງການ ຮວມທັງການບູຣະນະວັດຊຽງທອງ ນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.