ບຸນນະມັສການ ພຣະທາດຫຼວງ ປະຈຳປີ 2022 ສຳເຣັດລົງແລ້ວ

ພອນ ພູມມີທອນ
2022.11.08
ບຸນນະມັສການ ພຣະທາດຫຼວງ ປະຈຳປີ 2022 ສຳເຣັດລົງແລ້ວ ບັນດາຊາວພຸທທະສາສນິກະຊົນ ຮ່ວມໃສ່ບາຕ ບຸນນະມັສການ ພຣະທາດຫຼວງວຽງຈັນ ປະຈຳປີ ພ.ສ. 2565, ວັນທີ 8 ພຶສຈິກາ 2022.
RFA

ໃນວັນທີ 8 ພຶສະຈິກາ 2022 ນີ້ ຕົງກັບວັນຂື້ນ 15 ຄໍ່າເດືອນ 12 ພ.ສ. 2565 ຊາວລາວຫລາຍແຂວງ ເປັນຕົ້ນ ນະຄອນຫລວງວຽງຈັນ, ແຂວງຫລວງພຣະບາງ, ແຂວງຫລວງນໍ້າທາ, ແລະ ແຂວງບໍ່ແກ້ວ ພາກັນເຂົ້າຮ່ວມເຮັດບຸນຕັກບາຕ ຖວາຍທານ ຫຍາດນໍ້າ ໃນບຸນພຣະທາດຫລວງ ຕາມຮີດຄອງປະເພນີ ທີ່ສືບທອດກັນມາ ແຕ່ຍາວນານຢ່າງຫລວງຫລາຍ ແລະ ຍັງຮ່ວມສເລີມສລອງ ກັນຢ່າງຄຶກຄື້ນໃນງານບຸນ ພຣະທາດຫລວງວຽງຈັນ ແລະ ບຸນເດືອນ 12 ອີກດ້ວຍ ເຊິ່ງຊາວລາວຫລາຍຄົນກໍຮູ້ສຶກ ອິ່ມອົກອິ່ມໃຈ ທີ່ໄດ້ເຂົ້າໄປກາບໄຫວ້ ຂໍພອນພຣະທາດຫລວງ ເພາະຫລາຍຄົນ ກໍບໍ່ໄດ້ໄປຮ່ວມງານພຣະທາດຫລວງ ເປັນໄລຍະສອງປີປາຍ ແລະຍັງມີສິນຄ້າຕ່າງໆ ຂາຍພາຍໃນງານນຳດ້ວຍ ຖືວ່າເປັນສິ່ງດຶງດູດໃຈ ໃຫ້ຫລາຍຄົນຢາກມາທ່ຽວ ແລະ ຊື້ສິນຄ້າກັບບ້ານ ແຕ່ສິນຄ້າພາຍໃນງານ ກໍມີທັງລາຄາຖືກ ແລະ ລາຄາແພງ ສລັບກັນໄປ.

ດັ່ງຊາວລາວ ໃນນະຄອນຫລວງວຽງຈັນ ທີ່ໄປຮ່ວມງານບຸນ ພຣະທາດຫລວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 8 ພຶສຈິກາ ນີ້ວ່າ:

“ເລາະຢູ່ນີ້ 2 ປີແລ້ວກໍຖືວ່າ ສົດຊື່ນ ສບາຍໃຈ ມາເທຶ່ອນີ້ກະໂອເຄ ດີໃຈຢູ່. ໂອ້ ອະລັງການ ອົດກັ້ນມາ 2 ປີ ຫລາຍໆແຮງ ກາງເວັນຍັງສໍ່ານີ້ແລ້ວນ່າ ເຄຶ່ອງຊື້ໄດ້ກໍເອົາ ອັນຊື້ບໍ່ໄດ້ກະຍອມ ອັນແພງກໍແພງ ອັນຖືກ ກໍຖືກ.”

ຂະນະທີ່ ຊາວລາວ ໃນແຂວງຫລວງພຣະບາງ ທ່ານນຶ່ງ ກໍກ່າວວ່າ ໃນມື້ນີ້ ໃນຕອນເຊົ້າກໍມີການເຮັດບຸນ ຕັກບາຕ ຫຍາດນໍ້າກັນ ຢູ່ພຣະທາດຫລວງ ແຂວງພຣະບາງ ເຊິ່ງຊາວລາວຫລາຍຄົນ ກໍຮູ້ສຶກພາກພູມໃຈເຊັ່ນກັນ ທີ່ໄດ້ເຂົ້າຮ່ວມເຮັດບຸນ ນມັສການພຣະທາດຫລວງ ເພາະເປັນປີທຳອິດ ທີ່ທາງການຈັດງານບຸນໃຫຍ່.

“ຢູ່ໂຕວັດທາດຫລວງເລີຍ ຕັກບາຕມື້ນີ້ແຫລະ ຕອນເຊົ້າ ໂອ້ ກໍຫາກຫລາຍເຕີບແຫລະ ພໍ່ແມ່ປະຊາຊົນນີ້ກະໝົດທຸກຄົນ ພາກພູມໃຈທີ່ສຸດຫັ້ນແຫລະເນາະ ມ່ວນຊື່ນ ເພາະວ່າພຍາດໂຄວິດ ມາດຽວນີ້ກະຜ່ອນຄາຍແລ້ວ.”

ພ້ອມດຽວກັນນີ້ ຊາວລາວ ໃນແຂວງຫລວງນໍ້າທາ ທ່ານນຶ່ງ ກໍກ່າວວ່າ ລາວເອງກໍໄດ້ໄປຮ່ວມງານບຸນພຣະທາດຫລວງຈຽງຕຶງ ຢູ່ເມືອງສິງ ແຂວງຫລວງນໍ້າທາ ອັນເປັນເດືອນ 12 ເພາະ ເປັນຮີດຄອງປະເພນີ ຊາວລາວໃນແຂວງຫລວງນໍ້າທາ ສືບຕໍ່ກັນມາດົນ ກໍມີການຮ່ວມເຮັດບຸນ ຕັກບາຕ ຫຍາດນໍ້າ ເຊິ່ງພາຍໃນງານ ກໍມີການຈັດບຸນໃຫຍ່ ແລະ ມີສິນຄ້າຂາຍພາຍໃນງານ ເຊັ່ນກັນ ເຊິ່ງຫລາຍຄົນກໍໄດ້ເຂົ້າຮ່ວມງານ ເຮັດບຸນຈຳນວນຫລາຍ.

“ອັນນ່າ ງານນມັສການພຣະທາດຈຽງຕຶງ ເມືອງສິງເນາະ ເປັນທາດເກົ່າແກ່ ເປັນທາດສັກສິດ ທີ່ເຄົາຣົບບູຊາ ທຳນຽມ ຂອງຊາວພຸທ ຂອງພວກເຮົາເນາະ ເຂົາເຈົາກະໄດ້ເຮັດໃຫຍ່ ກໍມີການວາງສແດງຕລາດນັດ ສແດງງານສິນຄ້າເນາະ.”

ຂະນະດຽວກັນ ທາງການເເຂວງບໍ່ແກ້ວ ກໍໄດ້ມີເຮັດບຸນເດືອນ 12 ເຊັ່ນກັນ ໂດຍໄດ້ເອົາວັດພຣະທາດສຸວັນນະຜ້າຄຳ ເປັນບ່ອນຈັດງານຂອງແຂວງ ໂດຍຊາວລາວໃນແຂວງບໍ່ແກ້ວຫລາຍຄົນ ກໍໄດ້ໄປຮ່ວມເຮັດບຸນ ຕັກບາຕ ຫຍາດນໍ້າ ຈຳນວນຫລາຍບໍ່ແຕກຕ່າງຈາກແຂວງອື່ນ, ພ້ອມດຽວກັນນີ້ ໃນວັນທີ 7 ພຶສຈິກາ 2022 ຫລື ມື້ວານທີ່ຜ່ານມາ ທາງການແຂວງກໍມີການຈັດພິທີ ປະກາດໃຫ້ພຣະທາດ ສຸວັນນະຜ້າຄຳ ຢູ່ບ້ານຕີນທາດ ເມືອງຫ້ວຍຊາຍ ເປັນມໍຣະດົກແຫ່ງຊາຕ ລະດັບທ້ອງຖິ່ນ ເພື່ອອານຸຮັກ ພຣະທາດສຸວັນນະຜ້າຄຳໄວ້ ເພາະເປັນພຣະທາດ ທີ່ມີຄວາມເກົ່າແກ່ ແລະ ຊາວລາວໃນແຂວງບໍ່ແກ້ວ ເຊື່ອວ່າ ມີອາຍຸ ຄົບຮອບ1000 ປີ ແລະ ເພື່ອດືງດູດ ໃຫ້ນັກທ່ອງທ່ຽວ ມາທ່ຽວຫລາຍຂື້ນນຳດ້ວຍ.

“ແມ່ນມື້ວານ ແບບເປີດເປັນທາງການ ເປັນຫຍັງແລ້ວເດ້ ແລ້ວກໍເລີຍຍອມຮັບ ເອົາເປັນໂຕນີ້ແລ້ວທ່ຽວເນາະ ກະເລີຍວ່າ ເຣີ່ມເຮັດໃຫຍ່ປີນີ້ແຫລະ ແແລ້ວເຂົາເຈົ້າກໍເຮັດໃຫ້ ເປັນແຫລ່ງທ່ອງທ່ຽວເນາະ ກະຢາກໃຫ້ຄົນມາທ່ອງທ່ຽວ.”

ສ່ວນຊາວລາວ ໃນແຂວງບໍ່ແກ້ວ ອີກທ່ານນຶ່ງກໍກ່າວວ່າ ລາວເອງກໍໄດ້ໄປຮ່ວມເຮັດບຸນ ຢູ່ພຣະທາດສຸວັນນະຜ້າຄຳ ແລະ ເຮັດບຸນຕັກບາດນຳດ້ວຍ ແລະ ລາວກໍເຫັນວ່າ ມີຜູ້ຄົນມາຮ່ວມເຮັດບຸນຫລາຍເຕີບ ແລະ ທາງການ ກໍຍັງມີພິທີປະກາດ ໃຫ້ພຣະທາດສຸວັນນະຜ້າຄຳ ເປັນມໍຣະດົກແຫ່ງຊາຕ ອີກນຳດ້ວຍ ກໍຖື ເປັນເຣຶ່ອງທີ່ໜ້າຍິນດີຫລາຍ.

“ທຸກຄົນກະຕື່ນເຕັ້ນແລະ ກໍດີໃຈຫັ້ນແຫລະ ໃນການໄປເຮັດບຸນຫັ້ນນ່າ ຄ້າຍຄືບຸນພຣະທາດຫລວງຫັ້ນແຫລະ ມື້ວານນີ້ເຂົາເຈົ້າມາປະກາດຄົບຮອບ 1000 ປີ ພຣະທາດທີ່ເກົ່າແກ່ ກະເພິ່ນຮອງຮັບເປັນມໍຣະດົກແຫ່ງຊາຕ ລະດັບທ້ອງຖິ່ນ.”

ເຖິງຢ່າງໃດກໍຕາມ ບຸນພຣະທາດຫລວງປີນີ້ ຖືວ່າ ເປັນປີທີ່ມີຄວາມຄຶກຄື້ນ ແລະ ມ່ວນຊື່ນຫລາຍກວ່າທຸກປີທີ່ຜ່ານມາ ທັງຍັງມີການ ສົ່ງເສີມການຄ້າຂາຍ ໃຫ້ພໍ່ຄ້າແມ່ຄ້າໄດ້ມີລາຍໄດ້ ເພີ່ມອີກນຳດ້ວຍ ເພາະໃນໄລຍະ 2 ປີ ທີ່ຜ່ານມາ ທາງການບໍ່ໄດ້ເຮັດບຸນ ແລະ ຈັດງານວາງສະແດງສິນຄ້າ ແລະ ໃຫຍ່ໂຕແບບນີ້ໄດ້ ເພາະມີການຣະບາດ ຂອງໂຄວິດ-19 ໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.