ເຣື້ອງທີ່ເກັບບັນທຶກໄວ້
2022-09-30
ເຈ້ທິບ ຖືກຕຳຣວດ ປກສ ນະຄອນຫຼວງ ຕັ້ງຂໍ້ຫາ ສໍ້ໂກງຊັພພົລເມືອງ ສ່ວນຜູ້ເສັຽຫາຍ ອອກມາເວົ້າວ່າອາຈບໍ່ໄດ້ເງິນຄືນ ເພາະຄະດີ ພີເອັສ ທີ່ຄ້າຍຄືກັນນີ້ ພາຍຫຼັງທີ່ສານຕັດສິນ ກໍມິດງຽບໄປ ຜູ້ເສັຽຫາຍບໍ່ໄດ້ເງິນຄືນມາ.
2022-09-30
ຜົລຈາກພະຍຸໂນຣູ ທີ່ຜ່ານເຂົ້າພາກໃຕ້ ຂອງລາວ ເຮັດໃຫ້ຊາວບ້ານ ໄດ້ຮັບຜົລກະທົບ ແຕ່ເຂື່ອນໄຟຟ້າສ່ວນໃຫຍ່ ທີ່ຢູ່ເຂດດັ່ງກ່າວ ບໍ່ມີເພີ່ມ ປະຣິມານປ່ອຍນໍ້າ ອອກຈາກເຂື່ອນ ເນື່ຶອງຈາກ ເຂື່ອນແຕ່ລະແຫ່ງ ມີການບໍຣິຫານ ຈັດການທີ່ດີ ກ່ອນໜ້າທີ່ ພະຍຸໂນຣູ ຈະເຂົ້າ ສ່ວນຄວາມເສັຽຫາຍ ຂອງຊາວບ້ານ ຍັງບໍ່ສາມາດ ປະເມີນໄດ້ເທື່ອ.
2022-09-30
ແຂວງອັດຕະປື, ເຊກອງ ແລະສາຣະວັນ ປະສົບ ກັບຄວາມເສັຍ ຫາຍຫລວງຫລາຍ ຈາກພະຍຸໂນຣູ ປັດຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງ ກໍາລັງເກັບກໍາ ຂໍ້ມູນຄວາມເສັຍນັ້ນຢູ່ ຊຶ່ງອາຈມີ ຜູ້ທີ່ໄດ້ຮັບຜົລກະທົບ ຈາກ ພະຍຸ ໃນຄັ້ງນີ້ ອີກຈຳນວນຫຼາຍ ກວ່າທີ່ເປັນຈິງ.
2022-09-30
ຄົນລາວ 7 ຄົນ ທີ່ຖືກຕົວະໄປເຮັດວຽກ ເປັນນັກຕົ້ມຕຸນ ຢູ່ເຂດພັທນາ ເສຖກິຈ ພິເສດ ຂອງຈີນ ທີ່ເມືອງສີຫານຸວີລລ໌ ປະເທດກັມພູຊາ ຊຶ່ງອາຈເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສ ໄດ້ຮັບການຊ່ອຍເຫລືອ ຈາກທາງການໄທຍ, ມູລນິທິໄທຍ ແລະສາກົລ ຂະນະທີ່ ທາງການລາວ ຍັງບໍ່ໄດ້ມີແນວ ທາງການຊ່ອຍເຫຼືອ ແນວໃດຕໍ່ບຸກຄົນເຫຼົ່ານີ້ເທື່ອ.
2022-09-30
ທ້າວ ປັນຍາ ອັບດຸລລາ ອາຍຸ 34 ປີ ເຈົ້າຂອງຮ້ານອາຫານ ແຫ່ງນຶ່ງ ໃນພື້ນທີ່ ເມືອງບາງບົວທອງ ແຂວງນົນທະບູຣີ ປະເທດໄທຍ ທີ່ເປັນຜູ້ຖືກກ່າວຫາວ່າ ຂົ່ມຂືນ ແລະທໍາຮ້າຍຮ່າງກາຍ ນາງນ້ອຍ (ນາມສົມມຸດ) ແມ່ຍິງລາວ ອາຍຸບໍ່ເກີນ 20 ປີ ໄດ້ເດີນທາງ ເຂົ້າມອບໂຕ ຕໍ່ເຈົ້າໜ້າທີ່ຕໍາຣວດແລ້ວ.
2022-09-29
ເມື່ອບໍ່ດົນມານີ້ ມີຣາຍງານຂ່າວວ່າ ເຈົ້າໜ້າທີ່ຕຳຣວດ 11 ຄົນ ຖືກໄລ່ອອກ ຍ້ອນການສວຍໃຊ້ ອຳນາດ ໄປໃນທາງ ທີ່ບໍ່ຖືກຕ້ອງ ແຕ່ຫຼາຍຄົນເຊື່ອວ່າ ເປັນຍ້ອນ ທັງ 11 ຄົນ ບໍ່ແມ່ນຍາດພີ່ນ້ອງ ຫຼື ເສັ້ນສາຍຂອງ ຜູ້ທີ່ມີຕຳແໜ່ງສູງ.
2022-09-29
ຢາບ້າຫຼາຍລ້ານເມັດ ຖືກກວດພົບ ຢູ່ເຮືອນ ຂອງທ້າວ ດວງແກ້ ໝື່ນແກ້ວມະນີ ຫຼັງຈາກທີ່ເຈົ້າໜ້າທີ່ຕຳຣວດເຂົ້າກວດຄົ້ນ ເມື່ອວັນທີ່ 23 ກັນຍານີ້ ໃນຂະນະດຽວກັນ ກໍສາມາດຈັບ ນາງບ້ຳ ໝື່ນແກ້ວມະນີ ສ່ວນອີກ ອີກ 2 ຄົນສາມາດຫລົບໜີໄດ້.
2022-09-29
ເຈົ້າໜ້າທີ່ ຈັບຜູ້ທີ່ ປອມແປງ ເອກສານ ເພື່ອແອບອ້າງ ແລ່ນຮັບຄົນ ເຂົ້າເປັນທະຫານ, ຕໍາຣວດ ເຮັດໃຫ້ປະຊາຊົນ ຈໍານວນນຶ່ງຫຼົງເຊື່ອ ຕົກເປັນເຫຍື່ອ ແລະ ເສັຍພາບພົດ ຂອງໜ່ວຍງານ ທະຫານ ແລະຕໍາຣວດ.
2022-09-29
ອົງການ ທີ່ເຮັດວຽກ ດ້ານສິດທິມະນຸສ ແລະຍາດຕິພີ່ນ້ອງ ຂອງຄົນມາເລເຊັຽ ໄດ້ໄປປະທ້ວງ ຢູ່ໜ້າສະຖານ ທູຕລາວ ປະຈໍາປະເທດມາເລເຊັຽ ເພື່ອຮຽກຮ້ອງ ໃຫ້ທາງການລາວ ດໍາເນີນການຊ່ອຍເຫຼືອຄົນງານ ມາເລເຊັຽ ປະມານ 700 ຄົນ ທີ່ຖືກຕົວະ ແລະບັງຄັບ ໄປເຮັດວຽກ ຢູ່ປະເທດລາວ.
2022-09-29
ພະຍຸໂນຣູ ພັດຖລົ່ມພາກໃຕ້ ຂອງລາວ ເປັນຕົ້ນແຂວງສາຣະວັນ, ອັດຕະປື ແລະເຊກອງ ຕັ້ງແຕ່ຄືນວັນທີ 27 ຈົນຮອດ ຕອນເຊົ້າຂອງວັນທີ 28 ກັນຍານີ້ ເຮັດໃຫ້ນ້ຳຖ້ວມ, ບ້ານເຮືອນ, ຖນົນຫົນທາງ ແລະເຂົ້າໃນນາ ເສັຍຫາຍ.
2022-09-28
ການຖືກບັງຄັບ ໃຫ້ຫາຍສາບສູນ ຂອງຄົນລາວ 6 ກໍຣະນີ ທີ່ໄດ້ລະບຸໄວ້ ຢູ່ໃນບົດຣາຍງານ ຂອງສະພາສິດທິມະນຸສ ອົງການຂ້າຫລວງໃຫຍ່ ສະຫະປະຊາຊາຕ ເທົ່າເຖິງປັດຈຸບັນ ຍັງບໍ່ຮູ້ຊາຕາກັມ ຂອງພວກຂະເຈົ້າ ເປັນຢ່າງໃດ.
2022-09-28
ຄົນງານລາວ ຈໍານວນ 9 ຄົນ ໄປເຮັດວຽກ ດ້ານການກະເສຕ ໃນໄລຍະສັ້ນ 5-6 ເດືອນ ຢູ່ປະເທດເກົາຫຼີໃຕ້ ແຕ່ສຸດທ້າຍ ຖືກຕົວະເອົາຂຶ້ນເຮືອບິນ ໄປປະຖິ້ມຢູ່ແຂວງດານັງ ປະເທດວຽດນາມ ແລະບໍ່ສາມາດຕິດຕໍ່ ຫານາຍໜ້າ ດັ່ງກ່າວນີ້ໄດ້ອີກເລີຍ.
2022-09-28
ເຈົ້າໜ້າທີ່ ຜແນກສະກັດກັ້ນ ແລະຕ້ານຢາເສພຕິດ ຫ້ອງການຕຳຣວດ ປກສ ແຂວງບໍຣິຄຳໄຊ ຍຶດກາເຟປະສົມໂຄເຄ໋ນ ຫຼື ກາເຟມ່ວນ ທີ່ຜລິຕຈາກຈີນ ໄດ້ຈຳນວນຫຼາຍ ໃນນັ້ນເປັນກາເຟຊອງ ປະສົມໂຄເຄ໋ນ 779 ຊອງ ແລະ ກາເຟ ກະປອງປະສົມໂຄເຄ໋ນ 87 ກະປອງ.
2022-09-28
ແມ່ຍິງລາວ ຖືກນາຍຈ້າງ ຊາວໄທຍຜູ້ນຶ່ງ ຕົວະມາໃຫ້ເຮັດວຽກ ຢູ່ຮ້ານອາຫານແຫ່ງນຶ່ງ ໃນພື້ນທີ່ ເມືອງບາງບົວທອງ ແຕ່ຖືກນາຍຈ້າງຄົນດັ່ງກ່າວ ຍຶດໜັງສືເດີນທາງ (Passport) ໄວ້ ແລ້ວຂົ່ມຂືນນາງ ພ້ອມທັງທຳຮ້າຍຮ່າງກາຍ, ກັກຂັງ ແລະ ຂົ່ມຂູ່ ບໍ່ໃຫ້ແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຣວດ.
2022-09-28
ແຈ້ງເຕືອນ ເຂື່ອນໄຟຟ້າ ໃນຂອບເຂດທົ່ວປະເທດ ໃຫ້ລະວັງລະດັບນໍ້າ, ຕິດຕາມກວດກາ ສະພາບເຂື່ອນ ແລະຕຣຽມພ້ອມຮັບມື ໃນກໍຣະນີ ເກີດເຫດສຸກເສີນ ໃນໄລຍະທີ່ພະຍຸໂນຣູ (Noru) ເຄື່ອນຜ່ານ ບັນດາ ແຂວງພາກໃຕ້ ຂອງປະເທດລາວ ຊຶ່ງອາຈສ້າງ ຄວາມເສັຽຫາຍ ໃຫ້ກັບປະຊາຊົນໄດ້.